ເຕັກນິກໃນການປູກໄມ້ສັກ

ໄມ້ສັກ ເປັນໄມ້ພື້ນເມືອງຂອງລາວເຮົາ ໄດ້ກະຈ່າຍຢູ່ໃນ 4 ປະເທດ ຄື: ລາວ, ໄທ, ພະມ້າ ແລະ ອິນເດຍ. ໄມ້ສັກ ມີຖິ່ນກ ຳເນີດຢູ່ທາງພາກເໜືອຂອງລາວ ເຊັ່ນ: ເມືອງປາກລາຍ, ແຂວງໄຊຍະບູລີ ແລະ ແຂວງບໍ່ແກ້ວ. ສາມາດນເອົາມາປູກຢູ່ຫຼາຍໆແຂວງຂອງລາວ ການທີ່ເຮົາຈະສ້າງສວນປ່າ ກ່ອນອື່ນໝົດ, ພວກເຮົາຕ້ອງມີການສັງລວມພື້ນທີ່ເພື່ອຢາກຮູ້ຈັກພື້ນທີ່ທັງໝົດ ເມື່ອເຮົາສ ຳຫຼວດເປັນທີ່ຮຽບຮ້ອຍແລ້ວ ເຮົາຕ້ອງຮູ້ຈັກສະຖານທີ່ດັ່ງກ່າວ ແລະ ພ້ອມດ້ວຍຮູ້ຈັກປະເພດຂອງປ່າ.ກໍ່ຕ້ອງໄດ້ຄ ຳນວນເຖີງການທີ່ເຮົາຈະບຸກເບີກອີກດ້ວຍ.ເມື່ອເຮົາຮູ້ເຊັ່ນນັ້ນແລ້ວ,ກໍ່ຕ້ອງໄດ້ມີການກ ຳນົດເວລາ ແລະ ພ້ອມດ້ວຍການວາງແຜນ.

ວິທີປ້ອງກັນ ແລະ ກຳຈັດຫອຍປາກກ້ວາງໃນນາເຂົ້າໂດຍບໍ່ໃຊ້ສານເຄມີຂອງປະຊາຊົນເຂດບ້ານແຈ້ງ, ເມືອງທຸລະຄົມ, ແຂວງວຽງຈັນ, ສປປ ລາວ

ປະເທດລາວ ເປັນປະເທດໜຶ່ງທີ່ມີທ່າແຮງຫຼາຍໃນການຜະລິດກະສິກໍາເປັນຕົ້ນຕໍ ໃນນັ້ນເຂົ້າ ຈັດເປັນພືດທີ່ສໍາຄັນທີ່ສຸດຂອງ ສປປ ລາວ ເຊິ່ງກວມເອົາ 60% ຂອງການຜະລິດກະສິກໍາທັງໝົດ ແລະ 80% ຂອງເນື້ອທີ່ການປູກຝັງທັງໝົດ. ເຂົ້າຍັງເປັນອາຫານຫຼັກສໍາລັບ ສປປ ລາວ ແລະ ຊາວກະສິກອນລາວກໍນິຍົມກັນປູກເຂົ້າ ແນວພັນເຂົ້າໜຽວຢ່າງຫຼວງຫຼາຍໃນຂອບເຂດທົ່ວປະເທດ, ທັງຢູ່ພື້ນທີ່ສູງ ແລະ ພື້ນທີ່ຮາບພຽງເຊິ່ງມີຄວາມພົວພັນກັບການປູກຝັງ ແລະ ຊີວິດການເປັນຢູ່ ຂອງປະຊາຊົນລາວ

ກົງພັດນ້ຳ ແລະ ຊົນລະປະທານຂະໜາດນ້ອຍ: ການປ່ຽນແປງໂຊມໜ້າການເຮັດນາຢູ່ເຂດພູດອຍ

ການພັດທະນາພື້ນທີ່ນາປູກເຂົ້າຂະໜາດນ້ອຍຢູ່ເຂດພູດອຍ ແມ່ນການປະກອບສ່ວນອັນສ ຳຄັນ ເຮັດໃຫ້ຄົວເຮືອນມີເຂົ້າພຽງພໍເພື່ອບໍລິໂພກ ແລະ ສາມາດຫຼຸດຜ່ອນຄວາມຕ້ອງການດ້ານແຮງງານທີ່ ກ່ຽວພັນກັບການຜະລິດເຂົ້າ. ສະຖານທີ່ໆເໝາະສົມສ ຳລັບການຜະລິດດັ່ງກ່າວຢູ່ໃນຂົງເຂດນີ້ແມ່ນ ມີລັກສະນະນ້ອຍໆເຊິ່ງມີຫຼາຍໆຈຸດຢາຍຢູ່ຕາມຫ້ວຍຮ່ອງເຂດພູດອຍ. ການປູກເຂົ້າຢູ່ເຂດດັ່ງກ່າວ ຕ້ອງໄດ້ອາໃສການສະໜອງນ ຳໃນຊ່ວງລະດູຝົນເພື່ອການຈະເລີນເຕີບໂຕ. ມີຫຼາຍໆໂຄງການໄດ້ ສະໜັບສະໜູນຫ້ອງການກະສິກ ຳແຂວງ ໃນການພັດທະນາລະບົບຊົນລະປະທານຂະໜາດນ້ອຍ ເພື່ອໃຫ້ສາມາດຜະລິດເຂົ້າໄດ້ເຊິ່ງກໍ່ມັກຈະນ ຳໃຊ້ວິທີລະບົບຜາຍກັ້ນນາໍ້ ແລະ ກ່ຽວຂ້ອງໄປໃນທາງ ຄອງຊົນລະປະທານ.

ການຈັດການສວນກ້າ

ສວນກ້າເບ້ຍ ໝາຍເຖິງສະຖານທີ່ປະກອບການສ ຳລັບການຂະຫຍາຍພັນໄມ້, ຜະ ລິດພັນໄມ້ ແລະ ບົວລະບັດຮັກສາພັນໄມ້ ຕະຫລອດຈົນການບົວລະບັດເຮັກສາພັນໄມ້ຕ່າງ ໆທີ່ ຍັງນ້ອຍແລະ ຍັງບໍ່ທັນແຂງແຮງເຊິ່ງໄດ້ມາຈາກການຂະຫຍາຍພັນດ້ວຍວິທີການຕ່າງໆໃຫ້ແຂງ ແຮງ ແລະທົນທານຕໍ່ສະພາບແວດລ້ອມດີເສຍກ່ອນທີ່ຈະນ ຳໄປປູກໃນກວນ ຫລືກ່ອນທີ່ເຮົາຈະ ສົ່ງອອກຈ ຳໜ່າຍ. ຄ ຳວ່າສວນກ້າເບ້ຍ ບໍ່ໄດ້ໝາຍເຖິງເຮືອນກ້າເບ້ຍເຮືອນໃດໜຶ່ງເທົ່ານັ້ນ, ແຕ່ຈະ ໝາຍລວມໄປເຖິງ ອານາບໍລິເວນຕັ້ງຮົ້ວອອ້ມຮອບສວນກ້າເຂົ້າມາໂຮງເຮືອນທັງໝົດ ລວມທັງ ທຸກສິ່ງທຸກຢ່າງທີ່ຢູ່ໃນຮົ້ວນັ້ນດ້ວຍ. ສ່ວນຄ ຳວ່າເຮືອນກ້າເບ້ຍນັ້ນ, ຖືວ່າເປັນສ່ວນໜຶ່ງຂອງສວນ ກ້າເບ້ຍເທົ່ານັ້ນ.

ຄຸນະພາບເມັດເຂົ້າໄກ່ນ້ອຍຈະດີໃນການປູກຢູ່ເຂດລະດົບສູງຈາກນ້ຳທະເລ

ເຂົ້າໄກ່ນ້ອຍ ທີ່ນ ຳມາສຶກສານີ້ ມີ 3 ກຸ່ມໃຫຍ່ທີ່ແຕກຕ່າງກັນ ຄື: ໄກ່ນ້ອຍແດງ, ໄກ່ນ້ອຍ ລາຍ ແລະ ໄກ່ນ້ອຍເຫຼືອງ. ວິທີການສຶກສາ ແມ່ນໄດ້ສ ຳຫຼວດແຫຼ່ງກ ຳເນີດ, ພູມສັນຖານ ແລະ ເກັບ ຕົວຢ່າງແນວພັນ ແລະ ດິນນາ, ທົດສອບຄຸນລັກສະນະທາງດ້ານຮູບຮ່າງພາຍນອກ, ດ້ານການສີ, ຄວາມບໍລິສຸດ, ຄຸນນະພາບການກີນ, ຄວາມຫອມ ແລະ ວິໄຈອົງປະກອບທາງດ້ານເຄມີ ຂອງ ຕົວ ຢ່າງດິນນາທີ່ປູກເຂົ້າໄກ່ນ້ອຍ. ຮູບຮ່າງຂອງເມັດ ເປັນເຂົ້າເມັດປ້ອມເໝືອນກັນ ທັງສາມກຸ່ມແນວພັນ ໄດ້ລັກສະນະຂອງ Tropical Japonica ຈະແຕກຕ່າງພຽງແຕ່ສີຂອງເປືອກ ແລະ ສີກົ້ນ ຂອງເມັດ ຈາກແຊກແດງເຂັ້ມໆ ຫາ ມ້ວງແກ່ໆ ແລະ ນໍ້າຕານດ ຳໆ ຕາມລ ຳດັບ. ຄຸນນະພາບດ້ານການສີ ເຫັນວ່າ ເປີເຊັນການສີສູງກວ່າເຂົ້າທ ຳມະດາໜ້ອຍນຶ່ງ ແຕ່ເຫັນວ່າ […]

ເຕັກນິກການຜະລິດຝຸ່ນບົ່ມຊີວະພາບ

ຂັ້ນຕອນການຜະລິດຝຸ່ນບົ່ມຊີວະພາບ: – ການກຽມອຸປະກອນ ແລະ ສ່ວນປະກອບ – ຂັ້ນຕອນການຜະລິດຝຸ່ນບົ່ມຊີວະພາບ – ການບົ່ມຝຸ່ນ ແລະ ການເກັບຮັກສາ – ການນຳໃຊ້ຝຸ່ນຊີວະພາບໃສ່ພືດ

ເຕັກນິກການປູກຜັກອິນຊີ

ເັຕກນິກການປູກຜັກອິນຊີ: – ຂັ້ນຕອນການກຽມແນວພັນ ແລະ ການບົວລະບັດຮັກສາ – ຂັ້ນຕອນການປູກ, ບົວລະບັດຮັກສາ (ລະດູແລ້ງ) – ຂັ້ນຕອນການປູກຜັກ, ບົວລະບັດຮັກສາ (ລະດູຝົນ) – ຂັ້ນຕອນເກັບກ່ຽວເພື່ອບໍລິໂພກ ແລະ ເກັບເພື່ອເຮັດແນວພັນ