June 23, 2026

ການລ້ຽງງົວ, ຄວາຍ ແລະ ແບ້ ຂອງປະຊາຊົນລາວ ສ່ວນໃຫຍ່ຍັງລ້ຽງແບບອາໄສທຳມະຊາດຢູ່ ໂດຍອາໄສຫຍ້າ ຫຼື ພືດອາຫານສັດທີ່ມີຕາມທຳມະຊາດ ແລະ ຕາມລະດູການ, ເຊິ່ງຫຍ້າຕາມທຳມະຊາດສ່ວນໃຫຍ່ແລ້ວສະໜອງສານອາຫານຍັງບໍ່ພຽງພໍຕໍ່ຄວາມຕ້ອງການຂອງສັດໃນແຕ່ລະວັນ ໂດຍສະເພາະໃນຊ່ວງລະດູແລ້ງສັດຈະຂາດສານອາຫານເນື່ອງຈາກ ປະລິມານອາຫານຕາມທຳມະຊາດ ມີປະລິມານໜ້ອຍ ລວມທັງຂາດແຂນສານອາຫານເຊັ່ນ: ທາດຊີ້ນ, ພະລັງງານ ແລະ ແຮ່ທາດຕ່າງໆ ສົ່ງຜົນໃຫ້ ສັດລ້ຽງຂອງຊາວກະສິກອນຈ່ອຍຜອມ, ປະສົມພັນຕິດຍາກ ທັງເຮັດໃຫ້ສຸຂະພາບອ່ອນເພຍ ເກີດພະຍາດໄດ້ງ່າຍ.
ດັ່ງນັ້ນ ທາງຄະນະກະເສດສາດ ໄດ້ມີການສຶກສາທົດລອງແລະພັດທະນາ ຄົ້ນຄວ້າຫາທາງ ແກ້ໄຂບັນຫາດັ່ງກ່າວ ໂດຍນໍາໃຊ້ວັດຖຸດິບທີ່ມີໃນທ້ອງຖິ່ນ, ສິ່ງເສດເຫຼືອຈາກການກະສິກໍາ-ອຸດສາຫະກໍາເພື່ອເພີ່ມຜົນຜະລິດແກ່ການລ້ຽງງົວຄວາຍ ແລະ ແບ້ເຊິ່ງໄດ້ສຶກສາຫາວິທີ ການເກັບຖະໜອມຫຍ້າ ຫຼື ພືດອາຫານສັດຈາກລະດູຝົນມາໃຫ້ສັດກິນໃນລະດູແລ້ງ ໂດຍນໍາໃຊ້ເຕັກນິກຫຍ້າໝັກ (Silage) ເຟືອງໝັກ ແລະ ການເສີມສານອາຫານໃຫ້ສັດລ້ຽງ ໂດຍກ້ອນແຮ່ທາດ-ອາຫານເສີມ (Mineral Feed Block, MFB) ເຊິ່ງກ້ອນແຮ່ທາດ-ອາຫານເສີມນີ້ ໄດ້ລວມແຫຼ່ງທາດຊີ້ນ, ທາດພະລັງງານ ແລະ ແຮ່ທາດເຂົ້ານໍາໃນໜຶ່ງກ້ອນ ທີ່ຈຳເປັນຕໍ່ການດໍາລົງຊີວິດແກ່ ສັດລ້ຽງ ແລະ ເຮັດໃຫ້ສັດລ້ຽງມີການຈະເລີນເຕີບໃຫຍ່ໄດ້ດີຂຶ້ນ, ສຸຂະພາບແຂງແຮງ ແລະ ປະສົມພັນຕິດງ່າຍ ສົ່ງຜົນໃຫ້ປະສິດທິພາບການຜະລິດສັດດີຂຶ້ນ.
ຈາກຜົນການທົດລອງເຫັນວ່າ ສາມາດຄໍ້າປະກັນສະບຽງອາຫານສັດໄດ້ ໂດຍມີການຈັດການໃຫ້ສັດລ້ຽງມີອາຫານກິນຕະຫຼອດປີ ເຊິ່ງການເຮັດຫຍ້າໜັກ-ເຟືອງໝັກ ເຫັນວ່າສາມາດເກັບຖະໜອມຫຍ້າໜັກໄວ້ໄດ້ດົນ 3-6 ເດືອນ ເຮັດໃຫ້ຊາວ ກະສິກອນສາມາດມີຫຍ້າໃຫ້ສັດກິນໄດ້ຕະຫຼອດປີ ນອກຈາກນັ້ນ ກ້ອນແຮ່ທາດ ອາຫານເສີມ ສາມາດເສີມທາດບໍາລຸງໃຫ້ແກ່ສັດເຮັດໃຫ້ສັດລ້ຽງມີການຈະເລີນເຕີບໂຕໄດ້ປະມານ 200-300 ກລາມຕໍ່ມື້ ໃນຊ່ວງລະດູແລ້ງ.
ແຫຼ່ງຂໍ້ມູນ: ເຕັກນິກການລ້ຽງງົວລະດູແລ້ງ


