ການຄັດເລືອກສະຖານທີ່

– ການຄັດເລືອກສະຖານທີ່ – ຄອກແບ້ – ການຄັດເລືອກພໍ່ແມ່ພັນແບ້ – ການປະສົມພັນ – ການເກີດລູກ – ວິທີການລ້ຽງແບ້ – ການດູແລແບ້ຕັ້ງແຕ່ເລີ່ມຄອດ – ວິທີ່ການຕອນແບ້ຜູ້ – ການໃຫ້ອາຫານ

ກົບຢູ່ໜອງຍາວ

ປື້ມເຫຼັ້ມນີ້ໄດ້ຂັດຈ້ອນເອົາຂໍ້ມູນມາຈາກປື້ມຂໍ້ມູນສິ່ງແວດ ລ້ອມສຶກສາບ້ານໜອງຍາວທີ່ເປັນຜົນງານການຂຽນ ແລະໃຫ້ຂໍ້ ມູນຂອງຄູອາຈານແລະຊາວບ້ານໜອງຍາວ, ເມືອງນາຊາຍ ທອງ, ນະຄອນຫຼວງວຽງຈັນ. ແລ້ວມາສັງລວມເປັນປື້ມຄວາມ ຮູ້ສິ່ງແວດລ້ອມສຶກສາທ້ອງຖິ່ນເຫຼັ້ມນີ້ ທີ່ມີເນື້ອໃນຄວາມຮູ້ກ່ຽວ ກັບໜອງຍາວ ແລະສັດທີ່ມີຢູ່ໜອງຍາວ ເພື່ອເປັນບ່ອນອີງໃຫ້ ແກ່ຄູທີ່ສົນໃຈນໍາໄປໝູນໃຊ້ປູກຈິດສຳນຶກໃຫ້ແກ້ເດັກໄດ້ຮັບຮູ້ ຄວາມສໍາຄັນ, ຄຸນປະໂຫຍດ ແລະຄຸນຄາຂອງສິ່ງແວດລ້ອມ ໃນທ້ອງຖິ່ນ.

ການລ້ຽງໝູ

ປື້ມພູມປັນຍາທ້ອງຖິ່ນຫົວນີ້ໄດ້ມາຈາກການຂຽນຂອງຊາວ ບ້ານແລະອາສາສະໝັກເຊິ່ງໄດ້ຮຽບຮຽງເບື້ອງຕົ້ນຈາກຄະນະອ ຳນວຍ ການສູນອົບຮົມຮ່ວມພັດທະນາແລະພະແນກສຶກສານະຄອນຫຼວງວຽງ ຈັນ ປື້ມຫົວນ້ອຍຫົວນີ້ໄດ້ບັນຈຸເນື້ອໃນທີ່ເວົ້າເຖິງຫົວຂໍ້ໃດໜຶ່ງໂດຍ ມີຫຼາຍກິດຈະກຳທີ່ຈະເປັນການທົດລອງເອົາຄວາມຮູ້ທ້ອງຖິ່ນເຂົ້ານໍາພາ ແລະສິດສອນນັກຮຽນຊັ້ນປະຖົມໂດຍເອົາບົດທີ່ງ່າຍສອນຊັ້ນປະຖົມ ປໍ 1 ປໍ 2 ແລະບົດທີ່ຍາກກໍສອນຊັ້ນໃຫຍ່ຂຶ້ນໄປ.

ການລ້ຽງເຜິ້ງ

ຈາກຫີນຈາລຶກໃນປີຣາມິດພົບວ່າ ອີຢິບໂບຮານເປັນຊົນເຜົ່າທຳອິດຂອງໂລກທີ່ ຮູ້ຈັກນຳເອົາເຜິ້ງມາລ້ຽງໃນໄຫດິນ ແລະ ແຍກຮັງເຜິ້ງໄປຍັງບ່ອນທີ່ມີດອກໄມ້ອຸດົມສົມບູນ ເຊິ່ງໄດ້ມີການບັນທຶກມາດົນນານກວ່າ 5,000 ປີມາແລ້ວ ກ່ຽວກັບການຂົນຍ້າຍເຜິ້ງໂດຍໃຊ້ລາ. ເມື່ອກະເລັກ ແລະ ໂຣມັນເຮືອງອຳນາດໄດ້ມີການບັນທຶກກ່ຽວກັບການລ້ຽງເຜິ້ງຫລາຍຂຶ້ນຕະຫລອດມີ ການສຶກສາໃນທາງວິທະຍາສາດຂອງເຜິ້ງເປັນເທື່ອທຳອິດ ໂດຍອະຣິສໂຕເຕິລ (Aristotle ພ.ສ 159-221) ປະຊາຊົນຊາວກະເລັກໄດ້ຮັບນາມວ່າເປັນບິດາຂອງວິຊາສັດຕະວິທະຍາຂອງໂລກ ໃນຢູລົບການລ້ຽງເຜິ້ງເຂົ້າໃຈວ່າໄດ້ຮັບອິດທິພົນມາຈາກກະເລັກ ແລະ ໂຣມັນບູຮານທີ່ດັດແປງຮັງ ເຜິ້ງທີ່ລ້ຽງໃນໄຫດິນມາເປັນຮັງເຜິ້ງຮູບໂດມທີ່ໃຊ້ເຊືອກພັນກັນເປັນວົງໆ ຮັງແບບນີ້ຍັງມີໃຊ້ກັນຢູ່ຈົນທຸກວັນນີ້ ແລະ ຖືກັນວ່າ ເປັນສັນຍາລັກຂອງຮັງເຜົ່າທີ່ໃຊ້ກັນຢູ່ທົ່ວໂລກ. ການລ້ຽງເຜິ້ງໃນຈີນ ຕາມປະຫວັດສາດພົບວ່າ ໄດ້ເລີ່ມລ້ຽງເຜິ້ງໂກນ (Apis cerana) ກ່ອນລ້ຽງເຜິ້ງພັນ (AD mellifera ) ຈາກຢູລົບກ່າວວ່າ ຈີນເປັນໜຶ່ງໃນປະເທດຜູ້ນ ຳການລ້ຽງເຜິ້ງໃນທະວີບອາຊີ ການເຮັດຮັງເຜິ້ງໃນປະເທດຈີນນັ້ນໄດ້ນ ຳຕົ້ນໄມ້ທີ່ມີໂກນຢູ່ພາຍໃນມາຕັດອອກເປັນທ່ອນໆ ຫ້ອຍໄວ້ໃຫ້ເຜິ້ງໂກນເຮັດຮັງຢູ່ຕາມບ້ານ. ການຍ້າຍຮັງເຜິ້ງເປັນຈຳນວນຫລວງຫລາຍຂອງຈີນ ໄດ້ໃຊ້ການຂົນສົ່ງທາງນາໍ້ເຊັ່ນດຽວກັບອີຢິບໂບຮານ.

ຄູ່ມືວິຊາການລ້ຽງເປັດຂັນພື້ນຖານ

ການລ້ຽງເປັດຈະປະສົບຜົນສຳເລັດໄດ້ຕ້ອງປະກອບດ້ວຍ 3 ປັດໃຈຄື: 1. ມີແນວພັນທີ່ດີ 2. ມີອາຫານ ແລະ ການໃຫ້ອາຫານທີ່ດີ 3. ມີການຈັດການທີ່ດີ ຄື: ມີຄອກການຄຸ້ມຄອງ, ການປິ່ນປົ່ວ, ການປ້ອງກັນ ແລະ ການຕະຫຼາດ.

ທາງເລືອກໃໝ່ ໃນການຜະລິດລູກປາ ໂດຍການນຳໃຊ້ອ່າງ

ການສະຫນອງລູກປາບໍ່ພຽງພໍກັບຄວາມຕ້ອງ ການແມ່ນ ນຶ່ງໃນບັນຫາ ຂໍ້ຄົງຄ້າງ ຂອງການພັດທະນາ ການລ້ຽງປາ ໃນ ສປປ ລາວ ໂດຍສະ ເພາະ ແມ່ນຢູ່ເຂດຫ່າງໄກສອກລີກ ທີ່ບໍ່ສາມາດຫາຊື້ ຫລື ຜະລິດລູກ ປາເອງໄດ້. ສູນຄົ້ນຄ້ວາການປະມົງ (LARREC) ຮ່ວມກັບໂຄງການ ຄົ້ນຄ້ວາການປະມົງໃນອ່າງ (FMG) ທີ່ຂື້ນກັບແຜນງານປະມົງ ຂອງ ຄະນະກ ຳມະທິການແມ່ນຂອງສາກົນ (MRC) ໄດ້ຮ່ວມກັນຄົ້ນຄ້ວາ ຊອກຫາວິທີ ແກ້ໄຂ ບັນຫາດັ່ງກ່າວ ໂດຍການທົດລອງນ ຳໃຊ້ ອ່າງຟັກ ໄຂ່ປາເຄື່ອນທີ່ ຊຶ່ງສາມາດ ໃຊ້ເຂົ້າໃນວຽກງານປະສົມພັນທຽມ ປາພື້ນ ເມືອງ ໃນແມ່ນຂອງ ແລະ ສະໜອງລູກປາ ໃຫ້ແກ່ຊາວກະສິກອນ ເພື່ອນ ຳໄປລ້ຽງ ໃນໜອງ, ກະຊັງ ຫລື ປ່ອຍລົງອ່າງເກັບນາໍ້.

ການພັດທະນາການລ້ຽງປາໃນລາວໄລຍະ25ປີຜ່ານມາ

ສປປ ລາວ ເປັນ ປະເທດທີ່ບໍ່ມີທະເລແລະມີພູຫຼາຍ, ສິ່ງອ ຳນວຍຄວາມສະດວກແລະພື້ນຖານ ໂຄງລ່າງຍັງມີຈ ຳກັດ. ການສ ຳຫຼວດ ພົນລະເມືອງ ໃນ ປີ 1995 ເຊິ່ງມີ ປະຊາກອນປະມານ 4.5 ລ້ານຄົນ ໃນ ນີ້ 83% ແມ່ນດ ຳລົງຊີວິດຕາມເຂດຊົນນະບົດ. ຈ ຳນວນປະຊາກອນຈະເພີ່ມຂຶ້ນເປັນ 7.7 ລ້ານຄົນໃນປີ 2020 ( ອີງຕາມ ອັດຕາການເພີ່ມຂຶ້ນຂອງພົນລະເມືອງໃນໄລຍະທີ່ຜ່ານມາ 2.5 – 2.8%). ເນື້ອທີ່ການປູກ ຝັງໃນທົ່ວປະເທດມີພຽງແຕ່ 3% ຂອງເນື້ອທີ່ທັງຫມົດ. ການປະມົງໄດ້ມີບົດບາດອັນສ ຳຄັນໃນເສດຖະກິດແຫ່ງຊາດແລະກວມເອົາເຖິງ 13% ຂອງມູນຄ່າ ຜະລິດຕະພັນພາຍໃນທັງຫມົດ. ມີການຫາປາຈາກລ ຳນາໍ້ຂອງແລະສາຂາ, ທົ່ງພຽງເຂດນ ຳຖ້ວມ, ດິນບໍລິ ເວນນ ແລະທົ່ງນາ. ໃນແຫຼ່ງນທ ຳມະຊາດເຫຼົ່ານີ້ແມ່ນອຸດົມສົມບູນໄປດ້ວຍປາແລະສັດນາໍ້ນາໆຊະນິດ. ແຕ່ວ່າປະລິມານການຫາປາອາດຈະຫຼຸດລົງຍ້ອນມີການຫາປາຫຼາຍ, ການເພີ່ມຂຶ້ນຂອງປະຊາກອນ, ການ […]

ການທົດລອງລ້ຽງປາກະຊັງຢູ່ອ່າງນ້ຳຊວງ

ການທົດລອງລຽງາໃສ່ກະຊັງ ແມ່ນໄດ້ປະຕິບັດຕົວຈິງຢູ່ອ່າງນ້ຳຊວງ, ເມືອງ ນາຊາຍທອງ, ນະຄອນຫຼວງວຽງຈັນ. ການກຽມການທົດລອງເປັນເວລາ 2 ເດືອນ, ການກຽມໄດ້ໄດ້ມີການຄັດເລືອກສະຖານທີ່. ຈາກນັ້ນໄດ້ປະຕິບັດຕົວຈິງຄື ນຳກະຊັງກາງໃຫ້ໄດ້ຂະໜາດທີ່ກຳນົດໄວ້ຈຳນວນ 4 ກະຊັງ, ຈາກນັ້ນໜຶ່ງວັນໃຫ້ນຳປາທົດລອງປ່ອຍລ້ຽງຄື: ປາກິນຫຍັາ 800 ໂຕ, ປາເກັດແລບ 170 ໂຕ, ໃນອັດຕາສ່ວນ ທົດລອງທີ່ 1: 11 ໂຕ/ແມັດກ້ອນ, ທົດລອງທີ່ 2: 12 ໂຕ/ແມັດກ້ອນ, ທົດລອງທີ່ 3: 13 ໂຕ/ແມັດກ້ອນ ແລະ ກະຊັງທົດລອງທີ່ 4:18 ໂຕ/ແມັດກ້ອນ.

ບົດລາຍງານກ່ຽວກັບການລ້ຽງປາກະຊັງ

ການລ້ຽງປາກະຊັງໄດ້ເລີ່ມຕົ້ນໃນປີ 1980 ທີ່ອ່າງນ້ຳງື່ມ ຕໍ່ມາໄດ້ມີການລ້ຽງປາໃນກະຊັງ ທີ່ອ່າງນ້ຳຫຸມ ແລະ ນ້ຳຊວງ ແລະ ມີການຂະຫຍາຍໄປເລື້ອຍໆຕາມແມ່ນ້ຳຂອງ ແລະ ສາຂາຄືອ່າງເກັບນ້ຳ ແລະ ແຫຼ່ງນ້ຳອື່ນໆ.​ການລ້ຽງປາກະຊັງມີສອງລັກສະນະຄື: ອະນຸບານລູກປາ ແລະ ລ້ຽງເປັນປາຊີ້ນ. ມາຮອດປັດຈຸບັນນີ້ການລ້ຽງປາກະຊັງມີໃນ 6 ແຂວງແລ້ວ ເຊັ່ນ: (ຫຼວງພະບາງ, ນະຄອນຫຼວງວຽງຈັນ, ແຂວງວຽງຈັນ, ຄຳມ່ວນ, ສະຫວັນນະເຂດ ແລະ ຈຳປາສັກ) ແຕ່ຢູ່ແຂວງວຽງຈັນ, ກຳແພງນະຄອນຫຼວງມີການລ້ຽງຫຼາຍກ່ວາແຂວງອື່ນໆ.