ຄູ່ມືທາງເຕັກນິກ 3 ຊະນິດແມງໄມ້ທີ່ສຳຄັນທີ່ເຮັດໃຫ້ພຶດຕິດພະຍາດໄວຣັດ

• ກຸ່ມ MoA ທີ່ເປັນທາງເລືອກເພື່ອປ້ອງກັນການສ້າງຄວາມຕ້ານທານ • ຮັບປະກັນວ່າການສິດພົ່ນແມ່ນທົ່ວເຖິງໂດຍສະເພາະລຸ່ມໃບ • ໃຊ້ອຸປະກອນປ້ອງກັນຕົວໃນເວລາພົ່ນຢາ • ຫຼັງການສິດພົນຕ້ອງລ້າງໃຫ້ສະອາດ

ຄູ່ມືທີ 1: ການກ້າແກ່ນຊາ Guideline no. 1: Tea seedling

ລະດູການທີ່ເໝາະສົມທີ່ສຸດໃນການເກັບແກ່ນຊາແມ່ນຢູ່ລະຫວ່າງ ທ້າຍເດືອນ ກັນຍາ ຫາ ຕົ້ນເດືອນ ພະຈິກ,ໄລຍະນີ້ແກ່ນຊາແມ່ນສຸກດີ ສັງເກດເບິ່ງໝາກຊາຕ້ອງເປັນໝາກທີ່ແກ່ດີ, ເຮົາແກະເອົາເປືອກນອກອອກແລ້ວ ຈະສັງເກດເຫັນແກ່ນຊາທີ່ຢູ່ທາງໃນເປັນສີນໍ້າຕານເຂັ້ມ ແມ່ນສາມາດເກັບມາກ້າແກ່ນໄດ້ ຖ້າໝາກເປັນສີຂຽວ, ສີນໍ້າຕານຍັງບໍ່ເຂົ້າໝົດ ຫລື ເຂົ້າເຄິ່ງໜຶ່ງຍັງບໍ່ເຖິງຂວັ້ນເຮົາຕ້ອງປະໄວ້ກ່ອນ.

ຄູ່ມືທາງເຕັກນິກການກ້າເບ້ຍ

ປະໂຫຍດຂອງການຜະລິດເບ້ຍໃຫ້ດີຂື້ນ> » ເບ້ຍມີຄຸນນະພາບສູງ ສະຫມໍ່າສະເຫມີແລະ ເບ້ຍຕັ້ງໂຕໄດ້ໄວ » ຈັດການຫງ່າຍ » ບໍມີພະຍາດທາງດິນ » ຫຼັງການຍ້າຍປູກ ລ້າງທໍາຄວາມສະອາດແຕະກ້າເບ້ຍກ່ອນນໍາໄປໃຊ້ຕໍ່ » ເຮືອນກ້າເບ້ຍທີ່ມີການປ້ອງກັນຈະຊວ່ຍປ້ອງກັນຄວາມຄຽດທີ່ເກີດຈາກແສງແດດ ຄວາມເສຍຫາຍທີ່ເກີດຈາກຝົນ ແມງໄມ້ແລະ ການແຜ່ລະບາດຂອງໄວຣັດ

ປ້າຍທີ່ຕິດຕັ້ງທີ່ຫ້ອງວ່າການປົກຄອງເມືອງແປກ ແລະ ຕະຫຼາດເມືອງພູກູດ, ປ້າຍບອກທາງໄປຫາສວນໝາກກ້ຽງ

ປ້າຍທີ່ຕິດຕັ້ງທີ່ຫ້ອງວ່າການປົກຄອງເມືອງແປກ ແລະ ຕະຫຼາດເມືອງພູກູດ, ປ້າຍບອກທາງໄປຫາສວນໝາກກ້ຽງ

ສົ່ງເສີມການປູກກ້ວຍທະນີ (ໝາກກ້ວຍນ້ຳ) ໃນແຂວງຊຽງຂວາງ

ກ້ວຍທະນີ (ກ້ວຍນ້ຳ) ແມ່ນໝາກໄມ້ຊະນິດໜຶ່ງທີ່ມີການປູກຫຼາຍຢູ່ໃນທ້ອງຖິ່ນປະເທດລາວ ແຕ່ເໜືອເຖິງໃຕ້ ແລະ ນິຍົມບໍລິໂພກກັນຫຼາຍ, ເນື່ອງຈາກວ່າກ້ວຍທະນີ ເປັນໝາກກ້ວຍທີ່ບໍລິໂພກງ່າຍ ແລະ ມີວິຕາມິນສູງຕໍ່ຮ່າງກາຍຊ່ວຍລະບາຍງ່າຍ ບໍ່ວ່າເດັກນ້ອຍ ຫຼື ຄົົນສູງອາຍຸກໍສາມາດບໍລິໂພກໄດ້ເພື່ອເປັນຂອງຫວານຫຼັງຮັບປະທານອາຫານ

ຊາພູສັນໃນແຂວງຊຽງຂວາງ

ຊາ ມີຄວາມສຳຄັນຫຼາຍດ້ານຕໍ່ຮ່າງກາຍ, ການດື່ມຊາຈະຊ່ວຍໃນການດູດຊຶມເຮັດໃຫ້ມີຄວາມສະຫງົບ, ມີສະຕິ, ປັບປຸງຄວາມຊົງຈຳ, ຫຼຸດຜ່ອນຄວາມສ່ຽງຕໍ່ການເປັນພະຍາດຫົວໃຈ ແລະ ຊ່ວຍໃນການຍ່ອຍອາຫານ ແລະ ເປັນພືດສ້າງລາຍຮັບທີ່ດີໃຫ້ແກ່ປະຊາຊົນ

ການອະນຸລັກປ່າເຫັດທຳມະຊາດ ໃນແຂວງຊຽງຂວາງ

ເຫັດທຳມະຊາດແມ່ນ ຜະລິດຕະພັນເຄື່ອງປ່າຂອງດົງຈາກທຳມະຊາດ ມີສັບພະຄຸນບຳລຸງສຸຂະພາບ, ເປັນຢາອາຍຸວັດທະນະ ແລະ ເປັນອາຫານມີໂພຊະການຈາກທຳມະຊາດທີ່ ປະຊາຊົນໃນທ້ອງຖິ່ນຫາກິນໄດ້ງ່າຍຕາມລະດູການ, ພ້ອມທັງສ້າງລາຍຮັບໃຫ້ແກ່ປະຊາຊົນຢ່າງຫຼວງຫຼາຍ ໃນແຕ່ລະປີໃນຊ່ວງເຫັດອອກ, ໂດຍສະເພາະແມ່ນເຫັດຫວາຍ ແລະ ເຫັດກໍ່ແດງທີ່ເປັນສີນຄ້າລາຄາສູງ ທີ່ມີການສົ່ງອອກຕ່າງປະເທດໃນແຕ່ລະປີເປັນຈຳນວນຫຼາຍໂຕນ.

ປ້າຍຕົວຢ່າງທີ່ຕິດຕັ້ງໃນໝູ່ບ້ານກໍຮິ້ງ ປີ2015

ໜໍ່ຫຼອຍດິນເປັນໜໍ່ໄມ້ຂະໜາດນ້ອຍ, ເປືອກບາງປອກງ່າຍ ມີລົດຊາດແຊບ ໜຸ່ມ ກອບ ເໝາະສົມການປຸງແຕ່ງອາຫານ ພື້ນເມືອງ, ເຊັ່ນ:ແກງ, ຕົ້ມຈ ຳແຈ່ວ, ເຮັດຊຸບ, ຂົ້ວກໍແຊບ.