ອາການທຸກມື້ປ່ຽນແປງຕະຫຼອດເວລາ ບາງມື້ກໍຮ້ອນ, ບາງມື້ກໍໜາວ, ບາງມື້ແດດອອກ, ບາງມື້ຝົນຕົກ ເຮັດໃຫ້ບາງຄົນເກີດມີອາການຕ່າງໆເຊັ່ນ: ເປັນຫວັດ, ເປັນພູມແພ້ຕ່າງໆ ຫຼາຍຄົນອາດຈະບໍ່ຮູ້ວ່າ ສະໝຸນໄພພື້ນບ້ານກໍສາມາດບັນເທົາອາການຄັນໄດ້
- ກະເດົາ: ຜັກກະເດົາຢ່າງທີ່ຮູ້ກັນດີວ່າເປັນອາຫານທີ່ເຮົາກິນ ແຕ່ນ້ອຍຄົນຈະຮູ້ວ່າມັຍສາມາດບັນເທົາາອາການຄັນໄດ້ດີ ເພາະກະເພົາມີສານຕ້ານໄວຮັດ, ເຊື້ອແບັດທິເລຍ ລວມທັງຫຼຸດອາການອັກເສບ, ຊ່ວຍບັນເທົາໂລກຜິວໜັງໄດ້ດີເຊັ່ນ: ຜືນຄັນ, ກາກ, ລົມຜິດ ໂດຍວິທີການຄືນໍາເອົາໃບກະເພົາມາຕົ້ມຈົນໄດ້ນໍ້າສີເຫຼືອງ ຈາກນັ້ນນໍາມາປະສົມກັບນໍ້າເພື່ອອາບ.
- ຂີ້ໝິ້ນ: ຂີ້ໝິ່ນມີລິດທີ່ສາມາດຢັບຢັ້ງການຈະເລີນເຕີບໂຕຂອງເຊື້ອແບັດທິເລຍ ແລະ ເຊື້ອຮາໄດ້ດີ ໂດຍນໍາຂີ້ໝິ່ນມາບົດໃຫ້ລະອຽດແລ້ວປະສົມກັບນໍ້າ ຈາກນັ້ນນໍາມາທາໃສ່ບໍລິເວນທີ່ຄັນ ປະມານ 15 ນາທີແລ້ວລ້າງອອກ ນອກຈາກຈະຊ່ວຍໃຫ້ຫາຍຄັນແລ້ວຍັງເຮັດໃຫ້ຜິວໃສອີກດ້ວຍ.
- ຫວ້ານຫາງແຂ້: ນອກຈາກຈະຊ່ວຍບໍາລຸງບາດແຜໃຫ້ຫາຍດີແລ້ວ ຍັງສາມາດແກ້ໂລກກ່ຽວກັບຜິວໜັງ ທັງໂລກສະເກັດເງິນ, ຜິວນັງອັກເສບ, ຜືນແດງ ໂດຍການນໍາເອົາຫວ່ານຫາງຈະແຂ້ມາປອກເປືອກແລ້ວນໍາໄປລ້າງນໍ້າໃຫ້ສະອາດ ຈາກນັ້ນນໍາໄປວາງໄວ້ບໍລິເວນຄັນ ຫຼື ເປັນບາດແຜ ໃຫ້ປ່ຽນທຸກໆ 3-4 ຊົ່ວໂມງ ກໍຈະຊ່ວຍບັນເທົາໄດ້ດີ.
- ຕໍານິນ: ຕໍານິນນອກຈາກຈະເປັນອາຫານແລ້ວຍັງເປັນສະມຸນໄພຊັ້ນດີອີກດ້ວຍ ທັງສາມາດແກ້ຜືນຄັນ ແລະ ອາການລົມຜິດ ໂດຍການນໍາເອົາໃບຕໍານິນມາບົດໃຫ້ລະອຽດແລ້ວນໍາມາພອກບໍລິເວນມີຜິດປະມານ 15 ນາທີ ແລ້ວລ້າງອອກດ້ວຍນໍ້າສະອາດ ໃຊ້ປະມານມື້ລະ 2 ຮອບເຊົ້າ ແລະ ແລງ ກໍຊ່ວຍບັນເທົາອາການເບົາລົງໄດ້.
- ກ້ວຍ: ເປືອກກ້ວຍກໍມີລິດ ຊ່ວຍບັນເທົາອາການຄັນຫຼຸດຜືນ ແລະ ອາການແສບຮ້ອນໄດ້ຢ່າງດີ, ໂດຍການນໍາເອົາເປືອກກ້ວຍມາລ້າງນໍ້າໃຫ້ສະອາດ ແລ້ວເອົາມາວາງໃສ່ບໍລິເວນທີ່ຄັນ ແລະ ຖູເບົາໆຈາກນັ້ນກໍປະໄວ້ ແລ້ວຈຶ່ງຄ່ອຍລ້າງອອກດ້ວຍນໍ້າສະອາດ ອາການຄັນຕ່າງໆກໍຈະບັນເທົາລົງ.