1. ການຄັດເລືອກສະຖານທີ່ ແລະ ການກະກຽມກະຊັງ
1.1 ການຄັດເລືອກສະຖານທີ່
ການຄັດເລືອກສະຖານທີ່ເປັນຂັ້ນຕອນທີ່ສໍາຄັນທີ່ສຸດໃນການລ້ຽງປາເກັດແລບໃນກະຊັງ ເນື່ອງຈາກສະຖານທີ່ທີ່ເໝາະສົມຈະຊ່ວຍໃຫ້ປາເຕີບໂຕໄດ້ດີ, ລົດຄວາມສ່ຽງຕໍ່ການເກີດພະຍາດ ແລະ ຊ່ວຍໃຫ້ການຈັດການຟາມມີປະສິດທິພາບ. ໃນການຄັດເລືອກສະຖານທີ່ຄວນພິຈາລະນາປັດໄຈຕໍ່ໄປນີ້:
- ບ່ອນວາງກະຊັງຄວນຢູ່ໃກ້ທີ່ພັກ ຫຼື ບ່ອນຢູ່ອາໄສ ເພື່ອສະດວກຕໍ່ການກວດກາ, ໃຫ້ອາຫານ ແລະ ຮັກສາຄວາມປອດໄພ.
- ຄວນຢູ່ໃກ້ແຫຼ່ງຈໍາໜ່າຍລູກປາ, ອາຫານສັດນໍ້າ, ວັດຖຸດິບ ແລະ ຕະຫຼາດ ເພື່ອຫຼຸດຄ່າຂົນສົ່ງ.
- ມີລະບົບຄົມມະນາຄົມທີ່ສະດວກ ເພື່ອສາມາດຂົນສົ່ງອາຫານ, ອຸປະກອນ ແລະ ຜົນຜະລິດໄດ້ຕະຫຼອດປີ.
- ຫຼີກລ້ຽງບ່ອນທີ່ຢູ່ໃກ້ຊຸມຊົນ, ໂຮງງານ, ໂຮງຈັກ ຫຼື ແຫຼ່ງປ່ອຍນໍ້າເສຍ ເພາະອາດມີສານປົນເປື້ອນທີ່ສົ່ງຜົນກະທົບຕໍ່ສຸຂະພາບຂອງປາ.
- ຄວນເລືອກບ່ອນທີ່ມີລົມພັດຜ່ານພໍດີ ແລະ ມີການໄຫຼວຽນຂອງນໍ້າຕາມທໍາມະຊາດ ເພື່ອເພີ່ມອົກຊີເຈນໃນນໍ້າ.
- ບໍ່ຄວນເປັນບ່ອນທີ່ມີຄື້ນແຮງ ຫຼື ນໍ້າໄຫຼແຮງ ເພາະອາດເຮັດໃຫ້ກະຊັງເສຍຫາຍ.
1.2 ຄຸນນະພາບຂອງນໍ້າ
ຄຸນນະພາບຂອງນໍ້າເປັນປັດໄຈຫຼັກທີ່ກໍານົດການເຕີບໂຕ, ອັດຕາການຢູ່ລອດ ແລະ ສຸຂະພາບຂອງປາ. ການລ້ຽງປາເກັດແລບໃນກະຊັງຄວນມີຄຸນນະພາບນໍ້າດັ່ງນີ້:
- ປະລິມານອົກຊີເຈນທີ່ລະລາຍໃນນໍ້າ (Dissolved Oxygen: DO) ຄວນຢູ່ໃນລະດັບ 5–7 ມິນລີກຣາມຕໍ່ລິດ.
- ອຸນຫະພູມນໍ້າຄວນຢູ່ລະຫວ່າງ 26–32 ອົງສາເຊນຊຽດ.
- ຄ່າຄວາມເປັນກົດ-ດ່າງ (pH) ຄວນຢູ່ລະຫວ່າງ 6.5–8.5.
- ຄວນມີອາຫານທໍາມະຊາດໃນນໍ້າໃນລະດັບທີ່ເໝາະສົມ ເພື່ອຊ່ວຍເສີມການເຕີບໂຕຂອງປາ.
- ລະດັບຄວາມເລິກຂອງນໍ້າຄວນຢູ່ລະຫວ່າງ 2–8 ແມັດ.
- ຄວາມຂຸ່ນຂອງນໍ້າຄວນຢູ່ປະມານ 25–100 ມິລີກຣາມ/ລິດ
2. ໂຄງສ້າງກະຊັງ
ກະຊັງລ້ຽງປາສ່ວນໃຫຍ່ມີຮູບຊົງສີ່ຫຼ່ຽມ ໂດຍຂະໜາດຈະຂຶ້ນກັບສະພາບແຫຼ່ງນໍ້າ, ງົບປະມານ ແລະ ຄວາມພ້ອມຂອງຜູ້ລ້ຽງ. ຂະໜາດກະຊັງທີ່ນິຍົມໃຊ້ປະກອບມີ:
- ກວ້າງ 5 ແມັດ × ຍາວ 5 ແມັດ × ເລິກ 2.8 ແມັດ
- ກວ້າງ 4 ແມັດ × ຍາວ 4 ແມັດ × ເລິກ 2 ແມັດ
- ກວ້າງ 4 ແມັດ × ຍາວ 6 ແມັດ × ເລິກ 2 ແມັດ
ໃນທາງປະຕິບັດ ກະຊັງຂະໜາດ 5 × 5 × 2.8 ແມັດ ມີປະລິມາດປະມານ 70 ແມັດກ້ອນ ເປັນຂະໜາດທີ່ນິຍົມຫຼາຍ ເນື່ອງຈາກສາມາດຈັດການການລ້ຽງໄດ້ສະດວກ ແລະ ໃຫ້ຜົນຜະລິດທີ່ດີ.
ການກາງກະຊັງຄວນດໍາເນີນຢ່າງຖືກວິທີ ເພື່ອຊ່ວຍໃຫ້ການຖ່າຍເທນໍ້າດີ ແລະ ຮັກສາສຸຂະພາບຂອງປາ. ຄວນປະຕິບັດດັ່ງນີ້:
- ກະຊັງຄວນຈຸ່ມຢູ່ໃນນໍ້າປະມານ 2 ສ່ວນ ແລະ ພົ້ນນໍ້າປະມານ 1 ສ່ວນ.
- ຕິດຕັ້ງໃນບ່ອນທີ່ນໍ້າໄຫຼຊ້າ ແຕ່ມີການໄຫຼວຽນຕະຫຼອດ.
- ມັດກະຊັງໃຫ້ແໜ້ນໜາ ເພື່ອປ້ອງກັນການເຄື່ອນ ຫຼື ຄວໍ້າເມື່ອມີກະແສນໍ້າ.
- ພື້ນກະຊັງບໍ່ຄວນສໍາຜັດກັບພື້ນດິນ ເພາະຈະຂັດຂວາງການຖ່າຍເທນໍ້າ ແລະ ເຮັດໃຫ້ຂີ້ຕົມສະສົມ.
- ຄວນກາງກະຊັງໄວ້ປະມານ 2–3 ວັນ ກ່ອນປ່ອຍລູກປາ ເພື່ອໃຫ້ກະຊັງປັບສະພາບກັບແຫຼ່ງນໍ້າ.
- ສໍາລັບການລ້ຽງໃນໜອງ ຫຼື ອ່າງທີ່ນໍ້າບໍ່ໄຫຼ ຄວນຍ້າຍຕໍາແໜ່ງກະຊັງເປັນໄລຍະ ເພື່ອຫຼຸດການສະສົມຂອງຂອງເສຍ.
3. ຂະໜາດລູກປາ ແລະ ອັດຕາການປ່ອຍ
ການເລືອກລູກປາທີ່ມີຄຸນນະພາບດີ ເປັນປັດໄຈສໍາຄັນທີ່ສົ່ງຜົນຕໍ່ອັດຕາການຢູ່ລອດ ແລະ ການເຕີບໂຕຂອງປາ. ລູກປາທີ່ນໍາມາປ່ອຍຄວນມີລັກສະນະດັ່ງນີ້:
- ມີຂະໜາດຄວາມຍາວ 7–10 ຊັງຕີແມັດ ຫຼື ມີນໍ້າໜັກປະມານ 30–40 ກຣາມຕໍ່ໂຕ.
- ລູກປາຄວນແຂງແຮງ, ລອຍນໍ້າໄດ້ດີ, ບໍ່ມີບາດແຜ ຫຼື ເປັນພະຍາດ.
- ຄວນເລືອກລູກປາທີ່ມີຂະໜາດໃກ້ຄຽງກັນ ເພື່ອຫຼຸດການແຍ່ງອາຫານ ແລະ ການກິນກັນເອງ.
ສໍາລັບກະຊັງຂະໜາດ 5 × 5 × 2.8 ແມັດ ສາມາດປ່ອຍລູກປາໄດ້ປະມານ 1.000 ໂຕຕໍ່ກະຊັງ ຫຼື ປັບອັດຕາຕາມຂະໜາດກະຊັງ, ລະບົບການຈັດການ ແລະ ຄວາມສາມາດໃນການຖ່າຍເທນໍ້າຂອງແຫຼ່ງນໍ້າ.