September 7, 2026
ທ່ານ ປີເຕີ (Peter Brakels) ເປັນຜູ້ປະສານງານໂຄງການດ້ານຊະນິດພັນ ແລະ ພື້ນທີ່ອະນຸລັກຂອງ IUCN Laos. ວຽກຂອງລາວເນັ້ນໃສ່ການອະນຸລັກຊີວະນາໆພັນ, ການຕິດຕາມຊະນິດພັນ ແລະ ການກຳນົດ ແລະ ຈັດການພື້ນທີ່ສຳຄັນຕໍ່ທຳມະຊາດ. ໂດຍການເຮັດວຽກຮ່ວມກັບພາກລັດ, ອົງກອນທີ່ບໍ່ຫວັງຜົນກຳໄລ, ຊຸມຊົນທ້ອງຖິ່ນ, ພາກເອກະຊົນ ແລະ ມະຫາວິທະຍາໄລ ເພື່ອສະໜັບສະໜູນການວາງແຜນອະນຸລັກ ແລະ ການແບ່ງປັນຄວາມຮູ້.
ສ່ວນສຳຄັນໜຶ່ງໃນວຽກຂອງ ປີເຕີ ແມ່ນການເຊື່ອມໂຍງ ຄວາມຮູ້ທ້ອງຖິ່ນ ເຂົ້າກັບ ວິທະຍາສາດດ້ານການອະນຸລັກ. ລາວສະໜັບສະໜູນຊາວບ້ານ ແລະ ຊຸມຊົນຊົນເຜົ່າໃຫ້ເຂົ້າຮ່ວມການສຳຫຼວດສັດປ່າ ເຊັ່ນ ການຕິດຕັ້ງກ້ອງດັກຖ່າຍ ແລະ ການບັນທຶກສຽງສັດປ່າ. ຄວາມຮູ້ຂອງຄົນໃນທ້ອງຖິ່ນກ່ຽວກັບສັດປ່າ, ປ່າໄມ້ ແລະ ພູມສັນຖານ ສາມາດໃຫ້ຂໍ້ມູນທີ່ເປັນປະໂຫຍດໃນການຈຳແນກຊະນິດພັນ, ເຂົ້າໃຈໄພຄຸກຄາມ ແລະ ສະໜັບສະໜູນວຽກງານອະນຸລັກ.
ປີເຕີ ຍັງມີສ່ວນຮ່ວມໃນການກຳນົດພື້ນທີ່ ແລະ ລະບົບນິເວດທີ່ມີຄຸນຄ່າ ຊຶ່ງຢູ່ນອກຂອບເຂດອະນຸລັກທີ່ຖືກປະກາດຢ່າງເປັນທາງການ. ວຽກຂອງລາວໄດ້ຊ່ວຍສຳຫຼວດ ແລະ ຈັດແຜນທີ່ຫຼາຍກວ່າ 80 ພື້ນທີ່ ທີ່ມີທ່າແຮງ ເຊິ່ງສາມາດນຳໃຊ້ເປັນ ມາດຕະການອະນຸລັກທີ່ມີປະສິດທິຜົນອື່ນໆ (OECMs), ເຊັ່ນ ພື້ນທີ່ຊຸ່ມນ້ຳຂອງຊຸມຊົນ, ເຂດອະນຸລັກປາ, ສະຖານທີ່ສັກສິດ ແລະ ພື້ນທີ່ຊົດເຊີຍດ້ານຊີວະນາໆພັນ. ພື້ນທີ່ເຫຼົ່ານີ້ຊ່ວຍສ້າງຜົນດີຕໍ່ການອະນຸລັກ ພາຍໃນພູມສັນຖານທີ່ມີການນຳໃຊ້ຫຼາຍຮູບແບບ ແລະ ຢູ່ນອກເຂດອະນຸລັກທາງການ.
ປີເຕີຍັງສະໜັບສະໜູນການນຳໃຊ້ເຄື່ອງມືອະນຸລັກສາກົນ ເຊັ່ນ ບັນຊີແດງ IUCN (IUCN Red List), ພື້ນທີ່ຄວາມຫຼາກຫຼາຍທາງຊີວະນາໆພັນ (Key Biodiversity Areas) ແລະ ບັນຊີຂຽວ IUCN ສຳລັບພື້ນທີ່ອະນຸລັກ (IUCN Green List). ເຄື່ອງມືເຫຼົ່ານີ້ຊ່ວຍປະເມີນສະຖານະຂອງຊະນິດພັນ, ກຳນົດພື້ນທີ່ສຳຄັນ ແລະ ເສີມສ້າງການວາງແຜນ ແລະ ການຈັດການດ້ານການອະນຸລັກ.
ປີເຕີເນັ້ນໃສ່ ການອະນຸລັກຄວນປັບໃຫ້ເໝາະສົມກັບ ສະພາບທ້ອງຖິ່ນ ແລະ ວັດທະນະທຳ. ລາວຍັງເຫັນວ່າ ການສຶກສາ, ການຝຶກອົບຮົມ ແລະ ການແບ່ງປັນຄວາມຮູ້ ແມ່ນສຳຄັນຕໍ່ການເສີມສ້າງຄວາມສາມາດດ້ານການອະນຸລັກໃນລາວ. ວຽກຂອງລາວສະແດງໃຫ້ເຫັນວ່າ ການຮ່ວມມືລະຫວ່າງສະຖາບັນວິທະຍາສາດ, ໜ່ວຍງານລັດ ແລະ ຊຸມຊົນທ້ອງຖິ່ນ ມີບົດບາດສຳຄັນໃນການຮ່ວມກັນອະນຸລັກຊີວະນາໆພັນ.

Full name:
Peter Brakels
Date of Birth:
Place of Birth:
Current Residence:
Education:
Current Profession:
Motto:


