ຄູ່ມືແນະນຳຄວາມຮູ້ພື້ນຖານກ່ຽວກັບການປັບປຸງຄຸນນະພາບຂອງດິນໂດຍນຳໃຊ້ຖົ່ວສະໄຕໂລ
ຄູ່ມືແນະນໍາຄວາມຮູ້ພື້ນຖານສະບັບນີ້ສ້າງຂຶ້ນມາໂດຍມີຈຸດປະສົງ ເພື່ອໃຫ້ກຸ່ມຊາວກະສິກອນຜູ້ທີ່ຖືເອົາການ ປູກຊາເປັນອາຊີບພາຍໃນແຂວງຜົ້ງສາລີ ເວົ້າລວມເວົ້າສະເພາະ ກຸ່ມຊາວກະສິກອນຜູ້ປູກຊາທີ່ນອນຢູ່ໃນບ້ານເປົ້າໝາຍ ຂອງໂຄງການສາມາດຮຽນຮູ້ເຕັກນິກໃໝ່ໆກ່ຽວກັບ ການນໍາໃຊ້ພຶດຕະກຸນຖົ່ວເຂົ້າໃນການປັບປຸງຄຸນນະພາບຂອງດິນ ໂດຍສະເພາະການນໍາເອົາຖົ່ວສະໄຕໂລມາປູກປະສົມປະສານ ຫຼື ປູກສັບວ່າງຕົ້ນຊາ ເພື່ອຍົກສູງສະມັດຕະພາບທາງດ້ານ ປະລິດມານ ແລະ ຄຸນນະພາບຂອງຜົນຜະລິດຊາ. ຄູ່ມືແນະນໍາສະບັບນີ້ແມ່ນໄດ້ຄັດຈ້ອນ ແລະ ສັງລວມເອົາຂໍ້ມູນຕ່າງໆຈາກບັນດາເອກກະສານທາງດ້ານເຕັກ ນິກວິຊາການ, ບົດຮຽນປະສົບການຈາກການສຶກສາທົດລອງ ແລະ ປະຕິບັດຕົວຈິງຂອງຫຼາຍພາກສ່ວນທັງພາຍໃນ ແລະ ຕ່າງປະເທດ, ໂດຍສະເພາະໄດ້ມາຈາກການສຶກສາທົດລອງຕົວຈິງຢູ່ໃນບາງບ້ານເປົ້າໝາຍຂອງໂຄງການ.
ການຂະຫຍາຍ ເຕັກນິກ ການຈັດການຄຸ້ມຄອງ ທີ່ດິນແບບຍືນຍົງໂດຍຊາວກະສິກອນ ຂະໜາດນ້ອຍ
ສະພາບການຜະລິດກະສິກໃນສປປລາວ ໂດຍສະເພາະໃນເຂດພູດອຍ ແມ່ນໄດ້ມີການປ່ຽນແປງຈາກຮູບແບບການຜະລິດແບບ ກຸ້ມກິນ ໄປສູ່ການຜະລິດເປັນສິນຄ້າ ໂດຍນ ຳໃຊ້ປັດໃຈການຜະລິດເປັນຈ ຳນວນຫຼວງຫຼາຍ ເພື່ອເຮັດໃຫ້ໄດ້ຮັບຜົນຫຼາຍທີ່ສຸດໃນ ໄລຍະເວລາສັ້ນໆ ຊຶ່ງມັນໄດ້ສົ່ງຜົນກະທົບຕໍ່ຊັບພະຍາກອນທ ຳມະຊາດ. ການຈັດຕັ້ງປະຕິບັດກິດຈະກ ຳການຜະລິດເຫຼົ່ານັ້ນ ເປັນ ການຜະລິດກະສິກ ຳແບບບໍ່ຍືນຍົງທີ່ເປັນສາເຫດເຮັດໃຫ້ຊັບພະຍາກອນດິນເຊື່ອມໂຊມ. ນອກຈາກນັ້ນກໍ່ຍັງມີສິ່ງທ້າທາຍທີ່ເກີດ ຈາກການປ່ຽນແປງສະພາບດິນຟ້າອາກາດ. ຜ່ານມາມີຫຼາຍໆເຕັກນິກການຈັດການຄຸ້ມຄອງທີ່ດິນແບບຍືນຍົງ ທີ່ໄດ້ຈັດຕັ້ງປະຕິບັດ ໂດຍຊາວກະສິກອນຂະໜາດນ້ອຍມາເປັນເວລາດົນນານຊຶ່ງເຫັນໄດ້ວ່າ ມີບາງບົດຮຽນເຕັກນິກ ແມ່ນໄດ້ຮັບການສ້າງເປັນເອກກະ ສານຂອງແຕ່ລະອົງການ ຫຼື ຫ້ອງການຕ່າງໆ. ເຖິງຢ່າງໃດກໍ່ຕາມ, ເອກະສານບົດຮຽນດັ່ງກ່າວແມ່ນຍັງຈຳກັດ ແລະ ເນື້ອໃນຂອງ ເອກະສານສ່ວນໃຫຍ່ ຈະມີຮູບແບບມາດຕະຖານທີ່ແຕກຕ່າງກັນຂອງແຕ່ລະອົງການ.
ຄວາມຮູ້ພື້ນຖານກ່ຽວກັບຂີ້ກະເດືອນ
ຂີ້ກະເດືອນທີ່ນິຍົມລ້ຽງ
ການປູກພືດໂດຍກົງຜ່ານພືດຄຸມດິນ
ບາງຄຸນລັກຊະນະທາງດ້ານຮູບຮ່າງພື້ນທີ່,ເສດຖະກິດ ແລະ ກະສິກ ຳ ຢູ່ພາກໃຕ້ ແຂວງ ໄຊຍະບູລີປະລິມານນາໍ້ຝົນສະເລ່ຍ 1200 ມິລິແມັດຕໍ່ປີ-1, ມີໄລຍະ ທີ່ແຫ້ງແລ້ງ ຢູ່ໃນທ້າຍເດືອນ ມິຖຸນາ ຫາ ຕົ້ນເດືອນ ສິງຫາ. ການພັດທະນາ ທີ່ສຸມໃສ່ ສະເພາະແຕ່ ວຽກງານ ກະສິກ ຳ ແມ່ນຍ້ອນເງື່ອນໄຂ ທາງດ້ານ ການ ຕະຫຼາດ ທ້ອງຖີ່ນ ແລະ ຄວາມ ອາດສາມາດ ທາງດ້ານ ການເງີນ ຂອງ ຜູ້ຮັບເໝົາທ້ອງຖີ່ນ. ບັນດາພືດໄຮ່ ທີ່ສ ຳຄັນມີ : ເຂົ້າ, ສາລີ, ຖົ່ວແດງ, ຖົ່ວດິນ, ໝາກເດືອຍ ແລະ ໝາກງາ ແຜນການຈັດສັນທີ່ດິນ ໄດ້ເລີ້ມຕົ້ນປະຕິບັດໃນປີ 1996. ຖືວ່າແມ່ນ ວຽກງານ ກະສິກຳທີ່ແທດເໝາະ ຍ້ອນບໍ່ມີການເຮັດໄຮ່ໝູນວຽນ ແລະ ຍ້ອນໄລຍະການປະດິນໃຫ້ເປັນປ່າເລົ່ານັ້ນແມ່ນ ຢູ່ໃນ […]
ກົງພັດນ້ຳ ແລະ ຊົນລະປະທານຂະໜາດນ້ອຍ: ການປ່ຽນແປງໂຊມໜ້າການເຮັດນາຢູ່ເຂດພູດອຍ
ການພັດທະນາພື້ນທີ່ນາປູກເຂົ້າຂະໜາດນ້ອຍຢູ່ເຂດພູດອຍ ແມ່ນການປະກອບສ່ວນອັນສ ຳຄັນ ເຮັດໃຫ້ຄົວເຮືອນມີເຂົ້າພຽງພໍເພື່ອບໍລິໂພກ ແລະ ສາມາດຫຼຸດຜ່ອນຄວາມຕ້ອງການດ້ານແຮງງານທີ່ ກ່ຽວພັນກັບການຜະລິດເຂົ້າ. ສະຖານທີ່ໆເໝາະສົມສ ຳລັບການຜະລິດດັ່ງກ່າວຢູ່ໃນຂົງເຂດນີ້ແມ່ນ ມີລັກສະນະນ້ອຍໆເຊິ່ງມີຫຼາຍໆຈຸດຢາຍຢູ່ຕາມຫ້ວຍຮ່ອງເຂດພູດອຍ. ການປູກເຂົ້າຢູ່ເຂດດັ່ງກ່າວ ຕ້ອງໄດ້ອາໃສການສະໜອງນ ຳໃນຊ່ວງລະດູຝົນເພື່ອການຈະເລີນເຕີບໂຕ. ມີຫຼາຍໆໂຄງການໄດ້ ສະໜັບສະໜູນຫ້ອງການກະສິກ ຳແຂວງ ໃນການພັດທະນາລະບົບຊົນລະປະທານຂະໜາດນ້ອຍ ເພື່ອໃຫ້ສາມາດຜະລິດເຂົ້າໄດ້ເຊິ່ງກໍ່ມັກຈະນ ຳໃຊ້ວິທີລະບົບຜາຍກັ້ນນາໍ້ ແລະ ກ່ຽວຂ້ອງໄປໃນທາງ ຄອງຊົນລະປະທານ.
ເຮືອນຮົ່ມ
ໃນຊ້ວງປີທີ່ຜ່ນມາ, ຊາວສວນໄດ້ຮູ້ຈັກກັບເຮືອນຮົ່ມໃນ ນາມວ່າເປັນເຮືອນປູກຜັກໃນຊ່ວງລະດູຝົນ ເພາະມັນມຸງ ຫລັງຄາດ້ວຍຜ້າຢາງໃສ. ເຖິງຢ່າງໃດກໍ່ຕາມ, ການນ ຳໃຊ້ ຜ້າຢາງ ແມ່ນເຮັດໃຫ້ອຸນນະພູມພາຍໃນເຮືອນຮົ່ມສູງ, ເຊິ່ງຈ ບໍ່ແທດເໝາະກັບບາງພື້ນທີ່ຂອງປະເທດລາວ ທີ່ມີອາກາດ ຮ້ອນຕະຫຼອດປີ. ນອກຈາກນີ້, ການເຮັດເຮືອນຮົ່ມດ້ວຍຜ້າ ຢາງແມ່ນຂ້ອນຂ້າງແພງເມື່ອທຽບໃສ່ຈຸດປະສົງທີ່ນ ຳມາໃຊ້ ກັນຝົນພຽງຢ່າງດຽວ.
ປື້ມຄູ່ມືແນະນຳວິທີໃຊ້ເຕັກນິກການປູກເຂົ້າປະສົມປະສານກັບຖົ່ວ ແລະ ໄມ້ໃຫ້ໝາກ ໃນເຂດເນີນສູງ
ປື້ມຄູ່ມືນີ້ ມີຈຸດປະສົງເຮັດໃຫ້ການນໍາໃຊ້ເຄື່ອງມືງ ່າຍຂຶ້ນໃນ ການຈັດຕັ້ງປະຕິບັດ ແລະ ນໍາສະເໜີຈຸດປະສົງຂໍ້ມູນ ຂອງການນໍາໃຊ້ ເເຕັກນິກການປູກເຂົ້າປະສົມປະສານກັບຖົ່ວ ແລະໄມ້ໃຫ້ໝາກ ໃນເຂດເນີນສູງເພື່ອນໍາເຂົ້າໃນການຜະລິດກະສິກຳໃນເຂດແຫ້ງແລ້ງ ແລະ ເຂດນໍ້າຖ້ວມ ເພື່ອປັບປຸງທາງດ້ານກະສິກຳໃຫ້ແທດເໝາະກັບ ການປ່ຽນແປງດິນຟ້າອາກາດໃນແຕ່ລະທ້ອງຖີ່ນ.
ການຄົ້ນຄວ້າ ແລະ ພັດທະນາແນວພັນເຂົ້າ ເພື່ອຮອງຮັບການປ່ຽນແປງຂອງ ສະພາບແວດລ້ອມ ຢູ່ ສປປ ລາວ
ການປູກເຂົ້າດ້ວຍວິທີປະຢັດນ້ຳ ແລະ ເປັນມິດກັບສິ່ງແວດລ້ອມ
1.ໂອກາດ ແລະ ສິ່ງທ້າທາຍ ໃນການຜະລິດເຂົ້າ ຢູ່ ສປປ ລາວ 2. ຄວາມຕ້ອງການນໍ້າໃນການປູກເຂົ້າ ແລະ ການປ່ອຍອາຍແກດເຮືອນແກ້ວ 3.ການຈັດການນ້ຳ ແລະ ແປງປູກເຂົ້າເພື່ອລູດຜ່ອນການປ່ອຍອາຍແກດເຮືອນແກ້ວ 4. ຜົນການສາທິດປູກເຂົ້າ ແບບປະຢັດນນ້ຳ ແລະ ແບບຂັງນ້ຳ 5. ຂໍ້ແນະນໍາ
ຄູ່ມືແນະນຳ ແລະ ການນຳໃຊ້ແນວພັນເຂົ້າເມືອງໄຊ 1
ແນວພັນເມືອງໄຊ 1 ຫລື ສາຍພັນ TDK 10493-B-B-5-2-1 ແມ່ນໄດ້ຈາກ ການປັບປຸງພັນດ້ວຍການປະສົມພັນລະຫວ່າງ ແນວພັນ ທ່າດອກຄໍາ 11 ກັບ Til 4 (IR84639-7-97-6-6-2-2-4-2-2-2-B (Introgression line, yield- promising at IRRI)) ໃຊ້ຮູບແບບການປະສົມພັນແບບດ່ຽວເຊິ່ງແມ່ນປະສົມຢູ່ ສຸນຜະລິດແນວພັນເຂົ້າ, ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນະ ບົດ, ຈາກນັ້ນໄດ້ນໍາເອົາໄປທົດລອງຢູ່ໂຮງຮຽນຊາວນາກຸ່ມບ້ານ ລ້ອງຢາ, ເມືອງໄຊ, ແຂວງອຸດົມໄຊ ລະດູຝົນໃນປີ 2019,ໄດ້ນຳເອົາສາຍພັນດັ່ງກ່າວ ໄປຄັດເລືອກໃນ ພື້ນທີ່ນາຂອງຊາວກະສິກອນ,ບ້ານບໍ່,ບ້ານດອນແກ້ວ,ບ້ານນາໝີ, ເມືອງໄຊ ແລະ ຍັງໄດ້ແລກປ່ຽນກັບຊາວນາຈາກຕ່າງແຂວງ ໃນງານແລກປ່ຽນແນວພັນຢູ່ສູນຄົ້ນຄ້ ວາເຂົ້າ ປີ2019,. ໃນປີ 2021 ໄດ້ປູກຂະຫຍາຍເມັດ ແລະ ເອົາໄປປູກປຽບທຽບ ຜົນຜະລິດ ຢູ່ 18 ບ້ານ ໃນ 6 ແຂວງ (ອຸດົມໄຊ, […]


