July 9, 2026
ສວນຜັກອິນຊີໂນນແຕ້ ເລີ່ມຕົ້ນຈາກການລວມກຸ່ມຂອງຊາວກະສິກອນໃນປີ 1998 ຜ່ານການຝຶກອົບຮົມດ້ານກະສິກຳສະໄໝໃໝ່ ແລະ ຕໍ່ມາໄດ້ຮັບການສົ່ງເສີມດ້ານກະສິກຳອິນຊີ ໂດຍເນັ້ນການຫຼຸດການນຳໃຊ້ສານເຄມີ ແລະ ໃຊ້ຝຸ່ນບົ່ມ ນ້ຳໝັກຊີວະພາບແທນ.
ຫຼັງຈາກໄດ້ຮຽນຮູ້ຜົນກະທົບຂອງສານເຄມີຕໍ່ສຸຂະພາບ ແລະ ສິ່ງແວດລ້ອມ ກຸ່ມໄດ້ປັບປ່ຽນມາຜະລິດຜັກອິນຊີຢ່າງເຕັມຮູບແບບ ແລະ ໃນປີ 2006 ໄດ້ສ້າງຕັ້ງເປັນ ກຸ່ມຜັກອິນຊີໂນນແຕ້ ຢ່າງເປັນທາງການ.
ປັດຈຸບັນ ກຸ່ມໄດ້ຂະຫຍາຍຈາກ 7 ຄອບຄົວ ເປັນ 64 ຄອບຄົວ ມີພື້ນທີ່ປູກຜັກປະມານ 12.5 ເຮັກຕາ ໂດຍຍຶດໝັ້ນໃນການຜະລິດທີ່ປອດສານເຄມີ ໃຊ້ວັດຖຸດິບຈາກທຳມະຊາດ ແລະ ການປູກພືດແບບປະສົມປະສານ ເພື່ອຮັກສາຄຸນນະພາບຂອງດິນ ລົດຜ່ອນສັດຕູພືດ ແລະ ສ້າງຄວາມປອດໄພໃຫ້ແກ່ຜູ້ຜະລິດ, ຜູ້ບໍລິໂພກ ແລະ ສິ່ງແວດລ້ອມ.
ສວນຜັກອິນຊີໂນນແຕ້ ເປັນອີກໜຶ່ງຕົວຢ່າງທີ່ສະທ້ອນໃຫ້ເຫັນວ່າ ການຮຽນຮູ້, ການຮ່ວມມື ແລະ ການນຳຫຼັກການກະສິກຳນິເວດມານຳໃຊ້ ສາມາດສ້າງລະບົບອາຫານທີ່ປອດໄພ ແລະ ຍືນຍົງໃຫ້ແກ່ຊຸມຊົນໄດ້.


