ເຕັກນິກການປູກເຂົ້າດ້ວຍກ້າກີບດຽວ

ເຕັກນິກການປູກເຂົ້າດ້ວຍກ້າກີບດຽວແມ່ນຫຍັງ?

ເຕັກນິກການປູກເຂົ້າດ້ວຍກ້າກີບດຽວແມ່ນວິທີການປູກເຂົ້າແບບໃຫມ່ທີ່ໄດ້ຮັບ ຜົນຜະລິດສູງ, ໂດຍນໃຊ້ຕົ້ນທຶນການຜະລິດຕໍ່າ ເຊັ່ນ: ນໍ້າ, ແນວເຂົ້າປູກ, ຝຸ່ນ ແລະ ຢາປາບສັດຕູພືດ… ວິທີການປູກເຂົ້າແບບນີ້ແມ່ນເໝາະສົມທີ່ສຸດກັບພື້ນທີ່ ປູກເຂົ້າທີ່ຢູ່ເຂດຊົນລະປະທານທີ່ບໍ່ມີນໍ້າພຽງພໍ.

ການປັກດໍາ

  1. ຄວນປັກດ ຳດ້ວຍຕົ້ນກ້າທີ່ມີອາຍຸອ່ອນ, ເຫມາະສົມທີ່ສຸດແມ່ນຕົ້ນກາທີ່ມີອາຍຸລະຫວ່າງ 7-14 ມື້ ທີ່ກາມີສອງໃບ
  2. ການເອົາຕົ້ນກ້າອອກຈາກຫນານກ້າຄວນ ໃຊ້ຊວ້ານນ້ອຍໆຊ້ວານອອກເປັນແຜນ ພ້ອມທັງດິນ
  3. ການເອົາຕົ້ນກ້າອອກຈາກແຜ່ນ ເພື່ອໄປປັກ ດໍາຕ້ອງໄດ້ລະມັດລະວັງບໍ່ໃຫ້ຮາກຕົ້ນກ້າ ຂາດ ແລະ ໃຫ້ມີດິນຕິດມາພ້ອມ
  4. ຄວນປັກດໍາໃຫ້ແລ້ວພາຍໃນ 15-30 ນາທີ ນັບແຕ່ເວລາທີ່ເຄື່ອນຍ້າຍກ້າ ອອກຈາກ ຫນານ, ໃຫ້ແລ້ວໄວເທົ່າໃດຍິ່ງດີ
  5. ປັກດໍາດ້ວຍກ້າກີບດຽວ (ຕົ້ນດຽວ) ດ້ວຍໄລຍະຫ່າງ 25×25 ຊມ, 30×30 ຊມ, 40×40 ຊມ, ຫລື 50×50 ຊມ ເຊິ່ງຂຶ້ນກັບຄວາມເຫມາະສົມຂອງໂຄງສ້າງດິນ, ຄວາມອຸດົມສົມບູນ, ຄວາມຊຸມຂອງດິນ ແລະ ເງື່ອນໄຂ ສະພາບແວດລ້ອມອື່ນໆ
  6. ປັກດໍາແບບສຽບຕົ້ນກາລົງແລ້ວ ໃຫ້ລາກໄປ ທາງຂ້າງເປັນຮູບໂຕແອວ (L) ເພື່ອຫຼີກເວັ້ນບໍ່ໃຫ້ຮາກກາດັນຂຶ້ນເທິງ
  7. ຄວນປັກດໍາໃຫ້ເປັນຮູບຈະຕຸລັດ ຫລື ຮູບສີ່ຫຼຽມມົນທົນ (ສາມາດກໍານົດໄດ້ດ້ວຍການ ໃຊ້ເຊືອກຟາງຂອດເປັນຈຸດຕາມໄລຍະຫ່າງ ທີ່ຕ້ອງການປັກດໍາ.
  8. ມັດເຊືອກຟາງໃສ່ໄມ້ສອງສົ້ນ ແລ້ວດຶງເຊືອກຟາງເຄັ່ງໆໃນເວລາປັກດໍາ ຖ້າມີເນື້ອທີ່ປັກດໍາກ້ວາງ ເຮົາອາດຈະເຮັດຄາດ ແລະ ປັບ ໄລຍະຫ່າງຂອງແຂ້ວຄາດຕາມໄລຍະຫ່າງ ຂອງການປັກດໍາໂດຍໃຊ້ຄາດດັ່ງກ່າວຄາດ ເປັນແຖວຕັດກັນແລ້ວຈະໄດ້ໄລຍະຫ່າງຂອງ ການປັກດໍາເປັນຮູບສີ່ຫຼ່ຽມມົນທົນ.

ແຫຼ່ງຂໍ້ມູນ: ເຕັກນິກການປູກເຂົ້າດ້ວຍກ້າກີບດຽວ

Share

Recent Stories