ຄຳສັງວ່າດ້ວຍ ການຕ້ານ, ເຝົ້າລະວັງ, ຄວບຄຸມ ແລະ ປ້ອງກັນພະຍາດປາກເປື່ອຍລົງເລັບ
ເຖິງ: ທ່ານຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງ, ບັນດາເຈົ້າເມືອງ, ຫ້ອງການກະສິກຳ ແລະ ປ່າໄມ້ເມືອງອຳນາດການປົກຄອງບ້ານ ແລະ ຕະຫຼອດຮອດພໍ່ແມ່ປະຊາຊົນ ຜູ້ລ້ຽງສັດເລັບຄູ່ ( ງົວ,ຄວາຍ, ແບ້ ແລະ ໝູ ). – ອີງຕາມ ກົດໝາຍວ່າດ້ວຍການລ້ຽງສັດ ແລະ ການສັດຕະວະແພດ ສະບັບເລກທີ 03/ສພຊ,ລົງວັນທີ 11 ພະຈິກ 2016. – ອີງຕາມ ລາຍງານ ຂອງກະຊວງກະສິກຳ ແລະ ປ່າໄມ້ ສະບັບເລກທີ 0172/ກປ, ລົງວັນທີ02 ມີນາ 2018. – ອີງຕາມ ການຊີ້ນຳຂອງທ່ານ ນາຍົກລັດຖະມົນຕີ ຄັ້ງວັນທີ 28 ມີນາ 2018.
ວ່າດ້ວຢາຕ້ານເຊື້ອຈຸລະຊີບ ສຳລັບ ສັດ ແລະ ສັດນ້ຳ
– ອີງຕາມ ກົດໝາຍວ່າດ້ວຍການລ້ຽງສັດ ແລະ ການສັດຕະວະແພດ ເລກທີ 08/ສພຊ, ລົງວັນທີ 11 ພະຈິກ 2016; – ອີງຕາມ ດຳລັດວ່າດ້ວຍຢາສັດຕະວະແພດ ເລກທີ 199/ລບ, ລົງວັນທີ 13 ມີນາ 2020; – ອີງຕາມ ດຳລັດຂອງນາຍົກລັດຖະມົນຕີ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງກະຊວງກະສີກຳ ແລະ ປ່າໄມ້ ເລກທີ 99/ນຍ, ລົງວັນທີ 09 ມີນາ 2017;ອີງຕາມ ໜັງສືສະເໜີຂອງກົມລ້ຽງສັດ ແລະ ການປະມົງ ເລກທີ 0717/ກລປ, ລົງວັນທີ 31 ມີນາ 2021; – ອີງຕາມ ການຄົ້ນຄວ້າ ແລະ ສະເໜີຂອງກົມນະໂຍບາຍ ແລະ ນິຕິກຳ ເລກທີ 0226/ກບນ, ລົງວັນທີ 07 […]
ວິທີການປະຕິບັດ ໃນກໍລະນີສັດເກີດພະຍາດຜິວໝັງອັກເສບຕິດຕໍໍ່ຂອງງົວ-ຄວາຍ
ພະຍາດຜິວໜັງອັກເສບຕິດຕໍໍ່ຂອງງົວຄວາຍເກີດຈາກເຊື້ອໄວລັດສ Lumpy Skin Disease virus ໃນຕະກຸນ Capripoxvirus ຊຶ່ງພະຍາດນີ້ເກີດຂ ື້ນກັບສັດປະເພດງົວ ແລະ ຄວາຍເທົ່ານັ້ນ ບໍໍ່ສາມາດຕິດແປດສູ່ຄົນ. ພະຍາດນີ້ຈະມີການແຜ່ລະບາດໃນ ລະດູທີຶ່ມີອາກາດອົບອຸູ່ນ ແລະ ຊຸມ ແລະ ໃນຍາມທີ່ມີແມງດູດເລືອດອອກເຄືອນໄຫວຫາກິນ. ພະຍາດນີ້ ເຮັດໃຫ້ສູນເສຍການຜະລິດທີຶ່ສໍາຄັນ ເນື່ອງຈາກການຜະລິດນົມຫຼຸດລົງ,ບັນຫາການຈະເລີນພັນ, ການແທ້ງລູກ, ຜິວໜັງເສຍຫາຍ, ນໍ້າໜັກຫຼຸດລົງ ແລະ ເຮັດໃຫ້ສັດຕາຍ.
ດຳລັດ ວ່າດ້ວຍການຄວບຄຸມພະຍາດສັດລະບາດ
– ອີງຕາມກົດໝາຍ ວ່າດ້ວຍລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ສະບັບເລກທີ່ 02/ສພຊ, ລົງວັນທີ່ 06 ພຶດສະພາ 2003. – ອີງຕາມກົດໝາຍ ວ່າດ້ວຍກະສິກ ຳ ສະບັບເລກທີ່ 01/98 ສພຊ, ລົງວັນທີ່ 10/10/1998. – ອີງຕາມໜັງສືສະເໜີ ຂອງລັດຖະມົນຕີວ່າການກະຊວງກະສິກ ຳ ແລະ ປ່າໄມ້ ເລກທີ່ ລົງວັນທີ່
ໂອກາດການຜະລິດງົວເພື່ອສົ່ງອອກ ຂອງ ສປປ ລາວ ໄປຍັງ ສປ.ຈີນ
ໃນທົົ່ວໂລກມີງົວທັງໝົດ 1 ຕື້ ກັບ 2 ລ້ານກວ່າໂຕ ໃນນີື້ ສປຈີນ ມີ 97 ລ້ານກວ່າໂຕ ເປັນອັນດັບທີົ່ 3 ຂອງໂລກ
ພະຍາດອະຫິວາໝູອາຟຣິກາ (ASF)
ຢ່າປ່ອຍໃຫ້ໝູຂອງທ່ານຕາຍຍ້ອນພະຍາດອະຫິວາໝູອາຟຣິກາ (ASF) ໃຫ້ປະຕິບັດຕາມມາດຕະການທີ່ເປັນພື້ນຖານຄວາມປອດໄພທາງຊີວະພາບເພື່ອ ໃຫ້ຟາມຂອງທ່ານປາດສະຈາກພະຍາດອະຫິວາໝູອາຟຣິກາ (ASF)
ຄູ່ມືການລ້ຽງໝູ
ການຜະລິດຫມູ ແມ່ນເປັນສ່ວນສໍາຄັນໃນການຕອບສະຫນອງທາງດ້ານສະບຽງອາຫານ ແລະ ສ້າງວິຊາອາຊີບ ທີ່ສາມາດດໍາເນີນການຜະລິດເປັນເສດຖະກິດການຄ້າ ໂດຍສະເພາະແມ່ນສ້າງລາຍຮັບຄອບຄົວ ແລະ ແກ້ໄຂ ຄວາມທຸກຍາກຂອງສັງຄົມ. ເຖິງຢ່າງໃດກໍ່ຕາມ, ການລ້ຽງຫມູຍັງເປັນເຕັກນິກວິທະຍາສາດ ທີ່ສົ່ງຜົນຕໍ່ກັບຜູ້ລ້ຽງ ຫມູພົບຂໍ້ຈຳກັດ ເນື່ອງຈາກການລ້ຽງຫມູມີຕົ້ນທຶນດ້ານອາຫານສູງ ແລະ ມີມູນຄ່າການກໍ່ສ້າງໂຮງເຮືອນ-ຄອກ ກວມເອົາຈໍານວນຫລາຍ ເມື່ອທຽບໃສ່ກັບການລ້ຽງສັດຊະນິດອື່ນໆ. ສະນັ້ນ, ຄວາມເຂົ້າໃຈຕໍ່ກັບເຕັກນິກການ ຈັດການລ້ຽງ ບໍ່ວ່າຈະເປັນດ້ານການຈັດການອາຫານ, ທາງດ້ານແນວພັນ ແລະ ດ້ານສຸຂະພາບຫມູ ເປັນປັດໄຈຕົ້ນຕໍ ທີ່ສົ່ງຜົນຕໍ່ກັບການເພີ່ມຜົນຜະລິດ ແລະ ປະສິດທິພາບຂອງການຈະເລີນເຕີບໂຕ ຊຶ່ງຢັ້ງຢືນເຖິງຜົນຕອບແທນທາງ ດ້ານຜົນກໍາໄລຂອງຜູ້ລ້ຽງຫມູ.
ຄູ່ມືການລ້ຽງໄກ່ລາດ
ປຶ້ມຄູ່ມື ເຕັກນິກການລ້ຽງໄກ່ລາດ ສະບັບນີ້ ໄດ້ຂຽນ ແລະ ຮວບລວມຂໍ້ມູນ ເພື່ອເປັນຄວາມຮູ້ ໃຫ້ແກ່ ການຈັດຕັ້ງປະຕິບັດ ໃນການລ້ຽງໄກ່ລາດຂັ້ນພື້ນຖານ ໃຫ້ແກ່ຜູ້ທີ່ສົນໃຈທີ່ຢາກຈະລ້ຽງໄກ່ ແລະ ຜູ້ທີ່ລ້ຽງໄກ່ຢູ່ແລ້ວ ສາມາດນໍາໃຊ້ຂໍ້ມູນທາງເຕັກນິກຈາກປຶ້ມຫົວນີ້ໄປຈັດຕັ້ງປະຕິບັດເພື່ອການປັບປຸງ-ປ່ຽນແປງທີ່ດີຂຶ້ນ. ຜູ້ຂຽນໄດ້ຄັດຈ້ອນ ແລະ ຮວບລວມຈາກຄວາມຮູ້ທາງດ້ານວິທະຍາສາດ, ຜົນການຄົ້ວຄວ້າຈາກປື້ມຄູ່ມືຫຼາຍໆບ່ອນ ແລະ ຈາກປະສົບ ການທີ່ໄດ້ຈັດຕັ້ງປະຕິບັດຕົວຈິງມາໄວ້ໃນປື້ມຫົວນີ້ ເຊື່ອແນ່ວ່າຂໍ້ມູນທີ່ມີຢູ່ຈະຊ່ວຍເພີ່ມຄວາມຮູ້ ແລະ ຊ່ວຍແກ້ບັນຫາ ໃນການລ້ຽງໄກ່ບໍ່ຫຼາຍກໍ່ໜ້ອຍ.
ຄູ່ມືການລ້ຽງງົວ (ທອມງົວ)
ປະເທດລາວເປັນປະເທດໜຶ່ງ ທີ ່ມີລັກສະນະພູມສັນຖານເໝາະສົມ ແກ່ການພັດທະນາດ້ານກະສິກຳ ປະຊາກອນ 90 % ແມ່ນຖືເອົາອາຊີບກະສິກຳເຮັດການຜະລິດເຊັ່ນ: ປູກຝັງ ແລະ ລ້ຽງສັດ ເຖິງແມ່ນວ່າການ ລ້ຽງສັດໃຫຍ່ພາຍໃນປະເທດຈະໃຊ້ເວລາມາໄດ້ຫຼາຍສັດຕະວັດມາແລ້ວກໍຕາມແຕ່ບັນຫາທີ່ພົບພໍ້ໃນປັດຈຸບັນກໍຄື ການຂາດແຄນແຫຼ່ງອາຫານສັດໂດຍສະເພາະແມ່ນຊ່ວງລະດູແລ້ງເຖິງແມ່ນວ່າປະເທດເຮົາຈະມີແຫຼ່ງວັດຖຸດິບອາຫານ ສັດທີ່ທົດແທນຢ່າງພຽງພໍກໍຕາມເຊັ່ນ: ເຟືອງເຂົ້າ ແຕ່ວ່າເຟືອງເຂົ້າແມ່ນມີຄຸນຄ່າທາງດ້ານອາຫານຕໍ່າ ເຊິ່ງມີທາດຊີ້ນ ພຽງແຕ່ 3-4% ພ້ອມທັງມີເຍື່ອໃຍສູງ ແລະ ຍາກຕໍ່ການຍ່ອຍຂອງສັດລ້ຽງ. ສະນັ້ນ, ໃນການລ້ຽງງົວເຮົາຕ້ອງໄດ້ນໍາ ໃຊ້ສິ່ງເສດເຫຼືອຈາກໂຮງງານອຸດສາຫະກຳ ແລະ ສິ່ງເສດເຫຼືອຈາກກະສິກຳເຂົ້າມາຊ່ວຍເຊັ່ນ: ໃບມັນຕົ້ນ, ຫົວ ມັນຕົ້ນ, ກາກເບຍ, ກາກປາມ, ກາກປາແດກ, ກາກໝາກເດືອຍ, ກາກມັນສາຄູ ແລະ ອື່ນໆ ເພື່ອນໍາມາໃຊ້ທົດ ແທນເຟືອງ, ຫຍ້າຕາມທຳມະຊາດ ເພື່ອເຮັດໃຫ້ສັດລ້ຽງມີການຈະເລີນເຕີບໂຕໄດ້ດີຂຶ້ນກວ່າເກົ່າ.
ການເຮັດຫຍ້າໝັກ (Silage)
ການເຮັດຫຍ້າໝັກ: – ລັກສະນະຂອງຫຍ້າຫມັກ – ປັດໄຈທີ່ເຮັດຫຍ້າໝັກ – ຂັ້ນຕອນການເຮັດ – ຂໍ້ດີ ແລະ ຂໍ້ເສຍ


