ແກງຜັກຫົມ ເປັນອາຫານທີ່ງ່າຍ ແລະ ດີຕໍ່ສຸຂະພາບ. ຄວາມລຽບງ່າຍ ແລະ ລົດຊາດແຊບຊ້ອຍຂອງມັນປະສົມປະສານກັບຄວາມອຸດົມສົມບູນຂອງແຫຼ່ງຂອງໂປຣຕີນ ແລະ ວິຕາມິນທີ່ບຳລຸງຮ່າງກາຍ. ເໝາະສຳລັບອາຫານແລງ ຫຼື ອາຫານທີ່ອຸດົມໄປດ້ວຍສານອາຫານ.
ສ່ວນປະກອບຫຼັກ
- ຜັກຫົມສົດ: 2 ມັດນ້ອຍ (0,5 ກິຼໂລ), ລ້າງນ້ຳໃຫ້ສະອາດ
- ຕັດຜັກຫົມໃຫ້ໄດ້ຕາມທີ່ຕ້ອງການ
- ຊີ້ນໝູ: 0,3-0,5 kg ເລືອກເອົາຊີ້ນທີ່ບໍ່ຕິດມັນຫຼາຍ ເພື່ອສຸຂະພາບ
- ຕັດເປັນຕ່ອນນ້ອຍໆຕາມຄວາມຕ້ອງການ
- ແປ້ງນົວ: 1 ບ່ວງກາເຟ
- ເກືອ: 1 ບ່ວງກາເຟ (ຕາມລົດຊາດ)
- ນໍ້າສະອາດ 0,5 ລິດ
ຄຳແນະນຳ
- ກະກຽມນ້ຳຕົ້ມ ຖອກນ້ຳໃສ່ໝໍ້,ຕື່ມສ່ວນປະສົມນີ້ລົງໃນໝໍ້ນ້ຳຕົ້ມ ແລະ ຕົ້ມໃຫ້ຟົດ
- ຈາກນັ້ນຈຶ່ງເອົາຊີ້ນໝູລົງ ແລ້ວຕົ້ມຈົນສຸກ
- ຫຼັງຈາກນັ້ນຕື່ມຜັກຫົມ ລົງໃນໝໍ້
- ສືບຕໍ່ຕົ້ມປະມານ 2-3 ນາທີ ຈົນກວ່າຜັກຫົມຈະສຸກ ແລະ ນ້ຳຕົ້ມໄດ້ດູດຊຶມລົດຊາດຂອງມັນ.
- ຮັບປະທານຮ້ອນໆໃນຖ້ວຍ ເປັນອາຫານທີ່ແຊບ ແລະ ມີທາດບຳລຸງ.
ແລ່ງຂໍ້ມູນ: https://www.foodequipment.co.th/spinaciaoleracea/