ກົດໝາຍວ່າດ້ວຍສັດນ້ຳ ແລະ ການປະມົງ
ກົດໝາຍ ສະບັບນີ້ ກຳນົດຫຼັກການ, ລະບຽບການ ແລະ ມາດຕະການກ່ຽວກັບ ການຄຸ້ມຄອງ ແລະ ຕິດຕາມກວດກາ ວຽກງານສັດນໍ້າ ແລະ ການປະມົງ ເພື່ອເຮັດໃຫ້ວຽກງານດັ່ງກ່າວ ມີປະສິດທິພາບ ແລະ ປະສິດທິຜົນ ແນໃສ່ຮັບປະກັນການຄຸ້ມຄອງ, ການປົກປັກຮັກສາ, ການພັດທະນາ ແລະ ການນໍາໃຊ້ສັດນໍ້າ, ການປະມົງໃຫ້ມີຄຸນນະພາບ, ປອດໄພ, ຮັບປະກັນຄວາມໝັ້ນຄົງທາງດ້ານສະບຽງອາຫານ ແລະ ຜະລິດເປັນສິນຄ້າ ຕາມທິດສີຂຽວ ແລະ ຍືນຍົງ,ສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງຊາດ.
ຄູ່ມືແນະນຳຄວາມຮູ້ພື້ນຖານກ່ຽວກັບການປັບປຸງຄຸນນະພາບຂອງດິນໂດຍນຳໃຊ້ຖົ່ວສະໄຕໂລ
ຄູ່ມືແນະນໍາຄວາມຮູ້ພື້ນຖານສະບັບນີ້ສ້າງຂຶ້ນມາໂດຍມີຈຸດປະສົງ ເພື່ອໃຫ້ກຸ່ມຊາວກະສິກອນຜູ້ທີ່ຖືເອົາການ ປູກຊາເປັນອາຊີບພາຍໃນແຂວງຜົ້ງສາລີ ເວົ້າລວມເວົ້າສະເພາະ ກຸ່ມຊາວກະສິກອນຜູ້ປູກຊາທີ່ນອນຢູ່ໃນບ້ານເປົ້າໝາຍ ຂອງໂຄງການສາມາດຮຽນຮູ້ເຕັກນິກໃໝ່ໆກ່ຽວກັບ ການນໍາໃຊ້ພຶດຕະກຸນຖົ່ວເຂົ້າໃນການປັບປຸງຄຸນນະພາບຂອງດິນ ໂດຍສະເພາະການນໍາເອົາຖົ່ວສະໄຕໂລມາປູກປະສົມປະສານ ຫຼື ປູກສັບວ່າງຕົ້ນຊາ ເພື່ອຍົກສູງສະມັດຕະພາບທາງດ້ານ ປະລິດມານ ແລະ ຄຸນນະພາບຂອງຜົນຜະລິດຊາ. ຄູ່ມືແນະນໍາສະບັບນີ້ແມ່ນໄດ້ຄັດຈ້ອນ ແລະ ສັງລວມເອົາຂໍ້ມູນຕ່າງໆຈາກບັນດາເອກກະສານທາງດ້ານເຕັກ ນິກວິຊາການ, ບົດຮຽນປະສົບການຈາກການສຶກສາທົດລອງ ແລະ ປະຕິບັດຕົວຈິງຂອງຫຼາຍພາກສ່ວນທັງພາຍໃນ ແລະ ຕ່າງປະເທດ, ໂດຍສະເພາະໄດ້ມາຈາກການສຶກສາທົດລອງຕົວຈິງຢູ່ໃນບາງບ້ານເປົ້າໝາຍຂອງໂຄງການ.
ຄູ່ມືການວາງແຜນຄຸ້ມຄອງທີ່ດິນກະສິກຳແບບມີສ່ວນຮ່ວມຂັັ້ນບ້ານ
ປື້ມຄູ່ມືສະບັບນີ້ມີຈຸດປະສົງເພື່ອນຳາໃຊ້ເປັນເຄື່ອງມື ແລະ ບ່ອນອິງ ໃນການຈັດຕັ້ງປະຕິບັດ ວຽກງານການຄຸ້ມຄອງທີ່ດິນກະສິກຳແບບມີສ່ວນຮ່ວມ (PALM), ເຊິ່ງມັນເປັນວຽກໜຶ່ງ ຂອງຂະແໜງການກະສິກຳໃນວຽກງານການວາງແຜນການນໍາໃຊ້ທີ່ດິນຂັ້ນບ້ານເວົ້າລວມເວົ້າສະເພາະ. ຕາມພາລະບົດບາດ ແລະ ໜ້າທີ່ຂອງກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ, ກະຊວງກະສິກຳ ແລະ ປ່າໄມ້. ບັນດາຂະບວນການ ແລະ ຂັ້ນຕອນຕ່າງໆທີ່ໄດ້ກຳນົດໄວ້ໃນປື້ມຄູ່ມືເຫຼັ້ມນີ້ ຈະໄດ້ຖືກນໍາໄປເຜີຍແຜ່ ແລະ ນໍາໃຊ້ ໃນການວາງແຜນ ແລະ ຄຸ້ມຄອງທີ່ດິນກະສິກຳຈຳນວນ 4.5 ລ້ານເຮັກຕາ ໃນຂອບເຂດທົ່ວປະເທດ ເພື່ອຈຸດປະສົງການນໍາໃຊ້ທີ່ດິນກະສິກຳໃຫ້ມີຄວາມຍືນຍົງ ແລະ ສ້າງຜົນປະໂຫຍດສູງສຸດ ໃຫ້ກັບຊາວກະສິກອນ ໂດຍອິງຕາມສະພາບຕົວຈິງຂອງແຕ່ລະທ້ອງຖິ່ນ, ຄວາມ ຈຳກັດທາງດ້ານທຶນຮອນ ແລະ ຊັບພະຍາກອນມະນຸດ ຢູ່ພາຍໃນບ້ານ.
ບົດຮຽນແລະປະສົບການຂອງການຊ່ວຍເຫຼືອຄົນພິການແຂວງເຊກອງໃນກິດຈະກຳລ້ຽງໝູ
ໂຄງການສົ່ງເສີມການມີສ່ວນຮ່ວມຂອງຄົນພິການດ້ານເສດຖະກິດ ແລະ ສັງຄົມແຂວງເຊກອງ ຊຶ່ງໄດ້ຮັບ ທຶນຊ່ວຍເຫຼືອຈາກລັດຖະບານຂອງປະເທດ ອົດສະຕາລີ, ໄລຍະປະຕິບັດໂຄງການນຶ່ງປີ. ໂຄງການນີ້ເລີ່ມ ຕົ້ນອອກແບບກິດຈະກຳເພື່ອປັບປຸງດ້ານເສດຖະກິດຂອງຄົນພິການແລະຄອບຄົວ ໂດຍການລົງສໍາຫຼວດ ອຸປະສັກ, ຄວາມຕ້ອງການ ແລະ ສິ່ງທີ່ເປັນໄປໄດ້ສໍາລັບຄົນພິການແລະຄອບຄົວໃນກິດຈະກຳການດໍາລົງ ຊິວິດ. ການສໍາຫຼວດດັ່ງກ່າວໄດ້ດໍາເນີນໄປໃນໄລຍະ 3 ເດືອນ.
ດຳລັດວ່າດ້ວຍຢາສັດຕະວະແພດ, ເລກທີ 199/ລບ
– ອີງຕາມ ກົດໝາຍວ່າດ້ວຍລັດຖະບານ ສະບັບເລກທີ 04/ສພຊ,ລົງວັນທີ 08 ພະຈິກ 2016; – ອີງຕາມ ກົດໝາຍວ່າດ້ວຍການລ້ຽງສັດ ແລະ ການສັດຕະວະແພດ ສະບັບເລກທີ 08/ສພຊ, ລົງວັນທີ 11 ພະຈິກ 2016; – ອີງຕາມ ໜັງສືສະເໜີ ຂອງກະຊວງກະສິກຳ ແລະ ປ່າໄມ້ ສະບັບເລກທີ 0051/ກປ, ລົງວັນທີ 24 ມັງກອນ 2020.
ດຳລັດວ່າດ້ວຍອາຫານສັດ,ເລກທີ 02/ລບ
– ອີງຕາມ ກົດໝາຍວ່າດ້ວຍລັດຖະບານ ສະບັບເລກທີ 04/ສພຊ, ລົງວັນທີ 08 ພະຈິກ 2016; – ອີງຕາມ ກົດໝາຍວ່າດ້ວຍການລ້ຽງສັດ ແລະ ການສັດຕະວະແພດ ສະບັບເລກທີ 08/ສພຊ, ລົງວັນທີ 11 ພະຈິກ 2016; – ອີງຕາມ ໜັງສືສະເໜີ ຂອງກະຊວງກະສິກຳແລະ ປ່າໄມ້ ສະບັບເລກທີ 1346/ກປ, ລົງວັນທີ 25 ພະຈິກ 2019.
ຄຳສັງວ່າດ້ວຍ ການຕ້ານ, ເຝົ້າລະວັງ, ຄວບຄຸມ ແລະ ປ້ອງກັນພະຍາດປາກເປື່ອຍລົງເລັບ
ເຖິງ: ທ່ານຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງ, ບັນດາເຈົ້າເມືອງ, ຫ້ອງການກະສິກຳ ແລະ ປ່າໄມ້ເມືອງອຳນາດການປົກຄອງບ້ານ ແລະ ຕະຫຼອດຮອດພໍ່ແມ່ປະຊາຊົນ ຜູ້ລ້ຽງສັດເລັບຄູ່ ( ງົວ,ຄວາຍ, ແບ້ ແລະ ໝູ ). – ອີງຕາມ ກົດໝາຍວ່າດ້ວຍການລ້ຽງສັດ ແລະ ການສັດຕະວະແພດ ສະບັບເລກທີ 03/ສພຊ,ລົງວັນທີ 11 ພະຈິກ 2016. – ອີງຕາມ ລາຍງານ ຂອງກະຊວງກະສິກຳ ແລະ ປ່າໄມ້ ສະບັບເລກທີ 0172/ກປ, ລົງວັນທີ02 ມີນາ 2018. – ອີງຕາມ ການຊີ້ນຳຂອງທ່ານ ນາຍົກລັດຖະມົນຕີ ຄັ້ງວັນທີ 28 ມີນາ 2018.
ການປູກພືດໂດຍກົງຜ່ານພືດຄຸມດິນ
ບາງຄຸນລັກຊະນະທາງດ້ານຮູບຮ່າງພື້ນທີ່,ເສດຖະກິດ ແລະ ກະສິກ ຳ ຢູ່ພາກໃຕ້ ແຂວງ ໄຊຍະບູລີປະລິມານນາໍ້ຝົນສະເລ່ຍ 1200 ມິລິແມັດຕໍ່ປີ-1, ມີໄລຍະ ທີ່ແຫ້ງແລ້ງ ຢູ່ໃນທ້າຍເດືອນ ມິຖຸນາ ຫາ ຕົ້ນເດືອນ ສິງຫາ. ການພັດທະນາ ທີ່ສຸມໃສ່ ສະເພາະແຕ່ ວຽກງານ ກະສິກ ຳ ແມ່ນຍ້ອນເງື່ອນໄຂ ທາງດ້ານ ການ ຕະຫຼາດ ທ້ອງຖີ່ນ ແລະ ຄວາມ ອາດສາມາດ ທາງດ້ານ ການເງີນ ຂອງ ຜູ້ຮັບເໝົາທ້ອງຖີ່ນ. ບັນດາພືດໄຮ່ ທີ່ສ ຳຄັນມີ : ເຂົ້າ, ສາລີ, ຖົ່ວແດງ, ຖົ່ວດິນ, ໝາກເດືອຍ ແລະ ໝາກງາ ແຜນການຈັດສັນທີ່ດິນ ໄດ້ເລີ້ມຕົ້ນປະຕິບັດໃນປີ 1996. ຖືວ່າແມ່ນ ວຽກງານ ກະສິກຳທີ່ແທດເໝາະ ຍ້ອນບໍ່ມີການເຮັດໄຮ່ໝູນວຽນ ແລະ ຍ້ອນໄລຍະການປະດິນໃຫ້ເປັນປ່າເລົ່ານັ້ນແມ່ນ ຢູ່ໃນ […]
ຂໍ້ສະເໜີດ້ານກົດໝາຍສຳລັບຊາວກະສິກອນຂະໜາດນ້ອຍເພື່ອລຸດຜ່ອນຄວາມສ່ຽງໃນການຜະລິດຜັກອິນຊີ
ຜັກອິນຊີເປັນບູລິມັດສິດຂອງລັດຖະບານລາວ ໃນການພັດທະນາສີຂຽວ, ແບບຍືນຍົງ ແລະ ສະໜັບສະໜູນການຜະລິດກະສິກຳສະອາດ ເພື່ອ ຄໍ້າປະກັນສະບຽງອາຫານ ແລະ ຜະລິດ ເປັນສິນຄ້າ. ນອກຈາກນັ້ນ, ການຜະລິດຜັກອິນຊີ ເປັນກິດຈະກຳທີ່ສໍາຄັນຂອງຄອບຄົວ ຊາວກະສິກອນຂະໜາດນ້ອຍ ໃນການຕອບສະໜອງທາງດ້ານອາຫານ ແລະ ລາຍຮັບ. ແຕ່ ວ່າ, ມີຫຼາກຫຼາຍບັນຫາສົ່ງຜົນກະທົບຕໍ່ການຜະລິດຂອງຊາວກະສິກອນຂະໜາດນ້ອຍ ເປັນຕົ້ນ ການຕະຫຼາດ ພາຍໃນ ແລະຕ່າງປະເທດ, ສະພາບແວດລ້ອມທີ່ມີການປ່ຽນແປງ, ເງິນທຶນ ແລະ ຕົ້ນທຶນການຜະລິດ, ໂຄງລ່າງພື້ນຖານ, ຄວາມຮູ້ ແລະ ປະສົບການຂອງຊາວ ກະສິກອນ, ການຂໍໃບຢັ້ງຢືນກະສິກຳອິນຊີ, ບົດບາດຍິງຊາຍ ແລະ ເຕັກໂນໂລຊີການ ຜະລິດ. ຂໍສະເໜີທາງດ້ານນະໂຍບ່າຍໃນໄລຍະສັ້ນ ແລະ ໄລຍະຍາວໄດ້ຖືກບັນຈຸໃນບົດ ການຄົ້ນຄວ້າ ເພື່ອຊ່ວຍຊາວກະສິກອນຂະໜາດນ້ອຍຜູ້ທີ່ຜະລິດຜັກອິນຊີ.
ເຕັກນິກການຜະລິດນຳ້ໝັກຊີວະພາບ(ນຳ້ບີອີ)
ເຕັກນິກການຜະລິດນ້ຳໝັກຊີວະພາບ (ບີອີ): – ສູດເລັ່ງການຈະເລີນເຕີບໂຕຂອງພືດ (ນ້ຳໝັກສູດໃບ) – ສູກໃຫ້ໝາກ (ນ້ຳໝັກສູດໝາກ) – ສູດແຊ່ພືດສົດ ແລະ ຂີ້ສັດ ພ້ອມວິທີການນຳໃຊ້ຝຸ່ນນ້ຳ ແລະ ວິທີການເກັບຮັກສາ


