ໄພວັນ(ຕູ້ກູດ) ສີໄຊຍະວົງ
ຫຼັງຈາກເຮັດວຽກໃນທຸລະກິດກໍ່ສ້າງໂຄງສ້າງເຫຼັກມາເປັນເວລາຫຼາຍປີ, ທ່ານ ໄພວັນ ສີໄຊຍະວົງ (ຫຼື ທີ່ຫຼາຍຄົນຮູ້ຈັກໃນນາມ “ຕູ້ກູດ”) ໄດ້ຫັນມາປະກອບອາຊີບດ້ານກະສິກຳ ຫຼັງຈາກການລະບາດຂອງໂຄວິດ-19 ສົ່ງຜົນກະທົບຕໍ່ທຸລະກິດຂອງລາວ. ເຖິງແມ່ນວ່າຕູ້ກູດຈະບໍ່ເຄີຍມີປະສົບການດ້ານການປູກຝັງມາກ່ອນ, ແຕ່ລາວໄດ້ສຶກສາຮຽນຮູ້ການປູກໝາກພ້າວດ້ວຍຕົນເອງ ຜ່ານການຄົ້ນຄວ້າທາງອອນລາຍ ແລະ ການລົງມືປະຕິບັດຕົວຈິງ. ແນວໃດກໍຕາມ, ລາວກໍຍັງພົບກັບຄວາມທ້າທາຍໃນການຈຳໜ່າຍຜົນຜະລິດ. ເພື່ອເພີ່ມມູນຄ່າໃຫ້ແກ່ຜົນຜະລິດ ລາວຈຶ່ງເລີ່ມສຶກສາການແປຮູບໝາກພ້າວ ໂດຍເນັ້ນໄປທີ່ຂັ້ນຕອນໃນການເຮັດກະແລັມໝາກພ້າວ. ໃນຊ່ວງເວລາດຽວກັນ, ໂຄງການພັດທະນາແຫຼ່ງໜຶ່ງໄດ້ມາສົ່ງເສີມໃຫ້ຊາວກະສິກອນປູກໝາກໂກໂກ້ ພາຍໃຕ້ບົດບັນທຶກສັນຍາແບບຊື້-ຂາຍ ໂດຍຮັບປະກັນການຮັບຊື້ຜົນຜະລິດ. ແຕ່ເມື່ອໂຄງການບໍ່ສາມາດດຳເນີນຕໍ່ໄປໄດ້ ແລະ ຊາວກະສິກອນຫຼາຍຄົນກໍໄດ້ຖອນຕົ້ນກາໂກ້ອອກ, ແຕ່ຕູ້ກູດກັບເຫັນໂອກາດໃນສິ່ງທີ່ຄົນອື່ນເຫັນວ່າເປັນຄວາມລົ້ມເຫຼວ. ລາວໄດ້ຮັກສາຕົ້ນໂກໂກ້ໄວ້ ແລະ ທຸ່ມເທສຶກສາຮຽນຮູ້ວິທີການປູກ ແລະ ບຳລຸງຮັກສາຢ່າງຈິງຈັງ. ຕໍ່ມາ, ລາວ ແລະ ລູກຊາຍ ໄດ້ເດີນທາງໄປສຶກສາເຕັກນິກການປູກໂກໂກ້ ແລະ ການຜະລິດຊັອກໂກແລັດຈາກປະເທດເພື່ອນບ້ານ. ຫຼັງຈາກກັບມາ, ພວກເຂົາສາມາດຜະລິດຊັອກໂກແລັດທີ່ມີຄຸນນະພາບສູງໄດ້ສຳເລັດ ໂດຍໃຊ້ເມັດໂກໂກ້ຈາກສວນຂອງຕົນເອງ. ປັດຈຸບັນ, ຕູ້ກູດຍັງມີຕົ້ນໂກໂກ້ຫຼາຍກວ່າ 800 ຕົ້ນ ແລະ ມີແຜນຈະຮັບຊື້ແກ່ນໂກໂກ້ເພີ່ມຈາກຊາວກະສິກອນໃນພື້ນທີ່ໃກ້ຄຽງ ເພື່ອຊ່ວຍສົ່ງເສີມການຜະລິດໂກໂກ້ພາຍໃນຊຸມຊົນ. ເປົ້າໝາຍສູງສຸດຂອງລາວ ຄື ການພັດທະນາສວນຂອງຕົນໃຫ້ກາຍເປັນສູນການຮຽນຮູ້ ເພື່ອໃຫ້ເດັກນ້ອຍ, ເຍົາວະຊົນ […]
ຄຳພູ ພັນທະບູນ
ທ່ານ ຄຳພູ ພັນທະບູນ ໄດ້ເລີ່ມຕົ້ນເສັ້ນທາງການເຮັດກະສິກຳອິນຊີໂດຍບໍ່ໄດ້ມີການຝຶກອົບຮົມມາກ່ອນ. ເຊັ່ນດຽວກັບຊາວກະສິກອນຫຼາຍຄົນ, ລາວອາໄສວິທີການເຮັດກະສິກຳແບບດັ້ງເດີມ ແລະ ຮຽນຮູ້ຈາກປະສົບການໂດຍກົງ. ໃນຊ່ວງປີ 2004–2005 ດ້ວຍການສະໜັບສະໜູນຈາກໂຄງການຂອງ Helvetas, ທ່ານ ຄຳພູ ໄດ້ເຮັດສວນກະສິກຳອິນຊີຢູ່ທີ່ບ້ານຂອງຕົນ. ດ້ວຍການລົງມືປະຕິບັດ ແລະ ຮຽນຮູ້ຢ່າງຕໍ່ເນື່ອງ ພ້ອມທັງໄດ້ພັດທະນາທັກສະດ້ານກະສິກຳອິນຊີ ແລະ ໄດ້ແບ່ງປັນຄວາມຮູ້ໃຫ້ແກ່ຊາວກະສິກອນຄົນອື່ນ. ດ້ວຍຄວາມມຸ່ງໝັ້ນ ແລະ ຄວາມມີນໍ້າໃຈໃນການຊ່ວຍເຫຼືອຜູ້ອື່ນ ເຮັດໃຫ້ລາວໄດ້ຮັບຄວາມໄວ້ວາງໃຈ ແລະ ຄວາມເຄົາລົບຈາກຊຸມຊົນ ຈົນກາຍເປັນຜູ້ນຳດ້ານກະສິກຳອິນຊີໃນທ້ອງຖິ່ນ. ໃນປີ 2006 ໂຄງການຍັງໄດ້ສະໜັບສະໜູນການສ້າງຕັ້ງ ກຸ່ມຜະລິດກະສິກຳອິນຊີໂນນແຕ້, ເຊິ່ງເລີ່ມຕົ້ນຈາກພຽງ 7 ຄອບຄົວເທົ່ານັ້ນ. ເມື່ອຄວາມຕ້ອງການຜະລິດຕະພັນອິນຊີເພີ່ມຂຶ້ນ ຈຶ່ງມີຊາວກະສິກອນສົນໃຈເຂົ້າຮ່ວມກຸ່ມຫຼາຍຂຶ້ນ. ເພື່ອຮັກສາຄຸນນະພາບຂອງສິນຄ້າກະສິກຳອິນຊີ, ພະແນກກະສິກຳຈຶ່ງໄດ້ດຳເນີນການກວດສອບແບບສຸ່ມທຸກໆ 2 ເດືອນ. ເຖິງແມ່ນວ່າໂຄງການ Helvetas ໄດ້ສິ້ນສຸດລົງໃນປີ 2021, ແຕ່ກຸ່ມຜະລິດກະສິກຳອິນຊີໂນນແຕ້ຍັງຄົງດຳເນີນການຕໍ່ໄປ ແລະ ເຕີບໂຕໄດ້ດ້ວຍຕົນເອງ. ເສັ້ນທາງຂອງທ່ານ ຄຳພູ ສະແດງໃຫ້ເຫັນວ່າ ການຮຽນຮູ້ຢ່າງຕໍ່ເນື່ອງ, ການເປັນຜູ້ນຳທີ່ເຂັ້ມແຂງ ແລະ ການຮ່ວມມືຂອງຄົນໃນຊຸມຊົນ […]
ຄວາມຮູ້ພື້ນຖານກ່ຽວກັບຂີ້ກະເດືອນ
ຂີ້ກະເດືອນທີ່ນິຍົມລ້ຽງ
ຄວາມແທດເໝາະຂອງແນວພັນພືດອາຫານສັດຢູ່ໃນເຂດພາກໃຕ້ແຂວງໃຊຍະບູລີ
ບັນດາລະບົບການລ້ຽງສັດ ແບບກະແຈກກະຈາຍ ເຫຼົ່ານີ້ແມ່ນໄດ້ຖືກກຳນົດດ້ວຍມູນຄ່າ ໃນການລົງທຶນ ແລະ ຂອບເຂດຈຳກັດ ຂອງການດຳເນີນງານ. ແຫຼ່ງພືດອາຫານສັດ ສ່ວນໃຫຍ່ແມ່ນໄດ້ມາຈາກ ທົ່ງຫຍ້າທຳມະຊາດ ແລະ ເຟືອງເຂົ້າ. ໄດ້ມີຄວາມພະຍາຍາມປັບປຸງແນວພັນສັດດ້ວຍການ ທຳການປະສົມພັນລະຫວ່າງແມ່ພັນພັນພື້ນເມືອງ ແລະ ພໍ່ພັນບຣາມັນຈາກປະເທດໄທ. ທົ່ງຫຍ້າທຳມະຊາດໄດ້ເກີດມີຄວາມເຊື່ອມໂຊມລົງເທື່ອລະກ້າວ: ດິນແໜ້ນເນື່ອງຈາກ ຈຳນວນສັດລ້ຽງມີເກີນຂອບເຂດ, ຄຸນນະພາບ ແລະ ປະລິມານຂອງແຫຼ່ງພືດອາຫານສັດ (ຫຍ້າ Chrysopogon aciulatus, Imperata cylindrica) ໄດ້ຫຼຸດຜ່ອນລົງ. ຕໍ່ບັນຫາດັ່ງກ່າວນີ້, ຜູ້ລ້ຽງສັດຈຳນວນຫຼາຍ ໄດ້ສະແດງຄວາມສະມັກໃຈຂອງເຂົາເຈົ້າ ອອກມາຢ່າງຈະແຈ້ງທີ່ຢາກປັບປຸງ ແຫຼ່ງພືດ ອາຫານສັດເຫຼົ່ານີ້ ໂດຍໄດ້ພາກັນທົດລອງ ທຳການປູກຫຍ້າລ້ຽງສັດ ຄັ້ງທຳອິດ.
ການປູກເຫັດເຟືອງ ແລະ ເຫັດນາງລົມ
ເຫັດ: ເມື່ອເວົ້າເຖິງເຫັດທຸກຄົນ ຄົງຈະຮູ້ດີສາມາດຄິດເຫັນໄດ້, ເຫັດສາມາດເກີດຕາມທຳມະຊາດ ໂດຍສະເພາະຢ່າງຍິ່ງຕອນຕົ້ນລະດູຝົນ, ອາກາດອົບເອົ້າ, ເຫັດທຳມະຊາດມັກເກີດຕາມປ່າ, ດິນທີ່ມີຈອມປວກເປັນຕົ້ນ ເຫັດຕີນແຮດ, ສວ່ນເຫັດເຟືອງ ທີ່ເກີດຕາມທົ່ງນາ ຕາມເຫງົ້າຕົນກວ້ຍຕາຍ ແລະ ຕາມກອງເຟືອງ. ເຫັດ ມີຄຸນຄ່າທາງດ້ານອາຫານສູງ ມີລົດຊາດແຊບດີ ປະກອບດວ້ຍທາດຕາງໆດັ່ງນີ້: ທາດໂປຣຕິນ,ຄາໂບໄຮເດຣດ,ວິຕາມິນແລະແຮ່ທາດອື່ນໆ,ໃນສະໄຫມບູຮານ ມີຜູ້ໃຊ້ເຫັດປຸງແຕ່ງ ເປັນຢາປົວ ພະຍາດບາງຊະນິດ
ປື້ມຄູ່ມື ສຳລັບການພັດທະນາປ່າໄມ້ແບບຍືນຍົງ (HANDBOOK FOR SUSTAINABLE FORESTRY DEVELOPMENT)
ເພື່ອຍູ້ແຮງວຽກງານການປູກໄມ້ ແລະ ຟື້ນຟູປ່າໄມ້ ໃຫ້ປະສົບຜົນສໍາເລັດຢ່າງເປັນຮູບປະທຳເຫັນວ່າມີ ຄວາມຈຳເປັນຢ່າງຍິ່ງ ທີ່ຕ້ອງໄດ້ມີບົດຮຽນດ້ານເຕັກນິກວິທະຍາການ ແລະ ນະວັດຕະກຳທີ່ກ່ຽວຂ້ອງ ເປັນ ພື້ນຖານນໍາໃຊ້ເຂົ້າໃນວຽກງານດັ່ງກ່າວ. ປື້ມຄູ່ມືນີ້ ໄດ້ຖືກພັດທະນາມາຈາກການຮວບຮວມເອົາຄວາມຮູ້ ທາງດ້ານວິທະຍາສາດ ປະສົມປະສານກັບປະສົບການປະຕິບັດຕົວຈິງ, ການສໍາຫຼວດພູມປັນຍາຈາກບັນດາ ທ່ານຜູ້ຊຳນານ ແລະ ບົດຮຽນຈາກໂຄງການທີ່ກ່ຽວຂ້ອງຕ່າງໆ ໃນທົ່ວປະເທດ ກ່ຽວຂ້ອງກັບການຜະລິດ ແນວພັນໄມ້, ວິທີການຂະຫຍາຍພັນ, ການກ້າເບ້ຍ ແລະ ການຜະລິດເບ້ຍໄມ້ທີ່ໄດ້ມາດຕະຖານ. ສະນັ້ນ, ປື້ມຄູ່ມື ເຕັກນິກການຜະລິດແນວພັນໄມ້ ແລະ ການກ້າເບ້ຍໄມ້ ຢູ່ໃນ ສປປ ລາວ ສະບັນນີ້ ຈະເປັນເຄື່ອງມື ທີ່ສໍາຄັນ ໃນການຜະລິດແນວພັນໄມ້ ແລະ ເບ້ຍໄມ້ທີ່ມີຄຸນນະພາບສູງປະກອບສ່ວນໃນການບັນລຸເປົ້າໝາຍ ຍຸດທະສາດທີ່ໄດ້ວາງອອກ.
ການປູກໝາກນັດ
ປື້ມເຫລັ້ມນີ້ເປັນຜົນງານການຂຽນຂອງຄູອາຈານ ແລະຊາວບ້ານ ບ້ານດອນ, ເມືອງເຟືອງ, ແຂວງວຽງຈັນ ຊຶ່ງເປັນການຮີບໂຮມປະສົບການໃນການດໍາລົງຊີວິດແບບ ເພິ່ງຕົນເອງ, ກຸ້ມຕົນເອງໂດຍອາໄສທ ຳມະຊາດ, ສິ່ງ ແວດລ້ອມອ້ອມຕົວແບບດັ້ງເດີມຕັ້ງແຕ່ດົນນານຈົນເຖິງ ປະຈຸບັນນີ້. ປຶ້ມເຫລັ້ມນີ້ເປັນບ່ອນອີງໃຫ້ແກ່ຄູໃນການສຶກສາ ແນວຄວາມຄິດຮັກທ ຳມະຊາດ, ຮັກພູມປັນຍາກໍຄືວິຖີຊີ ວິດທ້ອງຖິ່ນໃຫ້ແກ່ເດັກເພື່ອສ້າງ:ແນວຄິດຮັກທ້ອງຖິ່ນ ຂອງຕົນ. ຄະນະຈັດທໍາຄິດວ່າປື້ມເຫລັ້ມນີ້ເຊິ່ງເປັນສະບັບ ທົດລອງໃຊ້ຄົງເປັນປະໂຫຍດ ບໍ່ຫລາຍກໍໜ້ອຍໃຫ້ແກ່ຄູ ອາຈານໃນການສິດສອນເດັກແລະຄິດວ່າຍັງມີຫລາຍສິ່ງ ຫລາຍຢ່າງທີ່ຍັງຂາດຕົກບົກພ່ອງທີ່ພ້ອມຈະປັບປຸງປ່ຽນ ແປງຕາມຄວາມເໝາະສົມ
ພຶດເສດຖະກິດຂອງເຂດພູດອຍ:ບົດຮຽນກ່ຽວກັບໝາກແໜ່ງ
ປະຊາຊົນຊາວຊົນນະບົດ, ໂດຍສະເພາະກໍ່ແມ່ນປະຊາຊົນຊາວຊົນນະບົດຢູ່ລາວ, ໄດ້ຖືກກ່າວຫາມາຕະຫລອດ ວ່າ ລາຍສະພາບຄວາມອຸດົມສົມບູນຂອງປ່າໄມ້ເຂດຮ້ອນ. ແຜນການໃນການຫັນປ່ຽນຈາກຮູບແບບການຜລິດ ໂດຍວິທີການຖາງປ່າເຮັດ ໄຮ່ ໄປສູ່ຮູບແບບການຜລິດພືດໃຫ້ເປັນສິນຄ້າ ທີ່ຖືວ່າເປັນທາງອອກທີ່ດີໃນການປົກປັກຮັກສາສະພາບແວດລ້ອມຂອງປ່າໄມ້ ແລະ ທັງ ເປັນການຍົກສູງລາຍຮັບຂອງປະຊາຊົນຊາວຊົນນະ ບົດນັ້ນ ໃນໄລຍະຫລັງໆຜ່ານມານີ້ ມີແຜນການດັ່ງກ່າວຫລາຍອັນກໍ່ບໍ່ໄດ້ຕາມ ລະດັບຄາດໝາຍ ຫລື ບາງອັນກໍ່ມີຄວາມຫລົ້ມເຫລວ.
ການປູກຢ່າງພາລາ
ໂຄງການຄົ້ນຄ້ວາປະເມີນຜົນທາງດ້ານເສດຖະກິດ-ສັງຄົມ ແລະ ສິ່ງແວດລ້ອມ ຈາກໂຄງການປູກໄມ້ອຸດສະ ຫະກ ຳເປັນສິນຄ້ານີ້, ເປັນການຮ່ວມມືລະຫວ່າງ ສູນຄົ້ນຄ້ວາ ແລະຂໍ້ມູນຂ່າວສານທີ່ດິນ ແລະຊັບພະຍາກອນ ທ ຳມະຊາດ, ອົງການຄຸ້ມຄອງທີ່ດິນແຫ່ງຊາດ, ສ ຳນັກງານນາຍົກລັດຖະມົນຕີ ກັບມູນນິທິຟື້ນຟູຊີວິດ ແລະທ ຳ ມະຊາດ ກຸງເທບ ແລະຄະນະສັງຄົມສາດ, ມະຫາວິທະຍາໄລຊຽງໃໝ່ ປະເທດໄທ, ໂດຍປະຕິບັດຕາມຂໍ້ຕົກລົງ ແຕ່ງຕັ້ງ ຄະນະຮັບຜິດຊອບໂຄງການ ຂອງລັດຖະມົນຕີ ປະຈ ຳສ ຳນັກງານນາຍົກລັດຖະມົນຕີ, ຫົວໜ້າອົງການ ຄຸ້ມຄອງທີ່ດິນແຫ່ງຊາດ, ສະບັບເລກທີ 803/ ສນຍ.ອຄດຊ, ລົງວັນທີ 28 ກັນຍາ 2007, ວ່າດ້ວຍການແຕ່ງ ຕັ້ງພະນັກງານ, ລົງເຄື່ອນໄຫວເກັບກ ຳຂໍ້ມູນປະເມີນຜົນທາງດ້ານເສດຖະກິດ-ສັງຄົມ ແລະສິ່ງແວດລ້ອມ, ຈາກ ໂຄງການປູກໄມ້ອຸດສະຫະກ ຳເປັນສິນຄ້າ ຢູ່ແຂວງຈ ຳປາສັກ ແລະແຂວງສາລະວັນ. ເປົ້າໝາຍເພື່ອປະເມີນຜົນ ກະທົບ ທາງດ້ານເສດຖະກິດ-ສັງຄົມ ແລະສິ່ງແວດລ້ອມຈາກການສ ຳປະທານທີ່ດິນ […]


