ບົດສະເໜີໂຄງການຫຍໍ້ ການຜະລິດຟອຍກວາດຈາກແຂມ ເພື່ອຊ່ວຍຫລຸດຜ່ອນຄວາມທຸກຍາກ ຂອງ ຊຸມຊົນໃນຊົນນະບົດ.

ໃນທົ່ວຂົງເຂດພາກເໜືອ ຂອງ ສປປລ, ການະລິດແຂມ ປປັນແຫລ່ງສ້າງລາຍຮັບໃຫ້ແກ່ຫລາຍຄອບຄົວ ແລະ ຍັງເປັນແຫລ່ງອາຫານໃຫ້ແກ່ສັດລ້ຽງອີກດ້ວຍ. ຕົ້ນດອກແຂມ ມີຊື່ ວິທະຍາສາດວ່າ “Thysanolaena maxima”, ເປັນພືດທໍາມະຊາດທີ່ເກີດຂຶ້ນເອງ, ບາງບ່ອນກໍໄດ້ມີການປູກຢູ່ຕາມພື້ນທີ່ໄຮ່ເຫລົ່າ ແລະ ຕາມແຄມທາງ. ນອກຈາກວຽກງານການຕັດດອກແຂມແລ້ວ ກໍຍັງຕ້ອງໄດ້ໃຊ້ແຮງງານໃນການເກັບກູ້ແຂມ ແລ້ວກໍເອົາໄປຕາກແດດ ແລະ ໄປຟາດເອົາເມັດດອກອອກໃຫ້ໝົດຈາກກ້ານດອກສ່ວນທີ່ຈະເອົາໄປເຮັດຟອຍກວາດຕໍ່ໄປ. ໄລຍະລະດູການເກັບກ່ຽວດອກແຂມແມ່ນຈະຢູ່ໃນລະຫວ່າງສີ່ເດືອນ ເລີ້ມແຕ່ ເດືອນທັນວາ ຫາ ເດືອນມິນາ ແຕ່ບາງປີກໍປ່ຽນແປງໄປຕາມເງື່ອນໄຂສະພາບດິນຟ້າອາກາດຂອງແຕ່ລະທ້ອງຖິ່ນ. ຕົ້ນແຂມກໍຍັງໄດ້ຖືກປູກຂຶ້ນເປປັນພືດເສດຖະກິດ ໂດຍຊາວບ້ານບາງຄົນ ແລະ ມີການນໍາໃຊ້ປັດໃຈຂາເຂົ້າຊ່ວຍຈໍານວນໜ້ອຍທີ່ສຸດ. ໃນການປູກ ແມ່ນໃຊ້ເວລາໜ້ອຍກ່ວາປູກພືດສິນຄ້າອື່ນໆ. ຫລັງຈາກປູກແລ້ວກໍມີແຕ່ຕ້ອງໄດ້ເສຍຫຍ້າ ຫຼື ວັດຊະພືດອື່ນໆອອກ ແລະ ຕັດຕົ້ນແຂມໜຶ່ງຄັ້ງຕໍ່ປີ ຫລັງຈາກເກັບກ່ຽວ. ພ້ອມນັ້ນ, ການເກັບກ່ຽວແຂມຈາກສວນປູກ ແມ່ນງ່າຍກ່່ວາການເກັບກ່ຽວເອົາຈາກປ່າທໍາມະຊາດ ເພາະວ່າຜົນຜະລິດດອກແຂມຢູ່ໃນສວນປູກແມ່ນຈະມີຫລາຍກ່ວາຢູ່ໃນປ່າແບບຊະຊາຍ. ບັນດາຊາວກະສິກອນ ສາມາດປູກຕົ້ນແຂມດ້ວຍຮາກເຫງົ້າໃນປປີທີ່ 1 ແລະ ສາມາດເກັບກ່ຽວໄດ້ໃນປີທີ່ 3 ແລະ ປີຕໍ່ໆໄປຕະຫຼອດ, ຜົນຜະລິດ ຄາດວ່າໄດ້ 4 ຕ/ຮຕ […]

ບົດສະເໜີໂຄງການຫຍໍ້ ປາ ຈາກເຂດວັງສະຫງວນ

ການປະມົງຂະໜາດນ້ອຍມີຄວາມສໍາຄັນຫລາຍ ຢູ່ພາຍໃນເຂດພາກເໜືອ ຂອງ ສປປ ລາວ, ເພາະວ່າ ປະຊາຊົນບັນດາເຜົ່າໃນເຂດຊົນນະບົດ ຍັງພາກັນເພິ່ງພາອາໃສປາທໍາມະຊາດຈາກບັນດາສາຍຫ້ວຍຕ່າງໆ ເປັນຫລັກເຂົ້າໃນການດໍາລົງຊີວິດເປັນຕົ້ນຕໍຢູ່. ເຖິງແນວໃດກໍຕາມ, ນັບແຕ່ຫລາຍປີຜ່ານມາ, ແມ່ນໄໄດ້ມີຄວາມກົດດັນເພີ້ມຂຶ້ນຈາກການຫາປາຂອງມະນຸດ, ເພາະວ່າ ພົນລະເມືອງໃນເຂດຊົນນະບົດມີຈໍານວນເພີ້ມຂຶ້ນ ຈຶຶ່ງໄດ້ມີການຫາປາເປັນຈໍານວນຫລາຍຂຶ້ນເກີນຂອບເຂດ ເພື່ອເປັນອາຫານບໍລິໂພກພາຍໃນຄອບຄົວ ແລະ ຂາຍອອກເພື່ອເອົາເງິນ ໂດຍມີການນໍາໃຊ້ລະເບີດ (ໝາກຟ້າ), ຢາເບື່ອ ແລະ ໄຟຟ້າຊ໋ອດ. ພ້ອມນັ້ນ ກໍຍັງມີການຫາປາໃນລະດູປາວາງໄຂ່, ນໍ້າມີການປົນເປື້ອນມົນລະພິດຈາກການນໍາໃຊ້ຢາເຄມີຂ້າຫຍ້າ ແລະ ປາບສັດຕູພືດເຂົ້າໃນການປູກຝັງ, ຈາກການຂຸດຄົ້ນແຮ່ທາດ ແລະ ຈາກການບຸກລຸກທໍາລາຍແຫລ່ງທີ່ຢູ່ອາໃສຂອງສັດນໍ້າຕ່າງໆ ຊຶ່ງທັງໝົດເປັນເຫດໃຫ້ຈໍານວນປະຊາກອນປາຫລຸດລົງ ແລະ ບາງຊະນິດພັນກໍຖືກທໍາລາຍສູນຫາຍໄປປແລ້ວກໍມີ. ເພາະສະນັ້ນ, ຊາວບ້ານຕ່າງໆ ຈຶ່ງໄດ້ພາກັນສ້າງວັງສະຫງວນຂຶ້ນມາແບບປະເພນີ ແລະ ຍັງຈໍາກັດຢູ່ແຕ່ໃນບາງທ້ອງຖິ່ນເທົ່ານັ້ນ ເພື່ອໃຫ້ເປັນຊັບສົມບັດລວມຂອງບ້ານ ທີ່ມີການຄຸ້ມຄອງໂດຍຊຸມຊົນເອງ ຫລື ບາງບ່ອນກໍເຮັດເປັນສະຖານທີ່ວັງສັກສິດກໍມີ. ການພັດທະນາສ້າງວັງສະຫງວນ ບໍ່ແມ່ນມີົນດີແຕ່ ຕໍ່ກັບ ການອານຸລັກຊີວະນາໆພັນທາງນໍ້າພຽງຢ່າງດຽວເທົ່ານັ້ນ, ແຕ່ມັນຍັງເປັນການປັບປຸງການໂພຊະນາການຂອງຊາວບ້ານຫລາຍຄົນໃນເຂດຊົນນະບົດອີກດ້ວຍ, ແລະ ມັນຍັງເັນການບູລະນະຮັກສາຕາຝັ່ງນໍ້າ ຫລື ຊີວະນາໆພັນກະສິກໍາຕາມແຄມນໍ້າ, ລະບົບນິເວດ ແລະ ເຂດປ່າໄມ້ທີ່ເປັນແຫລ່ງນໍ້າທໍາມະຊາດ […]

ຄວາມຮັບຮູ້ຂອງປະຊາຊົນທ້ອງຖີ່ນ ແຂວງຊຽງຂວາງ, ຫົວພັນ ຕໍ່ກັບການນຳໃຊ້ ແລະ ປົກປັກຮັກສາເຫັດຫວາຍ

ການສຶກສາຄວາມຮັບຮູ້ຂອງປະຊາຊົນທ້ອງຖິ່ນ ກ່ຽວກັບການນຳໃຊ້ ແລະ ປົກປັກຮັກສາເຫັດຫວາຍຢູ່ແຂວງຊຽງຂວາງ ແລະ ຫົວພັນ ແມ່ນເລີ່ມແຕ່ປີ 2016 ຫາ 2017. ການເກັບກຳຂໍ້ມູນດຳເນີນດ້ວຍ 3 ວິທີຄື: ການສຳພາດ, ການເກັບກຳຂໍ້ມູນພາກສະໜາມ ແລະ ການສຶກສາຢູ່ຫ້ອງທົດລອງ. ຜົນການສຶກສາ ສາມາດສຳພາດຄອບຄົວເກັບເຫັດໄດ້ທັງໝົດ 81 ຄອບຄົວ, ປະຊາຊົນທ້ອງຖິ່ນການເອີ້ນຊື່ເຫັດຫວາຍແຕກຕ່າງກັນ ເຊິ່ງເອິ້ນຕາມລັກສະນະພາຍນອກຂອງເຫັດເຊັ່ນ: ເຫັດສຸມ, ເຫັດລອກ, ເຫັດແປກ ນັ້ນແມ່ນເຫັດຊະນິດດຽວກັນຄື: Mutsutake mushroom. ດ້ານອາຊີບຂອງປະຊາຊົນທີ່ເກັບເຫັດ ມີອັດຕາສ່ວນຄື: ຊາວໄຮ່ນາກວມ 64%, ນັກຮຽນ 25% ແລະ ພະນັກງານ 11%.  ດ້ານເສດຖະກິດ, ຄອບຄົວທຸກຍາກອອກໄປເກັບເຫັດຫຼາຍກວ່າໝູ່ 81% ແລະ ຄອບຄົວທີ່ມີຖານະປານກາງ 19%, ສ່ວນຄອບຄົວທີ່ບໍ່ໄດ້ປະກອບສ່ວນແມ່ນຄອບຄົວຮັ່ງມີ 0% (ຮັບຊື້). ກຸ່ມອາຍຸຂອງຊາວບ້ານທີ່ເກັບເຫັດ ຄື: ກຸ່ມຄົນທີ່ມີອາຍຸ 50 ປີຂື້ນໄປ ກວມ 9%, ກຸ່ມທີ່ມີອາຍຸ […]

ຄູ່ມືແນະນໍາເຕັກນິກພື້ນຖານການປູກໝາກແໜູ່ງກວາງຕຸງ

ໝາກແໜູ່ງ ແມ່ນເຄືື່ອງປ່າຂອງດົງຊະນິດໜື່ງທີື່ມີຄຸນຄູ່າ ແລະ ເປັນປະໂຫຍດຕ ໍ່ສັງຄົມມະນຸດເຮົາ ໂດຍໄດ້ນໍາໃຊ້ເຂົ້າ ໃນວົງການການແພດ ເພືື່ອປະກອບເປັນສູ່ວນປະສົມຂອງອາຫານ ແລະ ຢາສະໝຸນໄພເຂົື້າໃນການຮັກສາ ໂລກໄພ ໄຂ້ເຈັບ ຕູ່າງໆ ເຊັົ່ນ: ຢາດີເຈັບທ້ອງ, ທ້ອງອືດ, ຊູ່ວຍຍູ່ອຍກະເພາະອາຫານ, ເປັນຢາດີເຈັບແຂ້ວ ແລະ ໃຊ້ປະສົມ ກັບຊະນິດຢາອືື່ນໆ, ນອກນັື້ນຍັງໃຊ້ເປັນເຄືື່ອງເທດໃນການປະສົມອາຫານອີກຫຼາຍຢ່າງ.