​ບໍລິສັດ ຂ້ອຍຮັກກະສິກໍາ I Love Agriculture

ທ່ານ ນາງ ວິໄລພອນ ສົມສະນິດ ໄດ້ເລີ່ມຜະລິດຝຸ່ນຊີວະພາບໃຫ້ແກ່ຊາວກະສິກອນທ້ອງຖິ່ນ ເພື່ອເປັນທາງເລືອກໃຫ້ແກ່ຜູ້ທີ່ສົນໃຈໃນການສ້າງທາງເລືອກກະສິກຳທີ່ດີຕໍ່ສຸຂະພາບ. ການລິເລີ່ມນີ້ເຮັດໃຫ້ຄົນທົ່ວໄປສາມາດເພີດເພີນກັບອາຫານແຊບ ຄຽງຄູ່ກັບການຮັບປະກັນຄວາມປອດໄພສໍາລັບການບໍລິໂພກ. ​ເພື່ອ​ສະໜັບສະໜູນ​​ພາລະກິດດັ່ງກ່າວ, ທ່ານ ວິໄລພອນ ຈຶ່ງໄດ້ກໍ່​ຕັ້ງ​ບໍລິສັດ ຂ້ອຍຮັກກະສິກໍາ I Love Agriculture, ​ເປັນ​ບໍລິສັດ​ທີ່​ມີເປົ້າໝາຍເພື່ອການ ​ຜະລິດ​ຝຸ່ນ​ຊີວະ​ພາບ​ເພື່ອ​ການ​ປູກຝັງ​ແບບ​ຍືນ​ຍົງ. ສຳລັບການຜະລິດແມ່ນໄດ້ນໍາໃຊ້ວັດຖຸດິບໃນທ້ອງຖິ່ນ ນັບຕັ້ງແຕ່ຊ່ວງ ທ້າຍປີ 2019ເປັນຕົ້ນມາ ເຊິ່ງເນັ້ນໝັກໃສ່ຄວາມປອດໄພ ແລະ ເປັນມິດກັບສິ່ງແວດລ້ອມ. ຝຸ່ນຊີວະພາບຂອງ I Love Agriculture ເໝາະກັບພືດພັນຕ່າງໆ ລວມທັງພືດຜັກທຸກຊະນິດ, ໄມ້ກິນໝາກ, ຕົ້ນໄມ້ປະດັບ ແລະ ຍັງຊ່ວຍບຳລຸງດິນທີ່ເສື່ອມໂຊມ. ດ້ວຍເຫດຜົນດັ່ງກ່າວໃນປີ 2023, ຜະລິດຕະພັນດັ່ງກ່າວໄດ້ຮັບການຢັ້ງຢືນມາດຕະຖານກະສິກຳອິນຊີຂອງລາວ ຈາກກົມ ປູກຝັງ, ກະຊວງກະສິກຳ ແລະ ປ່າໄມ້. ເຖິງແມ່ນວ່າບໍລິສັດ ຂ້ອຍຮັກກະສິກໍາໄດ້ບັນລຸຜົນສຳເລັດດັ່ງທີ່ກ່າວມາ, ແຕ່ກໍຍັງປະເຊີນກັບສິ່ງທ້າທາຍທາງທຸລະກິດຫຼາຍດ້ານ, ລວມທັງການຂາດແຄນວັດຖຸດິບ, ໂດຍສະເພາະແມ່ນແກບດໍາ ເນື່ອງຈາກ ວັດຖຸດິບມີຈຳກັດ ແລະ ມີຄວາມຕ້ອງການສູງ. ນອກ​ນີ້, ຍັງ​ຂາດ​ກຳລັງ​​ແຮງງານທີ່​ຍັງບໍ່ພຽງພໍ​ໃນ​ການ​ຜະລິດ.

ສາດສະດາຈານ ປອ ວິຈິດ ລຳໄຊ

ໃນປີ 2016 ແລະ 2020, ສາດສະດາຈານ ປອ ວິຈິດ ລຳໄຊ ໄດ້ຮັບລາງວັນນັກຄົ້ນຄວ້າດີເດັ່ນ ຈາກມະຫາວິທະຍາໄລແຫ່ງຊາດ ແລະ ຄະນະວິທະຍາສາດທຳມະຊາດ ໄດ້ກາຍເປັນແບບຢ່າງໃຫ້ກັບຫຼາຍໆທ່ານໃນສາຂາອະນຸກົມວິຖານພືດ ແລະ ຊີວະນາໆພັນ. ທ່ານ ສາດສະດາຈານ ປອ ວິຈິດ ລໍາໄຊ ເປັນນັກຄົ້ນຄ້ວາທີ່ມີຊື່ສຽງທາງດ້ານຊີວະນາໆພັນ ແລະ ໄດ້ຮັບການຍອມຮັບຈາກການຜົນງານການປະກອບສ່ວນເຂົ້າໃນວຽກງານການກະສິກຳປ່າໄມ້, ການຄຸ້ມຄອງລະບົບນິເວດ ແລະ ຊີວະນາໆພັນກະສິກຳ ໂດຍໄດ້ສຸມໃສ່ການອະນຸລັກຄວາມຫຼາກຫຼາຍຂອງຊະນິດພັນພືດ, ການຈັດຕັ້ງປະຕິບັດທີ່ກ່ຽວຂ້ອງກັບລະບົບນິເວດແບບດັ້ງເດີມ, ແລະ ການພັດທະນາຍຸດທະສາດຂອງຊຸມຊົນໃນການຄຸ້ມຄອງແນວພັນທ້ອງຖິ່ນ. ຫນຶ່ງໃນຂົງເຂດການຄົ້ນຄວ້າທີ່ໂດດເດັ່ນ ແມ່ນການເຊື່ອມສານລະຫວ່າງຄວາມຫຼາກຫຼາຍຂອງຊະນິດພັນພືດ ແລະ ລະບົບນິເວດກະສິກໍາ, ເນັ້ນຫນັກໃສ່ບົດບາດຂອງຄວາມຫຼາກຫຼາຍທາງພັນທຸກໍາເພື່ອການປັບຕົວ ແລະ ຄວາມອ່ອນໄຫວຂອງຊະນິດ. ນອກນັ້ນ,ຍັງໄດ້ປະກອບສ່ວນເຂົ້າໃນທະນາຄານແນວພັນຂອງຊຸມຊົນ ເພື່ອເກັບຮັກສາແນວພັນພືດໃນທ້ອງຖິ່ນ ແລະ ຄໍ້າປະກັນສະບຽງອາຫານ. ຫຼາຍໆຜົນງານການສຶກສາຄົ້ນຄ້ວາຂອງ ສາດສະດາຈານ ປອ ວິຈິດ ລຳໄຊ https://www.researchgate.net/profile/Vichith-Lamxay ໄດ້ຊີ້ໃຫ້ເຫັນຄວາມສໍາຄັນຂອງພູມປັນຍາທ້ອງຖິ່ນໃນການນໍາໃຊ້ຊັບພະຍາກອນທໍາມະຊາດແບບຍືນຍົງ, ການເຊື່ອມໂຍງລະຫວ່າງພູມປັນຍາພື້ນບ້ານ ແລະ ຂໍ້ມູນວິທະຍາສາດເພື່ອຄຸ້ມຄອງຊີວະນາໆພັນໃຫ້ເກີດປະສິດທິຜົນ. ເພື່ອທີ່ແກ້ໄຂບັນຫາ ແລະ ສິ່ງທ້າທາຍທາງດ້ານຊີວະນາໆພັນ ອາຈານວິຈິດໄດ້ຊີ້ໃຫ້ເຫັນເຖິງບົດບາດຄວາມສຳຄັນ […]

ຜະລິດຕະພັນເຄື່ອງປ່າຂອງດົງໃນ ສປປ ລາວ

ເຄື່ອງປາຂອງດົງ ມີບົດບາດສຳຄັນ ຕໍ່ຊີວິດການເປັນຢູ່, ວັດທະນາທຳ ແລະ ຮີດຄອງປະເພດນີ, ຂອງຄົນລາວ. ເຄື່ອງປ່າຂອງດົງເປັນແຫຼ່ງສະໜອງໂປຣຕີນ, ພະລັງງານ, ວັດສະດຸການປຸກສ້າງເຮືອນ, ເຄື່ອງຫັດທະກຳ ແລະ ເຄື່ອງໃຊ້ຕ່າງໆ, ຢາພື້ນເມືອງ ແລະ ລາຍຮັບ. ລາຍໄດ້ຈາກການຂາຍຜະລິດຕະພັນເຄື່ອງປ່າຂອງດົງເຫຼົ່ງນີ້ ອາດກວມເຖິ່ງ 1/3 ຂອງລາຍຮັບທັງໝົດ ຂອງບ້ານໃນທົ່ວປະເທດ ແລະ ໃນບ່ອນທີ່ມີປ່າອຸຸດົມສົມບູນ ອາດເກີນເຄິ່ງໜຶ່ງ. ການປະກອບສ່ວນຂອງເຄື່ອງປ່າຂອງດົງ ຕໍ່ເສດຖະກິດຄອບຄົວ ໃນເຂດຊົນນະບົດອາດມີມູນຄ່າເຖິ່ງ 325 ດອນລາສະຫະລັດຕໍ່ຄອບຄົວຕໍ່ປີ ໂດຍປະມານ.

ເອກະສານປະກອບການສອນ: ວິຊາການປູກເຫັດນາງລົມ, ນາງຟ້າ

ປະຈຸບັນເຮົາເຫັນວ່າເຫັດນາງລົມ-ນາງຟ້າມີຄວາມຕ້ອງການຂອງຕະຫຼາດເພີ່ມຂຶ້ນຫຼາຍ ຜູ້ບໍລິໂພກມີຄວາມນິຍົມມາເຮັດອາຫານຫຼາຍທີ່ຈຳເປັນຕໍ່ຮ່າງກາຍ ຊາວກະສິກອນຈິງນິຍົມໃນການປູກເຫັດນາງຟ້າເພື່ອໃຫ້ເປັນອາຊິບເສີມ

ຄູ່ມືພືດສວນ

ຂັ້ນຕອນພື້ນຖານງ່າຍໆທີ່ຄວນຮູ້ກ່ຽວກັບພືດເຊັ່ນວ່າ: ວິທີການປູກ, ບົວລະບັດຮັກສາ ແລະ ສະພາບແວດລ້ອມແບບໃດທີ່ພວກມັນສາມາດຈະເລີນເຕີບໂຕໄດ້ ເພາະວ່າໃນທຳມະຊາດທຸກຢ່າງແມ່ນເຊື່ອມໂຍງກັນໝົດ. ການເຮັດຝຸ່ນບົ່ມຊີວະພາບສາມາດເຮັດໄດ້ແບບງ່າຍດາຍ ໂດຍການນຳເອົາສິ່ງເສດເຫຼືອຈາກເຮືອນຄົວຂອງທ່ານ ຫຼື ວ່າຈະເປັນເສດພືດຈາກສວນກ່ໍໄດ້ມັນເປັນວິທີທີ່ງ່າຍ, ຖືກ ແລະ ຍັງເປັນວິທີແບບທຳມະຊາດ ໃນການໃຫ້ສານອາຫານແກ່ພືດ ແລະ ຍັງເຮັດໃຫ້ພືດແຂງແຮງດີອີກດ້ວຍ. ການປູກພືດແບບປະສົມປະສານກັນມັນອາດເຮັດໃຫ້ພວກມັນຈະເລີນເຕີບໂຕດີຂຶ້ນກວ່າເກົ່າ, ແມງໄມ້ບາງຊະນິດສາມາດເຮັດໃຫ້ພືດມີສຸຂະພາບແຂງແຮງ ແລະ ແນ່ນອນພືດສ່ວນໃຫຍ່ຕ້ອງການຜູ້ທີ່ມາປະສົມເກສອນໃຫ້ເຊັ່ນວ່າ: ແມງເຜິ້ງ, ແມງກະເບື້ອແລະ ອື່ນໆໃນການສືບພັນຂອງພວກມັນເປັນຕົ້ນ.

ວິທີການເຮັດ ແລະ ນຳໃຊ້ຝຸ່ນບົ່ມໃນນາເຂົ້າ

ຝຸ່ນນັບວ່າເປັນປັດໄຈສຳຄັນຢ່າງໜຶ່ງ ໃນບັນດາຫຼາຍປັດໄຈດິນໃນການເພີ່ມຜົນຜະລິດຂອງຊາວກະສິກອນ ເພາະວ່າພືດຈະໃຫ້ຜະລິດຕະພາບສູງກໍ່ຕໍ່ເມື່ອໄດ້ຮັບທາດອາຫານທີ່ພຽງພໍກັບຄວາມຕ້ອງການ ເພາະສະນັ້ນ ແມ່ນຈຳເປັນຕ້ອງໃສ່ຝຸ່ນເພີ່ມລົງໄປໃນດິນນາ ເຊັ່ນຝຸ້ນບົ່ມ

ການຈັດຕັ້ງປະຕິບັດສວນຫຍ້າອາຫານສັດດ້ວຍການປູກຫຍ້າທີ່ມີປະສິດທິພາບສູງ

ສະໜອງຫຍ້າອາຫານສັດໃຫ້ສັດໃຫຍ່ຂອງທ່ານໄດ້ກິນ ຈະຊ່ວຍປັບປຸງສຸຂຂະພາບຂອງສັດທີ່ດີ ແລະ ເຮັດໃຫ້ສັດໃຫຍ່ໄວ. ຖ້າທ່ານປ່ອຍສັດໄວ້ໃນສວນຫຍ້າ, ທ່ານບໍ່ຈຳເປັນຕ້ອງກັງວົນວ່າສັດຈະໄປທຳລາຍພືດຜົນຂອງຄົນອື່ນ. ສະດວກຕໍ່ການຕິດຕາມ ການຈະເລີນເຕິບໂຕຂອງສັດແຕ່ລະໄລຍະ, ດ້ານສຸຂະພາບ ແລະ ງ່າຍໃນການນຳສັດມາສິດວັກຊິນ ກັນພະຍາດ ຫຼື ປິ່ນປົວ. ຖ້າທ່ານມີການຈັດການສວນຫຍ້າຂອງທ່ານໄດ້ດີ, ທ່ານຈະມີຫຍ້າໄວ້ໃຫ້ສັດກິນຕະຫຼອດປີ ແລະ ກຸ້ມໄດ້ຫຼາຍປີ.

ຊ່ວຍເຫຼືອຊຸມຊົນໃຫ້ມີການດຳລົງຊີວິດທີ່ດີຂຶ້ນໃນໄລຍະຍາວ 2017-2021, ເລື່ອງເລົ່າກ່ຽວກັບ ຊຸມຊົນຂອງ ທ້າວວັນນາ

ຊ່ວຍເຫຼືອຊຸມຊົນໃຫ້ມີການດຳລົງຊີວິດທີ່ດີຂຶ້ນໃນໄລຍະຍາວ 2017-2021 ເລື່ອງເລົ່າກ່ຽວກັບ ຊຸມຊົນຂອງ ທ້າວວັນນາ