ສຶກສາລະບົບການຜະລິດເຂົັ້າໄກ່ນ້ອຍຢ ່ໃນ 4 ບ້ານ ເມືອງຜາໄຊ ແຂວງຊຽງຂວາງ
ຈາກການສຶກສາການປູກເຂົັ້າໄກ່ນ້ອຍຂອງຊາວກະສິກອນ 4 ກຸ່ມບ້ານເມືອງຜາໄຊແຂວງຊຽງຂວາງໂດຍມີຈຸດປະສົງ:1) ສຶກສາການປູກເຂົັ້າໄກ່ນ້ອຍຢູ່ໃນ 4 ບ້ານເປົ້າໝາຍຂອງເມືອງ, 2) ສຶກສາເສດຖະກິດການປູກເຂົ້າໄກ່ນ້ອຍຂອງຊາວກະສີກອນເຂດດັ່ງກ່າວ ໃນການລົງຝຶກຫັດງານຄັ້ງນີ້ແມ່ນຢູ່ທີ່ຂະແໜງປູກຝັງພະແນກກະສິກສາ ແລະ ປ່າໄມ້ແຂວງຊຽງຂວາງ ແລະ ໄດ້ລົງຈັດຕັ້ງປະຕິບັດພາກສະໜາມຢູ່ 4 ກຸ່ມບ້ານຄື: ບ້ານຊຽງດີ, ບ້ານເຕົາ, ບ້ານໂພສີ ແລະ ບ້ານຫໍກາງ ເມືອງຜາໄຊແຂວງຊຽງຂວາງເຊີ່ງໄດ້ໃຊ້ເວລາໃນການຈັດຕັ້ງປະຕິບັດເລີມແຕ່ວັນທີ 20/11/2017 – 14/6/2018 ໃນນີ້ໄດ້ສໍາພາດຊາວກະສິກອນຈໍານວນ 59 ຄອບຄົວໃນ 4 ບ້ານທີ່ເປັນຄອບຄົວປູກເຂົ້າໄກ່ນ້ອຍເພື່ອເປັນຕົວແທນຂອງບ້ານເພື່ອນໍາໄປຄິດໄລ່ປະເມີນຜົນທາງດ້ານເສດຖະກິດຂອງຊາວກະສິກອນ.
ການຄຸ້ມຄອງຊັບພະຍາກອນທຳມະຊາດ
ອົງການເກຣດ (GRET) ໄດ້ສະໜັບສະໜູນແຜນຍຸດທະ ສາດການພັດທະນາໄມ້ປ່ອງຂອງແຂວງຫົວພັນ ໄລຍະ 1 ປີ 2011-2015 ແລະ ໄລຍະ II ປີ 2016-2020 ໂດຍຜ່ານ ການນໍາໃຊ້ວິທີການແບບມີສ່ວນຮ່ວມຈາກຫຼາຍພາກສ່ວນທີ່ ກ້ຽວຂ້ອງ ເຂົ້າໃນການອໍານວຍຄວາມສະດວກການເຊື່ອມ ໂຍງກັນລະຫວ່າງຊາວບ້ານ, ພໍ່ຄ້າ ແລະ ພາກສ່ວນລັດ, ສະນັ້ນ 1 ໃນ 5 ຕ່ອງໂສ້ມູນຄ່າໄມ້ປ່ອງທີ່ມີການພັດທະນາ ພາຍໃນແຂວງ ແມ່ນວຽກງານຫັດຖະກຳຈັກສານ ແລະ ໄດ້ ຮັບການສະໜັບສະໜູນໂດຍໂຄງການໄມ້ປ່ອງ ແລະ ຫວາຍ ຕັ້ງແຕ່ປີ 2013 ລວມທັງໝົດມີ 30 ບ້ານເຂົ້າຮ່ວມ ເຊິ່ງບ້ານ ເຫຼົ້ານີ້ ລ້ວນແຕ່ເປັນບ້ານທີ່ມີພື້ນຖານໃນການຈັກສານ, ມີ ຄ້າຂາຍຫັດຖະກຳໄມ້ປ່ອງມາກ່ອນ ແລະ ສ່ວນຫຼາຍແມ່ນ ບ້ານທຸກຍາກ ແລະ ຫ່າງໄກ ທີ່ນອນຢູ່ໃນ 3 ເມືອງຄື: ຊຳເໜືອ, ວຽງໄຊ ແລະ ສົບເບົາ […]
ຕົ້ນກະຖິ່ນໜາມຈາກພືດຮຸກຮານ ສູ່ການນຳໃຊ້ປະໂຫຍດ: ໃນກໍລະນີສຶກສາການຜະລິດຖ່ານອັດກ້ອນ Mimosa pigra (L) from Introduced Species to Utilization: Charcoal Briquette)
Giant mimosa (Mimosa pigra L.) is one of the dangerous introduced species which the most rapid growth around streams and riverbanks. These plants inhibit and completion grows of other plants in the same area. Utilize mimosa as bioenergy is a practical way to reduce this problem. This continues to study from previous utilization of agricultural […]
ການເລືອກຊະນິດພືດຜັກ ແລະ ວັດສະດຸມຸງເຮືອນຮົ່ມ (Vegetable Protected Cropping)
ປ້ອງກັນຝົນ ຫຼຸດອຸນຫະພູມ ປ້ອງກັນແດງ
ຊາພູສັນໃນແຂວງຊຽງຂວາງ
ຊາ ມີຄວາມສຳຄັນຫຼາຍດ້ານຕໍ່ຮ່າງກາຍ, ການດື່ມຊາຈະຊ່ວຍໃນການດູດຊຶມເຮັດໃຫ້ມີຄວາມສະຫງົບ, ມີສະຕິ, ປັບປຸງຄວາມຊົງຈຳ, ຫຼຸດຜ່ອນຄວາມສ່ຽງຕໍ່ການເປັນພະຍາດຫົວໃຈ ແລະ ຊ່ວຍໃນການຍ່ອຍອາຫານ ແລະ ເປັນພືດສ້າງລາຍຮັບທີ່ດີໃຫ້ແກ່ປະຊາຊົນ
ສົ່ງເສີມການຜະລິດໄຄແຜ່ນໃນແຂວງຫຼວງພະບາງ
ໄຄເປັນອາຫານທີ່ສຳຄັນຂອງຄົນ ແລະ ສັດກິນພືດໃຫຍ່-ນ້ອຍ, ລວມໄປເຖິງຈຸລິນຊີທີ່ມີໜ້າທີ່ຍ່ອຍສະຫລາຍສິ່ງມີຊີວິດທີ່ຕາຍລົງ, ດັ່ງນັ້ນແລ້ວໄຄຈຶ່ງມີຄວາມສໍາຄັນຕໍ່ຕ່ອງໂສ້ອາຫານ ແລະ ຕໍ່ລະບົບນິເວດວິທະຍາ. ໄຄດິບພົບວ່າໄຄມີສານອາຫານເປັນປະໂຫຍດຕໍ່ຮ່າງກາຍໃນປະລິມານສູງ ເຊັ່ນ ມີປະລິມານທາດໂປຼຕີນສູງຄືກັບທີ່ພົບໃນປານໍ້າຈືດ, ລວມເຖິງມີເສັ້ນໃຍອາຫານ, ວິຕາມິນ ແລະ ແຮ່ທາດຫຼາຍຄືກັບຜັກໃບຂຽວ. ໄຄແຕ່ລະສາຍພັນມີຊື່ເອີ້ນຕ່າງກັນອີງຕາມທ້ອງຖິ່ນແຕ່ໂດຍລວມແລ້ວເປັນການເອີ້ນຊື່ອີງຕາມລັກສະນະທາງກາຍະພາບ ເຊັ່ນ ໄຄໝື່ນ, ໄຄຊາ, ໄຄໄໝ ເປັນຕົ້ນ. ການໄຫຼຂອງນໍ້າ, ອຸນຫະພູມ ແລະ ຄວາມຂຸ່ນຂອງນໍ້າມີຜົນຕໍ່ການຈະເລີນເຕີບໂຕຂອງໄຄຫຼາຍກ່ວາປັດໄຈທາງເຄມີ.
ສົ່ງເສີມການລ້ຽງເຜີ້ງໂກນແມງດັ້ນ ແຂວງຊຽງຂວາງ
ນໍ້າເຜີ້ງ ແມ່ນຜົນຜະລິດ ທີ່ສໍາຄັນຈາກປ່າທໍາມະຊາດເປັນຕົວຊີ້ບອກ ເຖີງຄວາອຸດົມສົມບູນຂອງຊິວະນາໆພັນທີ່ມີປ່າໄມ້ດົກຫນາແມ່ນຈະມີເຜີ້ງອາໄສ່. ປະຊາຊົນບັດາເຜົ່າໃນທ້ອງຖີ່ນ ເຄີຍລ້ຽງເຜີ້ງໂກນສືບທອດກັນມາແຕ່ດົນນານ ແລະ ເຄີຍນໍາໃຊ້ ນໍ້າເຜີ້ງເພື່ອບໍລິໂພກ,ເຮັດຢາປົວພະຍາດ ແລະ ຂາຍເປັນສີນຄ້າ ສ້າງລາຍຮັບໃຫ້ແກ່ຄອບຄົວ. ຢູແຂວງຊຽງຂວາງການລ້ຽງເຜີ້ງໂກນແມ່ນມີການລ້ຽງຢູ່ທຸກໆເມືອງແຕ່ທາງວິຊາການໄດ້ລົງສົ່ງເສີມການລ້ຽງມີຢູ່ 3 ເມືອງຄື: ເມືອງຄູນ, ເມືອງແປກ ແລະ ເມືອງພູກູດ.
ສົ່ງເສີມການປູກກ້ວຍທະນີ (ກ້ວຍນ້ຳ)
ກ້ວຍທະນີ(ກ້ວຍນໍ້າ) ແມ່ນຫມາກໄມ້ຊະນິດຫນຶ່ງທີ່ມີການປູກຫລາຍຢູ່ໃນທ້ອງຖິ່ນປະເທດລາວ ແຕ່ເຫນືອເຖິງໃຕ້ແລະ ມີຄວາມນິຍົມໃນການບໍລິໂພກກັນຫລາຍ, ເນື່ອງຈາກວ່າກ້ວຍທະນີເປັນຫມາກກ້ວຍທີ່ມີລົດຊາດແຊບບໍລິໂພກງ່າຍ ແລະ ມີວິຕາມິນສູງສໍາຫລັບບໍາລຸງຮ່າງກາຍຊ່ວຍໃຫ້ມີການລະບາຍງ່າຍບໍ່ວ່າເດັກນ້ອຍ ຫລື ຄົນສູງອາຍຸກໍ່ບໍລິໂພກຫລັງຮັບປະທານອາຫານໃນແຕ່ລະວັນ.
ນິເວດວິທະຍາ ແລະ ການກະຈາຍພັນປາບາງຊະນິດ ທີ່ສຳຄັນ ໃນອ່າງແມ່ນ້ຳຂອງ. (Distribution and Ecology of Some Important River Fish Species of the Mekong River Basin)
The fishery of the Mekong River is one of the largest and most significant in the world, and most of the production is based on migratory river fishes. An earlier report provided an overview of the general patterns of fish migrations and their significance for management. This complementary report provides more detailed information on 40 […]
ການວິເຄາະຄວາມຕ້ອງການ ແລະ ທ່າແຮງ ຂອງການເພີ່ມມູນຄ່າຕ່ອງໂສ້ຜະລິດຕະພັນຈາກປ່າໄມ້ ຢູ່ 6 ແຂວງ: ຄຳມ່ວນ, ຫຼວງພະບາງ, ໄຊຍະບູລີ, ອຸດົມໄຊ ແລະ ແຂວງວຽງຈັນ.
• ໂຄງການ GIZ-ProFEB ສະໜບັສະໜຸນກກົມປ່າໄມ້ໃນການປົກປັກຮັກສາ ແລະ ນຳໃຊ້ປ່າໄມ້ແບບຍືນຍົງ. • ໜຶ່ງໃນຫ້າຜົນໄດ້ຮັບໂຄງການ ProFEB ແມ່ນແນໃສ່ການສົ່ງເສີມວຽກງານການເພີ່ມມູນຄ່າຕ່ອງໂສ້ງຜະລິດຕະພັນຈາກປ່າໄມ້. • ເຊິ່ງໝາຍເຖິ່ງການສົ່ງເສີມກຸ່ມຜະລິດ, MSME, ແລະ ພາກທຸລະກິດໃນການສ້າງການຮ່ວມື ເພື່ອໃຫ້ສາມາດແຂ່ງຂັນໄດ້. • ໃນປະຈຸບັນ, ຂໍ້ມູນກ່ຽວກັບປ່າໄມ້, ຜະລິດຕະພັນໄມ້ ແລະ ເຄື່ອງປ່າຂອງດົງ ແມ່ນມີພຽງບາງສ່ວນເທົ່ານັ້ນທີ່ໄດ້ຮັບການປັບປຸ່ງ.


