ດິນ ແລະ ຄວາມອຸດົມສົມບູນຂອງດິນ Soil and soil fertility

ເນື້ອໃນປຶ້ມຄູ່ມືຫົວນີ້ ໄດ້ຈັດແບ່ງອອກເປັນ 9 ບົດຄື: ການກຳເນີດ ແລະ ອົງປະກອບຂອງດິນ, ຄຸນສົມບັດທາງກາງຍະພາບຂອງດິນ, ຄຸນສົມບັດທາງເຄມີຂອງດິນ, ທາດອາຫານທີ່ຈຳເປັນສຳລັບພືດ, ລົດລາດຂອງທາດອາຫານທີ່ຈຳເປັນຕໍ່ການຈະເລີນເຕີບໂຕຂອງພືດ, ອິນຊີວັດຖຸ ແລະ ຈຸລິນຊີດິນ, ຫຼັກການນຳໃຊ້ຝຸ່ນ, ການປ້ອງກັນການເຊາະເຈື່ອນ ແລະ ການອະນຸລັກດິນ ແລະ ນໍ້າ

ເອກະສານປະກອບການສອນວິຊາ: ອານຸລັກສັດນ້ຳ-ສັດປ່າ ແລະ ປ່າສະຫງວນ

ປື້ມກ່ຽວກັບການອະນຸລັກສັດນ້ຳ-ສັດປ່າ ແລະ ປ່າສະຫງວນເຫຼັ້ມນີ້ ຜູ້ຂຽນໄດ້ຂຽນຂຶ້ນ, ໂດຍມີຈຸດປະສົງເພື່ອແນ່ໃສ່ຮັບໃຊ້ການຮຽນ-ການສອນໃນລະບົບຊັ້ນສູງ ຂອງວິທະຍາໄລກະສິກຳ ແລະ ປ່າໄມ້ພາກເໜືອ, ຜູ້ຂຽນໄດ້ຮວບຮວມ ແລະ ຮຽບຮຽງຂຶ້ນມາຈາກເອກະສານ ແລະ ປື້ມຄູ່ມືທີ່ເປັນພາສາລາວ ແລະ ພາສາຕ່າງປະເທດ, ຜົນການທົດລອງທາງດ້ານການອະນຸລັກສັດນ້ຳ-ສັດປ່າ ແລະ ປ່າສະຫງວນຂອງໂຄງການຕ່າງໆ ແລະ ຈາກການສອບຖາບນ້ຳຜູ້ສຳເລັດໃນການອະນຸລັກສັດນ້ຳ-ສັດປ່າ ແລະ ປ່າສະຫງວນໃນໄລຍະຜ່ານມາ.

ວັງສະຫງວນ ເພື່ອການອະນຸລັກປາທໍາມະຊາດແຂວງຊຽງຂວາງ

ວັງສະຫງວນ ເປັນແຫລ່ງຜະລິດແລະ ສະຫນອງອາຫານໃຫ້ແກ່ປະຊາຊົນບັນດາເຜົ່າ ດັ່ງນັ້ນ,ໃນແຕ່ລະບ້ານ ທີ່ຕັ້ງຢູ່ລຽບຕາມແມ່ນໍ້າ ສາຍຕ່າງໆ ຈຶ່ງໄດ້ພ້ອມກັນ ສ້າງຕັ້ງວັງສະຫງວນອະນຸລັກປາທໍາມະຊາດເພື່ອເປັນແຫລ່ງເພາະພັນຂະຫຍາຍພັນປາຊະນິດຕ່າງໆ ທີ່ຕິດພັນກັບ ການດໍາລົງຊີວິດການເປັນຢູ່ປະຈໍາວັນ ຂອງປະຊາຊົນບັນດາເຜົ່າ

ຫວັງສະຫງວນໃນແຂວງຫົວພັນ

ວັງສະຫງວນ ຢູ່ຕາມສາຍນໍ້າລໍາຫ້ວຍພາຍໃນ ແຂວງຫົວພັນແມ່ນໄດ້ກາຍເປັນຍຸດທະສາດທີ່ໄດ້ຮັບຜົນດີ ໂດຍການເຂົ້າຮ່ວມຂອງຊຸມຊົນໃນທ້ອງຖິ່ນເພື່ອຮັບປະກັນໃຫ້ປະຊາກອນປາຊະນິດພັນຕ່າງໆໃຫ້ມີຄວາມອຸດດົມສົມບຸນຫລາຍຂຶ້ນ. ວັງສະຫງວນ ຍັງເປັນພື້ນຖານທີ່ຕອບສະໜອງທາງດ້ານສະບຽງອາຫານໃຫ້ປະຊາຊົນໄດ້ບໍລິໂພກປາຫລາຍຂຶ້ນ ແລະ ມີລາຍຮັບເພີ່ມຂຶ້ນຈາກການຂາຍປາ. ວັງສະຫງວນຍັງຊ່ວຍໃນການອະນຸລັກດິນແຄມຕາຝັ່ງລວມທັງການທ່ອງທ່ຽວ.