ຮອງສາດສະດາຈານ ສຸລິວັນ ຫຼ້າໜໍ່ສະຫວັນ

ຮສ. ສຸລິວັນ ຫຼ້າໜໍ່ສະຫວັນ ອາຈານສອນ ແລະ ຮອງຫົວໜ້າພາກວິຊາຊີວະວິທະຍາ ຄະນະວິທະຍາສາດທຳມະຊາດ, ມະຫາວິທະຍາໄລແຫ່ງຊາດ (ມຊ) ຜູ້ທີ່ອຸທິດຕົນໃຫ້ກັບການສຶກສາດ້ານສັນຖານວິທະຍາຂອງພືດ ແລະ ພືດທີ່ມີທໍ່ລໍາລຽງໃນ ສປປ ລາວ, ເຊິ່ງມີຈຸດເລີ່ມຕົ້ນຈາກການເຮັດຄົ້ນຄ້ວາທີ່ຕົນເອງມັກ ແລະ ຢາກສຶກສາການນໍາໃຊ້ພືດຕ່າງໆໂດຍສະເພາະວຽກງານການຄົ້ນຄວ້າທາງດ້ານພືດສາດ ຫຼື ທາງດ້ານຊີວະນາໆພັນ ບໍ່ວ່າຈະເປັນການຄົ້ນຄວ້າທາງດ້ານຄວາມຫຼາກຫຼາຍຂອງພືດ, ການນໍາໃຊ້ພືດຊົນເຜົ່າ, ການນໍາໃຊ້ພືດເປັນຢາ ລວມເຖິງການປະເມີນສະຖານະພາບຄວາມຢູ່ລອດ ຫຼື ຄວາມຍືນຍົງຂອງພືດບາງຊະນິດທີ່ຫາຍາກ ແລະ ມີຄຸນຄ່າທາງເສດຖະກິດ-ສັງຄົມ. ຫຼັງຈາກທີ່ຈົບປະລິນຍາຕີ, ທ່ານ ສຸລິວັນ ໄດ້ເລີ່ມຕົ້ນສະໝັກເປັນອາຈານສອນຢູ່ພາກວິຊາຊີວະວິທະຍາ, ເຊິ່ງເປັນສະຖານທີ່ດຽວກັນທີ່ໄດ້ປະສົບການໃນການຄົ້ນຄວ້າ. ຈຸດປ່ຽນໃນໜ້າທີ່ວຽກງານແມ່ນໄດ້ຮັບໂອກາດອອກສໍາຫຼວດຄວາມຫຼາກຫຼາຍຂອງພືດກັບນັກຊ່ຽວຊານທັງພາຍໃນ ແລະ ຕ່າງປະເທດ ໂດຍເລີ່ມຈາກທີ່ມີໂອກາດເຂົ້າຮ່ວມໂຄງການ ດາວິນ (Darwin) ຈາກປະເທດອັງກິດ ຮ່ວມກັບສະຖາບັນຄົ້ນຄວ້າກະສິກໍາ ປ່າໄມ້ ແລະ ພັດທະນາຊົນນະບົດ ແລະ ຄະນະວິທະຍາສາດທໍາມະຊາດ ກໍ່ຄືພາກວິຊາຊີວະວິທະຍາ ເຊິ່ງຈາກຈຸດດັ່ງກ່າວເຮັດໃຫ້ເປັນແຮງບັນດານໃຈ ເຮັດໃຫ້ ຮອງສາດສະດາຈານ ສຸລິວັນ ຫຼ້າໜໍ່ສະຫວັນ ໄດ້ສືບຕໍ່ຄົ້ນຄວ້າໃນສະເພາະດ້ານໃຫ້ຫຼາຍຂຶ້ນ. ຜົນງານ ແມ່ນໄດ້ຖືກບັນທຶກໄວ້ໃນວາລະສານລະດັບຊາດ ແລະ […]

ຄູ່ມື ການສ້າງສວນກ້າ ແລະ ການປູກຫວາຍບາງຊະນິດທີ່ເປັນສິນຄ້າໃນ ສປປ ລາວ

ການຜະລິດປຶ້ມຄູ່ມີສະບັບນີ້ຂຶ້ນແມ່ນມີຄວາມຕັ້ງໃຈຢາກຊ່ວຍຊຸກຍູ້, ສະຫນັບສະຫນູນ ແລະ ເສີມສ້າງທາງດ້ານເຕັກນິກເຂົ້າໃນການສ້າງສວນກ້າເບ້ຍ ແລະ ການປູກຫວາຍ ໂດຍຈະໃຊ້ເວລາ ສັ້ນໃນການແຕກງອກໄດ້ປະລິມານຫລາຍ, ຄຸນນະພາບດີ ແລະ ປະຢັດຄ່າໃຊ້ຈ່າຍໃນການລົງທຶນ ພ້ອມທັງສາມາດປະຕິບັດກິດຈະກໍາທີ່ກ່າວມານີ້ໄດ້ດ້ວຍຕົນ ເອງ, ຊຸມຊົນ ແລະ ກຸ່ມທຸລະກິດທີ່ຢາກ ພັດທະນາການປູກຫວາຍໃຫ້ເປັນເສດຖະກິດ, ສິນຄ້າຢູ່ໃນສປປ ລາວ ໃຫ້ນັບ ມື້ນັບເພີ່ມຂຶ້ນເລື້ອຍໆ, ບໍ່ວ່າຈະເປັນການປູກຫວາຍເພື່ອນນໍາໃຊ້ຍອດ ແລະ ການປູກຫວາຍເພື່ອນໍາໃຊ້ເສັ້ນກໍຕາມ. ປັດຈຸບັນ ຈາກການເກັບກໍາຂໍ້ມູນການຕະຫລາດທັງພາຍໃນ ແລະ ຕ່າງປະເທດ ເຫັນວ່າຄວາມຕ້ອງການຂອງ ຕະຫລາດ ມີຄວາມຕ້ອງການຫລາຍໂດຍສະເພາະເສັ້ນຫວາຍ. ສິ່ງດັ່ງກ່າວນີ້ເຫັນວ່າການຜະລິດ ຫວາຍໃນອະນາ ຄົດຍັງມີແນວໂນ້ມສູງ ທີ່ເປັນການສ້າງລາຍຮັບໃຫ້ແກ່ຊາວບ້ານໃນໄລຍະຍາວ ທັງເປັນການຮັກສາ ແລະ ພື້ນຟູປ່າໃຫ້ມີຄວາມອຸດົມສົມບູນ ແລະ ຍືນຍົງ ໂດຍການນໍາໃຊ້ຕົ້ນທຶນຕ່າ ໃນການພັດທະນາ.

ຫລັກສູດການສຶກສາດ້ານຊີວະນາໆພັນກະສິກໍາ ໃນແຂວງຊຽງຂວາງ

ຫລັກສູດການສຶກສາດ້ານຊີວະນາໆພັນກະສິກໍາ ໄດ້ຖືກຮັບຮອງເອົາ ໂດຍ ກະຊວງສຶກສາ ທິການ ແລະ ກິລາ, ໄດ້ມີຜົນສໍາເລັດເປັນຢ່າງດີຕໍ່ການຈັດຕັ້ງປະຕິບັດ, ຈົນສາມາດຂະ ຫຍາຍການຮຽນການສອນອອກໄປສູ່ໂຮງຮຽນສາມັນໃນເມືອງອື່ນໆ. ຫລັກສູດນີ້ເກີດຂຶ້ນ ເປັນໄປຕາມຄວາມມຸ້ງຫວັງ ແລະ ຕັ້ງໃຈ ຂອງ ຄູອາຈານ, ນັກຮຽນ ແລະ ພໍ່ແມ່ນັກຮຽນ.

ການສົ່ງເສີມລ້ຽງປາໃນນາເຂົ້າ ໃນແຂວງຊຽງຂວາງ

ການລ້ຽງປາໃນນາເຂົ້າເປັນວິຖິຊີວິດດັ້ງເດີມຂອງປະຊາຊົນຊາວຊຽງຂວາງ, ເຊິ່ງສ້າງເປັນແຫຼ່ງອາຫານທີ່ຕິດພັນກັນລະຫວ່າງເຂົ້າ ແລະ ປາ. ນອກນັ້ນ, ຍັງເປັນການຄວບຄຸມພະຍາດແມງໄມ້ ແລະ ວັດຊະພືດໃນນາເຂົ້າ, ເຮັດໃຫ້ຜົນຜະລິດເຂົ້າໄດ້ຄຸນນະພາບສູງຂຶ້ນ ແລະ ຍັງສ້າງລາຍຮັບເພີ່ມຈາກການຂາຍປາ

ສ້າງຄວາມເຂັ້ມແຂງດ້ານຊີວະນາໆພັນ.

ກິດຈະກຳບູລິມະສິດເພີ່ມເຕີມທີ່ແຂວງ ພະຍາຍາມໃຫ້ການສະໜັບສະໜູນສົ່ງເສີມ: – ການລ້ຽງເຜິ້ງ: ຈະສາມາດບັນລຸ ກາຍເປັນທ່າແຮງທີ່ສໍາຄັນ ສໍາລັບນໍ້າເຜິ້ງຂອງລາວໄດ້ຖ້າຫາກມີການຕະຫລາດ, ມີການຄວບຄຸມຄຸນນະພາບ ແລະ ມີຂະຫຍາຍການລ້ຽງເຜິ້ງ. – ໝາກກ້ວຍພື້ນເມືອງ: ໝາກກ້ວຍພື້ນເມືອງມີວິທີການປຸງແຕ່ງສ້າງມູນຄ່າເພີ່ມໄດ້ຫລາຍແນວທີ່ເປັນໂອກາດ ແລະ ຊາວກະສິກອນ ຍັງຕ້ອງໄດ້ພາກັນເຮັດກິດຈະກຳການປຸງແຕ່ງ ແລະ ຂະຫຍາຍການຜະລິດອອກຕື່ມ. – ຫລັກສູດການສຶກສາດ້ານຊີວະນາໆພັນກະສິກໍາ: ຂະຫຍາຍຈໍານວນໂຮງຮຽນທີ່ເຮັດການຮຽນການສອນ ຕາມຫລັກສູດຊີວະນາໆພັນກະສິກຳ, ລວມທັງ ຢູ່ໃນ ສະຖາບັນການສຶກສານອກລະບົບ ແລະ ໃຫ້ການຊ່ວຍເຫລືອ ດ່ານເຄື່ອງມື້ຕື່ມໃຫ້ແກ່ໂຮງຮຽນຕາມຄວາມຕ້ອງການ. – ຊາປ່າ: ຕົ້ນຊາດັ້ງເດີມ ເປັນເຫລ່ງ ສຳຫລັບ ຂະຫຍາຍການຜະລິດຊາ ແຕ່ຍັງຕ້ອງໄດ້ປົກປັກຮັກສາ, ແລະ ຕ້ອງໄດ້ ໃຫ້ການຊ່ວຍເຫລືອດ້ານການຈັດຕັ້ງກຸ່ມ ແລະ ການຕະຫລາດທີ່ເປັນເອກະພາບ. – ການລ້ຽງປາໃນນາເຂົ້າ: ເປັນກິດຈະກຳສືບທອດກັນມາແຕ່ບູຮານນະການໃນຂົງເຂດອາຊີ ແລະ ໃນບາງທ້ອງຖິ່ນ ຂອງປະເທດລາວ, ຢາກໃຫ້ການຜະລິດປາເພີ່ມຂຶ້ນ ກໍ່ສາມາດເຮັດໄດ້ໂດຍການນໍາໃຊ້ວິທີການປະຕິບັດຢູ່ໃນປະເທດອື່ນ ໃນເຂດອາຊີ ແລະ ສາມາດເຮັດໄດ້ຮ່ວມກັບລະບົບການຄວບຄຸມສັດຕູພືດແບບປະສົມປະສານ (IPM)ໃນການປູກເຂົ້າ. – ການປ້ອງກັນໄຟໄໝ້ລາມປ່າ: ສາມາດປ້ອງກັນໄຟໄໝ້ລາມປ່າໄດ້ໂດຍວິທີການໃຫ້ຊຸມຊົນສ້າງແລວປ້ອງກັນໄຟ […]

ສະພາບການປູກໝາກແໜ່ງຢູ່ແຂວງຜົ້ງສາລີ

ໝາກ​ແໜ່ງ​ແມ່ນພືດເຄື່ອງປ່າຂອງດົງຊະນິດ​ໜຶ່ງ​ ທີ່​ປະຊາຊົນຊາວແຂວງ ຜົ້ງສາລີ​ໄດ້ຮູ້ຈັກກັນມາເປັນເວລາຫຼາຍ​ກວ່າ 3 ທົດ​ສະ​ວັດ. ໄດ້ມີການປູກ ແລະ​ຄຸ້ມ​ຄອງນຳໃຊ້ຢ່າງກ້ວາງຂວາງ​ໃນ​ທົ່ວ​ແຂວງ ​ຊຶ່ງແຕ່ລະປີໄດ້ເກັບໝາກແໜ່ງ ຂາຍ ເພື່ອຊ່ວຍແກ້ໄຂ ແລະ ປັບປູງຊີວິດການເປັນຢູ່ຂອງ​ເຂົາ​ເຈົ້າໃຫ້ດີຂື້ນ​ເທື່ອ​ລະ​ກ້າວ. ຜ່ານມາຊາວຜົ້ງສາລີເຄີຍປູກ ແລະ ເກັບກູ້ໝາກແໜ່ງມີ 4 ເຊື້ອພັນ ຄື: ໝາກແໜງກວາງຕຸງ, ໝາກແໜ່ງປາກຊ່ອງ, ໝາກແໜ່ງປ່າຂຽວ ແລະແດງ, ແຕ່ນິຍົມກັນປູກຫຼາຍແມ່ນໝາກແໜ່ງກວາງຕຸງຂອງຈີນ.

ການປູກພືດໝູນວຽນ

ການປູກພືດຜັກແບບໝູນວຽນແມ່ນເພື່ອຊ່ວຍໃນການຜະລິດຜັກໃຫ້ໄດ້ຕາຄາດໝາຍທີ່ວາງໄວ້ ໂດຍສະເພາະແມ່ນການຜະລິດຜັກໃຫ້ໄດ້ຕາມຄາດໝາຍທີ່ວາງໄວ້ ໂດຍສະເພາະແມ່ນການຜະລິດພືດຜັກໃນຮອບໜື່ງປີໃຫ້ເກີດປະໂຫຍດສູງສູດ, ສຳຄັນໄປກວ່ານັ້ນຍັງສາມາດປ້ອງກັນການເກີດຂອງພະຍາດ ແລະ ສັດຕູພືດອິກດ້ວຍ, ການຄັດເລືອກພືດຜັກໃນການປູກຍັງໄດ້ອິງໃສ່ລະດູການປູກ, ສະຖານທີ່ ແລະ ການຕະຫຼາດທີ່ດີ, ສຳລັບການປູກພືດໝູນວຽນໃນລະຫວ່າງ 3-4 ປີ ແມ່ນຕ້ອງໄດ້ເລືອກພືດຜັກທີ່ມີຕະກຸນ ແລະ ປະເພດທີ່ແຕກຕ່າງກັນ, ສຳລັບປັບປຸງ ແລະ ນຳໃຊ້ດິນໃນການປູກຕ້ອງມີການພັກດິນ, ການໃສ່ຝຸ່ນ ແລະ ການປູກພືດທີ່ມີສີຂຽວ, ເພື່ອຊ່ວຍໃນການປັບຄວາມອຸດົມສົມບູນຂອງດິນ

ມາດຕະຖານກະສິກຳອິນຊີ ສຳລັບເຂົ້າ (Lao Organic Standard for Rice)

ມາດຕະຖານກະສິກຳອິນຊິ ສຳລັບເຂົ້າ ຂອງ ສປປ ລາວ ໄດ້ສ້າງຂື້ນເພື່ອຜັນຂະຫຍາຍຍຸດທະສາດ ພັດທະນາວຽກງານປູກຝັງ 2025 ແລະ ວິໄສທັດປີ2030,ໂດຍສະເພາະວຽກງານການກະສິກຳສະອາດໄດ້ເນັ້ນໃສ່ ກະສິກຳທີ່ດີ ແລະ ກະສິກຳອິນຊີ, ມາດຕະຖານກະສິກຳອິນຊີສຳລັບເຂົ້າ ໄດ້ສ້າງຂື້ນມາໂດຍຄະນະວິຊາການຕາມຂໍ້ຕົກລົງຂອງທ່ານລັດຖະມົນຕີວ່າການ ກະຊວງ ກະສິກຳ ແລະ ປ່າໄມ້ ທີ່ເຮັດວຽກກ່ຽວກັບກະສິກຳທີ່ເປັນມິດກັບສິ່ງແວດ ລ້ອມນະໂຍບາຍ, ມາດຕະຖານ,ການຢັ້ງຢືນ ແລະ ການນຳໃຊ້ກາໝາຍທີ່ມີປະສົບການກ່ຽວກັບລະບົບການຢັ້ງຢືນ ຢູ່ ສປປ ລາວ.