ການຄຸ້ມຄອງແນວພັນພືດຢູ່ໃນ ສປປ ລາວ

ພາລະບົດບາດ ຂອງກົມປູກຝັງ ສະບັບເລກທີ 0078/ກປ, ລົງວັນທີ 12 ມັງກອນ 2022. ກ່ຽວກັບ ວຽກງານຄຸ້ມຄອງ ແນວພັນພືດ ກົມປູກຝັງ ມີໜ້າຮັບຜິດຊອບ: 1. ການກໍານົດມາດຖານແນວພັນພືດ, ແນວພັນ ແລະ ເມັດພັນພືດ; ການທົດສອບ, ການວິໄຈ 2. ຕິດຕາມ, ກວດກາ ຄຸນນະພາບແນວພັນ ແລະ ເມັດພັນພືດ ຢູ່ ສະຖານທີ່ການຜະລິດ ແລະ ສະຖານທີ່ເກັບຮັກສາ.

ຂໍ້ແນະນຳການປູກແນວພັນເຂົ້າໜອນ

ເຂົ້າໜອນ (LG-13010) ເປັນແນວພັນເຂົ້າພື້ນ ເມືອງຂອງທ້ອງຖິ່ນ ເມືອງປາກລາຍ, ແຂວງໄຊຍະ ບູລີ, ແລະ ໃນປີ 2001 ໄດ້ນໍາໄປປູກເພື່ອຄັດເລືອກ ແລະ ໃນປີ 2003 ຈິ່ງໄດ້ນໍາໄປປູກທົດສອບໃນພື້ນທີ່ ໄຮ່ຂອງຊາວກະສິກອນຢູ່ 8 ແຂວງພາກ ເໜືອ ແລະ ເຫັນວ່າມີການຈະເລີນເຕີບໂຕດີ, ໃຫ້ຜົນຜະລິດ ສູງ ແລະ ເປັນທີ່ຍອມຮັບຂອງຊາວກະສິກອນ. ສະນັ້ນ, ຈີ່ງເລີ້ມມີການປູກຂະຫຍາຍ ແລະ ແພ່ກະຈາຍນັບຕັ້ງ ແຕ່ ປີ 2006 ເປັນຕົ້ນມາ.

ຄູ່ມືແນະນຳ ແລະ ການນຳໃຊ້ ແນວພັນເຂົ້າຫ້ວຍໂຄກ2 (Houaykh ot 2)

ແນວພັນຫ້ວຍໂຄດ2 (HK2) ແມ່ນ M10001-B-10-1-2-1-NK-B-B (M6-1) ແມ່ນໄດ້ຈາກການປັບປຸງພັນດ້ວຍເຕັກນິກການຜ້າເຫຼົ່າ (Mutation Breeding) ໂດຍນໍາເອົາແນວພັນ ທ່າດອກຄໍາ 8 (TDK8) ໄປອາບລັງສີກຣາມ ມາ (Gramma ray) ໃນລະດັບຄວາມເຂັ້ມ 200Gy ທີ່ ສະຖາບັນນິວເຄຍ (BATAN) ປະເທດ ອີນໂດເນເຊຍ ໃນປີ 2016 ແລ້ວນໍາມາຄັດເລືອກດ້ວຍ ເຕັກນິກ ການສຶບປະຫວັດ 4 ລະດູ ຄັດໄດ້ສາຍພັນທີ່ມີລັກຊະນະແຕກຕ່າງຈາກ ພັນເດີມ ແລະ ເຫັນວ່າດີ ແລ້ວລະດູຝົນ 2019 ໄດ້ ສົ່ງສາຍພັນດັ່ງກ່າວ. (ຊົ່ວທີ່ 4) ແລ້ວສົ່ງໄປຄັດເລືອກໃນພື້ນທີ່ນາຂອງຊາວກະສິກອນ ທີ່ບ້ານນາຄ່າ, ເມືອງຊຽງເງິນ , ແຂວງຫຼວງພະບາງ. ຄັດເລືອກຕໍ່ໃນລະດູຝົນ 2020 ໂດຍ ທ່ານ ພູ ຊາວນາບ້ານ ຊຽງເງິນ, ເມືອງຊຽງເງິນ, ໄດ້ມີໂອກາດມາຮ່ວມປະເມີນຜົນ ແລະ […]

ຄູ່ມື ເຕັກນິກ ການປ້ອງກັນພະຍາດຮາກເນົ່າໃນຜັກບົ່ວແບ່ງ (Erwinia root rot disease)

ປື້ມຄູ່ມືສະບັບນີ້ຜູ້ຈັດທໍາໄດ້ສັງລວມ ແລະ ຄັດຈ້ອນເອົາເຕັກນິກຈາກການຄົ້ນຄວ້າທົດລອງຂອງສູນປ້ອງກັນພືດຮ່ວມກັບ ໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ຕ່ອງໂສ້ມູນຄາອາຫານໃນ ສປປລາວ ກົມສົ່ງເສີມກະສິກຳ ແລະ ສະຫະກອນ, ບັນດາເອກະສານ, ຕຳລາຕ່າງໆ ແລະ ປະສົບການ ທີ່ມີຄວາມສໍາເລັດ ແລະ ແທດເໝາະກັບສະພາບການປ່ຽນແປງຂອງດິນຟ້າອາກາດໃນປະຈຸບັນ. ບົດຮຽນເລົ່ານີ້ ຊາວກະສິກອນສາມາດເອົາໃຊ້ ເຂົ້າໃນການປັບຕົວກັບສະພາບການປ່ຽນແປງຂອງດິນຟ້າອາກາດເພື່ອເຮັດໃຫ້ການ ດໍາລົງຊີວິດດີຂຶ້ນ. ເຊິ່ງຜູ້ຈັດທໍາຂໍສະແດງຄວາມຂອບໃຈມາຍັງເຈົ້າຂອງເອກະສານຄູ່ມື ແລະ ຕຳລາທີ່ກ່ຽວຂ້ອງຕ່າງໆ ທີ່ໄດ້ເຜີຍແຜ່ສູ່ສັງຄົມ ແລະ ຫວັງຢ່າງຍິ່ງວ່າຈະເປັນການປະກອບສ່ວນໃນການຄົ້ນຄວ້າຮຽບຮຽງເປັນຄູ່ມືສະບັບນີ້.

ບົດຮຽນການທົດລອງ ປູກທຸລຽນ ແຂວງ ເຊກອງ

ແຂວງເຊກອງກໍ່ແມ່ນແຂວງໜຶ່ງທີນອນຢູ່ໃນສີ່ແຂວງພາກໃຕ້ຂອງລາວ ອຸດົມສົມບູນໄປດ້ວຍດິນປູກຝັງທີ່ມີທ່າແຮງ ແລະ ເໝາະສົມແກ່ການປູກຝັງລ້ຽງສັດນາໆຊະນິດພັນ ໃນການສ້າງອາຊີບ ລາຍຮັບໃຫ້ແກ່ຊາວກະສິກອນລາວເຮົາໃນຂົງດັ່ງກ່າວຢ່າງຫຼວງຫຼາຍ ລວມທັງຜະລິດຮັບໃຊ້ພາຍໃນ ແລະ ສົ່ງອອກຊາຍແດນປະເທດເພື່ອບ້ານໃກ້ຄຽງ ປະເທດໄທ. ເຊິ່ງໃນນັ້ນ, ຖົ່ວລຽນ ກໍ່ແມ່ນໄມ້ໃຫ້ໝາກຊະນິດໜຶ່ງທາງດ້ານກະສິກຳ ທີ່ມີທ່າແຮງໃນການສ້າງເສດຖະກິດຕໍ່ຫົວໜ່ວຍຄອບຄົວຜູ້ຜະລິດເຂັ້ມແຂງ; ໃນຄະນະດຽວກັນກໍ່ ເປັນກໍາລັງແຮງຢູ່ດັນການຂະຫຍາຍຕົວເສດຖະກິດຂອງລາວເຮົາ. ບົນພື້ນຖານການຜະລິດຂອງຊາວກະສິກອນ ທີ່ເຂົ້າເຖິງກົນໄກຕະຫຼາດ ຫຼື ຜູ້ບໍລິໂພກ ຮຽກຮ້ອງເຖິງຄຸນນະພາບຂອງພະລິດຕະພັນ ທາງດ້ານໂພສະນາການ ໂດຍປາດສະຈາກ. ດ້ວງເຈາະໝາກ, ໂລກຣາໃບຕິດ ເກີດຈາກເຊື້ອຣາ, ດ້ວງເຈາະລໍາຕົ້ນ ອື່ນໆເຫຼົ່ານັ້ນຍັງເຫັນ ວ່າ ເປັນສິ່ງທ້າທາຍສໍາລັບຜູ້ທຳການຜະລິດກ່ຽວກັບການປະເຊີນ ແລະ ຊ່ອງທາງອອກແກ້ໄຂບັນຫາຮ່ວມກັນ ເຮັດໃຫ້ໄດ້ຜົນຜະລິດທີດີ. ສະນັ້ນ, ຈຸດປະສົງຂອງເນື້ອໃນເອກະສານນີ້ ເພື່ອນໍາສະເໜີຜົນສໍາເລັດ “ ບົດຮຽນການທົດລອງປູກຖົ່ວລຽນ ແຂວງ ເຊກອງ” ຄະນະ ວິຊາການໄດ້ວາງກອບວຽກ ກຳນົດຈຸດທົດລອງ, ເຮັດວຽກຮ່ວມກັບຄອບຄົວເປົ້າໝາຍ, ຝຶກອົບຮົມ, ປະຕິບັດຕົວຈິງພາກສະໜາມ ໃຫ້ຊາວກະສິກອນເຫັນຕົວຈິງ ແລະ ປະສົບການຮຽນຮູ້ຂອງເຂົາເຈົ້າ ກ່ຽວກັບເຊື້ອພະຍາດຖົ່ວລຽນ ແລະ ວິທີປອ້ງກັນ.

ຄູ່ມື ດ້ານວິຊາການ ການສ້າງມາດຕະການປ້ອງກັນພະຍາດ (Panama Disease). ໃບແຫ້ງໃນກ້ວຍ

ອິງໃສ່ຄວາມກ້າວໜ້າວ່ອງໄວທາງດ້ານວິທະຍາສາດ, ເຕັກໂນໂລຊີ ແລະ ສະພາບຄວາມເປັນຈິງໃນການພັດທະນາທາງດ້ານກະສິກຳ ແລະ ປ່າໄມ້ ຢູ່ສາທາລະນະລັດປະຊາທິປະໄຕ ປະຊາຊົນລາວ ໂດຍທົ່ວໄປແລ້ວ ພໍ່ແມ່ປະຊາຊົນລາວເຮົາ ມີມູນເຊື້ອຄວາມດຸໝັ່ນ ໂດຍສະເພາະການຜະລິດກະສິກໍາຫຼາຍດ້ານ; ແຕ່ສັງເກດລວມແລ້ວ ຍັງມີຫຼາຍຂົງເຂດຢູ່ຊານເມືອງ ເຊິີ່ງການຜະລິດຍັງຕິດພັນກັບທໍາ ມະຊາດ ແລະ ມີສິ່ງທ້າທາຍການຍົກສະມັດຕະພາບການຜະລິດ ເຊັັ່ນ: ພະຍາດສັດຕູພືດລະບາດ, ບົ້ງ, ພະຍາດໃບແຫ້ງ, ເພັ້ຍເຊື້ອລາພະຍາດ, ທີ່ມາຂອງພະຍາດ ລວມເຖິງດ້ານເຕັກນິກ ຂະບວນການປູກ ແລະ ບົວລະບັດຮັກສາຈົນຮອດມື້ເກັບກູ່ຽວຜົນຜະລິດ ບາງຄັ້ງກໍ່ໄດ້ຮັບຜົນດີ, ບາງຄັ້ງການຜະລິດຂ້ອນຂ້າງຕົກຕໍ່າ ທາງນີ້ກໍ່ຂື້ນກັບການເອື້ອອຳນວຍຂອງສິີ່ງແວດລ້ອມຕ່າງໆ.

ຄູ່ມືແນະນຳເຕັກນິກການກ້າ ແລະ ການປູກຜັກຫວານ

ປື້ມຄູ່ມືສະບັບນີ້ແມ່ນການແນະນໍາທາງດ້ານເຕັກນິກການກ້າ ແລະ ການປູກທີ່ໄດ້ພັດທະນາ ແລະ ປັບປຸງມາຈາກປື້ມເຕັກນິກທີ່ທາງໂຄງການກະສິກຳເພື່ອໂພສະນາ ການໄລຍະ 1 ໄດ້ຈັດຕັ້ງປະຕິບັດຜ່ານມາ. ປຶ້ມຄູ່ມືນີ້ສາມາດເຮັດໃຫ້ຜູ້ອ່ານເຂົ້າໃຈໄດ້ງ່າຍ ແລະ ສາມາດນໍາໄປຈັດຕັ້ງປະຕິບັດໃຫ້ເກີດປະໂຫຍດ. ຜູ້ຂຽນໄດ້ຄັດຈ້ອນເອົາເຕັກນິກທີ່ແທດເໝາະ ແລະ ງ່າຍດາຍສໍາລັບການຂະຫຍາຍພັນ ແລະ ການປູກຜັກຫວານປ່າ ເພື່ອສາມາດນໍາເອົາເຕັກນິກດັ່ງກ່າວນີ້ໄປສົ່ງເສີມໃຫ້ບັນດາຊາວກະສິກອນ ແລະ ບັນພາກສ່ວນກ່ຽວຂ້ອງນໍາໄປໝູນໃຊ້ໄດ້. ຈຸດປະສົງຂອງປຶ້ມຄູ່ມືເຕັກນິກເຫຼັ້ມນີ້ແມ່ນເພື່ອຜັນຂະຫຍາຍເຕັກນິກອັນໃໝ່ກ່ຽວກັບການກ້າ ແລະ ການປູກລົງສູ່ທ້ອງງຖິ່ນ. ສ້າງຄວາມເຂັ້ມແຂງທາງດ້ານເຕັກນິກວິຊາການ ແລະ ໃຫ້ປະຊາຊົນໃນເຂດບ້ານເປົ້າໝາຍໂຄງການ ໃຫ້ມີຄວາມຮູ້ຄວາມສາມາດທາງດ້ານການກ້າ ແລະ ການປູກ. ເພື່ອເປັນການສົ່ງເສີມທາງດ້ານກະສິກຳເພື່ອໂພສະນາການ ທີ່ມີແຫຼ່ງອາຫານຈາກປ່າຢ່າງພຽງພໍ. ປະຊາຊົນມີຢູ່ມີກິນມີແຮໄວ້ ແລະ ຂາຍ່ສ້າງລາຍຮັບແກ່ຄອບຄົວ, ປະຊາຊົນເຫັນໄດ້ຄວາມສໍາຄັນຂອງພືດທີ່ເປັນອາຫານ ແລະ ທັງເປັນເສດຖະກິດແກ່ຄອບຄົວເຮັດໃຫ້ຄອບຄົວມີຄວາມອຸດົມສົມບູນຂຶ້ນ. ສໍາລັບຜູ້ຊົມໃຊ້ປຶ້ມຄູ່ມືເຫຼັ້ມນີ້ແມ່ນທຸກພາກສ່ວນທີ່ກ່ຽວຂ້ອງສາມາດນໍາໄປໃຊ້ ໄດ້ນັບຕັ້ງແຕ່ຂັ້ນສູນກາງລົງຮອດທ້ອງຖິ່ນເຊັ່ນ: ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດເປັນຜູ້ຂຽນຄູ່ມືແນະນໍາ ແລະ ນໍາໄປເຜີຍແຜ່ທາງດ້ານເຕັກນິກໃຫ້ ແກ່ພະນັກງານຂະແໜງປ່າໄມ້ແຂວງ, ພະນັກງານຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ແລະ ຜູ້ປະສານງານໂຄງການຂັ້ນເມືອງ ສາມາດນໍາໄປຖ່າຍທອດໃຫ້ແກ່ປະຊາຊົນບ້ານເປົ້າໝາຍໂຄງການ.

ເຕັກນິກການປູກຂ່າ

ປື້ມຄູ່ມືຈຸດປະສົງສ້າງເປັນເຄື່ອງມືທີ່ງາຍດາຍໃນການຈັດຕັ້ງປະຕິບັດ ແລະ ນໍາສະເໜີຈຸດປະສົງຂໍ້ມູນເບື້ອງຕົ້ນ ກ່ຽວກັບການປັບປຸ່ງດ້ານເຕັກນິກການປູກໝາກຂ່າຢູ່ໃນບ້ານເປົ້າໝາຍ ຂອງໂຄງການກະສິກຳເພື່ອໂພຊະນາການ ເຂດພາກເໜືອຂອງປະເທດລາວ. ປື້ມຄູ່ມືດັ່ງກ່າວໄດ້ຖືກພັດທະນາ ແລະ ປັບປຸງໃຫ້ແທດເໝາະໃນການຈັດຕັ້ງປະຕິບັດຂອງ ໂຄງການ ກະສິກຳເພື່ອໂພຊະນາການໄລຍະທີ 1 ແລະ ໄລຍະ ທີ II ໂດຍມີການຮ່ວມມືກັບນັກວິຊາການສະເພາະດ້ານ ແລະ ພະນັກງານຈາກ NAFRI/DTEAP/CDE ເພື່ອພັດທະນາມາເປັນເຄື່ອງມືໃຫ້ແກ່ພະນັກງານຂັ້ນແຂວງ, ເມືອງ, ຊາວບ້ານ ເພື່ອນໍາເອົາບົດຮຽນໄປຖ່າຍທອດໃຫ້ຊາວກະສິກອນ ໃນພື້ນທີເປົ້າໝາຍໂຄງການກະສິກຳເພື່ອໂພຊະນາການໄລຍະທີ II.

ບໍລິສັດ ຄຸູນເຂົ້າ ຈໍາກັດ: ການຫຼຸດຜ່ອນຂີ້ເຫຍື້ອ ຜ່ານການນໍາໃຊ້ກ້ວຍທຸກສ່ວນຢ່າງຄຸ້ມຄ່າ

ນາງ ບົວສະນິດ (ນົກ) ເຈົ້າຂອງບໍລິສັດ ຄູນເຂົ້າ ຈໍາກັດ ໄດ້ກໍ່ຕັ້ງຂື້ນໃນປີ 2023 ດ້ວຍພາລະກິດທີ່ຊັດເຈນ ຄື ການຫຼຸດຜ່ອນຂີ້ເຫຍື້ອທາງກະສິກໍາ ໂດຍການນໍາໃຊ້ຊັບພະຍາກອນທ້ອງຖິ່ນໃຫ້ເກີດປະໂຫຍດສູງສຸດ. ໃນຖານະເປັນຜູ້ນໍາເຂົ້າ ແລະ ສົ່ງອອກຜະລິດຕະພັນອາຫານ, ບໍລິສັດໄດ້ກ້າວຂ້າມການຄ້າແບບດັ້ງເດີມ ແລະ ຍັງນໍາເອົາ “ກ້ວຍ” ຊຶ່ງເປັນໝາກໄມ້ທີ່ມີຫຼາຍໃນພາກພື້ນ ມາແປຮູບເປັນຜະລິດຕະພັນເພື່ອເພີ່ມມູນຄ່າໃຫ້ສູງ ແລະ ເປັນມິດກັບສິ່ງແວດລ້ອມ ໃນຫຼາຍຮູບແບບ. ແນວຄິດທາງທຸລະກິດນີ້ເກີດຂຶ້ນຈາກບ້ານເກີດຂອງນົກ ເນື່ອງຈາກວ່າມີຕົ້ນກ້ວຍເປັນຈໍານວນຫຼາຍ ແຕ່ຕົ້ນກ້ວຍສ່ວນຫຼາຍຖືກປະໄວ້ໂດຍບໍ່ໄດ້ນໍາໃຊ້. ຈາກທີ່ເບິ່ງຕົ້ນກ້ວຍທີ່ເຫຼືອ ແລະ ໃບກ້ວຍຕ່າງໆເຄີຍເປັນຂີ້ເຫຍື້ອ, ນົກກັບເຫັນເປັນໂອກາດໃນການອອກແບບ ທຸລະກິດແບບໝຸນວຽນ ແລະ ນໍາໃຊ້ຊັບພະຍາກອນຢ່າງມີປະສິດທິພາບ ເພື່ອໃຫ້ກ້ວຍທຸກສ່ວນມີມູນຄ່າສູງສຸດ. ບໍລິສັດ ຄູນເຂົ້າ ຈໍາກັດ ນໍາໃຊ້ກ້ວຍໃນການຜະລິດອາຫານ ແລະ ຂອງວ່າງເພື່ອສຸຂະພາບ ພ້ອມທັງສະກັດເສັ້ນໃຍຈາກຕົ້ນກ້ວຍເພື່ອນໍາໄປໃຊ້ໃນຜະລິດຕະພັນ ແລະ ເຄື່ອງຈັກ. ສ່ວນທີ່ເຫຼືອຈາກການຜະລິດກໍຖືກນໍາກັບມາໃຊ້ໃໝ່, ນ້ໍາທີ່ໄດ້ຈາກການສະກັດເສັ້ນໃຍ ຖືກນໍາໄປຜະລິດເປັນປຸ໋ຍອິນຊີ ແລະ ຮາກກ້ວຍຖືກນໍາໄປແປຮູບເປັນແປ້ງ ເພື່ອໃຊ້ໃນການເຮັດເສັ້ນເຂົ້າປຽກ. ດ້ວຍການເບິ່ງເຫັນຕົ້ນກ້ວຍເປັນຊັບພະຍາກອນທັງຕົ້ນ ແທນທີ່ຈະເປັນພືດທີ່ນໍາໃຊ້ພຽງຄັ້ງດຽວ, ບໍລິສັດຈຶ່ງສາມາດຫຼຸດຜ່ອນຂີ້ເຫຍື້ອໄດ້ເກືອບຈະເປັນສູນ. ຜົນທີ່ໄດ້ຮັບຄື ລະບົບຫຼຸດຜ່ອນຂີ້ເຫຍື້ອໄດ້ຈິງ […]

ມິມີ່ ພົມມາລີ ອາຍຸ 27 ປີ ຕົວແທນຊາວກະສິກອນລຸ້ນໃໝ່ຈາກ ບ້ານພົງສະຫວັນ ເມືອງປາກອູ ແຂວງຫຼວງພະບາງ

ສວນຄໍາເພັດ (Kham Phet Garden) ກໍ່ຕັ້ງຂຶ້ນໃນປີ 2000 ໂດຍພໍ່ຂອງມີມີ່ ມີເນື້ອທີ່ທັງໝົດ 18 ເຮັກຕາ. ເຊິ່ງໄດ້ຮັບແຮງບັນດານໃຈມາຈາກການໄປຢ້ຽມຢາມປະເທດໄທ ແລະ ເຫັນຄວາມຫຼາກຫຼາຍຂອງໝາກໄມ້. ໃນເວລານັ້ນ ປະເທດລາວນໍາເຂົ້າໝາກໄມ້ຈໍານວນຫຼາຍຈາກປະເທດໄທ, ສິ່ງນີ້ເປັນແຮງຈູງໃຈໃຫ້ລາວນໍາເອົາແນວພັນໝາກໄມ້ຫຼາຍຊະນິດມາປູກໃນສວນຂອງຕົນເອງ ເຊັ່ນ: ໝາກພຸກ, ໝາກເງາະ, ໝາກລະມຸດ, ໝາກລໍາໄຍ ແລະ ອື່ນໆ. ໃນຊ່ວງເລີ່ມຕົ້ນທຸລະກິດ ອຸປະສັກທີ່ໃຫຍ່ທີ່ສຸດຄື ຄວາມຮູ້ທາງເຕັກນິກທີ່ຈໍາກັດ, ໂລກພະຍາດພືດ, ໄພພິບັດທາງທໍາມະຊາດ ແລະ ຕົ້ນທຶນການຜະລິດທີ່ສູງ ເພື່ອສຶບຕໍ່ອາຊີບຫຼັກຂອງຄອບຄົວໃຫ້ເຂັ້ມແຂງ, ມີມີ່ ພົມມະລີ (Mimi Phommaly) ໄດ້ເລືອກຮຽນດ້ານກະສິກໍາ ແລະ ໄດ້ສໍາເລັດການສຶກສາຈາກວິທະຍາໄລກະສິກໍາ ແລະ ປ່າໄມ້ພາກເໜືອ ໃນປີ 2018. ຫຼັງຈາກຈົບການສຶກສາ ມີມີ່ໄດ້ເຂົ້າມາມີບົດບາດໃນການເຮັດສວນໝາກໄມ້ ເພື່ອຊ່ວຍສະໜັບສະໜູນທຸລະກິດຂອງຄອບຄົວ. ສວນຄໍາເພັດໃຫ້ຄວາມສໍາຄັນຕໍ່ກັບກະສິກໍາຢ່າງຍືນຍົງ ແລະ ບໍ່ໃຊ້ສານເຄມີ ພ້ອມກັບການສົ່ງເສີມພັນພືດທ້ອງຖິ່ນ ແລະ ພືດພື້ນເມືອງ ບໍ່ພຽງແຕ່ສ້າງລາຍຮັບໃຫ້ແກ່ຊາວກະສິກອນ ແຕ່ຍັງມີບົດບາດສໍາຄັນໃນການອະນຸລັກຄວາມຫຼາກຫຼາຍທາງຊີວະນາໆພັນກະສິກໍາ. ດ້ວຍການປູກພືດພັນພື້ນເມືອງຫຼາກຫຼາຍ ແລະ […]