ພືດສະໝຸນໄພໃຫ້ກິ່ນ ມີຫຼາຍຊະນິດ ແລະ ມື້ນີ້ພວກເຮົາຈະມາແນະນໍາພືດສະໝຸນໄພທີ່ໃຫ້ກິ່ນ ແລະ ມີປະໂຫຍດໃນຮູບແບບທີ່ແຕກຕ່າງກັນເຊັ່ນ ໃຊ້ສໍາລັບປຸງແຕ່ງໃຫ້ມີກິ່ນຫອມ, ເຄື່ອງດື່ມ ແລະ ສະໝຸນໄພຢາພື້ນເມືອງເປັນຕົ້ນ.
- ຂ່າ: ມີກິ່ນຫອມ ແລິະ ມີລົດຊາດຫວານໃຊ້ສຳຫຼັບປຸງອາຫານຕ່າງໆ, ໜໍ່ອ່ອນ ແລະ ຊໍ່ດອກອ່ອນໃຊ້ຮັບປະທານເປັນຜັກ. ໃນລາວ ແລະ ໄທ ເຫງົ້າມັກໃຊ້ເປັນເຄື່ອງປຸ່ງໃນແກງສົ້ມ ເຊັ່ນ ຕົ້ມຍຳ ນອກນັ້ນຂ່າ ບັງສາມາດນຳມາໃຊ້ຮັກສາອາຫານບໍ່ຍ່ອຍ, ເຈັບທ້ອງ, ຖອກທ້ອງ, ແລະ ຮາກ.
- ຂີ້ໝິ້ນ: ຜົງຂອງເຫງົ້າຂອງມັນສາມາດໃຊ້ເປັນເຄື່ອງເທດ ແລະ ສີທຳມະຊາດສຳຫຼັບຍ້ອມອາຫານ ນອກນີ້ເຫງົ້າຂີ້ໝິ້ນໃຊ້ເຮັດຢາທາ ແລະ ຢາດົມສຳລັບຮັກສາອາການຕ່າງໆ ເຊັ່ນ ການຍ່ອຍອາຫານ, ໄຂ້ສູງ, ພະຍາດກ່ຽວກັບຕາ, ອາການໄອ, ຫອບຫືດ, ຫຼອດລົມອັກເສບ ແລະ ທ້ອງອືດ. ຂີ້ໝິ້ນທີ່ບົດເປັນຜົງປະສົມນ້ຳດື່ມ ຫຼື ຈູດເພື່ອໃຫ້ເກີດຄວັນແລ້ວດົມ, ປະສົມນ້ຳຕົ້ມອາບ ຫຼື ມັດໃນຜ້າໃຊ້ທາບໍລິເວນຕ່າງໆຂອງຮ່າງກາຍທີ່ຕ້ອງການຮັກສາ, ຂີ້ໝິ້ນຊ່ວຍຫຼຸດໄຂ້ ແລະ ອືດທ້ອງ.
- ຫົວສີໄຄ: ໃຊ້ເຫງົ້າ ຫຼື ລຳຕົ້ນແກ່ມາຕົ້ມດື່ມຈະຊ່ວຍໄລ່ລົມໃນລຳໄສ້ ຫຼື ມີອາການເຈັບທ້ອງກໍ່ຈະເຮັດໃຫ້ດີຂຶ້ນ.
- ແຄຫອມ: ໃຊ້ເປັນເຄື່ອງເທດໃນການປຸງອາຫານອີກດ້ວຍ, ພືດຊະນິດນີ້ໃຊ້ໃນເຮັດທູບເຜື່ອຊ່ວຍຜ່ອນຄາຍ ແລະ ຢາບູຮານ, ໄມ້ ແລະ ໃບມີສັບພະຄຸນເປັນຢາຂັບເຫື່ອ ແລະ ຢາບຳລຸງກຳລັງ.
- ຫອມລາບ: ໃບສົດນໍາມາບີບເພື່ອສູດດົມຈະໄດ້ກິ່ນຫອມນໍ້າມັນລະເຫີຍ ຊ່ວຍໃຫ້ສົດຊື່ນຮັກສາອາການວີນຫົວ. ນອກນັ້ນນໍາໃບສົດມາລ້າງນໍ້າແລ້ວໄປຕາກແຫ້ງ 5-7 ແດດສໍາລັບໃຊ້ຊົງເປັນຊາດື່ມ.ໃບອ່ອນ, ຍອດອ່ອນຫອມລາບໃຊ້ຮັບປະທານເປັນຜັກກິນກັບອາຫານປະເພດລາບ, ເຝີ, ຊຸບໄກ່ ເປັນຕົ້ນ.
ແຫຼ່ງຂໍ້ມູນ: องค์ความรู้