ບົດຮຽນແລະປະສົບການຂອງການຊ່ວຍເຫຼືອຄົນພິການແຂວງເຊກອງໃນກິດຈະກຳລ້ຽງໝູ

ໂຄງການສົ່ງເສີມການມີສ່ວນຮ່ວມຂອງຄົນພິການດ້ານເສດຖະກິດ ແລະ ສັງຄົມແຂວງເຊກອງ ຊຶ່ງໄດ້ຮັບ ທຶນຊ່ວຍເຫຼືອຈາກລັດຖະບານຂອງປະເທດ ອົດສະຕາລີ, ໄລຍະປະຕິບັດໂຄງການນຶ່ງປີ. ໂຄງການນີ້ເລີ່ມ ຕົ້ນອອກແບບກິດຈະກຳເພື່ອປັບປຸງດ້ານເສດຖະກິດຂອງຄົນພິການແລະຄອບຄົວ ໂດຍການລົງສໍາຫຼວດ ອຸປະສັກ, ຄວາມຕ້ອງການ ແລະ ສິ່ງທີ່ເປັນໄປໄດ້ສໍາລັບຄົນພິການແລະຄອບຄົວໃນກິດຈະກຳການດໍາລົງ ຊິວິດ. ການສໍາຫຼວດດັ່ງກ່າວໄດ້ດໍາເນີນໄປໃນໄລຍະ 3 ເດືອນ.

ທາງເລືອກໃໝ່ ໃນການຜະລິດລູກປາ ໂດຍການນຳໃຊ້ອ່າງ

ການສະຫນອງລູກປາບໍ່ພຽງພໍກັບຄວາມຕ້ອງ ການແມ່ນ ນຶ່ງໃນບັນຫາ ຂໍ້ຄົງຄ້າງ ຂອງການພັດທະນາ ການລ້ຽງປາ ໃນ ສປປ ລາວ ໂດຍສະ ເພາະ ແມ່ນຢູ່ເຂດຫ່າງໄກສອກລີກ ທີ່ບໍ່ສາມາດຫາຊື້ ຫລື ຜະລິດລູກ ປາເອງໄດ້. ສູນຄົ້ນຄ້ວາການປະມົງ (LARREC) ຮ່ວມກັບໂຄງການ ຄົ້ນຄ້ວາການປະມົງໃນອ່າງ (FMG) ທີ່ຂື້ນກັບແຜນງານປະມົງ ຂອງ ຄະນະກ ຳມະທິການແມ່ນຂອງສາກົນ (MRC) ໄດ້ຮ່ວມກັນຄົ້ນຄ້ວາ ຊອກຫາວິທີ ແກ້ໄຂ ບັນຫາດັ່ງກ່າວ ໂດຍການທົດລອງນ ຳໃຊ້ ອ່າງຟັກ ໄຂ່ປາເຄື່ອນທີ່ ຊຶ່ງສາມາດ ໃຊ້ເຂົ້າໃນວຽກງານປະສົມພັນທຽມ ປາພື້ນ ເມືອງ ໃນແມ່ນຂອງ ແລະ ສະໜອງລູກປາ ໃຫ້ແກ່ຊາວກະສິກອນ ເພື່ອນ ຳໄປລ້ຽງ ໃນໜອງ, ກະຊັງ ຫລື ປ່ອຍລົງອ່າງເກັບນາໍ້.

ແມງຄັ່ງ

ແມງຄັ່ງ: ເປັນແມງໂຕນ້ອຍໆ ຈ ຳພວກແລັກຊີເຟີຣິດີ (Lacciferidae) ມີຂະໜາດຕົນໂຕສາໍ່ໂຕໄຮ, ດ ຳລົງຊີ ວິດໂດຍການໃຊ້ປາກເຊີ່ງເປັນງວງດູດກິນນລ້ຽງຈາກຕົ້ນ ໄມ້ມາເປັນອາຫານ. ຄັ່ງ: ເປັນຢາງທີ່ຖ່າຍອອກມາຈາກໂຕແມງຄັ່ງ; ຊີວິດຄັ່ງ ເລີ່ມຕົ້ນຈາກໄຂ່; ເຊີ່ງເປັນໄຂ່ຟັກເປັນໂຕອ່ອນແລ້ວລູກ ຄັ່ງຈະຄານອອກຈາກຮັງໄປລວມກັນເປັນໝູ່ຕາມກິ່ງໄມ້ທີ່ ອວບອ່ອນ ດູດກິນນາໍ້ລ້ຽງແລ້ວຖ່າຍນາໍ້ຄັ່ງໜຽວໆອອກ ເພື່ອ ເຮັດເປັນຮັງຫຸ້ມໂຕຂອງມັນດົນໆຈົນຮັງໃຫຍ່ອອກ ເປັນ ກອງໃຫຍ່. ສະນັ້ນ, ສິນຄ້າຄັ່ງທີ່ເຮົາຊື້ຂາຍກັນນັ້ນ ກໍ່ຄືຮັງຂອງແມງຄັ່ງນັ້ນເອງ.

ການພັດທະນາການລ້ຽງປາໃນລາວໄລຍະ25ປີຜ່ານມາ

ສປປ ລາວ ເປັນ ປະເທດທີ່ບໍ່ມີທະເລແລະມີພູຫຼາຍ, ສິ່ງອ ຳນວຍຄວາມສະດວກແລະພື້ນຖານ ໂຄງລ່າງຍັງມີຈ ຳກັດ. ການສ ຳຫຼວດ ພົນລະເມືອງ ໃນ ປີ 1995 ເຊິ່ງມີ ປະຊາກອນປະມານ 4.5 ລ້ານຄົນ ໃນ ນີ້ 83% ແມ່ນດ ຳລົງຊີວິດຕາມເຂດຊົນນະບົດ. ຈ ຳນວນປະຊາກອນຈະເພີ່ມຂຶ້ນເປັນ 7.7 ລ້ານຄົນໃນປີ 2020 ( ອີງຕາມ ອັດຕາການເພີ່ມຂຶ້ນຂອງພົນລະເມືອງໃນໄລຍະທີ່ຜ່ານມາ 2.5 – 2.8%). ເນື້ອທີ່ການປູກ ຝັງໃນທົ່ວປະເທດມີພຽງແຕ່ 3% ຂອງເນື້ອທີ່ທັງຫມົດ. ການປະມົງໄດ້ມີບົດບາດອັນສ ຳຄັນໃນເສດຖະກິດແຫ່ງຊາດແລະກວມເອົາເຖິງ 13% ຂອງມູນຄ່າ ຜະລິດຕະພັນພາຍໃນທັງຫມົດ. ມີການຫາປາຈາກລ ຳນາໍ້ຂອງແລະສາຂາ, ທົ່ງພຽງເຂດນ ຳຖ້ວມ, ດິນບໍລິ ເວນນ ແລະທົ່ງນາ. ໃນແຫຼ່ງນທ ຳມະຊາດເຫຼົ່ານີ້ແມ່ນອຸດົມສົມບູນໄປດ້ວຍປາແລະສັດນາໍ້ນາໆຊະນິດ. ແຕ່ວ່າປະລິມານການຫາປາອາດຈະຫຼຸດລົງຍ້ອນມີການຫາປາຫຼາຍ, ການເພີ່ມຂຶ້ນຂອງປະຊາກອນ, ການ […]

ເຕັກນິການສ້າງຄອກໝູຂຸມຊີວະພາບ

ບັນດາເຕັກນິກທີ່ນ ຳສະເໜີສ ຳລັບການສ້າງຄອກໝູ ໄດ້ອີງໃສ່ເຕັກນິກຈາກປະເທດເກົາ ຫລີ ການລ້ຽງໝູຂຸມຊີວະພາບ ຊຶ່ງມີສ່ວນປະກອບເຊັ່ນ : ຂີ້ແກບ, EM, ເກືອ ແລະ ດິນ. ຜົນດີຂອງການລ້ຽງໝູຂຸມຊີວະພາບມີຄື : ຕົ້ນທຶນຕາໍ່; ບໍ່ສົ່ງກິ່ນເໝັນລົບກວນຊຸມຊົນອ້ອມຂ້າງ; ປະຢັດແຮງງານ ແລະ ນາໍ້ເພື່ອລ້າງຄອກສັດ; ຫລຸດຜ່ອນຄວາມຄຽດ ແລະ ການເກີດບາດແຜຂອງໝູ; ສາມາດນ ຳໃຊ້ຂີ້ແກບທີ່ປ່ຽນອອກເປັນຝຸ່ນໃສ່ນາ ຫລື ສວນ ເພື່ອເພີ່ມຄຸນນະພາບຂອງດິນ (ສ້າງລາຍຮັບເພີ່ມ)

ການທົດລອງລ້ຽງປາກະຊັງຢູ່ອ່າງນ້ຳຊວງ

ການທົດລອງລຽງາໃສ່ກະຊັງ ແມ່ນໄດ້ປະຕິບັດຕົວຈິງຢູ່ອ່າງນ້ຳຊວງ, ເມືອງ ນາຊາຍທອງ, ນະຄອນຫຼວງວຽງຈັນ. ການກຽມການທົດລອງເປັນເວລາ 2 ເດືອນ, ການກຽມໄດ້ໄດ້ມີການຄັດເລືອກສະຖານທີ່. ຈາກນັ້ນໄດ້ປະຕິບັດຕົວຈິງຄື ນຳກະຊັງກາງໃຫ້ໄດ້ຂະໜາດທີ່ກຳນົດໄວ້ຈຳນວນ 4 ກະຊັງ, ຈາກນັ້ນໜຶ່ງວັນໃຫ້ນຳປາທົດລອງປ່ອຍລ້ຽງຄື: ປາກິນຫຍັາ 800 ໂຕ, ປາເກັດແລບ 170 ໂຕ, ໃນອັດຕາສ່ວນ ທົດລອງທີ່ 1: 11 ໂຕ/ແມັດກ້ອນ, ທົດລອງທີ່ 2: 12 ໂຕ/ແມັດກ້ອນ, ທົດລອງທີ່ 3: 13 ໂຕ/ແມັດກ້ອນ ແລະ ກະຊັງທົດລອງທີ່ 4:18 ໂຕ/ແມັດກ້ອນ.

ບົດລາຍງານກ່ຽວກັບການລ້ຽງປາກະຊັງ

ການລ້ຽງປາກະຊັງໄດ້ເລີ່ມຕົ້ນໃນປີ 1980 ທີ່ອ່າງນ້ຳງື່ມ ຕໍ່ມາໄດ້ມີການລ້ຽງປາໃນກະຊັງ ທີ່ອ່າງນ້ຳຫຸມ ແລະ ນ້ຳຊວງ ແລະ ມີການຂະຫຍາຍໄປເລື້ອຍໆຕາມແມ່ນ້ຳຂອງ ແລະ ສາຂາຄືອ່າງເກັບນ້ຳ ແລະ ແຫຼ່ງນ້ຳອື່ນໆ.​ການລ້ຽງປາກະຊັງມີສອງລັກສະນະຄື: ອະນຸບານລູກປາ ແລະ ລ້ຽງເປັນປາຊີ້ນ. ມາຮອດປັດຈຸບັນນີ້ການລ້ຽງປາກະຊັງມີໃນ 6 ແຂວງແລ້ວ ເຊັ່ນ: (ຫຼວງພະບາງ, ນະຄອນຫຼວງວຽງຈັນ, ແຂວງວຽງຈັນ, ຄຳມ່ວນ, ສະຫວັນນະເຂດ ແລະ ຈຳປາສັກ) ແຕ່ຢູ່ແຂວງວຽງຈັນ, ກຳແພງນະຄອນຫຼວງມີການລ້ຽງຫຼາຍກ່ວາແຂວງອື່ນໆ.

ການສຶກສາການລ້ຽງກົບໃນກຳແພງນະຄອນວຽງຈັນ

ໃນປັດຈຸບັນ ກົບກໍເປັນສັດລ້ຽງຊະນິດໜຶ່ງທີ່ໄດ້ມີການພັດທະນາການລ້ຽງ ຈົນກາຍເປັນເສດຖະກິດໃນຫຼາຍປະເທດ ມາເປັນເວລາດົນແລ້ວ ເຊັ່ນ ປະເທດຢີປຸ່ນ, ປະເທດຈີນ ເປັນຕົ້ນ. ສປປ ລາວ ຊາວກະສິກອນໃນຫຼາຍເຂດ ຫຼາຍທ້ອງຖິ່ນ ແມ່ນໄດ້ເລີ່ມໃຫ້ຄວາມສົນໃຈ ກ່ຽວກັບການລ້ຽງກົບຫຼາຍຂື້ນ ໂດຍສະເພາະເຂດກຳແພງນະຄອນຫຼວງວຽງຈັນແມ່ນມີຫຼາຍຄອບຄົວຂອງຊາວກະສິກອນ ໄດ້ຍຶດຖືເອົາເປັນອາຊີບ ການລ້ຽງກົບ ເພື່ອສ້າງເສດຖະກິດ ແລະ ລາຍໄດ້ເພີ່ມໃຫ້ແກ່ຄອບຄົວ ແຕ່ເຖິ່ງຢ່າງໃດກໍ່ຕາມ ການລ້ຽງກົບຢູ່ໃນລາວເຮົາ ກໍຍັງບໍ່ທັນຂະຫຍາຍຕົວເປັນທີ່ແນ່ນອນຍັງບໍ່ທັນມີເຂດ ແລະຈຸດໃດ ທີ່ສາມາດລ້ຽງຂະຫຍາຍໄປຈົນຮອດລະດັບຟາມ ເພື່ອຕອບສະໜອງຢ່າງພຽງພໍໄດ້, ດັງນັ້ນ ວຽກງານຄົ້ນຄວ້າສຶກສາການລ້ຽງກົບ ຈຶ່ງເປັນວຽກງານໜຶ່ງ ທີ່ຂະແໜ່ງການປະມົງໃນລາວເຮົາ ຈະຕ້ອງສຶກສາຄົ້ນຄວ້າ ແລະ ພັດທະນາ ປັບຄຸນນະພາບຂອງກການລ້ຽງໃຫ້ສູງຂື້ນເລື້ອຍໆ ແລະ ສົ່ງເສີມໃຫ້ຊາວກະສິກອນໄດ້ມີການລ້ຽງຢ່າງກວ້າງຂວາງ.

ການລ້ຽງປາຫຼາຍຊະນິດຮ່ວມກັບການລ້ຽງໄກ່

ປະຊາຊົນຢູ່ຕາມຊານເມືອງ ແລະ ເຂດຊົນນະບົດມີຄວາມສາມາດໃນການລ້ຽງປາແບບປະສົມປະສານກັບການ ລ້ຽງສັດ ແລະ ປູກຝັງຢູ່ຕາມໜອງປາທຳມະຊາດ ແລະ ໜອງທີ່ສ້າງຂຶ້ນເອງ ແຕ່ວ່າຜົນຜະລິດຍັງບໍ່ທັນໄດ້ດີເທົ່າທີ່ຄວນ. ດັ່ງ ນັ້ນເພື່ອຍົກຜົນຜະລິດ ແລະ ຫຼຸດຜ່ອນຕົ້ນທຶນໃນການຜະລິດປາຈຶ່ງເຫັນໄດ້ຄວາມຈຳເປັນໃນການຄົ້ນຄວ້າທົດລອງ ແລະ ການ ຊອກຫາເຕັກນິກວິຊາການທີ່ແທດເໝາະກັບເງື່ອນໄຂ ແລະ ຈຸດພິເສດຂອງແຕ່ລະທ້ອງຖິ່ນ. ການສໍາຫຼວດຂອງການລ້ຽງປາແບບປະສົມປະສານໃນ 3 ແຂວງຄື: ກຳແພງນະຄອນວຽງຈັນ, ຫຼວງພະບາງ ແລະ ສະຫວັນນະເຂດໄດ້ນໍາໃຊ້ແບບຟອມສໍາພາດ 30 ຄອບຄົວໃນແຕ່ລະແຂວງເຫັນໄດ້ວ່າ: ອັດຕາການປ່ອຍປາໃນແຕ່ລະ ແຂວງມີຄວາມແຕກຕ່າງກັນເຊັ່ນ: ຢູ່ແຂວງຫຼວງພະບາງອັດຕາການປ່ອຍປາຫຼາຍກວ່າກຳແພງນະຄອນວຽງຈັນ ແລະ ແຂວງ ສະຫວັນນະເຂດແຕ່ການປ່ອຍປາໂດຍສະເລ່ຍ 3 ແຂວງແມ່ນ 42,000 ໂຕ/ເຮັກຕາ.

ການຜະລິດລູກປາ

ປະເທດລາວເປັນປະເທດໜຶ່ງທີ່ມີເງື່ອນໄຂເໝາະສົມໃນການລ້ຽງສັດນໍ້າ ໂດຍສະເພາະການລ້ຽງປາ. ປາເປັນ ສັດນ ໍ້າທີ່ຄົນລາວເຮົານິຍົມໃຊ້ບໍລິໂພກມາແຕ່ດົນນານແລ້ວຊີ້ນປາມີທາດໂປຼເຕອິນສູງ ແລະ ມີລົດຊາດດີ, ສາມາດປຸງແຕ່ງ ເປັນອາຫານໄດ້ຫຼາຍຊະນິດ. ໃນປະຈຸບັນນີ້ປາຢູ່ໃນແຫຼ່ງນໍ້າທຳມະຊາດອາດຈະຫຼຸດໜ້ອຍຖອຍລົງຍ້ອນວ່າພົນລະເມືອງເພີ້ມຂື້ນ ແລະ ປະລິ ມານ ຜູ້ຫາປາກໍ່ເພີ້ມຂື້ນເຊັ່ນດຽວກັນ. ການຫາປາແມ່ນຫາທຸກຊະນິດ ແລະ ທຸກຂະໜາດບໍ່ວ່າປານ້ອຍ ຫຼື ປາໃຫຍ່. ນອກນັ້ນ ມີບາງທ້ອງຖິ່ນຫາປາໃນລະດູປະສົມພັນ, ດ້ວຍຫຼາຍວິທີການຫາທີ່ບໍ່ຖືກລະບຽບເຊັ່ນ: ການຫາປາໂດຍໃຊ້ລະເບີດ, ຢາເບື່ອ ແລະ ໃຊ້ໄຟຟ້າຊອດ. ໃນປະຈຸບັນການລ້ຽງປາໄດ້ຮັບຄວາມສົນໃຈຈາກປະຊາຊົນຢ່າງຫຼວງຫຼາຍ ຈຶ່ງເຮັດໃຫ້ເນື້ອທີ່ໜອງຂະຫຍາຍ ຕົວຢ່າງໄວວາ. ສາເຫດໜຶ່ງກໍແມ່ນຍ້ອນລະບົບການຂະຫຍາຍວຽກງານຊົນລະປະທານ. ຄູ່ມືແນະນໍາສະບັບນີ້ຈະຊ່ວຍໃຫ້ທ່ານມີຄວາມຮູ້ ແລະ ຄວາມເຂົ້າໃຈເພີ້ມຕື່ມໃນການຜະລິດລູກປາ. ສູນຄົ້ນ ຄວ້າການປະມົງໄດ້ລວບລວມຂໍ້ມູນຈາກປະສົບການ ແລະ ຄວາມຮູ້ທີ່ໄດ້ຈາກການສຶກສາ, ຈາກເອກະສານຕ່າງໆ, ຈາກຜົນ ຂອງການທົດລອງຂອງນັກວິຊາການຕ່າງໆ. ເພື່ອໃຫ້ມີປະສິດທິຜົນສູງໃນການຜະລິດລູກປາຈໍາເປັນຕ້ອງຮູ້ ແລະ ເຂົ້າໃຈ ເຖິງຫຼັກການ ແລະ ເຕັກນິກພື້ນຖານຂອງການປະສົມພັນ ແລະ ການອະນຸບານ ຊຶ່ງມີລາຍລະອຽດໃນຄູ່ມືສະບັບນີ້.