ເຕັກນິກການປູກໝາກເຍົາເພື່ອຜະລິດເປັນນ້ຳມັນກາຊວນຊີວະພາບ
ສູນຄົ້ນຄວ້າທົດລອງກ່ຽວກັບພະລັງງານທົດແທນ (LIRE) ເປັນອົງການທີ່ບໍ່ຫວັງຜົນກ ຳໄລ ເຊິ່ງອຸທິດຕົນ ເອງເພື່ອການພັດທະນາຂະແໜງການພະລັງງານທົດແທນທີ່ສາມາດກຸ່ມຕົນເອງໄດ້ຢ່າງຍືນຍົງໃນ ສປປ ລາວ. ສູນດັ່ງ ກ່າວ ຕອບສະໜອງການບໍລິການການຄົ້ນຄວ້າທາງດ້ານເຕັກນິກກະສິກ ຳ, ເຕັກໂນໂລຊີ ແລະ ເສດຖະກິດສັງຄົມ ພ້ອມກັນນັ້ນກໍ່ຍັງໄດ້ເຮັດວຽກເພື່ອຕອບສະໜອງຂໍ້ມູນ ແລະ ຄ ຳປຶກສາກ່ຽວກັບ ການນ ຳໃຊ້ເຕັກໂນໂລຊີພະລັງ ງານທົດແທນໃຫ້ແກ່ລັດໂດຍບໍ່ໄດ້ເສຍຄ່າໃດໆໃນປະເທດລາວ. LIRE ມຸ້ງໝັ້ນທີ່ຈະຊຸກຍູ້ການພັດທະນາຂອງປະເທດລາວດ້ວຍການຊອກຫາຫົນທາງ ເພື່ອທີ່ຈະສ້າງເຕັກໂນ ໂລຊີພະລັງງານທົດແທນໃນພາກຕ່າງໆຂອງປະເທດ ໂດຍສະເພາະແມ່ນບັນດາເຂດທີ່ຍັງບໍ່ທັນໄດ້ຮັບ ຕາຂ່າຍໄຟຟ້າແຫ່ງຊາດ ແລະ ໃນເຂດທີ່ບໍ່ມີຄວາມຮູ້ທາງດ້ານວິຊາການ.
ບໍລິສັດ ຍອດຊຳ ຈໍາກັດ: ການຍົກສູງ “ເຂົ້າໄກ່ນ້ອຍ” ແລະ ມໍລະດົກຂອງລາວ
ບໍລິສັດ ຍອດຊຳ ຈໍາກັດ ແມ່ນທຸລະກິດໜຶ່ງທີ່ມຸ່ງຫັວງເພື່ອສົ່ງເສີມ “ເຂົ້າໄກ່ນ້ອຍ” ຫຼື “Little Chicken Rice” ເຊີ່ງມີຊື່ສຽງວ່າເປັນເຂົ້າໜຽວທີ່ດີທີ່ສຸດໃນປະເທດລາວ. ເຂົ້າໄກ່ນ້ອຍ (Oryza sativa L. subsp. japonica Shig.Kato), ທີ່ຄົນໃນທ້ອງຖິ່ນຮູ້ຈັກໃນຊື່ ເຂົ້າໄກ່ນ້ອຍ, ແມ່ນເຂົ້າໜຽວທີ່ດັງຂອງລາວ ເຊິ່ງມີຮູບຮ່າງລັກສະນະພິເສດ, ເມັດເຂົ້າໃຫຍ່, ຫອມ, ຫວານ, ແລະ ອ່ອນ, ເຮັດໃຫ້ເຂົ້າເຫຼົ່ານີ້ແຕກຕ່າງຈາກເຂົ້າປະເພດອື່ນໆ. ເຂົ້າໄກ່ນ້ອຍຖືກຈົດທະບຽນເປັນ ຜະລິດຕະພັນສະເພາະທາງພື້ນທີ່ (GI) ຂອງແຂວງຫົວພັນ ແລະ ແຂວງຊຽງຂວາງ ເປັນສັນຍາລັກທາງມໍລະດົກທາງດ້ານການກະສິກໍາດັ່ງເດີມຂອງລາວ. ເຖິງແມ່ນວ່າຈະໄດ້ຮັບການຍົກຍ້ອງ, ແຕ່ໃນອະດີດເຂົ້າໄກ່ນ້ອຍຍັງຂາດຜູ້ດຳເນີນທຸລະກິດທີ່ເຂັ້ມແຂງໃນດ້ານການສ້າງຜະລິດຕະພັນ, ການບັນຈຸຜະລິດຕະພັນ, ແລະ ການຈັດຈໍາໜ່າຍ ເຊິ່ງເປັນຂໍ້ຈໍາກັດໃນການນໍາໃຊ້ປະໂຫຍດຈາກສະຖານະ GI. ດັ່ງນັ້ນ ທ່ານ ສົມໄຊ ຈັນທາລຸງສີ, ສະມາຊິກ ແລະ ຜູ້ອຳນວຍການ ສະມາຄົມສົ່ງເສີມເຂົ້າໄກ່ນ້ອຍ, ໄດ້ກໍ່ຕັ້ງ ບໍລິສັດ ຍອດຊຳ ຈໍາກັດ ພ້ອມວິໃສທັດໃນການຮັກສາຜະລິດຕະພັນດັ່ງເດີມຂອງຄອບຄົວ ພ້ອມຍົກລະດັບມໍລະດົກທ້ອງຖິ່ນຜ່ານນະວັດຕະກໍາ […]
ແສງຄຳ ອິນທິຣັດວົງສີ ເຈົ້າຂອງ Green Mountain Coffee
ທ່ານ ແສງຄຳ ອິນທິຣັດວົງສີ ເຄີຍເຮັດວຽກເປັນອາຈານສອນຢູ່ຄະນະວິທະຍາສາດປ່າໄມ້ ມະຫາວິທະຍາໄລແຫ່ງຊາດລາວ (NUoL) ໃນຊ່ວງປີ 1991 ຫາ 2010. ຫຼັງຈາກນັ້ນໄດ້ອອກມາເຮັດວຽກອິດສະຫຼະ ໂດຍລົງເລິກດ້ານການຈັດການຊັບພະຍາກອນທຳມະຊາດ ແລະ ເລີ່ມມີຄວາມສົນໃຈໃນກາເຟ. ດ້ວຍທຶນສະໜັບສະໜູນຈາກອົງການສະຫະປະຊາຊາດ (UN) ທ່ານແສງຄຳ ໄດ້ໄປສຶກສາການປູກກາເຟຢູ່ປະເທດໄທ ໃນປີ 2015 ລາວ ແລະ ເພື່ອນຮ່ວມງານໄດ້ຮ່ວມກັນກໍ່ຕັ້ງກຸ່ມ Lao Coffee Lovers ເພື່ອຊ່ວຍເຫຼືອຊາວກະສິກອນໃນການພັດທະນາທັກສະ ແລະ ເຊື່ອມໂຍງກັບຜູ້ທີ່ຢູ່ໃນອຸດສາຫະກຳກາເຟ. ໃນປີ 2019 ທ່ານ ແສງຄຳ ໄດ້ກໍ່ຕັ້ງ Green Mountain Coffee ຂຶ້ນເພື່ອສະໜັບສະໜູນການຜະລິດກາເຟໃນເມືອງດັກຈຶງ ແຂວງເຊກອງ, ໂດຍໄດ້ຈັດຝຶກອົບຮົມໃຫ້ຊາວກະສິກອນ ໃນການແກ້ໄຂບັນຫາ, ການເຂົ້າເຖິງຕະຫຼາດທີ່ຈຳກັດ ແລະ ພະຍາຍາມຍົກລະດັບຄຸນນະພາບກາເຟ, ເຮັດໃຫ້ຜູ້ຍິງຊົນເຜົ່າຢູ່ດັກຈຶງມີສ່ວນຮ່ວມໃນການປູກກາເຟ ຈາກນັ້ນພວກເຂົາໄດ້ຈັດຕັ້ງກຸ່ມຜູ້ຜະລິດ, ຮຽນຮູ້ທັກສະໃໝ່ ແລະ ຜະລິດກາເຟທີ່ມີຄຸນນະພາບສູງ. ປັດຈຸບັນ ກາເຟດັກຈຶງກຳລັງໄດ້ຮັບການຍອມຮັບຫຼາຍຂຶ້ນ ແລະ ຊ່ວຍໃຫ້ຊຸມຊົນທ້ອງຖິ່ນມີລາຍໄດ້ທີ່ດີຂຶ້ນ. ໃນປີ 2022 […]
ຂັ້ນຕອນ ແລະ ເຕັກນິກ ການຜະລິດລູກປານິນໃນກະຊັງ
ຂັ້ນຕອນ ແລະ ເຕັກນິກການຜະລິດລູກປານິນໃນກະຊັງ
ການລ້ຽງປາໃນນາເຂົ້າ
ປຶ້ມຄູ່ມືນີ້ແມ່ນເຈດຕະນາເຮັດໃຫ້ການນໍາໃຊ້ເຄື່ອງມືງ່າຍຂຶ້ນໃການຈັດຕັ້ງປະຕິບັດ ແລະ ນໍາສະເໜີຈຸດປະສົງຂໍ້ມູນເບື້ອງຕົ້ນຂອງການນໍາໃຊ້ປື້ມຄູ່ມື ກ່ຽວກັບການປັບຕົວທາງດ້ານເຕັກນິກປະສານ ການລ້ຽງປາໃສ່ພື້ນທີ່ນາເຂົ້າແບບປະສົມ ລະຫວ່າງການລ້ຽງປາຮ່ວມກັບການປູກເຂົ້າ ຢູ່ໃນບ້ານເປົ້າໝາຍໂຄງການ ກະສິກຳເພື່ອໂພຊະນາການໄລຍະ 2. ປຶ້ມຄູ່ມືດັ່ງກ່າວໄດ້ຖືກພັດທະນາ ແລະ ປັບປຸງໃຫ້ແທດເໝາະໃນການຈັດຕັ້ງປະຕິບັດຂອງ ໂຄງການກະສິກຳເພື່ອໂພຊະນາການ ໄລຍະ 2. ໂດຍ ມີການຮ່ວມມືກັບນັກວິຊາການສະເພາະດ້ານ ແລະ ພະນັກງານປະສານຂອງ ໂຄງການ NAFRI/ ເພື່ອພັດທະນາມາເປັນເຄື່ອງມືໃຫ້ແກ່ພະນັກງານຂັ້ນແຂວງ, ເມືອງສາມາດຖ່າຍທອດໄປເຖິງຕາມຄວາມຕ້ອງການຂອງຊາວກະສິກອນໃນພື້ນທີເປົ້າໝາຍໂຄງການ.
ເຕັກນິກການຂະຫຍາຍພັນ ແລະ ການປູກໄມ້ຂົມ
ປຶ້ມຄູ່ມືສະບັບນີ້ແມ່ນການແນະນໍາທາງດ້ານເຕັກນິກການກ້າ ແລະ ການປູກທີ່ໄດ້ພັດທະນາ ແລະ ປັບປຸງມາຈາກປື້ມເຕັກນິກທີ່ທາງໂຄງການກະສິກຳເພື່ອໂພສະນາການໄລຍະ 1 ໄດ້ຈັດຕັ້ງປະຕິບັດຜ່ານມາ. ປື້ມຄູ່ມືນີ້ສາມາດເຮັດໃຫ້ຜູ້ອ່ານເຂົ້າໃຈໄດ້ງ່າຍ ແລະ ສາມາດນໍາໄປຈັດຕັ້ງປະຕິບັດໃຫ້ເກີດປະໂຫຍດ. ຜູ້ຂຽນໄດ້ຄັດຈ້ອນເອົາເຕັກນິກທີ່ແທດເໝາະ ແລະ ງ່າຍດາຍສໍາລັບການຂະຫຍາຍພັນ ແລະ ການປູກໜໍ່ໄມ້ຂົມ ເພື່ອສາມາດນໍາເອົາເຕັກນິກດັ່ງກ່າວນີ້ໄປສົ່ງເສີມໃຫ້ບັນດາຊາວກະສິກອນ ແລະ ບັນພາກສ່ວນກ່ຽວຂ້ອງນໍາໄປໝູນໃຊ້ໄດ້. ຈຸດປະສົງຂອງປຶ້ມຄູ່ມືເຕັກນິກເຫຼັ້ມນີ້ແມ່ນ ເພື່ອຜັນຂະຫຍາຍເຕັກນິກອັນໃໝ່ກ່ຽວກັບການກ້າ ແລະ ການປູກລົງສູ່ທ້ອງຖິ່ນ. ສ້າງຄວາມເຂັ້ມແຂງທາງດ້ານເຕັກນິກວິຊາການ ແລະ ໃຫ້ປະຊາຊົນໃນເຂດບ້ານເປົ້າໝາຍໂຄງການ ໃຫ້ມີຄວາມຮູ້ຄວາມສາມາດທາງດ້ານການກ້າ ແລະ ການປູກ. ເພື່ອເປັນການສົ່ງເສີມທາງດ້ານກະສິກຳເພື່ອໂພສະນາການ ທີ່ມີແຫຼ່ງອາຫານຈາກປ່າຢ່າງພຽງພໍ, ປະຊາຊົນມີຢູ່ມີກິນມີແຮໄວ້ ແລະ ຂາຍສ້າງລາຍຮັບແກ່ຄອບຄົວ. ປະຊາຊົນເຫັນໄດ້ຄວາມສໍາຄັນຂອງພືດທີ່ເປັນອາຫານ ແລະ ທັງເປັນເສດຖະກິດແກ່ຄອບຄົວເຮັດໃຫ້ຄອບຄົວມີຄວາມອຸດົມສົມບູນຂຶ້ນ. ສໍາລັບຜູ້ຊົມໃຊ້ປຶ້ມຄູ່ມືເຫຼັ້ມນີ້ແມ່ນທຸກພາກສ່ວນທີ່ກ່ຽວຂ້ອງສາມາດນໍາໄປໃຊ້ ໄດ້ນັບຕັ້ງແຕ່ຂັ້ນສູນກາງລົງຮອດທ້ອງຖິ່ນເຊັ່ນ: ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດເປັນຜູ້ຂຽນຄູ່ມືແນະນໍາ ແລະ ນໍາໄປເຜີຍແຜ່ທາງດ້ານເຕັກນິກໃຫ້ແກ່ພະນັກງານຂະແໜງປ່າໄມ້ແຂວງ, ພະນັກງານຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ແລະ ຜູ້ປະ
ຄູ່ມືແນະນຳເຕັກນິກການປູກໜໍ່ຫຼອຍ
ປຶ້ມຄູ່ມືສະບັບນີ້ແມ່ນໄດ້ຜ່ານການທົບທວນບັນດາເອກະສານກ່ຽວຂ້ອງຕ່າງໆ ຈາກບົດວາລະສານສາກົນ, ພາກພື້ນອາຊີປາຊິຟິກ, ປະເທດອ້ອມຂ້າງ, ຜັນຂະຫຍາຍມາຈາກກົດໝາຍວ່າດ້ວຍປ່າໄມ້ສະບັບປັບປຸງ 2019 ແລະ ເອກະສານຈາກບັນດາໂຄງການ ກ່ຽວຂ້ອງຕ່າງໆທີ່ໄດ້ດໍາເນີນຜ່ານມາໃນ ສປປ ລາວ ເຊັ່ນ: ບົດຮຽນຈາກໂຄງການຜະລິດ ແລະ ເກັບກູ້ຫວາຍ ແລະ ໄມ້ປ່ອງແບບຍືນຍົງ, ໂຄງການກະສິກຳເພື່ອໂພສະນາການໄລຍະ 1 ແລະ ບັນດາປື້ມຄູ່ມືເຕັກນິການປູກ, ການລ້ຽງ ແລະ ການອະນຸລັກ, ຄຸ້ມຄອງ ແລະ ນໍາໃຊ້ເຄື່ອງປ່າຂອງດົງແບບຍືນຍົງທີ່ສູນຄົ້ນຄວ້າປ່າໄມ້, ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດໄດ້ຄົ້ນຄວ້າ ແລະ ຂຽນເປັນຄູ່ມືແນະນໍາດ້ານເຕັກນິກຕ່າງໆ. ຄູ່ມືແນະນໍາການວາງແຜນການຄຸ້ມຄອງປ່າໜໍ່ຫຼອຍແບບຍືນຍົງໄດ້ຖືກພັດທະນາ ແລະ ປັບປຸງໃຫ້ມີຄວາມແທດເໝາະ ເພື່ອຕອບສະໜອງຈຸດປະສົງໃຫ້ແກ່ທ້ອງຖິ່ນ ແລະ ພາກສ່ວນກ່ຽວຂ້ອງໃຫ້ມີຄວາມເຂົ້າໃຈພ້ອມນໍາໄປໃຊ້ໃຫ້ຖືກກັບຈຸດປະສົງ ການວາງແຜນປົກປັກຮັກສາ, ຄຸ້ມຄອງ ແລະ ນໍາໃຊ້ໄມ້ຫຼອຍໃຫ້ມີຄວາມຍືນຍົງ ແລະ ເຊື່ອມໂຍງເຂົ້າກັບການວາງແຜນພັດທະນາເສດຖະກິດ-ສັງຄົມຂອງບ້ານ, ເມືອງ ແລະ ແຂວງ. ສໍາລັບຜູ້ຊົມໃຊ້ປື້ມຄູ່ມືເຫຼັ້ມນີ້ແມ່ນທຸກພາກສ່ວນທີ່ກ່ຽວຂ້ອງສາມາດນໍາໄປໃຊ້ ໄດ້ນັບຕັ້ງແຕ່ຂັ້ນສູນກາງລົງຮອດທ້ອງຖິ່ນເຊັ່ນ: ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດເປັນຜູ້ຂຽນຄູ່ມືແນະນໍາ ແລະ […]
ເຕັກນິກການປູກຂ່າ
ປື້ມຄູ່ມືຈຸດປະສົງສ້າງເປັນເຄື່ອງມືທີ່ງາຍດາຍໃນການຈັດຕັ້ງປະຕິບັດ ແລະ ນໍາສະເໜີຈຸດປະສົງຂໍ້ມູນເບື້ອງຕົ້ນ ກ່ຽວກັບການປັບປຸ່ງດ້ານເຕັກນິກການປູກໝາກຂ່າຢູ່ໃນບ້ານເປົ້າໝາຍ ຂອງໂຄງການກະສິກຳເພື່ອໂພຊະນາການ ເຂດພາກເໜືອຂອງປະເທດລາວ. ປື້ມຄູ່ມືດັ່ງກ່າວໄດ້ຖືກພັດທະນາ ແລະ ປັບປຸງໃຫ້ແທດເໝາະໃນການຈັດຕັ້ງປະຕິບັດຂອງ ໂຄງການ ກະສິກຳເພື່ອໂພຊະນາການໄລຍະທີ 1 ແລະ ໄລຍະ ທີ II ໂດຍມີການຮ່ວມມືກັບນັກວິຊາການສະເພາະດ້ານ ແລະ ພະນັກງານຈາກ NAFRI/DTEAP/CDE ເພື່ອພັດທະນາມາເປັນເຄື່ອງມືໃຫ້ແກ່ພະນັກງານຂັ້ນແຂວງ, ເມືອງ, ຊາວບ້ານ ເພື່ອນໍາເອົາບົດຮຽນໄປຖ່າຍທອດໃຫ້ຊາວກະສິກອນ ໃນພື້ນທີເປົ້າໝາຍໂຄງການກະສິກຳເພື່ອໂພຊະນາການໄລຍະທີ II.
ສະຫະກອນບ້ານແຈ້ງ
ໃນປີ 2009 ໄດ້ມີການຈັດຕັ້ງກຸ່ມເມັດພັນເຂົ້າຂຶ້ນຢູ່ບ້ານແຈ້ງ ໂດຍມີເປົ້າໝາຍເພື່ອສະໜັບສະໜູນຊາວນາໃນທ້ອງຖິ່ນໃຫ້ໄດ້ເມັດພັນເຂົ້າທີ່ມີຄຸນນະພາບດີຂຶ້ນ. ຜ່ານໄລຍະເວລາ ກຸ່ມນີ້ໄດ້ເຕີບໂຕກາຍເປັນສະຫະກອນທີ່ແຂງແຮງ ຕັ້ງຢູ່ບົນພື້ນຖານຂອງຄວາມສາມັກຄີ ແລະ ຄວາມມຸ່ງໝັ້ນຮ່ວມກັນ. ສະຫະກອນບ້ານແຈ້ງໄດ້ຮັບການຈັດຕັ້ງຂື້ນຢ່າງເປັນທາງການໃນປີ 2018. ການຮັບຮອງທາງກົດໝາຍນີ້ເປັນຈຸດໝາຍສຳຄັນ ທີ່ເປີດໂອກາດໃຫ້ກັບຊາວນາແຕ່ລະຄົນ ສາມາດເຮັດໄດ້ດ້ວຍຕົນເອງ. ສະຫະກອນຊ່ວຍໃຫ້ສະມາຊິກໄດ້ຮັບປະໂຫຍດຈາກການຄວບຄຸມຄຸນນະພາບແບບມືອາຊີບ ແລະ ຄຳແນະນຳໃນການເພີ່ມຜົນຜະລິດ, ການລວມຜົນຜະລິດເພື່ອຂາຍຮ່ວມກັນ ແລະ ການເຂົ້າເຖິງການຮັບຮອງມາດຕະຖານ ເຊັ່ນ: ການຮັບຮອງອິນຊີ ທີ່ອອກໂດຍກະຊວງກະສິກຳ ແລະ ປ່າໄມ້. ດ້ວຍພື້ນທີ່ການປູກ 15 ເຮັກຕາ ແລະ ຜົນຜະລິດປະຈຳປີ 45 ໂຕນ, ສະຫະກອນໄດ້ສະແດງໃຫ້ເຫັນ ທັງຄວາມມີວິໄນ ແລະ ວິໄສທັດໃນໄລຍະຍາວ. ຜ່ານການປັບປຸງການສີເຂົ້າ ແລະ ການບັນຈຸຫຸ້ມຫໍ່ ຮ່ວມກັບການເຂົ້າເຖິງຜູ້ຊື້ທີ່ໃສ່ໃຈສຸຂະພາບ ແລະ ຕະຫຼາດໃນເມືອງ, ພວກເຂົາເລີ່ມເຫັນການປັບປຸງດ້ານລາຍໄດ້ ແລະ ຄວາມໝັ້ນຄົງທາງການເງິນ. ປັດຈຸບັນ ສະຫະກອນບ້ານແຈ້ງ ເປັນຕົວຢ່າງທີ່ດີຂອງຄວາມອົດທົນ ແລະ ພະລັງຂອງຊຸມຊົນ, ມັນພິສູດວ່າ: ເມື່ອຊາວນາມີການຈັດຕັ້ງ, ຮຽນຮູ້ຮ່ວມກັນ ແລະ ຊ່ວຍເຫຼືອກັນ […]
ປອ. ລຳເພີຍ ແກ່ນສົມບັດ
ທ່ານ ປອ. ລຳເພີຍ ແກ່ນສົມບັດ ເປັນນັກວິໄຈດ້ານໂພຊະນາການສັດ ແລະ ການຈັດການຟາມ ຜູ້ທີ່ໄດ້ນຳເອົາຄວາມຮູ້ຂອງຕົນໄປໃຊ້ໃນການສ້າງການປ່ຽນແປງທີ່ມີຄວາມໝາຍໃນຊຸມຊົນຊົນນະບົດຂອງປະເທດລາວ. ປອ. ລຳເພີຍ ເຊື່ອວ່າຄວາມຮູ້ທາງວິຊາການຈະມີຄຸນຄ່າຢ່າງແທ້ຈິງ ຕໍ່ເມື່ອຖືກນຳໄປປັບໃຊ້ໃນທາງປະຕິບັດ ເພື່ອຍົກລະດັບຄຸນນະພາບຊີວິດຂອງຄົນໃນຄວາມເປັນຈິງ. ໃນຊ່ວງປີ 2016 ຫາ 2019 ປອ. ລຳເພີຍ ໄດ້ດຳລົງຕຳແໜ່ງເປັນອາຈານຢູ່ ຄະນະກະເສດສາດມະຫາວິທະຍາໄລແຫ່ງຊາດລາວ (NUoL). ໃນໄລຍະນັ້ນ ທ່ານ ໄດ້ລົງເລິກດ້ານການປະເມີນໂຄງການ, ການວາງແຜນ ແລະ ການຕິດຕາມປະເມີນ ຜ່ານການຝຶກອົບຮົມວິຊາການຫຼາຍຄັ້ງ. ໃນປີ 2020 ປອ. ລຳເພີຍ ກ້າວອອກຈາກຫ້ອງສອນ ໄປເຮັດວຽກກັບສະມາຄົມ Anoulak ໃນໂຄງການພັດທະນາຊຸມຊົນ ເພື່ອຊອກຫາໂອກາດຕະຫຼາດຢ່າງຍືນຍົງໃຫ້ກັບຫັດຖະກຳດັ້ງເດີມ ຜ່ານການຊ່ວຍຈັດລະບຽບການຜະລິດໃຫ້ດີຂຶ້ນ, ການຍົກລະດັບຄຸນນະພາບສິນຄ້າ ແລະ ການເພີ່ມການເຂົ້າເຖິງຜູ້ຊື້ໄດ້ຊ່ວຍປ່ຽນຄວາມຮູ້ດັ້ງເດີມໃຫ້ກາຍເປັນແຫຼ່ງລາຍໄດ້ທີ່ໝັ້ນຄົງ. ສິ່ງນີ້ໄດ້ເສີມສ້າງຄວາມໝັ້ນຄົງທາງເສດຖະກິດ ແລະ ຊ່ວຍຫຼຸດຜ່ອນແຮງກົດດັນຕໍ່ຊັບພະຍາກອນທຳມະຊາດ ແລະ ທັງຍັງມີສ່ວນຮ່ວມໃນການອະນຸລັກຊີວະນາໆພັນ. ກຸ່ມຫັດຖະກຳ “Thaphaiban New Normal Crafting Group” ໄດ້ຖືກຈັດຕັ້ງຂື້ນຢ່າງເປັນທາງການໃນປີ 2023, […]


