ຕົ້ມຫອຍປັງຈໍ້າແຈ່ວສົ້ມ ເປັນອາຫານພື້ນບ້ານແຕ່ອຸດົມໄປດ້ວຍໂປຼຕີນ:
ສ່ວນປະສົມ
- ນໍ້າສະອາດ 2 ລິດ
- ຫອຍປັງ 1 ກິຼໂລ
- ຫົວສີໃຄ 2 ຫົວ (ລ້າງນໍ້າໃຫ້ສະອາດແລ້ວຊອຍເປັນປ່ຽງ)
- ໃບຂີ້ຫູດ 5-7 ໃບ
- ເກືອ 1 ບ່ວງກາເຟ
ວິທີປຸງແຕ່ງ
- ກະກຽມນ້ຳຕົ້ມ ຖອກນ້ຳໃສ່ໝໍ້,ຕື່ມສ່ວນປະສົມນີ້ລົງໃນໝໍ້ນ້ຳຕົ້ມ ແລະ ຕົ້ມໃຫ້ຟົດ.
- ຈາກນັ້ນເອົາຫອຍປັງລົງໃນໝໍ້ແລ້ວຕົ້ມຈົນກວ່າຫອຍຈະສຸກ ໃຊ້ເວລາຕົ້ມ15-20 ນາທີ.
- ຮັບປະທານຕອນຮ້ອນໆພ້ອມກັບແຈ່ວສົ້ມແຊບໆ.
ວິທີເຮັດແຈ່ວສົ້ມ:
ສ່ວນປະສົມ
- ໝາກເຜັດດິບ 3-5 ໜ່ວຍນ້ອຍ
- ກະທຽມ 1 ຫົວ (ແກະເປືອກອອກໃຫ້ໝົດ)
- ແປ້ງນົວ 1 ບ່ວງກາເຟ
- ນໍ້າຕານ 1 ບ່ວງກາເຟ
- ນ້ຳປາ 1 ບ່ວງກາເຟ
- ໝາກນາວ 1 ບ່ວງແກງ
ວິທີປຸງແຕ່ງ
1. ຕຳກະທຽມ, ໝາກເຜັດດິບ, ໃສ່ແປ້ງນົວ, ເກືອ, ນໍ້າຕານ ໃຫ້ລະອຽດ
3. ຈາກນັ້ນຕື່ມນໍ້າປາ ແລະ ນໍ້າໝາກນາວໃສ່
4. ຄົນຈົນເຂົ້າກັນແລ້ວຊິມເບິ່ງ ຖ້າໄດ້ລົດຊາດຕາມທີ່ຕ້ອງການແລ້ວຕັກໃສ່ຖ້ວຍ.
ສູດອາຫານຈາກ: ດວງແຂ ແກ້ວນ້ອຍ