ຊຸບດອກໝາກຫຸ່ງ

ຊ່ວຍສືບສານພູມປັນຍາການກິນອາຫານຂອງຄົນລາວ

ຊຸບດອກໝາກຫຸ່ງ ແມ່ນອາຫານພື້ນບ້ານລາວທີ່ນິຍົມ ມີລົດຊາດຂົມອ່ອນໆ ປະສົມກັບຄວາມຫອມຂອງສະໝຸນໄພ ແລະ ຄວາມເຜັດຂອງໝາກເຜັດ. ນິຍົມຮັບປະທານຄູ່ກັບເຂົ້າໜຽວ.

ວັດຖຸດິບ

    • ດອກໝາກຫຸ່ງ 200 ກຣາມ
    • ໝາກເຜັດສົດ 5-10 ໜ່ວຍ
    • ກະທຽມ 3-5 ກີບ
    • ຫອມບົ່ວ 2-3 ຫົວ
    • ປາແດກຕົ້ມ 2 ບ່ວງແກງ
    • ນ້ຳປາ (ຕາມລົດຊາດ)
    • ຜົງປຸງລົດ  1 ບ່ວງຊາ
    • ຫອມປ້ອມ  2-3 ຕົ້ນ
    • ໝາກງາຂາວຂົ່ວ 1-2 ບ່ວງແກງ

ວິທີເຮັດ

  1. ລ້າງດອກໝາກຫຸ່ງ ແລ້ວຕົ້ມໃນນ້ຳເດືອດ 5-10 ນາທີ ເພື່ອຫຼຸດຄວາມຂົມ.
  2. ຕັກຂຶ້ນ ແລ້ວແຊ່ນ້ຳເຢັນ ຈາກນັ້ນບີບນ້ຳອອກ.
  3. ເອົາໝາກເຜັດ, ກະທຽມ ແລະ ຫອມບົ່ວໄປຈີ່ໄຟຈົນສຸກ ແລ້ວນໍາມາຕໍາໃຫ້ລະອຽດ.
  4. ໃສ່ດອກໝາກຫຸ່ງລົງຕຳພໍແຕກ.
  5. ປຸງລົດດ້ວຍປາແດກ, ນ້ຳປາ, ຜົງປຸງລົດ ແລະ ໝາກງາຂາວຂົ່ວ.
  6. ໃສ່ຫອມປ້ອມທີ່ຊອຍເປັນຕ່ອນນ້ອຍ ຄົນໃຫ້ເຂົ້າກັນ ແລ້ວພ້ອມເສີບ.

ເຄັດລັບ

  • ຖ້າດອກໝາກຫຸ່ງຂົມຫຼາຍ ສາມາດຕົ້ມ ແລະ ປ່ຽນນ້ຳ 2 ຄັ້ງ.
Share

Recent Stories