ຄຸນປະໂຫຍດຂອງຂີ້ໝິ້ນ

ຂີ້ໝິ້ນ (ຂີ້ໝິ້ນສົດ ຫຼື ຜົງຂີ້ໝິ້ນ) ມີປະໂຫຍດຫຼາຍຕໍ່ສຸຂະພາບ

ຄຸນປະໂຫຍດ:

  • ໃຊ້ເປັນຢາທາພາຍນອກເຊັ່ນ: ທາຕຸ່ມຄັນຄາຍ, ທາໃບໜ້າເພື່ອແກ້ ສິວ ແລະໃຊ້ທາບາດແຜທີ່ເປັນແຜໃນຕາມຮ່າງກາຍຂອງຄົນເຮົາ
  • ເຫງົ້າຂີ້ໝິ້ນໃຊ້ເຮັດຢາທາ ແລະ ຢາດົມສຳຫຼັບແກ້ອາການຕ່າງໆ ເຊັ່ນ ການຍ່ອຍອາຫານ, ອາການໄອ, ຫອບຫືດ, ຫຼອດລົມອັກເສບ ແລະ ທ້ອງອືດ
  • ຂີ້ໝິ້ນຊ່ວຍຫຼຸດໄຂ້, ຫຼຸດຄວາມດັນເລືອດຫຼັງເກີດລູກ, ຂັບເລືອດເສຍ ທີ່ຄ້າງໃນຮ່າງກາຍຫຼັງເກີດ ແລະ ຟອກເລືອດ
  • ຂີ້ໝິ້ປະສົມກັບນ້ຳອຸ່ນອົມໄວ້ໃນປາກ ໃຊ້ຮັກສາເຫງືອກອັກເສບ ແລະ ອາການເຈັບແຂ້ວ ຫຼື ໃຊ້ປະສົມກັບເກືອທາບໍລິເວນໂຄນແຂ້ວທີອັກເສບ.
  • ຂີ້ໝິ້ນປະສົມກັບໝາກນາວຊ່ວຍຮັກສາອາການເນື້ອເນົ່າ ແລະ ຮອຍຝົກຊ້ຳ
  • ການຫັ່ນເຫງົ້າຕາກແດດກິນທຸກວັນ 3 ແຜນຈະຊ່ວຍບັນເທົາອາການເຈັບກະເພາະໄດ້
  • ໃຊ້ປະສົມກັບນໍ້າເພື່ອເຮັດນໍ້າອົບນາທ໋ອມສັກສິດເພື່ອປະກອບພິທີ ຕ່າງໆເຊິ່ງເອີ້ນວ່ານໍ້າຣົດ ຫຼື ນໍ້າມົນ.
  • ນອກນີ້ໃນອາຫານລາວ ເຫງົ້າທີ່ຕາກແຫ້ງ ແລ້ວບົດເປັນຜົງໃຫ້ເປັນສ່ວນປະສົມຫຼັກຢ່າງໜຶ່ງໃນແກງ (ແກງກະລີ່) ຮ່ວມກັບຂີງ, ຂ່າກະຈຽວ, ທຽນຂາວ, ໝາກເຜັດຍວກ ແລະ ອື່ນໆ. ນອກຈາກນີ້₭, ດອກຂີ້ໝິ້ນທີ່ເອີ້ນກັນວ່າດອກກະຕຽວ ຍັງກິນດິບກັບລາບໄດ້ອີກດ້ວຍ, ຜົງຂອງເຫງົ້າສາມາດໃຊ້ເປັນເຄື່ອງເທດ ແລະ ສີທຳມະຊາດສຳຫຼັບຍ້ອມອາຫານ.
  • ຂີ້ມິ້ນເປັນພືດທີ່ໃຊ້ຍ້ອມຜ້າຫຼາຍທີ່ສຸດໃນແຖບຕາເວັນຕົກ ເປັນຕົ້ນໃນອິດເດຍ.
Share

Recent Stories