ບໍລິສັດ ຍອດຊຳ ຈໍາກັດ: ການຍົກສູງ “ເຂົ້າໄກ່ນ້ອຍ” ແລະ ມໍລະດົກຂອງລາວ

ບໍລິສັດ ຍອດຊຳ ຈໍາກັດ ແມ່ນທຸລະກິດໜຶ່ງທີ່ມຸ່ງຫັວງເພື່ອສົ່ງເສີມ “ເຂົ້າໄກ່ນ້ອຍ” ຫຼື “Little Chicken Rice” ເຊີ່ງມີຊື່ສຽງວ່າເປັນເຂົ້າໜຽວທີ່ດີທີ່ສຸດໃນປະເທດລາວ.

ເຂົ້າໄກ່ນ້ອຍ (Oryza sativa L. subsp. japonica Shig.Kato), ທີ່ຄົນໃນທ້ອງຖິ່ນຮູ້ຈັກໃນຊື່ ເຂົ້າໄກ່ນ້ອຍ, ແມ່ນເຂົ້າໜຽວທີ່ດັງຂອງລາວ ເຊິ່ງມີຮູບຮ່າງລັກສະນະພິເສດ, ເມັດເຂົ້າໃຫຍ່, ຫອມ, ຫວານ, ແລະ ອ່ອນ, ເຮັດໃຫ້ເຂົ້າເຫຼົ່ານີ້ແຕກຕ່າງຈາກເຂົ້າປະເພດອື່ນໆ. ເຂົ້າໄກ່ນ້ອຍຖືກຈົດທະບຽນເປັນ ຜະລິດຕະພັນສະເພາະທາງພື້ນທີ່ (GI) ຂອງແຂວງຫົວພັນ ແລະ ແຂວງຊຽງຂວາງ ເປັນສັນຍາລັກທາງມໍລະດົກທາງດ້ານການກະສິກໍາດັ່ງເດີມຂອງລາວ.

ເຖິງແມ່ນວ່າຈະໄດ້ຮັບການຍົກຍ້ອງ, ແຕ່ໃນອະດີດເຂົ້າໄກ່ນ້ອຍຍັງຂາດຜູ້ດຳເນີນທຸລະກິດທີ່ເຂັ້ມແຂງໃນດ້ານການສ້າງຜະລິດຕະພັນ, ການບັນຈຸຜະລິດຕະພັນ, ແລະ ການຈັດຈໍາໜ່າຍ ເຊິ່ງເປັນຂໍ້ຈໍາກັດໃນການນໍາໃຊ້ປະໂຫຍດຈາກສະຖານະ GI. ດັ່ງນັ້ນ ທ່ານ ສົມໄຊ ຈັນທາລຸງສີ, ສະມາຊິກ ແລະ ຜູ້ອຳນວຍການ ສະມາຄົມສົ່ງເສີມເຂົ້າໄກ່ນ້ອຍ, ໄດ້ກໍ່ຕັ້ງ ບໍລິສັດ ຍອດຊຳ ຈໍາກັດ ພ້ອມວິໃສທັດໃນການຮັກສາຜະລິດຕະພັນດັ່ງເດີມຂອງຄອບຄົວ ພ້ອມຍົກລະດັບມໍລະດົກທ້ອງຖິ່ນຜ່ານນະວັດຕະກໍາ ແລະ ວິທີການເຮັດທຸລະກິດແບບສະໄໝໄໝ່.

ບໍລິສັດ ຍອດຊຳ ຈໍາກັດ ເຮັດບົດບາດສໍາຄັນໃນການສ້າງພາບລັກ, ການແປຮູບຜະລິດຕະພັນ, ແລະ ການຈັດສົ່ງເຂົ້າໄກ່ນ້ອຍທີ່ມີຄຸນນະພາບ ແລະ ຜູ້ບໍລິໂພກສາມາດກວດສອບຄືນໄດ້, ພ້ອມສ້າງລາຍໄດ້ຢ່າງຍືນຍົງໃຫ້ຊາວກະສິກອນຊົນນະບົດ. ສ່ວນໃຫຍ່ບໍລິສັດສະໜັບສະໜູນ 2 ໂຄງການລະດັບຊາດຄື: Khao Kai Noi GI ແລະ Khao Kai Noi Organic ເພື່ອຮັບປະກັນຄຸນນະພາບ, ຄວາມໄວ້ໃຈຂອງຜູ້ບໍລິໂພກ, ແລະ ການເຕີບໃຫ່ຍຢ່າງຍືນຍົງ.

ທຸລະກິດນີ້ໄດ້ຮັບການຮັບຮອງພາຍໃນ ໂຄງການ “ໜຶ່ງເມືອງ ໜຶ່ງຜະລິດຕະພັນ (ODOP)” ຂອງ ກົມສົ່ງເສີມການຄ້າ , ກະຊວງອຸດສາຫະກຳ ແລະ ການຄ້າ ປະເທດລາວ.

Short Bio

Full name:

ບໍລິສັດ ຍອດຊຳ ຈໍາກັດ

Date of Birth:

Place of Birth:

Current Residence:

Education:

Current Profession:

Motto:

Share

Recent Champions