ທ່ານ ແກ້ວອຸດອນ ສຸວັນນະກຸມມານ (ດອນ)
ທ່ານ ແກ້ວອຸດອນ ສຸວັນນະກຸມມານ (ດອນ) ເປັນນັກສຶກສາປະລິນຍາເອກ, ອາຈານ ແລະ ນັກຈັດຈໍາແນກພືດ (Plant Taxonomist) ຢູ່ມະຫາວິທະຍາໄລແຫ່ງຊາດລາວ (NUoL) ແລະ ຍັງເປັນ ຄະນະທີ່ປຶກສາຂອງໂຄງການ PhaKhaoLao. ທ່ານ ແກ້ວອຸດອນ ຈົບການສຶກສາປະລິນຍາຕີ ດ້ານຊີວະວິທະຍາຈາກ NUoL ແລະ ເຄີຍເຮັດວຽກຢູ່ສວນພືດສາດ Pha Tad Ke ໃນຊ່ວງປີ 2010 ຫາ 2015. ໃນຊ່ວງປີ 2015 ຫາ 2018ໄດ້ສຳເລັດການສຶກສາປະລິນຍາໂທ ໂດຍໄດ້ຮັບທຶນສະໜັບສະໜູນຈາກໂຄງການ Russell E. Train Education for Nature (EFN) ຂອງ WWF , ຫົວຂໍ້ວິທະຍານິພົນປະລິນຍາໂທ ແມ່ນໄດ້ສຶກສາກ່ຽວກັບກຸ່ມກ້ວຍໄມ້ປ່າ ໃນເມືອງພູກູດ ແຂວງຊຽງຂວາງ. ວຽກວິໄຈຂອງ ທ່ານ ແກ້ວອຸດອນ ເນັ້ນໃສ່ຕະກູນພືດຕ່າງໆ ເຊັ່ນ: Zingiberaceae, […]
ປອ. ສົມພູທອນ ພິມມະຈັກ ນັກຄົ້ນຄວ້າສັດເລືອຄານ, ສັດເຄິ່ງບົກ-ເຄິ່ງນໍ້າຄົນທຳອິດຂອງລາວ
ປອ. ສົມພູທອນ ເປັນນັກວິໄຈທາງດ້ານຄວາມຫຼາກຫຼາຍ, ການອະນຸລັກສັດເຄິ່ງບົກເຄິ່ງນໍ້າ ແລະ ສັດເລືອຄານໃນລາວ, ຕັ້ງແຕ່ຍັງນ້ອຍ ລາວມີຄວາມສົນໃຈດ້ານການກະສິກຳ, ເຮັດໃຫ້ລາວເລືອກສຶກສາດ້ານກະສິກຳຢູ່ມະຫາວິທະຍາໄລແຫ່ງຊາດລາວ (NUoL). ແຕ່ພາຍຫຼັງລາວໄດ້ຄົ້ນພົບວ່າ ຕົນເອງມີຄວາມສົນໃຈຕໍ່ສັດຫຼາຍກວ່າພືດ. ດັ່ງນັ້ນ ໃນປີ 2002 ລາວຈຶ່ງຈົບການສຶກສາດ້ານວິທະຍາສາດສັດ ໂດຍມີຄວາມຊຳນານສະເພາະດ້ານສັດ. ໃນປີ 2006 ໃນຂະນະທີ່ລາວເຮັດວຽກຢູ່ສູນຄົ້ນຄວ້າຊັບພະຍາກອນນ້ຳ (Living Aquatic Resource Research Center – LARReC) ພາຍໃຕ້ກົົົົົມລ້ຽງສັດ ແລະ ການປະມົງ ຂຶ້ນກັບກະຊວງກະສິກຳ ແລະ ປ່າໄມ້, ລາວໄດ້ຮັບໂອກາດຂຽນວິທະຍານິພົນປະລິນຍາໂທດ້ານຄວາມຫຼາກຫຼາຍທາງຊີວະນາໆພັນ ໂດຍມຸ່ງເນັ້ນໃສ່ “ປາຕີນ” (Lao Warty Newt – Laotriton laoensis) ຊຶ່ງເປັນຊະນິດພັນທີ່ກຳລັງຖືກຄຸກຄາມ. ອາຈານເປັນນັກສຶກສາຄົນທຳອິດທີ່ອຸທິດວິທະຍານິພົນເພື່ອສຶກສາປະຫວັດຊີວິດຕາມທຳມະຊາດ, ການແຜ່ກະຈາຍ ແລະ ການອະນຸລັກຂອງຊະນິດພັນນີ້ ດ້ວຍຜົນງານວິໄຈຂອງລາວຕໍໍກັບປາຕີນ ຈຶ່ງກາຍເປັນສັດເຄິ່ງບົກເຄິ່ງນໍ້າຊະນິດທຳອິດທີ່ໄດ້ຮັບການຄຸ້ມຄອງຢ່າງເປັນທາງການໂດຍລັດຖະບານລາວ (ຂໍ້ຕົກລົງ ວ່າດ້ວຍການຮັບຮອງເອົາບັນຊີ ສັດນໍ້າ ແລະ ສັດປ່າ ປະເພດຫວງຫ້າມ […]
ຂໍ້ຕົກລົງ ວ່າດ້ວຍ ການກຳນົດບັນຊີໄມ້ I, II ແລະ III.
– ອີງຕາມ ກົດໝາຍວ່າດ້ວຍປ່າໄມ້ ເລກທີ່ 46/ສພຊ, ລົງວັນທີ່ 13 ມິຖຸນາ 2019; – ອີງຕາມ ດຳລັດ ຂອງນາຍຍົກລັດທະມົນຕີ ເລກທີ່ 99/ນຍ, ລົງວັນທີ່ 09 ມີນາ 2017 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງກະຊວງກະສິກຳ ແລະ ປ່າໄມ້; – ອີງຕາມ ໜັງສືສະເໜີ ຂອງກົມປ່າໄມ້ ເລກທີ 1743/ກປມ, ລົງວັນທີ່ 18 ມີນາ 2021; – ອີງຕາມການຄົ້ນຄວ້າ ແລະ ການສະເໜີຂອງກົມນະໂຍບາຍ ແລະ ນິຕິກຳ ເລກທີ 0199/ກບນ, ລົງວັນທີ່ 25 ມີນາ 2021.
ຫຼັກສູດທ້ອງຖິ່ນ ເລື່ອງ: ບັນຫາຂອງຊີວະນາໆພັນໃນທ້ອງຖິ່ນ. ສຳລັບຂັ້ນມັດທະຍົມສາມັນສຶກສາ ມ.1-3.
ຫຼັກສູດທ້ອງຖິ່ນເຫຼັ້ມນີ້ສ້າງຂື້ນເພື່ອຈັດການຮຽນຮູ້ປະສົມປະສານກັບຫຼັກສູດສ່ວນກາງໃນວິຊາ: ໂລກອ້ອມຕົວເຮົາ, ພາສາລາວ, ວິຊາເຕັກໂນ ແລະ ວິຊາສີລະປະກຳເຫຼົ່ານີ້ເປັນຕົ້ນ. ທັງໝົດນີ້ກໍ່ຢູ່ໃນກອບຈຳນວນຊົ່ວໂມງຮຽນທີ່ກະຊວງສຶກສາທິການ ແລະ ກິລາວາງອອກ, ທັງນີ້ກໍ່ເພື່ອເຮັດໃຫ້ເນື້ອໃນການຮຽນ-ການສອນມີຄວາມສອດຄ່ອງ ແລະ ຕອງສະໜອງຕາມຄວາມຕ້ອງການຂອງທ້ອງຖິ່ນ.
ມາດຕະຖານກະສິກຳອິນຊີ ສຳລັບເຂົ້າ (Lao Organic Standard for Rice)
ມາດຕະຖານກະສິກຳອິນຊິ ສຳລັບເຂົ້າ ຂອງ ສປປ ລາວ ໄດ້ສ້າງຂື້ນເພື່ອຜັນຂະຫຍາຍຍຸດທະສາດ ພັດທະນາວຽກງານປູກຝັງ 2025 ແລະ ວິໄສທັດປີ2030,ໂດຍສະເພາະວຽກງານການກະສິກຳສະອາດໄດ້ເນັ້ນໃສ່ ກະສິກຳທີ່ດີ ແລະ ກະສິກຳອິນຊີ, ມາດຕະຖານກະສິກຳອິນຊີສຳລັບເຂົ້າ ໄດ້ສ້າງຂື້ນມາໂດຍຄະນະວິຊາການຕາມຂໍ້ຕົກລົງຂອງທ່ານລັດຖະມົນຕີວ່າການ ກະຊວງ ກະສິກຳ ແລະ ປ່າໄມ້ ທີ່ເຮັດວຽກກ່ຽວກັບກະສິກຳທີ່ເປັນມິດກັບສິ່ງແວດ ລ້ອມນະໂຍບາຍ, ມາດຕະຖານ,ການຢັ້ງຢືນ ແລະ ການນຳໃຊ້ກາໝາຍທີ່ມີປະສົບການກ່ຽວກັບລະບົບການຢັ້ງຢືນ ຢູ່ ສປປ ລາວ.
ການຄຸ້ມຄອງວັງສະຫງວນ ໃນແຂວງ ຊຽງຂວາງ
ວັງສະຫງວນ ເປັນແຫລ່ງຜະລິດ ແລະ ສະຫນອງອາຫານໃຫ້ແກ່ປະຊາຊົນບັນດາເຜົ່າ ດັ່ງນັ້ນ, ໃນແຕ່ລະບ້ານ ທີ່ຕັ້ງຢູ່ລຽບຕາມແມ່ນໍ້າ ສາຍຕ່າງໆ ຈຶ່ງໄດ້ພ້ອມກັນ ສ້າງຕັ້ງວັງສະຫງວນອະນຸລັກປ່າທຳມະຊາດ ເພື່ອເປັນແຫລ່ງເພາະພັນ ຂະຫຍາຍພັນປາຊະນິດຕ່າງໆ ທີ່ຕິດພັນກັບການດຳລົງຊີວິດການເປັນຢູ່ປະຈຳວັນ ຂອງປະຊາຊົນບັນດາເຜົ່າ.
ປ້າຍທີ່ຕິດຕັ້ງສະແດງໃຫ້ຂອບເຂດ ແລະ ເນື້ອທີ່ວັງສະຫງວນປີ 2017 ແລະ ປັບປຸງໃໝ່ປີ 2019
ກົດລະບຽບ ສິ່ງທີ່ຫ້າມໃນວັງສະຫງວນ: 1. ຫ້າມຫາປາທຸກຮູບແບບໃນວັງສະຫງວນ. 2. ຫ້າມຖິ້ມສິ່ງເສດເຫຼືອ, ນ້ຳເປື້ອນ ຫຼື ສານເຄມີລົງໃນຂອບເຂດວັງສະຫງວນ. 3. ຫ້າມຕັດໄມ້ທຳລາຍປ່າໃນວັງສະຫງວນ.
ປ້າຍຕິດຕັ້ງຕາມວັງສະຫງວນຕ່າງໆພາຍໃນແຂວງຫຼວງພະບາງ 2017
ປ້າຍຕິດຕັ້ງຕາມວັງສະຫງວນຕ່າງໆພາຍໃນແຂວງຫຼວງພະບາງ 2017
ລັດທພດຳລັດຂອງປະທານປະເທດ ສປປ ລາວ ກ່ຽວກັບການປະກາດໃຊ້ກົດໝາຍວ່າດ້ວຍສົດປ່າ (ສະບັບປັບປຸ່ງ)
-ອີງຕາມລັດທະທຳມະນູນ ແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ສະປັບປັບປຸ່ງ ປີ 2015) ໝວດທີ່ VI ມາດຕາ 67 ຂໍ້ທີ່ 1; -ອີງຕາມມະຕິກອງປະຊຸມສະພາແຫ່ງຊາດ ສະບັບເລກທີ່ 92/ສພຊ, ລົງວັນທີ່ 17 ກໍລະກົດ 2023 ກ່ຽວກັບການຮັບຮອງເອົາກົດໝາຍວ່າດ້ວຍສັດປ່າ (ສະບັບປັບປຸ່ງ); -ອີງຕາມໜັງສືການສະເໜີຂອງຄະນະປະຈຳສະພາແຫ່ງຊາດ ສະບັບເລກທີ່ 26/ຄປຈ, ລົງວັນທີ່ 15 ສິງຫາ 2023.
ປອ. ຄຳຫຼ້າ ອິນຄະວິໄລ
ຮອງຫົວໜ້າຫ້ອງການຄົ້ນຄ້ວາວິທະຍາສາດ ແລະ ບໍລິການວິຊາການ, ຜູ້ອຳນວຍການສູນຄວາມເປັນເລີດດ້ານຊີວະນາໆພັນ ມະຫາວິທະຍາໄລແຫ່ງຊາດລາວ. ສູນຄວາມເປັນເລີດດ້ານຊີວະນາໆພັນ ຂຽນຫຍໍ້ວ່າ “ສຊພ” ມີພາລະບົດໃນການຄົ້ນຄວ້າ, ການສອນ ແລະ ການຝຶກອົບຮົມທາງດ້ານຄວາມຫຼາກຫຼາຍທາງດ້ານຊີວະນາໆພັນ ແລະ ການອະນຸລັກ. ຫ້ອງການຄົ້ນຄ້ວາວິທະຍາສາດ ແລະ ບໍລິການວິຊາການ ຍັງມີບົດບາດສໍາຄັນໃນວຽກງານການຄຸ້ມຄອງຊັບສິນທາງປັນຍາ, ວຽກງານແຜນການ-ການຮ່ວມມື ຄຽງຄູ່ໄປກັບການຄົ້ນຄວ້າວິທະຍາສາດ ແລະ ບໍລິການວິຊາການ, ພ້ອມທັງ ຊີ້ນໍາ ແລະ ຄຸ້ມຄອງວຽກງານຂອງສູນຄົ້ນຄວ້າຈີນ ແລະ ສູນຄົ້ນຄວ້າອື່ນໆຂອງ ມະຫາວິທະຍາໄລແຫ່ງຊາດລາວ. ປອ. ຄຳຫຼ້າ ເປັນຜູ້ຊ່ຽວຊານດ້ານຊີວະນາໆພັນຫອຍທາກ ເຊິ່ງເປັນສາຂາການຄົ້ນຄວ້າທີ່ຍັງບໍ່ມີນັກວິທະຍາສາດຫຼາຍຄົນສຶກສາດ້ານນີ້ໂດຍສະເພາະ. ໃນປີ 2019, ລາວໄດ້ເຜີຍແຜ່ປຶ້ມທີ່ສຳຄັນ ທີ່ບັນທຶກ 231 ຊະນິດຂອງຫອຍທາກໃນລາວ, ເຊິ່ງໃນເມື່ອກ່ອນມີພຽງແຕ່ 79 ຊະນິດທີ່ໄດ້ບັນທຶກໄວ້ໃນເອກະສານ. ໃນວັນທີ 7 ຕຸລາ 2024, ລາວໄດ້ປະກາດຄົ້ນພົບ ຫອຍທາກໃໝ່ 2 ຊະນິດ, ເຊິ່ງເຮັດໃຫ້ໄດ້ເຫັນເຖິງຄວາມສຳຄັນທາງດ້ານນິເວດວິທະຍາຂອງລາວ. ຫອຍທາກມີບົດບາດສໍາຄັນໃນຕ່ອງໂສ້ ອາຫານ ແລະ […]


