ເຕັກນິກການປູກໝາກເຜັດ

ໝາກເຜັດເປັນພືດເສດຖະກິດທີ່ປູກງ່າຍ ແລະ ສາມາດສ້າງລາຍຮັບໄດ້ດີ ພ້ອມທັງເປັນວັດຖຸດິບສຳຄັນໃນຄົວເຮືອນ.

1. ເລືອກແນວພັນດີ

  • ເລືອກເມັດພັນທີ່ສົມບູນ ແລະ ທົນຕໍ່ໂລກ
  • ເລືອກພັນໃຫ້ເໝາະກັບຕະຫຼາດ ເຊັ່ນ ເຜັດນ້ອຍ, ເຜັດໃຫຍ່

2. ການກຽມດິນ

  • ໄຖພວນດິນໃຫ້ລະອຽດ
  • ຍົກໜານສູງ 20-30 ຊມ.
  • ໃສ່ຝຸ່ນຄອກ ຫຼື ຝຸ່ນໝັກ 2-3 ກິໂລຕໍ່ຕາແມັດ
  • ດິນຄວນລະບາຍນ້ຳດີ

3. ການເພາະກ້າ

  • ແຊ່ແກ່ນໝາກເຜັດໃນນ້ຳ 4-6 ຊົ່ວໂມງ
  • ຫວ່ານໃນຖາດເພາະ ຫຼື ແປງກ້າ
  • ອາຍຸ 20-30 ວັນ ຫຼື ມີໃບແທ້ 4-6 ໃບ ຈຶ່ງຍ້າຍລົງປູກ

4. ການຍ້າຍປູກ

  • ໄລຍະຫ່າງ 50 × 50 ຊມ. ຫຼື 60 × 60 ຊມ.
  • ຄວນຍ້າຍປູກຕອນແລງ ຫຼື ມື້ທີ່ມີຝົນ ເພື່ອບໍ່ເນຮັດໃຫ້ເບ້ຍໝາກເຜັດຕາຍ

5. ການໃຫ້ນ້ຳ

  • ໃຫ້ນ້ຳສະໝໍ່າສະເໝີ ແຕ່ບໍ່ໃຫ້ນ້ຳຂັງ
  • ໄລຍະອອກດອກ ແລະ ຕິດໝາກ ຕ້ອງການນ້ຳຫຼາຍຂຶ້ນ

6. ປ້ອງກັນສັດຕູພືດ

  • ກຳຈັດຫຍ້າຢ່າງສະໝ່ຳເສມ
  • ກວດເບິ່ງເພ້ຍ, ແມງວັນຂາວ ແລະ ໜອນກິນໃບ
  • ໃຊ້ຊີວະພັນ ຫຼື ສານສະກັດສະໝຸນໄພກ່ອນການໃຊ້ສານເຄມີ.

7. ການເກັບກ່ຽວ

  • ເລີ່ມເກັບກ່ຽວໄດ້ປະມານ 70-90 ວັນ ຫຼັງຍ້າຍປູກ
  • ເກັບທຸກ 5-7 ວັນ ເພື່ອກະຕຸ້ນການອອກໝາກໃໝ່

ເຄັດລັບ: ການຄຸມດິນດ້ວຍເຟືອງ ຫຼື ພລາສຕິກຄຸມໜານ ຈະຊ່ວຍຮັກສາຄວາມຊຸ່ມ, ຫຼຸດຫຍ້າ ແລະ ເພີ່ມຜົນຜະລິດໄດ້ດີ. 🌶️

Share

Recent Stories