ນຸທິກອນ ສີປະເສີດ (ອ້າຍທັອບ)

ການຕັດສິນໃຈລາອອກຈາກວຽກປະຈຳ ເພື່ອຫັນມາເຮັດກະສິກຳຢ່າງເຕັມເວລາ ເປັນການຕັດສິນໃຈຄັ້ງສຳຄັນຂອງ ນຸທິກອນ ສີປະເສີດ (ທັອບ). ການຕັດສິນໃຈນີ້ເກີດຈາກຄວາມສົນໃຈໃນການເຮັດກະສິກຳ ແລະ ຄວາມມັກໃນການເຮັດວຽກກັບພືດ. ທັອບ ເລີ່ມເຮັດກະສິກຳເປັນອາຊີບເສີມ ໃນຂະນະທີ່ຍັງເຮັດວຽກປະຈຳ. ໃນໄລຍະທຳອິດ ລາວເລີ່ມປູກຕົ້ນອ່ອນດອກຕາເວັນເພື່ອຈຳໜ່າຍ. ເມື່ອກິດຈະການເລີ່ມເຕີບໂຕ ການແບ່ງເວລາລະຫວ່າງວຽກປະຈຳ ແລະ ການເຮັດກະສິກຳກໍເລີ່ມເປັນເລື່ອງຍາກຂຶ້ນ. ດັ່ງນັ້ນ ໃນປີ 2018 ລາວຈຶ່ງຕັດສິນໃຈລາອອກຈາກວຽກ ເພື່ອຫັນມາເຮັດກະສິກຳຢ່າງເຕັມເວລາ. ຫຼັງຈາກນັ້ນທັອບ ຍັງຄົງຮຽນຮູ້ຢ່າງຕໍ່ເນື່ອງຜ່ານອິນເຕີເນັດ ພ້ອມທັງທົດລອງເຕັກນິກການປູກຜັກຫຼາຍຮູບແບບ. ລາວໄດ້ສະສົມປະສົບການຈາກການລົງມືເຮັດຈິງ ທັງຈາກຄວາມສຳເລັດ ແລະ ຄວາມຜິດພາດ. ໃນປີ 2019, ທັອບ ໄດ້ກໍ່ຕັ້ງ ບ້ານສວນອາຍອຸ່ນ ຢູ່ແຂວງຫຼວງພະບາງ ໂດຍຜະລິດຜັກຫຼາກຫຼາຍຊະນິດເພື່ອຈຳໜ່າຍໃຫ້ໂຮງແຮມໃນທ້ອງຖິ່ນ. ລາວໃຫ້ຄວາມສຳຄັນກັບການສຶກສາຄວາມຕ້ອງການຂອງຕະຫຼາດ, ລະດູການປູກ ແລະ ຊະນິດຜັກທີ່ໂຮງແຮມຕ້ອງການ ເພື່ອນຳຂໍ້ມູນມາວາງແຜນການຜະລິດໃຫ້ກົງກັບຄວາມຕ້ອງການ. ປັດຈຸບັນ ສວນອາຍອຸ່ນ ປູກຜັກຫຼາຍກວ່າ 100 ຊະນິດ ເຊັ່ນ: ໝາກເລັ່ນ, ຫົວກະຣົດ, ໝາກບວບ, ໝາກຫຸ່ງ ແລະ ໝາກແຕງ. ທັງນັ້ນສວນຍັງພະຍາຍາມຫຼຸດການນຳໃຊ້ສານເຄມີ […]

ສຸລິສາ ກົມມະສິດ

ສຸລິສາ ກົມມະສິດ ເລີ່ມພັດທະນາທຸລະກິດກາເຟຂອງຕົນ ໂດຍສືບຕໍ່ຈາກກິດຈະການປູກກາເຟຂອງຄອບຄົວ. ໃນເມື່ອກ່ອນ ຄອບຄົວຂອງລາວເນັ້ນການຜະລິດເມັດກາເຟ ແລະ ຂາຍໃຫ້ພໍ່ຄ້າ. ເພື່ອພັດທະນາທັກສະດ້ານການແປຮູບກາເຟ, ສຸລິສາ ໄດ້ສຶກສາວິທີການຄົ່ວກາເຟຜ່ານທາງຂໍ້ມູນອອນລາຍ ແລະ ຕໍ່ມາໄດ້ເດີນທາງໄປຫວຽດນາມ ເພື່ອຮຽນຮູ້ຂັ້ນຕອນໃນການປູກ ແລະ ການແປຮູບກາເຟ. ຈາກນັ້ນ ລາວໄດ້ນຳຄວາມຮູ້ທີ່ໄດ້ຮັບມາປະຍຸກໃຊ້ໃນການຜະລິດກາເຟ. ສຸລິສາ ຍັງໃຫ້ຄວາມສຳຄັນກັບການຫຼຸດການນຳໃຊ້ສານເຄມີ ແລະ ສົ່ງເສີມວິທີການຜະລິດທີ່ປອດໄພກວ່າ ສຳລັບຊາວກະສິກອນ ແລະ ຜູ້ບໍລິໂພກ. ລາວໄດ້ຮຽນຮູ້ວິທີຜະລິດ ແລະ ນຳໃຊ້ຝຸ່ນອິນຊີ ພ້ອມທັງພັດທະນາວິທີການເຮັດກະສິກຳຈາກປະສົບການຂອງຕົນເອງ. ນອກຈາກນັ້ນ ນາງຍັງໄດ້ຂໍຄຳແນະນຳດ້ານວິຊາການຈາກສູນຄົ້ນຄວ້າກະສິກຳພາກໃຕ້. ໃນປີ 2022, ສຸລິສາ ເລີ່ມຜະລິດກາເຟອິນຊີ ພາຍໃຕ້ຜະລິດຕະພັນ Paksong Daen Naow. ໃນປີ 2025, ທຸລະກິດຂອງລາວໄດ້ຈົດທະບຽນຢ່າງເປັນທາງການ. ປັດຈຸບັນ ວິສາຫະກິດຜະລິດກາເຟອິນຊີຄົ່ວ ແລະ ກາເຟບົດ ໂດຍນຳໃຊ້ເມັດກາເຟຈາກສວນຂອງຕົນເອງ. ນອກຈາກກາເຟແລ້ວ, ວິສາຫະກິດຍັງຈັດຈຳໜ່າຍນ້ຳເຜິ້ງທຳມະຊາດ ແລະ ຊາ ເຊິ່ງຮັບຊື້ຈາກຊຸມຊົນທ້ອງຖິ່ນ. ຜ່ານກິດຈະກຳເຫຼົ່ານີ້, ສຸລິສາ ມີສ່ວນຮ່ວມໃນການຜະລິດ […]

ຄຳພູ ພັນທະບູນ

ທ່ານ ຄຳພູ ພັນທະບູນ ໄດ້ເລີ່ມຕົ້ນເສັ້ນທາງການເຮັດກະສິກຳອິນຊີໂດຍບໍ່ໄດ້ມີການຝຶກອົບຮົມມາກ່ອນ. ເຊັ່ນດຽວກັບຊາວກະສິກອນຫຼາຍຄົນ, ລາວອາໄສວິທີການເຮັດກະສິກຳແບບດັ້ງເດີມ ແລະ ຮຽນຮູ້ຈາກປະສົບການໂດຍກົງ. ໃນຊ່ວງປີ 2004–2005 ດ້ວຍການສະໜັບສະໜູນຈາກໂຄງການຂອງ Helvetas, ທ່ານ ຄຳພູ ໄດ້ເຮັດສວນກະສິກຳອິນຊີຢູ່ທີ່ບ້ານຂອງຕົນ. ດ້ວຍການລົງມືປະຕິບັດ ແລະ ຮຽນຮູ້ຢ່າງຕໍ່ເນື່ອງ ພ້ອມທັງໄດ້ພັດທະນາທັກສະດ້ານກະສິກຳອິນຊີ ແລະ ໄດ້ແບ່ງປັນຄວາມຮູ້ໃຫ້ແກ່ຊາວກະສິກອນຄົນອື່ນ. ດ້ວຍຄວາມມຸ່ງໝັ້ນ ແລະ ຄວາມມີນໍ້າໃຈໃນການຊ່ວຍເຫຼືອຜູ້ອື່ນ ເຮັດໃຫ້ລາວໄດ້ຮັບຄວາມໄວ້ວາງໃຈ ແລະ ຄວາມເຄົາລົບຈາກຊຸມຊົນ ຈົນກາຍເປັນຜູ້ນຳດ້ານກະສິກຳອິນຊີໃນທ້ອງຖິ່ນ. ໃນປີ 2006 ໂຄງການຍັງໄດ້ສະໜັບສະໜູນການສ້າງຕັ້ງ ກຸ່ມຜະລິດກະສິກຳອິນຊີໂນນແຕ້, ເຊິ່ງເລີ່ມຕົ້ນຈາກພຽງ 7 ຄອບຄົວເທົ່ານັ້ນ. ເມື່ອຄວາມຕ້ອງການຜະລິດຕະພັນອິນຊີເພີ່ມຂຶ້ນ ຈຶ່ງມີຊາວກະສິກອນສົນໃຈເຂົ້າຮ່ວມກຸ່ມຫຼາຍຂຶ້ນ. ເພື່ອຮັກສາຄຸນນະພາບຂອງສິນຄ້າກະສິກຳອິນຊີ, ພະແນກກະສິກຳຈຶ່ງໄດ້ດຳເນີນການກວດສອບແບບສຸ່ມທຸກໆ 2 ເດືອນ. ເຖິງແມ່ນວ່າໂຄງການ Helvetas ໄດ້ສິ້ນສຸດລົງໃນປີ 2021, ແຕ່ກຸ່ມຜະລິດກະສິກຳອິນຊີໂນນແຕ້ຍັງຄົງດຳເນີນການຕໍ່ໄປ ແລະ ເຕີບໂຕໄດ້ດ້ວຍຕົນເອງ. ເສັ້ນທາງຂອງທ່ານ ຄຳພູ ສະແດງໃຫ້ເຫັນວ່າ ການຮຽນຮູ້ຢ່າງຕໍ່ເນື່ອງ, ການເປັນຜູ້ນຳທີ່ເຂັ້ມແຂງ ແລະ ການຮ່ວມມືຂອງຄົນໃນຊຸມຊົນ […]

ຄຸນປະໂຫຍດຂີ້ກະເດືອນ ແລະ ຝຸ່ນຂີ້ກະເດືອນ

ຂີ້ກະເດືອນຊ່ວຍໃນການເພີ່ມຊອງວ່າງອາກາດໃນ ດິນເຮັດໃຫ້ດິນບໍ່ແຈບ ແລະ ສາມາດເກັບຄວາມ ຊຸມໄດ້ດີພ້ອມທັງເຮັດໃຫ້ຮາກພືດຂະຫຍາຍໂຕ ແລະ ກິນອາຫານໄດ້ດີຂຶ້ນ

ການອະນຸບານລູກປາ

ການອະນຸບານປາໂດຍທົ່ວໄປແລ້ວຈະແບ່ງເປັນສອງຂັ້ນຕ ອອນ ໃຫ່ຍຄື: ການອະນຸບານປາທີ່ແຕກ ໃໝ່ໄປຈົນຮອດອາຍຸໄດ້ 7-10 ວັນ ແລະ ການອະບານນັບແຕ່ອາຍຸ 10 ມື້ – 21 ມື້ ຫຼື 1 ເດືອນ

ກໍລະນີສຶກສາຜົນສຳເລັດຂອງການບໍລິການສຸຂະພາບສັດ

ການສຳຫຼວດໃນພາກເໜືອຂອງ ສ.ປ.ປ. ລາວ ທີ່ຜ່ານມາໄດ້ສະແດງໃຫ້ເຫັນຄ່າສະເລ່ຍອັດຕາການຕາຍຂອງສັດຄ້ຽວເອື້ອງແມ່ນ 8%, ແລະ ໝູ 33%. ໃນໄລຍະສອງປີຜ່ານມາວິທີການແກ້ໄຂບັນຫາການລົ້ມຕາຍຂອງສັດແມ່ນໄດ້ອີງໃສ່ການສັກຢາປ້ອງກັນພະຍາດ “ພື້ນບ້ານ”ເປັນຫຼັກ (ເຊັ່ນ HMS, FMD, ໄຂ້ລຳໃສ້ອັກເສບ ໆລໆ). ເຖິງແມ່ນວ່າພະຍາດເລົ່ານີ້ຈະມີຄວາມ ສຳຄັນກໍ່ຕາມຍັງມີພະຍາດຊະນິດອື່ນໆ ທີ່ເຮັດໃຫ້ສັດຕາຍ ຫຼື ເປັນພະຍາດບາດເຍົາຕ່າງໆ ເຊິ່ງຍັງບໍ່ທັນໄດ້ຮັບການແກ້ໄຂ.

ການປັບປຸງການລ້ຽງໝູເພື່ອສ້າງລາຍຮັບເພີ້ມໃຫ້ຊາວກະສິກອນ

ໂດຍທົ່ວໄປແລ້ວ ການລ້ຽງໝູ ຂອງຊາວກະສິກອນ ສ່ວນຫຼາຍ ເຄີຍມີມູນເຊື້ອ ລ້ຽງມາແຕ່ດົນນານແລ້ວ ແຕ່ວິທີ ການ ລ້ຽງ ຂອງເຂົາເຈົ້າ ແມ່ນ ລ້ຽງແບບທ ຳມະຊາດ, ຕາມມີຕາມເກີດ ເພື່ອແກ້ໄຂຊີວິດການເປັນຢູ່ ຂອງຄອບຄົວ ເວລາ ຈຸຈົນ ແລະ ຍາມມີບຸນງານປະເພນີເທົ່ານັ້ນ. ຊາວກະສິກອນ 4 ເມືອງໃຕ້ ແຂວງໄຊຍະບູລີ ມີການປູກພືດເປັນ ສິນຄ້າ ສົ່ງອອກເປັນອາຊີບ ເພື່ອເຮັດໃຫ້ເຂົາເຈົ້າ ມີລາຍຮັບເພີ້ມເຂົ້າໃນຄອບຄົວ, ອີກດ້ານໜຶ່ງ ຄວາມຮຽກຮ້ອງ ຕ້ອງການຂອງຕະຫຼາດມີຫຼາຍຂຶ້ນ ຄຽງຄູ່ກັນນັ້ນ ຊາວກະສິກອນ ກໍ່ຕ້ອງໄດ້ເອົາໃຈໃສ່ປັບປຸງລະບົບການລ້ຽງໝູໃຫ້ມີ ການຈະເລີນເຕີບໂຕດີ ໂດຍອິງໃສ່ເງື່ອນໄຂ ແລະ ວັດຖຸພັນທີ່ມີຢູ່ໃນຄອບຄົວມາປຸງແຕ່ງເປັນອາຫານສັດ ເພື່ອຕອບ ສະໜອງຊີ້ນໃຫ້ ພຽງພໍກັບຄວາມຕ້ອງການຂອງຕະຫຼາດ ເຊັ່ນ: ດ້ານການສ້າງຄອກ, ການໃຫ້ອາຫານ, ການປັບປຸງ ພັນ ແລະ ການຮັກສາສຸຂະພາບສັດ.

ວັກຊິນອະຫິວາສັດປີກ

– ນິຍາມ – ລັກສະນະອາການ – ຂໍ້ແນະນຳ – ວິທີໃຊ້ – ໄລຍະຄຸ້ມກັນ – ການເກັບຮັກສາ – ແກ້ວບັນຈຸ

ພືດອາຫານສັດ

ພືດອາຫານສັດຖືໄດ້ວ່າມີຄວາມສ ຳຄັນເປັນຢ່າງຍິ່ງ ຕໍ່ລະບົບການຜະລິດກະສິກ ຳທັງ ໃນປະເທດທີ່ພັດທະນາແລ້ວ ແລະ ປະເທດທີ່ກ ຳລັງພັດທະນາ ຕະຫຼອດຮອດປະເທດທີ່ຍັງ ດ້ອຍພັດທະນາ ເຫດຜົນກໍ່ຍອັນວ່າ: ພືດອາຫານສັດນອກຈາກຈະໃຊ້ເປັນອາຫານຫຼັກ ແລະ ອາຫານເສີມໃຫ້ແກ່ສັດແລ້ວ, ພວກມັນຍັງມີບົດບາດສ ຳຄັນໃນການປະກອບສ່ວນເຂົ້າໃນການ ຮັກສາຄວາມສົມດູນໃຫ້ແກ່ລະບົບນິເວດວິທະຍາ ແລະ ການພັດທະນາຂະແໜງການອື່ນໆ ເຊັ່ນ: ຂະແໜງການອຸດສະຫະກ ຳ, ຂະແໜງການແພດ.

ການຕອນໄກ່

ປື້ມພູມປັນຍາທ້ອງຖິ່ນຫົວນີ້ ໄດ້ມາຈາກການຂຽນຂອງຊາວ ບ້ານແລະ ອາສາສະໝັກຊຶ່ງໄດ້ຮຽບຮຽງເບື້ອງຕົ້ນຈາກຄະນະອໍານວຍ ການສູນອົບຮົມຮ່ວມພັດທະນາແລະພະແນກສຶກສານະຄອນຄອນຫຼວງ ວຽງຈັນ. ປື້ມຫົວນ້ອຍຫົວນີ້ ໄດ້ບັນຈຸເອົາເນື້ອໃນທີ່ເວົ້າເຖິງຫົວຂໍໃດໜຶ່ງ ໂດຍມີຫຼາຍກິດຈະກຳທີ່ຈະເປັນການທົດລອງເອົາຄວາມຮູ້ທ້ອງຖິ່ນເຂົ້າ ນໍາພາ ແລະ ສິດສອນນັກຮຽນຊັ້ນປະຖົມໂດຍເອົາບົດທີ່ງ່າຍສອນຊັ້ນ ປໍ1 ປໍ 2 ແລະ ບົດທີ່ຍາກກໍສອນຊັ້ນໃຫຍ່ຂຶ້ນໄປ.