ຂໍ້ສະເໜີດ້ານກົດໝາຍສຳລັບຊາວກະສິກອນຂະໜາດນ້ອຍເພື່ອລຸດຜ່ອນຄວາມສ່ຽງໃນການຜະລິດຜັກອິນຊີ
ຜັກອິນຊີເປັນບູລິມັດສິດຂອງລັດຖະບານລາວ ໃນການພັດທະນາສີຂຽວ, ແບບຍືນຍົງ ແລະ ສະໜັບສະໜູນການຜະລິດກະສິກຳສະອາດ ເພື່ອ ຄໍ້າປະກັນສະບຽງອາຫານ ແລະ ຜະລິດ ເປັນສິນຄ້າ. ນອກຈາກນັ້ນ, ການຜະລິດຜັກອິນຊີ ເປັນກິດຈະກຳທີ່ສໍາຄັນຂອງຄອບຄົວ ຊາວກະສິກອນຂະໜາດນ້ອຍ ໃນການຕອບສະໜອງທາງດ້ານອາຫານ ແລະ ລາຍຮັບ. ແຕ່ ວ່າ, ມີຫຼາກຫຼາຍບັນຫາສົ່ງຜົນກະທົບຕໍ່ການຜະລິດຂອງຊາວກະສິກອນຂະໜາດນ້ອຍ ເປັນຕົ້ນ ການຕະຫຼາດ ພາຍໃນ ແລະຕ່າງປະເທດ, ສະພາບແວດລ້ອມທີ່ມີການປ່ຽນແປງ, ເງິນທຶນ ແລະ ຕົ້ນທຶນການຜະລິດ, ໂຄງລ່າງພື້ນຖານ, ຄວາມຮູ້ ແລະ ປະສົບການຂອງຊາວ ກະສິກອນ, ການຂໍໃບຢັ້ງຢືນກະສິກຳອິນຊີ, ບົດບາດຍິງຊາຍ ແລະ ເຕັກໂນໂລຊີການ ຜະລິດ. ຂໍສະເໜີທາງດ້ານນະໂຍບ່າຍໃນໄລຍະສັ້ນ ແລະ ໄລຍະຍາວໄດ້ຖືກບັນຈຸໃນບົດ ການຄົ້ນຄວ້າ ເພື່ອຊ່ວຍຊາວກະສິກອນຂະໜາດນ້ອຍຜູ້ທີ່ຜະລິດຜັກອິນຊີ.
ເຕັກນິກການຜະລິດນຳ້ໝັກຊີວະພາບ(ນຳ້ບີອີ)
ເຕັກນິກການຜະລິດນ້ຳໝັກຊີວະພາບ (ບີອີ): – ສູດເລັ່ງການຈະເລີນເຕີບໂຕຂອງພືດ (ນ້ຳໝັກສູດໃບ) – ສູກໃຫ້ໝາກ (ນ້ຳໝັກສູດໝາກ) – ສູດແຊ່ພືດສົດ ແລະ ຂີ້ສັດ ພ້ອມວິທີການນຳໃຊ້ຝຸ່ນນ້ຳ ແລະ ວິທີການເກັບຮັກສາ
ເຕັກນິກການຜະລິດຝຸ່ນບົ່ມຊີວະພາບ
ຂັ້ນຕອນການຜະລິດຝຸ່ນບົ່ມຊີວະພາບ: – ການກຽມອຸປະກອນ ແລະ ສ່ວນປະກອບ – ຂັ້ນຕອນການຜະລິດຝຸ່ນບົ່ມຊີວະພາບ – ການບົ່ມຝຸ່ນ ແລະ ການເກັບຮັກສາ – ການນຳໃຊ້ຝຸ່ນຊີວະພາບໃສ່ພືດ
ປື້ມຄູ່ມືແນະນຳວິທີໃຊ້ເຕັກນິກການປູກເຂົ້າປະສົມປະສານກັບຖົ່ວ ແລະ ໄມ້ໃຫ້ໝາກ ໃນເຂດເນີນສູງ
ປື້ມຄູ່ມືນີ້ ມີຈຸດປະສົງເຮັດໃຫ້ການນໍາໃຊ້ເຄື່ອງມືງ ່າຍຂຶ້ນໃນ ການຈັດຕັ້ງປະຕິບັດ ແລະ ນໍາສະເໜີຈຸດປະສົງຂໍ້ມູນ ຂອງການນໍາໃຊ້ ເເຕັກນິກການປູກເຂົ້າປະສົມປະສານກັບຖົ່ວ ແລະໄມ້ໃຫ້ໝາກ ໃນເຂດເນີນສູງເພື່ອນໍາເຂົ້າໃນການຜະລິດກະສິກຳໃນເຂດແຫ້ງແລ້ງ ແລະ ເຂດນໍ້າຖ້ວມ ເພື່ອປັບປຸງທາງດ້ານກະສິກຳໃຫ້ແທດເໝາະກັບ ການປ່ຽນແປງດິນຟ້າອາກາດໃນແຕ່ລະທ້ອງຖີ່ນ.
ການຄຸ້ມຄອງແນວພັນພືດຢູ່ໃນ ສປປ ລາວ
ພາລະບົດບາດ ຂອງກົມປູກຝັງ ສະບັບເລກທີ 0078/ກປ, ລົງວັນທີ 12 ມັງກອນ 2022. ກ່ຽວກັບ ວຽກງານຄຸ້ມຄອງ ແນວພັນພືດ ກົມປູກຝັງ ມີໜ້າຮັບຜິດຊອບ: 1. ການກໍານົດມາດຖານແນວພັນພືດ, ແນວພັນ ແລະ ເມັດພັນພືດ; ການທົດສອບ, ການວິໄຈ 2. ຕິດຕາມ, ກວດກາ ຄຸນນະພາບແນວພັນ ແລະ ເມັດພັນພືດ ຢູ່ ສະຖານທີ່ການຜະລິດ ແລະ ສະຖານທີ່ເກັບຮັກສາ.
ຄູ່ມືແນະນຳ ແລະ ການນ້ຳໃຊ້ ແນວພັນສາລີເຂົ້າໜຽວຄຳ 1
ແນວພັນສາລີເຂົ້າໜຽວຄໍາ 1 ແມ່ນ ທ່ານ ຄຳມີໄຊ ຈັນທະລາ ໄດ້ປັບປຸງພັນຢູ່ບ້ານ ທ່າຫີນ,ເມືອງສາມັກຄີໄຊ,ແຂວງອັດຕະປື ລະດູຝົນ2019-ລະດູແລ້ງ 2020 ໂດຍ ປະສົມລະຫວ່າງ ແນວພັນສາລີເຂົ້າໜຽວພື້ນເມືອງ ກັບ ແນວພັນ ສາລີຈີນ. ໃຊ້ຮູບ ແບບປປັບປຸງພັນແບບປະສົມຂ້າມໂດຍກຳນົດເອົາສາລີຈີນເປັນຕົ້ນພໍ່ພັນ ແລະ ເອົາສາລີ ເຂົ້າໜຽວພື້ນເມືອງເປັນຕົ້ນແມ່(ສາລີຈີນເປັນສາລີທີໃຫ້ຜັກສະໝໍ່າສະເໜີຜົນຜະລິດດີກ ນແຊບຕະຫຼາດຕ້ອງການແຕ່ບໍ່ສາມາດເກັບເປັບແນວພັນປູກໃນລະດູການຕໍ່ໄປໄດ້; ສວ່ນສາລີເຂົ້າໜຽວພື້ນເມືອງລັກຊະນະລຳຕົ້ນກໍ່ບໍ່ສະໝໍ່າສະເໜີກິນກໍ່ຂ້ອນຂ້າງແຂງ ຕະຫຼາດບໍ່ຕ້ອງການ ແຕວ່າມັນທົນຕໍ່ລ້ວງເຈາະລໍາຕົ້ນໄດ້ ແລະ ກໍ່ສາມາດເກັບເປັນແນວ ພັນປູກໃນລະດູການຕໍ່ໄປໄດ້)ເຊີ່ງສາລີສອງແນວພັນນີ້ມີອາຍຸການເກັບກ່ຽວຂ້ອນຂ້າງຊໍ່າ ກັນດັ່ງນັ້ນ, ເຮົາຈີ່ງສາມາດປູກພ້ອມກັນໄດ້. ວິທີການປູກແມ່ນຈະປູກເປັນແຖວສັບກັນ ສໍາລັບຕົ້ນແມ່ເມື່ອຮອດເວລາອອກດອກຜູ້ຫຼືກອ່ນມັນຈະພົ້ນອອກຕ້ອງໄດ້ຕັດຖີ້ມໝົດ ຮວງເພື່ອບໍ່ໃຫ້ເກສອນມາປົນຫຼືປະສົມຕົນເອງຈົ່ງເອົາໄວ້ແຕ່ເກສອນຕົ້ນຜູ້ທີ່ເຮົາກໍານົດ ໄວ້ແລ້ວໃຫ້ມັນປະສົມພັນກັນເອງໂດຍທຳມະຊາດແລ້ວລໍຖ້າໃຫ້ມັນແກ່ກໍ່ສາມາດເກັບ ເປັນແນວພັນປູກໃນລະດູການຕໍ່ໄດ້; ປະຈຸບັນແນວພັນພັນດັ່ງກ່າວໄດ້ທົດສອບການກິນ ເຫັນວ່າກີນແຊບອອ່ນນຸ້ມ,ຫວານ ເປັນທີ່ຕ້ອງການຂອງຕະຫຼາດ ແລະ ປູກຂະຫຍາຍຢູ່ ພາຍໃນແຂວງ ແລະ ນໍາໄປປູກທົດລອງຢູ່ແຂວງທີ່ມີກິດຈະກຳໂຮງຮຽນຊາວນາກໍ່ເຫັນ ວ່າເຂົາມີຄວາມສົນໃຈຫຼາຍ.
ຄູ່ມືເຕັກນິກ ການຜະລິດກະສິກຳອິນຊີ
ຍ້ອນເຫັນໄດ້ທ່າແຮງ ຊັບພະຍາກອນທໍາມະຊາດ ໂດຍສະເພາະແມ່ນພູມອາກາດ, ດິນ, ແຫຼ່ງນໍ້າ ສໍາລັບການ ປູກຝັງ ຂອງປະເທດເຮົາ ຍັງມີຫຼາຍ ແລະ ຄວາມອຸດົມສົມບູນໄປດ້ວຍ ອີນຊີວັດຖຸ, ຊີວະນາໆພັນ ທີ່ຍັງບໍ່ທັນຖືກກະທົບທາງລົບ ຈາກການນໍາໃຊ້ສານເຄມີຄືກັບປະເທດອື່ນໆ. ດັ່ງນັ້ນ, ສູນມາດຕະຖານກະສິກໍາສະອາດ ແລະ ໂຄງການພັດທະນາກະສິກໍາສະອາດ ຈື່ງໄດ້ພັດທະນາ ຄູ່ມືເຕັກນິກ ການຜະລິດກະສິກໍາອິນຊີ ເພື່ອເປັນຂໍ້ມູນ ຮັບໃຊ້ໃຫ້ແກ່ຜູ້ທີ່ ເຮັດການຜະລິດເຊັ່ນ: ຊາວກະສິກອນ, ຜູ້ປະກອບການ ແລະ ພາກສ່ວນທີ່ກ່ຽວຂ້ອງປະຕິບັດໄດ້ຢ່າງຖືກຕ້ອງ ຕາມຄູ່ມືເຕັກນິກສະບັບນີ້.
ແສງຄຳ ອິນທິຣັດວົງສີ ເຈົ້າຂອງ Green Mountain Coffee
ທ່ານ ແສງຄຳ ອິນທິຣັດວົງສີ ເຄີຍເຮັດວຽກເປັນອາຈານສອນຢູ່ຄະນະວິທະຍາສາດປ່າໄມ້ ມະຫາວິທະຍາໄລແຫ່ງຊາດລາວ (NUoL) ໃນຊ່ວງປີ 1991 ຫາ 2010. ຫຼັງຈາກນັ້ນໄດ້ອອກມາເຮັດວຽກອິດສະຫຼະ ໂດຍລົງເລິກດ້ານການຈັດການຊັບພະຍາກອນທຳມະຊາດ ແລະ ເລີ່ມມີຄວາມສົນໃຈໃນກາເຟ. ດ້ວຍທຶນສະໜັບສະໜູນຈາກອົງການສະຫະປະຊາຊາດ (UN) ທ່ານແສງຄຳ ໄດ້ໄປສຶກສາການປູກກາເຟຢູ່ປະເທດໄທ ໃນປີ 2015 ລາວ ແລະ ເພື່ອນຮ່ວມງານໄດ້ຮ່ວມກັນກໍ່ຕັ້ງກຸ່ມ Lao Coffee Lovers ເພື່ອຊ່ວຍເຫຼືອຊາວກະສິກອນໃນການພັດທະນາທັກສະ ແລະ ເຊື່ອມໂຍງກັບຜູ້ທີ່ຢູ່ໃນອຸດສາຫະກຳກາເຟ. ໃນປີ 2019 ທ່ານ ແສງຄຳ ໄດ້ກໍ່ຕັ້ງ Green Mountain Coffee ຂຶ້ນເພື່ອສະໜັບສະໜູນການຜະລິດກາເຟໃນເມືອງດັກຈຶງ ແຂວງເຊກອງ, ໂດຍໄດ້ຈັດຝຶກອົບຮົມໃຫ້ຊາວກະສິກອນ ໃນການແກ້ໄຂບັນຫາ, ການເຂົ້າເຖິງຕະຫຼາດທີ່ຈຳກັດ ແລະ ພະຍາຍາມຍົກລະດັບຄຸນນະພາບກາເຟ, ເຮັດໃຫ້ຜູ້ຍິງຊົນເຜົ່າຢູ່ດັກຈຶງມີສ່ວນຮ່ວມໃນການປູກກາເຟ ຈາກນັ້ນພວກເຂົາໄດ້ຈັດຕັ້ງກຸ່ມຜູ້ຜະລິດ, ຮຽນຮູ້ທັກສະໃໝ່ ແລະ ຜະລິດກາເຟທີ່ມີຄຸນນະພາບສູງ. ປັດຈຸບັນ ກາເຟດັກຈຶງກຳລັງໄດ້ຮັບການຍອມຮັບຫຼາຍຂຶ້ນ ແລະ ຊ່ວຍໃຫ້ຊຸມຊົນທ້ອງຖິ່ນມີລາຍໄດ້ທີ່ດີຂຶ້ນ. ໃນປີ 2022 […]
ເຫັດເຜາະ
ການເກັບກູ້ແບບຢືນຍົງ ແລະ ການຈັດການອາຫານປ່າ ແລະ ສັດນ້ຳ: ເຫັດເຜາະ
ນັກຄົ້ນຄວ້າ: ຈັນທະວອນ ພົມພັກດີ
ຈັນທະວອນ ພົມພັກດີ ແມ່ນນັກຄົ້ນຄວ້າລະດັບປະລິນຍາໂທ (PhD) ທີ່ ສູນເພື່ອການພັດທະນາແລະສິ່ງແວດລ້ອມ (CDE), ມະຫາວິທະຍາໄລເບີນ, ໃນສາຍວິທະຍາສາດພື້ນຖານ ແລະ ການພັດທະນາຢ່າງຍືນຍົງ. ຜ່ານການຮ່ວມງານກັບໂຄງການ ຊີວິດຈາກດິນ ໃນປະເທດລາວ (LFL), ໂດຍສະໜັບສະໜູນການຄຸ້ມຄອງທີ່ດິນ ແບບຍືນຍົງ ໂດຍການສ້າງຫຼັກຖານທາງດ້ານວິທະຍາສາດ ທີ່ສາມາດການຕັດສິນໃຈໃນຄວາມເປັນຈິງ. ຫົວໃຈສໍາຄັນຂອງການຄົ້ນຄວ້າຂອງຈັນທະວອນ ຄືຄຳຖາມສຳຄັນທີ່ວ່າ: ເຮົາຈະປະເມີນຄຸນຄ່າຂອງສິ່ງທີ່ທໍາມະຊາດໃຫ້ໄດ້ແນວໃດ? ແລະ ອັນໃດແດ່ທີ່ຖືກເບິ່ງຂ້າມໄປເມື່ອຄຸນຄ່າຖືກກຳນົດແບບແຄບ? ຈັນທະວອນເນັ້ນການປະເມີນຄຸນຄ່າບໍລິການທາງດ້ານນິເວດວິທະຍາ, ໂດຍແບ່ງອອກເປັນກຸ່ມທີ່ຊັດເຈນເຊັ່ນ: ຄຸນຄ່າໃນການນໍາໃຊ້ (utilitarian values): ເຊັ່ນ: ອາຫານ, ລາຍໄດ້, ອາຊີບ. ຄຸນຄ່າທາງວັດທະນະທຳ (cultural values) ລວມທັງເຖິງລັກສະນະ, ການປະຕິບັດທາງຈິດວິທະຍາ ແລະ ຄວາມສຳພັນຂອງຊຸມຊົນຕໍ່ພື້ນທີ່ເຊັ່ນ: ປ່າສັກສິດ ແລະ ຄຸນຄ່າພາຍໃນທີ່ແທ້ຈິງ (intrinsic values): ຄຸນຄ່າຂອງລະບົບນິເວດທີ່ນອກເໜືອໄປຈາກການໃຊ້ປະໂຫຍດຂອງມະນຸດ. ແນວທາງນີ້ຊ່ວຍເຮັດໃຫ້ສາມາດສະແດງຜົນປະໂຫຍດທີ່ມັກຖືກເບີ່ງຂ້າມໃນການປະເມີນເສດຖະກິດດັ້ງເດີມ, ໂດຍຊ່ວຍປົກປ້ອງປ່າໄມ້ ແລະ ຊັບພະຍາກອນທາງທໍາມະຊາດອື່ນໆ ມາຢ່າງຍາວນານ. ຜົນງານຂອງຈັນທະວອນມີຄວາມສໍາຄັນຢ່າງຍິ່ງຕໍ່ກັບປະເທດລາວ ເນື່ອງຈາກວ່າການເຕີບໂຕທາງດ້ານເສດຖະກິດຢ່າງວ່ອງໄວ ແລະ ການຫຼຸດພົ້ນອອກຈາກຄວາມທຸກຍາກນັ້ນມາພ້ອມກັບຄວາມກົດດັນທີ່ເພີ່ມຂຶ້ນຕໍ່ທີ່ດິນ […]


