DTEAP, AFN, IFAD, NAFRI
ປຶ້ມຄູ່ມືນີ້ແມ່ນເຈດຕະນາເຮັດໃຫ້ການນໍາໃຊ້ເຄື່ອງມືງ່າຍຂຶ້ນໃນການ ຈັດຕັ້ງປະຕິບັດ ແລະ ນໍາສະເໜີຈຸດປະສົງຂໍ້ມູນເບື້ອງຕົ້ນຂອງການນໍາໃຊ້ປຶ້ມຄູ່ມື ກ່ຽວກັບການປັບຕົວທາງດ້ານເຕັກນິກ ການຄຸ້ມຄອງໜໍ່ຂົມຢູ່ໃນບ້ານເປົ້າໝາຍ ໂຄງການ ກະສິກຳເພື່ອ ໂພຊະນາການ ເຂດພາກເໜືອຂອງປະເທດລາວ.ປຶ້ມຄູ່ມື້ດັ່ງກ່າວໄດ້ຖືກພັດທະນາ ແລະ ປັບປຸງໃຫ້ແທດເໝາະໃນ ການຈັດຕັ້ງປະຕິບັດຂອງ ໂຄງການ ກະສິກຳເພື່ອ ໂພຊະນາການ ໂດຍມີການ ຮ່ວມມືກັບນັກວິຊາການສະເພາະດ້ານ ແລະ ພະນັກງານປະສານຂອງໂຄງການ NAFRI/DTEAP ເພື່ອພັດທະນາມາເປັນເຄື່ອງມືໃຫ້ແກ່ພະນັກງານຂັ້ນແຂວງ. ເມືອງ ສາມາດຖ່າຍທອດໄປເຖິງຕາມຄວາມຕ້ອງການຂອງຊາວກະສິກອນໃນຟື້ນ ທີເປົ້າໝາຍໂຄງການ.
Topics:
ການຈັດການກ່ຽວກັບກະສິກຳປ່າໄມ້ ແລະ ລະບົບນິເວດ, ການປູກພືດແບບພື້ນເມືອງ ແລະ ຊີວະນາໆພັນກະສິກຳ

Types:
ຄູ່ມື

published in 2019, ລາວ language

Image