ຄູ່ມືການລ້ຽງແບ້

ປຶ້ມຄູ ່ມື “ເຕັກນິກການລ້ຽງແບ້” ສະບັບນີ້ ໄດ້ຂຽນ ແລະ ຮວບຮວມເພື່ອນໍາສະເໜີຄວາມຮູ້, ທັກສະ ແລະ ເຕັກນິກການປະຕິບັດຕົວຈິງຂັ້ນພື້ນຖານ, ສາມາດໃຊ້ເປັນອຸປະກອນໃນການຝຶກອົບຮົມເຕັກນິກການລ້ຽງແບ້ ໃຫ້ແກ່ຊາວ ກະສິກອນຜູ້ລ້ຽງແບ້, ນັກຮຽນນັກສຶກສາວິຊາຊີບ ຫຼື ຜູ້ທີ່ສົນໃຈທົ່ວໄປ. ຜູ້ຂຽນໄດ້ຮວບຮວມຈາກຄວາມຮູ້, ຜົນການຄົ້ນຄວ້າ, ແລະ ປະສົບການຕົວຈິງ ພ້ອມທັງບັນດາຂໍ້ມູນທາງ ວິທະຍາສາດ ແລະ ບັນດາຮູບພາບຕ່າງໆ ທີ່ກ່ຽວຂ້ອງໂດຍມີເປົ້າໝາຍເພື່ອແນະນໍາເຕັກນິກພື້ນຖານໃນການແກ້ໄຂບັນຫາ ແລະ ສິ່ງທ້າທາຍທີ່ເກີດຂຶ້ນໃນການລ້ຽງແບ້ຂອງຊາວກະສິກອນ ໃນ ສປປ ລາວ

ຄູ່ມື ການຜະລິດລູກປານີນ ຈິດລັດດາ 4

ຈຸດປະສົງຄູ່ມືນີັ້ພັດທະນາຂື້ນມາ ເພືີ່ອປັບປຸງຄວາມຮູ້ຄວາມສາມາດ ຂອງພະນັກງານສົັ່ງເສີມການລ້ຽງປາ, ລະດັບຊາວກະສິກອນຂະໜາດນ້ອຍ, ກຸ່ມຜູ້ລ້ຽງປາ ແລະ ພາກສ່ວນຫົວໜ່ວຍເອກະຊົນ ນຳໃຊ້ເຕັກນິກວິຊາການຍົກສູງລະບົບການລ້ຽງປາໃນແຕ່ລະທ້ອງຖີີ່ນຢຸ່າງເກີດມີປະສິດຕິຜົນ. ບົນພື້ນຖານຄວາມຮຽກຮ້ອງຕ້ອງການພັດທະນາຄູ່ມືດັັ່ງກ່າວສໍາເລັດຜົນ, ຄະນະວິຊາການສະເພາະດ້ານ ກົມສົັ່ງເສີມກະສິກໍາ ແລະ ສະຫະກອນ ໄດ້ເຮັດວຽກປະສານງານກັບຫຼາຍພາກສ່ວນທາງດ້ານວິຊາການ ພະແນກກະສິກໍາ ແລະ ປາໄມ້ນະຄອນຫຼວງ. ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ, ນາຊາຍທອງ, ໄຊທານີ, ຫາດຊາຍຟອງ, ສູນສະຖານີອ້ອມຂ້າງກົມສົັ່ງເສີມຈຳນວນໜຶ່ງ, ໂຄງການ ໄຈກາ JICA ສະໜັບສະໜູນວິຊາການ ເຂົ້າໃນການຄົ້ນຄວ້າ, ທົດລອງ ແລະ ຜົນສໍາເລັດທີປະກອບໃນຄູ່ມື.

ການລ້ຽງງົວແມ່ຜະລິດລູກ

ການລ້ຽງງົວໃຫ້ໄດ້ຮັບຜົນກໍາໄລດີນັົ້ນ ໃນແຕ່ລະປີຈະຕ້ອງສາມາດໃຫ້ຜົນຜະລິດງົວນ້ອຍໄດ້ເປັນຈໍານວນຫຼາຍ ເຊັົ່ນ: ການເຮັດໃຫ້ງົວແມ່ພັນສາມາດໃຫ້ລູກເປັນປົກກະຕິປີລະໂຕ, ເຮັດໃຫ້ອັດຕາການຕາຍຂອງງົວນ້ອຍເກີດໃໝ່ ແລະ ຢ່ານົມຕໍ່າ ຫຼື ເປັນສູນ. ງົວນ້ອຍເມືຶ່ອເຖິງອາຍຸຢ່ານົມຈະຕ້ອງມີນໍ້າໜັກສູງ, ຂະໜາດຮູບຮ່າງໃຫຍ່ ແລະ ມີຄຸນນະພາບດີ ເປັນທີຶ່ຕ້ອງການຂອງຕະຫຼາດ ຈິຶ່ງຈະຂາຍໄດ້ລາຄາດີ. ສະນັົ້ນ, ການລ້ຽງງົວຈິຶ່ງຄວນຄໍານຶງເຖິງບັນດາປັດໄຈຕ່າງໆ ທີຶ່ກ່ຽວຂ້ອງ

ການປູກເຫັດເຟືອງ ແລະ ເຫັດນາງລົມ

ເຫັດ: ເມື່ອເວົ້າເຖິງເຫັດທຸກຄົນ ຄົງຈະຮູ້ດີສາມາດຄິດເຫັນໄດ້, ເຫັດສາມາດເກີດຕາມທຳມະຊາດ ໂດຍສະເພາະຢ່າງຍິ່ງຕອນຕົ້ນລະດູຝົນ, ອາກາດອົບເອົ້າ, ເຫັດທຳມະຊາດມັກເກີດຕາມປ່າ, ດິນທີ່ມີຈອມປວກເປັນຕົ້ນ ເຫັດຕີນແຮດ, ສວ່ນເຫັດເຟືອງ ທີ່ເກີດຕາມທົ່ງນາ ຕາມເຫງົ້າຕົນກວ້ຍຕາຍ ແລະ ຕາມກອງເຟືອງ. ເຫັດ ມີຄຸນຄ່າທາງດ້ານອາຫານສູງ ມີລົດຊາດແຊບດີ ປະກອບດວ້ຍທາດຕາງໆດັ່ງນີ້: ທາດໂປຣຕິນ,ຄາໂບໄຮເດຣດ,ວິຕາມິນແລະແຮ່ທາດອື່ນໆ,ໃນສະໄຫມບູຮານ ມີຜູ້ໃຊ້ເຫັດປຸງແຕ່ງ ເປັນຢາປົວ ພະຍາດບາງຊະນິດ

ປື້ມຄູ່ມື ສຳລັບການພັດທະນາປ່າໄມ້ແບບຍືນຍົງ (HANDBOOK FOR SUSTAINABLE FORESTRY DEVELOPMENT)

ເພື່ອຍູ້ແຮງວຽກງານການປູກໄມ້ ແລະ ຟື້ນຟູປ່າໄມ້ ໃຫ້ປະສົບຜົນສໍາເລັດຢ່າງເປັນຮູບປະທຳເຫັນວ່າມີ ຄວາມຈຳເປັນຢ່າງຍິ່ງ ທີ່ຕ້ອງໄດ້ມີບົດຮຽນດ້ານເຕັກນິກວິທະຍາການ ແລະ ນະວັດຕະກຳທີ່ກ່ຽວຂ້ອງ ເປັນ ພື້ນຖານນໍາໃຊ້ເຂົ້າໃນວຽກງານດັ່ງກ່າວ. ປື້ມຄູ່ມືນີ້ ໄດ້ຖືກພັດທະນາມາຈາກການຮວບຮວມເອົາຄວາມຮູ້ ທາງດ້ານວິທະຍາສາດ ປະສົມປະສານກັບປະສົບການປະຕິບັດຕົວຈິງ, ການສໍາຫຼວດພູມປັນຍາຈາກບັນດາ ທ່ານຜູ້ຊຳນານ ແລະ ບົດຮຽນຈາກໂຄງການທີ່ກ່ຽວຂ້ອງຕ່າງໆ ໃນທົ່ວປະເທດ ກ່ຽວຂ້ອງກັບການຜະລິດ ແນວພັນໄມ້, ວິທີການຂະຫຍາຍພັນ, ການກ້າເບ້ຍ ແລະ ການຜະລິດເບ້ຍໄມ້ທີ່ໄດ້ມາດຕະຖານ. ສະນັ້ນ, ປື້ມຄູ່ມື ເຕັກນິກການຜະລິດແນວພັນໄມ້ ແລະ ການກ້າເບ້ຍໄມ້ ຢູ່ໃນ ສປປ ລາວ ສະບັນນີ້ ຈະເປັນເຄື່ອງມື ທີ່ສໍາຄັນ ໃນການຜະລິດແນວພັນໄມ້ ແລະ ເບ້ຍໄມ້ທີ່ມີຄຸນນະພາບສູງປະກອບສ່ວນໃນການບັນລຸເປົ້າໝາຍ ຍຸດທະສາດທີ່ໄດ້ວາງອອກ.

ພຶດເສດຖະກິດຂອງເຂດພູດອຍ:ບົດຮຽນກ່ຽວກັບໝາກແໜ່ງ

ປະຊາຊົນຊາວຊົນນະບົດ, ໂດຍສະເພາະກໍ່ແມ່ນປະຊາຊົນຊາວຊົນນະບົດຢູ່ລາວ, ໄດ້ຖືກກ່າວຫາມາຕະຫລອດ ວ່າ ລາຍສະພາບຄວາມອຸດົມສົມບູນຂອງປ່າໄມ້ເຂດຮ້ອນ. ແຜນການໃນການຫັນປ່ຽນຈາກຮູບແບບການຜລິດ ໂດຍວິທີການຖາງປ່າເຮັດ ໄຮ່ ໄປສູ່ຮູບແບບການຜລິດພືດໃຫ້ເປັນສິນຄ້າ ທີ່ຖືວ່າເປັນທາງອອກທີ່ດີໃນການປົກປັກຮັກສາສະພາບແວດລ້ອມຂອງປ່າໄມ້ ແລະ ທັງ ເປັນການຍົກສູງລາຍຮັບຂອງປະຊາຊົນຊາວຊົນນະ ບົດນັ້ນ ໃນໄລຍະຫລັງໆຜ່ານມານີ້ ມີແຜນການດັ່ງກ່າວຫລາຍອັນກໍ່ບໍ່ໄດ້ຕາມ ລະດັບຄາດໝາຍ ຫລື ບາງອັນກໍ່ມີຄວາມຫລົ້ມເຫລວ.

ການປູກຢ່າງພາລາ

ໂຄງການຄົ້ນຄ້ວາປະເມີນຜົນທາງດ້ານເສດຖະກິດ-ສັງຄົມ ແລະ ສິ່ງແວດລ້ອມ ຈາກໂຄງການປູກໄມ້ອຸດສະ ຫະກ ຳເປັນສິນຄ້ານີ້, ເປັນການຮ່ວມມືລະຫວ່າງ ສູນຄົ້ນຄ້ວາ ແລະຂໍ້ມູນຂ່າວສານທີ່ດິນ ແລະຊັບພະຍາກອນ ທ ຳມະຊາດ, ອົງການຄຸ້ມຄອງທີ່ດິນແຫ່ງຊາດ, ສ ຳນັກງານນາຍົກລັດຖະມົນຕີ ກັບມູນນິທິຟື້ນຟູຊີວິດ ແລະທ ຳ ມະຊາດ ກຸງເທບ ແລະຄະນະສັງຄົມສາດ, ມະຫາວິທະຍາໄລຊຽງໃໝ່ ປະເທດໄທ, ໂດຍປະຕິບັດຕາມຂໍ້ຕົກລົງ ແຕ່ງຕັ້ງ ຄະນະຮັບຜິດຊອບໂຄງການ ຂອງລັດຖະມົນຕີ ປະຈ ຳສ ຳນັກງານນາຍົກລັດຖະມົນຕີ, ຫົວໜ້າອົງການ ຄຸ້ມຄອງທີ່ດິນແຫ່ງຊາດ, ສະບັບເລກທີ 803/ ສນຍ.ອຄດຊ, ລົງວັນທີ 28 ກັນຍາ 2007, ວ່າດ້ວຍການແຕ່ງ ຕັ້ງພະນັກງານ, ລົງເຄື່ອນໄຫວເກັບກ ຳຂໍ້ມູນປະເມີນຜົນທາງດ້ານເສດຖະກິດ-ສັງຄົມ ແລະສິ່ງແວດລ້ອມ, ຈາກ ໂຄງການປູກໄມ້ອຸດສະຫະກ ຳເປັນສິນຄ້າ ຢູ່ແຂວງຈ ຳປາສັກ ແລະແຂວງສາລະວັນ. ເປົ້າໝາຍເພື່ອປະເມີນຜົນ ກະທົບ ທາງດ້ານເສດຖະກິດ-ສັງຄົມ ແລະສິ່ງແວດລ້ອມຈາກການສ ຳປະທານທີ່ດິນ […]

ການປູກເຂົ້າອິນຊີ ເຂດເມືອງ ສັງທອງ ນະຄອນຫຼວງ

ເນື່ອງຈາກຜູ້ບໍລິໂພກ ມີຄວາມຕື່ນຕົວໃນເລື່ອງານເຄມີຕົກຄ້າງ ໃນພືດຜັກ, ໝາກໄມ້ ແລະ ອາຫານຈຶ່ງເຮັດໃຫ້ມີຄວາມສົນໃຈຕໍ່ອາຫານປອດສານພິດ. ດັ່ງນັ້ນ, ພືດ, ຜັກ,ໝາກໄມ້ ທີ່ປອດສານພິດຈຶ່ງເປັນທີ່ນິນົມກັນຫຼາຍ ບັນດາຜູ້ຜະລິດ ຈຶ່ງໄດ້ໃຫ້ຄວາມສົນໃຈໃນການເຮັດ ກະສິກ ຳປອດສານພິດ (ກະສິກ ຳອິນຊີ) ເພື່ອຕອບສະໜອງຄວາມຕ້ອງການຂອງຜູ້ບໍລິໂພກ ແລະ ຍັງເປັນການລົດຄ່າໃຊ້ຈ່າຍ ບາງສ່ວນ ໃນການຜະລິດກະສິກ ຳ, ຊ່ວຍຟື້ນຟູລະບົບນິເວດ ແລະ ສະພາບແວດລ້ອມບໍລິເວນດັ່ງກ່າວ ແລະ ໃກ້ຄຽງ ໃຫ້ກັບມາອຸດົມສົມບູນ ເຮັດໃຫ້ຜົນຜະລິດດີຂຶ້ນ ທັງປະລິມານ ແລະ ຄຸນະພາບໃນໄລຍະຍາວ, ສົ່ງຜົນດີຕໍ່ຜູ້ ບໍລິໂພກ, ຜູ້ຜະລິດ ແລະ ສິ່ງແວດລ້ອມ.