ພາບລວມການຈັດຕັ້ງປະຕິບັດ ແລະ ຜົນສໍາເລັດໂຄງການພັດທະນາລະບົບນິເວດຊີວະນານາພັນເຂດພູດອຍແຕ່ 2009-2020
ພາບລວມການຈັດຕັ້ງປະຕິບັດ ແລະ ຜົນສໍາເລັດໂຄງການພັດທະນາລະບົບນິເວດຊີວະນານາພັນເຂດພູດອຍແຕ່ 2009-2020
ບົດສະເໜີໂຄງການຫຍໍ້ ການຜະລິດໝາກກ້ຽງພື້ນເມືອງ ແບບຍືນຍົງ
ໝາກກ້ຽງ ມີຄວາມຫລາກຫລາຍດ້ານພື້ນຖານໂພຊະນາການທີ່ໜ້າປະທັບໃຈ, ມີ ວິຕາມິນຫລາຍຊະນິດ (C, A ແລະ B-complex), ມີ ແຮ່ທາດ (Potassium and Calcium) ເພື່ອການຈະເລີນເຕີບໂຕທີ່ດີຕໍ່ສຸກຂະພາບ ແລະ ຄວາມເປັນຢູ່ທີ່ດີ, ເພາະວ່າ ໝາກກ້ຽງມີລະດັບ calories ຕໍ່າ, ບໍ່ມີໄຂມັນອີ່ມຕົວ ຫລື cholesterol, ແຕ່ວ່າອຸດົມໄປດ້ວຍເສັ້ນໃຍອາຫານ ແລະ ສານຕ້ານອະນຸມູນອິດສະລະ. ໝາກກ້ຽງ (Citrus Sinensis) ເປັນພັນໄມ້ຢືນຕົ້ນຢູ່ໃນເຂດຮ້ອນ ຫາ ອົບອຸ່ນ, ບໍ່ປ່ຽນໃບ, ມີດອກນ້ອຍ, ມີລໍາຕົ້ນສູງ ປະມານ 5 ຫາ 8 ແມັດ ຖ້າຫາກບໍ່ໄດ້ມີການຕັດແຕ່ງ. ຕົ້ນໝາກກ້ຽງຈະອອກໝາກໜຶ່ງຄັ້ງໍ່ປີ, ໝາກຈະມີຄວາມໃຫຍ່ຕາມເສັ້ນຜ່າສູນກາງ ເຖິງ 8 ຊັງຕີແມັດ ແລະ ມີນໍ້າໜັກເຖິງ 150 ກະລາມ. ຕົ້ນໝາກກ້ຽງ ໃນ ປະເທດລາວ ຈະເລີ້ມອອກດອກໃນເດືອນ ມັງກອນ […]
ບົດສະເໜີໂຄງການຫຍໍ້ ການຜະລິດຟອຍກວາດຈາກແຂມ ເພື່ອຊ່ວຍຫລຸດຜ່ອນຄວາມທຸກຍາກ ຂອງ ຊຸມຊົນໃນຊົນນະບົດ.
ໃນທົ່ວຂົງເຂດພາກເໜືອ ຂອງ ສປປລ, ການະລິດແຂມ ປປັນແຫລ່ງສ້າງລາຍຮັບໃຫ້ແກ່ຫລາຍຄອບຄົວ ແລະ ຍັງເປັນແຫລ່ງອາຫານໃຫ້ແກ່ສັດລ້ຽງອີກດ້ວຍ. ຕົ້ນດອກແຂມ ມີຊື່ ວິທະຍາສາດວ່າ “Thysanolaena maxima”, ເປັນພືດທໍາມະຊາດທີ່ເກີດຂຶ້ນເອງ, ບາງບ່ອນກໍໄດ້ມີການປູກຢູ່ຕາມພື້ນທີ່ໄຮ່ເຫລົ່າ ແລະ ຕາມແຄມທາງ. ນອກຈາກວຽກງານການຕັດດອກແຂມແລ້ວ ກໍຍັງຕ້ອງໄດ້ໃຊ້ແຮງງານໃນການເກັບກູ້ແຂມ ແລ້ວກໍເອົາໄປຕາກແດດ ແລະ ໄປຟາດເອົາເມັດດອກອອກໃຫ້ໝົດຈາກກ້ານດອກສ່ວນທີ່ຈະເອົາໄປເຮັດຟອຍກວາດຕໍ່ໄປ. ໄລຍະລະດູການເກັບກ່ຽວດອກແຂມແມ່ນຈະຢູ່ໃນລະຫວ່າງສີ່ເດືອນ ເລີ້ມແຕ່ ເດືອນທັນວາ ຫາ ເດືອນມິນາ ແຕ່ບາງປີກໍປ່ຽນແປງໄປຕາມເງື່ອນໄຂສະພາບດິນຟ້າອາກາດຂອງແຕ່ລະທ້ອງຖິ່ນ. ຕົ້ນແຂມກໍຍັງໄດ້ຖືກປູກຂຶ້ນເປປັນພືດເສດຖະກິດ ໂດຍຊາວບ້ານບາງຄົນ ແລະ ມີການນໍາໃຊ້ປັດໃຈຂາເຂົ້າຊ່ວຍຈໍານວນໜ້ອຍທີ່ສຸດ. ໃນການປູກ ແມ່ນໃຊ້ເວລາໜ້ອຍກ່ວາປູກພືດສິນຄ້າອື່ນໆ. ຫລັງຈາກປູກແລ້ວກໍມີແຕ່ຕ້ອງໄດ້ເສຍຫຍ້າ ຫຼື ວັດຊະພືດອື່ນໆອອກ ແລະ ຕັດຕົ້ນແຂມໜຶ່ງຄັ້ງຕໍ່ປີ ຫລັງຈາກເກັບກ່ຽວ. ພ້ອມນັ້ນ, ການເກັບກ່ຽວແຂມຈາກສວນປູກ ແມ່ນງ່າຍກ່່ວາການເກັບກ່ຽວເອົາຈາກປ່າທໍາມະຊາດ ເພາະວ່າຜົນຜະລິດດອກແຂມຢູ່ໃນສວນປູກແມ່ນຈະມີຫລາຍກ່ວາຢູ່ໃນປ່າແບບຊະຊາຍ. ບັນດາຊາວກະສິກອນ ສາມາດປູກຕົ້ນແຂມດ້ວຍຮາກເຫງົ້າໃນປປີທີ່ 1 ແລະ ສາມາດເກັບກ່ຽວໄດ້ໃນປີທີ່ 3 ແລະ ປີຕໍ່ໆໄປຕະຫຼອດ, ຜົນຜະລິດ ຄາດວ່າໄດ້ 4 ຕ/ຮຕ […]
ບົດສະເໜີໂຄງການຫຍໍ້ການສ້າງຕັ້ງສະມາຄົມຜູ້ຜະລີດນໍ້າເຜິ້ງປ່າ
ຢູ່ ແຂວງຊຽງຂວາງ “ນໍ້າເຜິ້ງປ່າ” ແມ່ນໄດ້ມາຈາກ ເຜິ້ງຊະນິດພັນ Apis cerana, ຊຶ່ງເປັນນໍ້າເຜິ້ງສົດຈາກທໍາມະຊາດແທ້ໆ ທີ່ໄດ້ເກັບເອົາແບບປະເພນີມາຈາກປ່າໄມ້ໂດຍກົງ ແລະ ຈາກການລ້ຽງຢູ່ໃນໂກນໄມ້ ຫລື ແກັດໄມ້. ບັນດາຝຸງເຜິ້ງດັ່ງກ່າວ ແມ່ນໄປຊອກຫາເກັບນໍ້າຫວານ ແລະ ລະອອງເກສອນດອກໄມ້ ຢູ່ຕາມປ່າໄມ້ທໍາມະຊາດ ຫລື ຕາມສວນໄມ້ໃຫ້ໝາກອິນຊີທີ່ປອດສານພິດ ເພາະສະນັ້ນ ນໍ້າເຜິ້ງປ່ານີ້ ຈຶ່ງມີຜົນປະໂຫຍດດີຫລາຍຕໍ່ສຸກຂະພາບ ແລະ ມີລົດຊາດຄຸນນະພາບທີ່ດີເລີດ. ສໍາຄັນອີກອັນໜຶ່ງຄື ເຜິ້ງ ຍັງຊ່ວຍໃນການປະສົມເກສອນດອກໄມ້ ເຮັດໃຫ້ໝາກມີຫລາຍຂຶ້ນຕື່ມ ຕາມການສຶກສາເຫັນວ່າໄດ້ມີຊະນິດພັນພືດຫລາຍກ່ວາ 30% ທີ່ພົວພັນກັບການປະສົມເກສອນຈາກເຜິ້ງໂດຍກົງ.
ປ້າຍຕົວຢ່າງທີ່ຕິດຕັ້ງໃນສວນປູກໝາກກ້ຽງພື້ນເມືອງ
ສວນປູກໝາກກ້ຽງພື້ນເມືອງ ບ້ານສັນຄູນ ເມືອງກັວນ
ການລ້ຽງເຜິ້ງໂກນ ໃນແຂວງຫົວພັນ
ຈະສາມາດບັນລຸກາຍເປັນທ່າແຮງທີ່ສຳຄັນ ສໍາລັບ ນໍ້າເຜິ້ງຂອງລາວໄດ້ ຖ້າຫາກມີການຕະຫລາດ, ມີການຄວບຄຸມຄຸນນະພາບ ແລະ ມີການຂະຫຍາຍການລ້ຽງເຜິ້ງ ທຳມະຊາດຕິດພັນກັບການຜະລິດໂຄງການຕາບີໄດ້ເລີ່ມຕົ້ນ ສະໜັບສະໜູນ ດ້ານເຕັກນິກວິຊາການການລ້ຽງເຜິ້ງ ໃນປີ 2012 ຈຳນວນ 6 ບ້ານ ໃນເມືອງວຽງໄຊ ມີສະມາຊິກ ຈຳນວນ 32 ຄອບຄົວລ້ຽງເຜິ້ງຈຳນວນ 42 ແກັດ/ໂກນ, ປະຈຸບັນຊາວກະສິກອນກໍ່ຍັງສືບຕໍ່ ແລະ ຂະຫຍາຍການລ້ຽງເຜິ້ງ.
ໜໍ່ຫຼອຍ ແຂວງຫົວພັນ
ໜໍ່ຫລອຍ ແມ່ນຈັດຢູ່ໃນຕະກຸນໄມ້ປ່ອງ ທີ່ພົບເຫັນແບບກະແຈກກະຈາຍຢູ່ຕາມພື້ນທີ່ຕ່າງໆ ໃນແຂວງທາງພາກເໜືອ. ປະຊາຊົນທ້ອງຖິ່ນຮູ້ຈັກດີໃນລົດຊາດທີ່ເປັນເອກະລັກ, ຄົນພາຍໃນເທດສະບານແຂວງ ແລະ ນະຄອນຫລວງວຽງຈັນ ເລີ່ມມີຄວາມນິຍົມກັນບໍລິໂພກໜໍ່ຫລອຍຫລາຍຂຶ້ນ. ໜໍ່ຫລອຍມີເນື້ອບາງ ແລະ ທາງໃນມັນໂກນ ທີ່ແປກບໍ່ຄືກັບ ໜໍ່ໄມ້ຊະນິດອື່ນໆ, ລໍາຂອງມັນຍັງໄດ້ນໍາເອົາໄປເຮັດທໍ່ດູດນໍ້າດື່ມປ່ຽນແທນທໍ່ດູດຢາງຢູ່ ໃນຮ້ານອາຫານໃຫຍ່ໆແລ້ວ. ໜໍ່ຫລອຍເກີດຫລາຍຢູ່ຕາມທໍາມະຊາດ ແລະ ກໍ່ມີການສົ່ງເສີມໃຫ້ມີການປູກຂະຫຍາຍເພື່ອເປັນສິນຄ້າ.
ໝາກກ້ຽງພື້ນເມືອງໃນແຂວງຫົວພັນ
ໝາກກ້ຽງພື້ນເມືອງຢູ່ແຂວງຫົວພັນ ເອີ້ນວ່າ ໝາກແປ້ນ ແລະ ໝາກຈອມແມ່ນມີຄວາມຕ້ອງການສູງ ຍ້ອນວ່າມັນເປັນທີ່ນິຍົມຊົມຊອບຂອງຜູ້ບໍລິໂພກທັງຫຼາຍເພາະວ່າມັນມີລົດຊາດສົ້ມຫວານປົນກັນ. ມີໂອກາດໃນການຜັນຂະຫຍາຍຜົນປະໂຫຍດເພື່ອຕອບສະໜອງຄວາມຕອ້ງການດັງກາ່ວ ໂດຍການແນະນຳວິທີການປູໃຫ້ມີຄຸນນະພາບສູງຂື້ນ, ປັບປຸງການຄຸ້ມຄອງບົວລະບັດຮັກສາ, ສຸ່ມໃສ່ພັດທະນາທາງດ້ານການຕະຫຼາດ ແລະ ເສີມສ້າງຄວາມເຂັ້ມແຂງໃຫ້ແກ່ກຸ່ມຊາວສວນປູກໝາກກ້ຽງ.
ເຂົ້າໄກ່ນ້ອຍໃນແຂວງຫົວພັນ
ເຂົ້າໄກ່ນ້ອຍ ເປັນແນວພັນເຂົ້າພື້ນເມືອງມີທັງໝົດ 6 ສາຍພັນເໝາະສົມກັບສະພາບແວດລ້ອມຂອງແຂວງຫົວພັນ. ເຂົ້າໄກ່ນ້ອຍເປັນທີ່ຮູ້ຈັກດີຍ້ອນມີລົດຊາດ ແລະ ກິ່ນຫອມສະເພາະຕົວຂອງມັນ ແລະ ຄວາມຕ້ອງການເຂົ້າໄກ່ນ້ອຍນັບມື້ນັບເພີ່ມຂຶ້ນ. ເປັນພືດທີ່ຜະລິດເປັນສິນຄ້າບູລິມະສິດໜຶ່ງຂອງແຂວງຫົວພັນ.
ສົ່ງເສີມການລ້ຽງເຜິ້ງໃນແຂວງຫຼວງພະບາງ
ເຜິ້ງແມ່ນແມງໄມ້ຊະນິດໜຶ່ງ ທີ່ມີຄວາມສໍາຄັນ ແລະ ຄຸນປະໂຫຍດ ຕໍ່ກັບການຂະຫຍາຍພັນຂອງຊີວະນາໆພັນຕາມທໍາມະຊາດ ແລະ ສວນປູກໄມ້ໃຫ້ໝາກຂອງຄົນເຮົາເພາະເຜີ້ງສາມາດຊ່ວຍໃນການປະສົມເກສອນໃຫ້ແກ່ດອກໄມ້ ເພື່ອໃຫ້ຕົ້ນໄມ້ມີຜົນຜະລິດຫຼາຍຂຶ້ນ ນອກນັ້ນນໍ້າເຜີ້ງ ຍັງມີລົດຊາດຫອມຫວານ ແລະ ມີຄຸນປະໂຫຍດທາງດ້ານການແພດ ໃນປະຈຸບັນນໍ້າເຜີ້ງເປັນທີ່ຕ້ອງການຂອງຕະຫຼາດສູງ, ຍ້ອນນ້ຳເຜິ້ງສາມາດແປຮູບໄດ້ຫຼາຍຜະລິດຕະພັນ ແລະ ເປັນສ່ວນ ປະກອບສຳຄັນຂອງຢາປົວພະຍາດ,ຖ້າຫາກ ມີການສົ່ງເສີມການຜະລິດ, ມີການຄວບຄຸມດ້ານຄຸນນະພາບນໍ້າເຜິ້ງ ແລະມີການຂະຫຍາຍການລ້ຽງເຜິ້ງ, ຈະກາຍເປັນການສ້າງລາຍຮັບໃຫ້ແກ່ຄອບຄົວຜູ້ລ້ຽງເຜິ້ງພາຍໃນແຂວງ.