ກົດໝາຍວ່າດ້ວຍສັດນ້ຳ ແລະ ການປະມົງ

ກົດໝາຍ ສະບັບນີ້ ກຳນົດຫຼັກການ, ລະບຽບການ ແລະ ມາດຕະການກ່ຽວກັບ ການຄຸ້ມຄອງ ແລະ ຕິດຕາມກວດກາ ວຽກງານສັດນໍ້າ ແລະ ການປະມົງ ເພື່ອເຮັດໃຫ້ວຽກງານດັ່ງກ່າວ ມີປະສິດທິພາບ ແລະ ປະສິດທິຜົນ ແນໃສ່ຮັບປະກັນການຄຸ້ມຄອງ, ການປົກປັກຮັກສາ, ການພັດທະນາ ແລະ ການນໍາໃຊ້ສັດນໍ້າ, ການປະມົງໃຫ້ມີຄຸນນະພາບ, ປອດໄພ, ຮັບປະກັນຄວາມໝັ້ນຄົງທາງດ້ານສະບຽງອາຫານ ແລະ ຜະລິດເປັນສິນຄ້າ ຕາມທິດສີຂຽວ ແລະ ຍືນຍົງ,ສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງຊາດ.

ກົດໝາຍ ວ່າດ້ວຍສັດປ່າ (ສະບັບປັບປຸ່ງ)

ກົດໝາຍສະບັບນີ້ ກໍານົດ ຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການ ຄຸ້ມຄອງ ແລະ ຕິດຕາມກວດກາ ວຽກງານສັດປ່າ ເພື່ອເຮັດໃຫ້ວຽກງານດັັ່ງກ່າວມີປະສິດທິພາບ, ປະສິດທິຜົນ ແນໃສ່ບໍໍ່ໃຫ້ມີຜົນກະທົບຕໍໍ່ ທໍາມະຊາດ, ຖິ່ນທີ່ຢູ່ອາໄສ, ຈໍາກັດການຫຼຼຸດລົງ ແລະ ການສູນພັນ ຂອງສັດປ່າ ພ້ອມທັງປຸກລະດົມທົ່ວປວງຊົນ ໃຫ້ເຫັນໄດ້ຄວາມສໍາຄັນ, ເຊີດຊູສະຕິຮັກ, ຫວງແຫນ, ຖະໜອມ ແລະ ເປັນເຈົ້າການເຂົ້າຮ່ວມໃນການຄຸ້ມຄອງ, ປົກປັກຮັກສາ, ພັດທະນາ ແລະ ນໍາໃຊ້ສັດປ່າ ແບບຍືນຍົງ, ປົກປັກຮັກສາສິ່ງແວດລ້ອມຕາມທິດສີຂຽວ ແລະ ຍືນຍົງ ຮັບປະກັນສິດ ແລະ ຜົນປະໂຫຍດຂອງຊາດ ແລະ ປະຊາຊົນ, ປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂື້ນ ສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງຊາດ.

ຄຳສັງວ່າດ້ວຍ ການຕ້ານ, ເຝົ້າລະວັງ, ຄວບຄຸມ ແລະ ປ້ອງກັນພະຍາດປາກເປື່ອຍລົງເລັບ

ເຖິງ: ທ່ານຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງ, ບັນດາເຈົ້າເມືອງ, ຫ້ອງການກະສິກຳ ແລະ ປ່າໄມ້ເມືອງອຳນາດການປົກຄອງບ້ານ ແລະ ຕະຫຼອດຮອດພໍ່ແມ່ປະຊາຊົນ ຜູ້ລ້ຽງສັດເລັບຄູ່ ( ງົວ,ຄວາຍ, ແບ້ ແລະ ໝູ ). – ອີງຕາມ ກົດໝາຍວ່າດ້ວຍການລ້ຽງສັດ ແລະ ການສັດຕະວະແພດ ສະບັບເລກທີ 03/ສພຊ,ລົງວັນທີ 11 ພະຈິກ 2016. – ອີງຕາມ ລາຍງານ ຂອງກະຊວງກະສິກຳ ແລະ ປ່າໄມ້ ສະບັບເລກທີ 0172/ກປ, ລົງວັນທີ02 ມີນາ 2018. – ອີງຕາມ ການຊີ້ນຳຂອງທ່ານ ນາຍົກລັດຖະມົນຕີ ຄັ້ງວັນທີ 28 ມີນາ 2018.

ດຳລັດ ວ່າດ້ວຍການຄວບຄຸມພະຍາດສັດລະບາດ

– ອີງຕາມກົດໝາຍ ວ່າດ້ວຍລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ສະບັບເລກທີ່ 02/ສພຊ, ລົງວັນທີ່ 06 ພຶດສະພາ 2003. – ອີງຕາມກົດໝາຍ ວ່າດ້ວຍກະສິກ ຳ ສະບັບເລກທີ່ 01/98 ສພຊ, ລົງວັນທີ່ 10/10/1998. – ອີງຕາມໜັງສືສະເໜີ ຂອງລັດຖະມົນຕີວ່າການກະຊວງກະສິກ ຳ ແລະ ປ່າໄມ້ ເລກທີ່ ລົງວັນທີ່

ເຫັດເຜາະ

ການເກັບກູ້ແບບຢືນຍົງ ແລະ ການຈັດການອາຫານປ່າ ແລະ ສັດນ້ຳ: ເຫັດເຜາະ

ເຕັກນິກການກ້າ ແລະ ການປູກໝາກແຄ່ນ

ປຶ້ມຄູ່ມືສະບັບນີ້ແມ່ນການແນະນໍາທາງດ້ານເຕັກນິກການກ້າ ແລະ ການປູກທີ່ໄດ້ພັດທະນາ ແລະ ປັບປຸງມາຈາກປຶ້ມເຕັກນິກທີ່ທາງໂຄງການກະສິກຳເພື່ອໂພສະນາການໄລຍະ 1 ໄດ້ຈັດຕັ້ງປະຕິບັດຜ່ານມາ. ປຶ້ມຄູ່ມືນີ້ສາມາດເຮັດໃຫ້ຜູ້ອ່ານເຂົ້າໃຈໄດ້ງ່າຍ ແລະ ສາມາດນໍາໄປຈັດຕັ້ງປະຕິບັດໃຫ້ເກີດປະໂຫຍດ. ຜູ້ຂຽນໄດ້ຄັດຈ້ອນເອົາເຕັກນິກທີ່ແທດເໝາະ ແລະ ງ່າຍດາຍສໍາລັບການຂະຫຍາຍພັນ ແລະ ການປູກໝາກແຄ່ນ ເພື່ອສາມາດນໍາເອົາເຕັກນິກດັ່ງກ່າວນີ້ໄປສົ່ງເສີມໃຫ້ບັນດາຊາວກະສິກອນ ແລະ ບັນພາກສ່ວນກ່ຽວຂ້ອງນໍາໄປໝູນໃຊ້ໄດ້. ຈຸດປະສົງຂອງປຶ້ມຄູ່ມືເຕັກນິກເຫຼັ້ມນີ້ແມ່ນ ເພື່ອຜັນຂະຫຍາຍເຕັກນິກອັນໃໝ່ກ່ຽວກັບການກ້າ ແລະ ການປູກລົງສູ່ທ້ອງງຖິ່ນ. ສ້າງຄວາມເຂັ້ມແຂງທາງດ້ານເຕັກນິກວິຊາການ ແລະ ໃຫ້ປະຊາຊົນໃນເຂດບ້ານເປົ້າໝາຍໂຄງການ ໃຫ້ມີຄວາມຮູ້ຄວາມສາມາດທາງດ້ານການກ້າ ແລະ ການປູກ. ເພື່ອເປັນການສົ່ງເສີມທາງດ້ານກະສິກຳເພື່ອໂພສະນາການ ທີ່ມີແຫຼ່ງອາຫານຈາກປ່າຢ່າງພຽງພໍ. ປະຊາຊົນມີຢູ່ມີກິນມີແຮໄວ້ ແລະ ຂາຍສ້າງລາຍຮັບແກ່ຄອບຄົວ. ປະຊາຊົນເຫັນໄດ້ຄວາມສໍາຄັນຂອງພືດທີ່ເປັນອາຫານ ແລະ ທັງເປັນເສດຖະກິດແກ່ຄອບຄົວເຮັດໃຫ້ ຄອບຄົວມີຄວາມອຸດົມສົມບູນຂຶ້ນ. ສໍາລັບຜູ້ຊົມໃຊ້ປຶ້ມຄູ່ມືເຫຼັ້ມນີ້ແມ່ນທຸກພາກສ່ວນທີ່ກ່ຽວຂ້ອງສາມາດນໍາໄປໃຊ້ໄດ້ ນັບຕັ້ງແຕ່ຂັ້ນສູນກາງລົງຮອດທ້ອງຖິ່ນເຊັ່ນ: ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ເປັນຜູ້ຂຽນຄູ່ມືແນະນໍາ ແລະ ນໍາໄປເຜີຍແຜ່ທາງດ້ານເຕັກນິກໃຫ້ແກ່ພະນັກງານຂະແໜງປ່າໄມ້ແຂວງ, ພະນັກງານຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ແລະ ຜູ້ປະສານງານໂຄງການຂັ້ນເມືອງ ສາມາດນໍາໄປຖ່າຍທອດໃຫ້ແກ່ປະຊາຊົນບ້ານ ເປົ້າໝາຍໂຄງການ.

ຄູ່ມືການຄຸ້ມຄອງເຄື່ອງປ່າຂອງດົງ (ເຫັດເຜາະ)

ປຶ້ມຄູ່ມືສະບັບນີ້ແມ່ນໄດ້ຜ່ານການທົບທວນບັນດາເອກະສານກ່ຽວຂ້ອງຕ່າງໆ ຈາກບົດວາລະສານສາກົນ, ພາກພື້ນອາຊີປາຊິຟິກ, ປະເທດອ້ອມຂ້າງ, ຜັນຂະຫຍາຍ ມາຈາກກົດໝາຍວ່າດ້ວຍປ່າໄມ້ສະບັບປັບປຸງ 2019 ແລະ ເອກະສານຈາກບັນດາໂຄງການກ່ຽວຂ້ອງຕ່າງໆທີ່ໄດ້ດໍາເນີນຜ່ານມາໃນ ສປປ ລາວ ເຊັ່ນ: ບົດຮຽນຈາກໂຄງການຜະລິດ ແລະ ເກັບກູ້ຫວາຍ ແລະ ໄມ້ປ່ອງແບບຍືນຍົງ, ໂຄງການກະສິກຳເພື່ອໂພສະນາການໄລຍະ 1 ແລະ ບັນດາປຶ້ມຄູ່ມືເຕັກນິການປູກ, ຄູ່ມືເຕັກນິການປູກ, ການລ້ຽງ ແລະ ການອະນຸລັກ, ຄຸ້ມຄອງ ແລະ ນໍາໃຊ້ເຄື່ອງປ່າຂອງດົງແບບຍືນຍົງ ທີ່ສູນຄົ້ນຄວ້າປ່າໄມ້, ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດໄດ້ຄົ້ນຄວ້າ ແລະ ຂຽນເປັນຄູ່ມືແນະນໍາດ້ານເຕັກນິກຕ່າງໆ. ຄູ່ມືແນະນໍາການວາງແຜນການຄຸ້ມຄອງ ເຫັດເຜາະໃນປ່າທຳມະຊາດແບບຍືນຍົງ ໄດ້ຖືກພັດທະນາ ແລະ ປັບປຸງໃຫ້ມີຄວາມແທດເໝາະ ເພື່ອຕອບສະໜອງຈຸດປະສົງໃຫ້ແກ່ທ້ອງຖິ່ນ ແລະ ພາກສ່ວນກ່ຽວຂ້ອງ ໃຫ້ມີຄວາມເຂົ້າໃຈພ້ອມນໍາໄປໃຊ້ໃຫ້ຖືກກັບຈຸດປະສົງການວາງແຜນປົກປັກຮັກສາ, ຄຸ້ມຄອງ ແລະ ນໍາໃຊ້ເຄື່ອງປ່າດົງ (ເຫັດເຜາະ) ໃຫ້ມີຄວາມຍືນຍົງ ແລະ ເຊື່ອມໂຍງເຂົ້າກັບການວາງແຜນພັດທະນາເສດຖະກິດ-ສັງຄົມຂອງບ້ານ, ເມືອງ ແລະ ແຂວງ. ສໍາລັບຜູ້ຊົມໃຊ້ປຶ້ມຄູ່ມືເຫຼັ້ມນີ້ແມ່ນທຸກພາກສ່ວນທີ່ກ່ຽວຂ້ອງສາມາດນໍາໄປໃຊ້ […]

ຄູ່ມື ການຄຸ້ມຄອງເຄື່ອງປ່າຂອງດົງ (ເຫັດແດງ)

ປຶ້ມຄູ່ມືສະບັບນີ້ແມ່ນໄດ້ຜ່ານການທົບທວນບັນດາເອກະສານກ່ຽວຂ້ອງຕ່າງໆຈາກ ບົດວາລະສານສາກົນ, ພາກພື້ນອາຊີປາຊິຟິກ, ປະເທດອ້ອມຂ້າງ, ຜັນຂະຫຍາຍມາຈາກກົດໝາຍວ່າດ້ວຍປ່າໄມ້ສະບັບປັບປຸງ 2019 ແລະ ເອກະສານຈາກບັນດາໂຄງການກ່ຽວຂ້ອງຕ່າງໆ ທີ່ໄດ້ດໍາເນີນຜ່ານມາໃນ ສປປ ລາວ ເຊັ່ນ: ບົດຮຽນຈາກໂຄງການຜະລິດ ແລະ ເກັບກູ້ຫວາຍ ແລະ ໄມ້ປ່ອງແບບຍືນຍົງ, ໂຄງການກະສິກຳເພື່ອໂພສະນາການໄລຍະ 1 ແລະ ບັນດາປຶ້ມຄູ່ມືເຕັກນິການປູກ, ການລ້ຽງ ແລະ ການອະນຸລັກ, ຄຸ້ມຄອງ ແລະ ນໍາໃຊ້ເຄື່ອງປ່າຂອງດົງແບບຍືນຍົງ ທີ່ສູນຄົ້ນຄວ້າປ່າໄມ້, ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດໄດ້ຄົ້ນຄວ້າ ແລະ ຂຽນເປັນຄູ່ມືແນະນໍາດ້ານເຕັກນິກຕ່າງໆ. ຄູ່ມືແນະນໍາການວາງແຜນການຄຸ້ມຄອງເຫັດແດງໃນປ່າທຳມະຊາດແບບຍືນຍົງໄດ້ຖືກພັດທະນາ ແລະ ປັບປຸງໃຫ້ມີຄວາມແທດເໝາະເພື່ອຕອບສະໜອງຈຸດປະສົງໃຫ້ແກ່ທ້ອງຖິ່ນ ແລະ ພາກສ່ວນກ່ຽວຂ້ອງໃຫ້ມີຄວາມເຂົ້າໃຈພ້ອມນໍາໄປໃຊ້ໃຫ້ຖືກກັບຈຸດປະສົງການວາງແຜນປົກປັກຮັກສາ, ຄຸ້ມຄອງ ແລະ ນໍາໃຊ້ເຄື່ອງປ່າດົງ (ເຫັດແດງ) ໃຫ້ມີຄວາມຍືນຍົງ ແລະ ເຊື່ອມໂຍງເຂົ້າກັບການວາງແຜນພັດທະນາເສດຖະກິດ-ສັງຄົມ ຂອງບ້ານ, ເມືອງ ແລະ ແຂວງ.

ບຸນຈັນ ເມກອາລູນ

ທ່ານ ບຸນຈັນ ເມກອາລູນ, ຮອງຫົວໜ້າສູນຄົ້ນຄວ້າປ່າໄມ້,  ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ (NAFRI), ກ່າວວ່າການຄຸ້ມຄອງຊັບພະຍາກອນປ່າໄມ້ໃຫ້ເປັນການປະຕິບັດ ໃນການສົ່ງເສີມ ແລະ ຄຸ້ມຄອງພືດອາຫານຈາກປ່າ ເພື່ອໂພຊະນາການໃຫ້ຊຸມຊົນ. ພາຍທີ່ຫຼັງສຳເລັດການສຶກສາລະດັບປະລິນຍາໂທ ຈາກມະຫາວິທະຍາໄລປ່າໄມ້ຊວນມາຍ ສສ ຫວຽດນາມ, ລາວໄດ້ກັບຄືນສູ່ປະເທດລາວ ພ້ອມທັງນຳເອົາຄວາມຮູ້ວິຊາການໃນການຄຸ້ມຄອງຊັບພະຍາກອນປ່າໄມ້ ແລະ ຄວາມມຸ່ງໝັ້ນອັນແຂງແກ່ນເພື່ອຮັບໃຊ້ຊຸມຊົນໃນຊົນນະບົດ. ປະສົບການໃນຊ່ວງທໍາອິດ ທີ່ໄດ້ເຮັດວຽກໃກ້ຊິດກັບຊາວບ້ານ ໄດ້ຫຼໍ່ຫຼອມໃຫ້ລາວເຊື່ອໝັ້ນວ່າ ການພັດທະນາຊັບພະຍາກອນປ່າໄມ້ໃຫ້ມີຄວາມຍືນຍົງ, ບໍ່ພຽງແຕ່ການອະນຸລັກ; ມັນຕ້ອງຊ່ວຍໃຫ້ຊຸມຊົນເປັນເຈົ້າການໃນການຊຸກຍູ້ສົ່ງເສີມ ແລະ ອະນຸລັກແຫຼ່ງພືດອາຫານຈາກປ່າ ດ້ວຍຕົວຂອງເຂົ້າເອງ ແລະ ເປັນແຫຼ່ງລາຍຮັບອັນສຳຄັນຂອງຊຸມຊົນ ຮັບປະກັນໃນການບໍລິໂພດພືດປ່າ ແລະ ມີໂພຊະນາການໃນຊຸມຊົນ. ທ່ານ ບຸນຈັນ ເມກອາລຸນ ຜູ້ຮັບຜິດຊອບວຽກພືດອາຫານຈາກປ່າ ( ອົງປະກອບ 1a.4) ຂອງໂຄງການ ກະສິກໍາເພື່ອໂພຊະນາການໄລຍະ II (AFN II) ທີ່ຈັດຕັ້ງປະຕິບັດຮ່ວມກັນ ລະຫວ່າງ ສກປພ ແລະ CDE ກ່ຽວກັບແຫຼ່ງອາຫານທ້ອງຖິ່ນ ແລະ […]

ມະນີວັນ ອະລິຍາວົງ

ປັດຈຸບັນ ທ່ານ ນາງ ມະນີວັນ ດຳລົງຕຳແໜ່ງຜູ້ຈັດການທຶນນ້ອຍລະດັບພາກພື້ນ ຢູ່ ALiSEA (Agroecology Learning Alliance in Southeast Asia). ລາວໄດ້ສະໜັບສະໜູນພາກສ່ວນທ້ອງຖິ່ນ ແລະ ພາກພື້ນ ທີ່ກຳລັງຂັບເຄື່ອນການປ່ຽນແປງດ້ານນິເວດວິທະຍາການກະເສດ (agroecology) ບົດບາດດັ່ງກ່າວຂອງມະນີວັນ ໄດ້ເຊື່ອມໂຍງໂຄງການຈາກຊຸມຊົນຮາກຖານເຂົ້າກັບການຮຽນຮູ້ລະດັບພາກພື້ນ ເພື່ອໃຫ້ໄດ້ປະສົບການຈິງແລະ ນຳໄປໃຊ້ໃນການສ້າງຄວາມຮູ້ ແລະ ການດຳເນີນງານຮ່ວມກັນ. ເສັ້ນທາງການເຮັດວຽກຂອງມະນີວັນ ເລີ່ມຕົ້ນໃນປີ 2015 ກັບໂຄງການ The Agro-Biodiversity Initiative (TABI) ເຊິ່ງເປັນໂຄງການຮ່ວມມືສຳຄັນລະຫວ່າງກະຊວງກະສິກຳ ແລະ ປ່າໄມ້ ຂອງລາວ ແລະ ອົງການພັດທະນາສະວິດ (SDC). ໃນຊ່ວງປີສຸດທ້າຍຂອງໂຄງການ 10 ປີ ທ່ານມະນີວັນ ໄດ້ມີສ່ວນຮ່ວມໃນວຽກງານທີ່ເຊື່ອມໂຍງການຈັດການດິນຢ່າງຍືນຍົງ ກັບການອະນຸລັກຊີວະນາໆພັນ ແລະ ການປັບປຸງຊີວິດຄວາມເປັນຢູ່ຂອງຊຸມຊົນເຂດພູດອຍ, ຕັ້ງແຕ່ການຮ່ວມມືຈັດການປະມົງ, ການເຮັດກະສິກຳອິນຊີ ຈົນເຖິງຫ່ວງໂສ້ມູນຄ່າຂອງຜະລິດຕະພັນເຄື່ອງປ່າຂອງດົງ (non-timber forest products), TABI ໄດ້ກາຍເປັນພື້ນຖານສຳຄັນໃຫ້ກັບວຽກຂອງມະນີວັນ […]