ນ້ຳກະຣົດ

ດື່ມງ່າຍ ໄດ້ປະໂຫຍດ ບຳລຸງສາຍຕາ ແລະ ສຸຂະພາບ

 ເປັນຫຍັງຄວນດື່ມນ້ຳກະຣົດ?🥕

    • ຊ່ວຍບຳລຸງສາຍຕາ.
    • ມີສານຕ້ານອະນຸມູນອິດສະລະ ຊ່ວຍປົກປ້ອງເຊວຮ່າງກາຍ.
    • ຊ່ວຍບຳລຸງຜິວໜັງໃຫ້ເບິ່ງສົດໃສ.
    • ຊ່ວຍເສີມພູມຄຸ້ມກັນ ດ້ວຍວິຕາມິນ A ແລະ ວິຕາມິນ C.
    • ເປັນເຄື່ອງດື່ມທີ່ມີພະລັງງານບໍ່ສູງ ເໝາະສຳລັບຜູ້ທີ່ໃສ່ໃຈສຸຂະພາບ.

ວິທີເຮັດນໍ້າກະຣົດ
ວັດຖຸດິບ

    • ແຄຣອດສົດ                3-4 ຫົວ
    • ນ້ຳສະອາດ                  300-500 ມິລີລິດ
    • ນ້ຳຕານ                     (ຕາມຄວາມມັກ ຫຼື ບໍ່ໃສ່ກໍໄດ້)

ວິທີເຮັດ

  1. ລ້າງກະຣົດໃຫ້ສະອາດ ແລະ ປອກເປືອກອອກ.
  2. ຫັ່ນເປັນຕ່ອນນ້ອຍໆ.
  3. ນໍາກະຣົດ, ນໍ້າຕານ ໄປປັ່ນກັບນ້ຳສະອາດຈົນລະອຽດ.
  4. ຈາກນັ້ນຕອງຜ່ານຕາໜ່າງ ຫຼື ຜ້າຂາວບາງ (ຖ້າຕ້ອງການເນື້ອນຽນ) ຫຼື ບໍ່ຕອງກໍໄດ້.
  5. ສາມາດດື່ມໄດ້ເລີຍ ຫຼື ໃສ່ນໍ້າກ້ອນເພື່ອເພີ່ມຄວາມເຢັນ.
Share

Recent Stories