ການສຶກສາການລ້ຽງກົບໃນກຳແພງນະຄອນວຽງຈັນ
ໃນປັດຈຸບັນ ກົບກໍເປັນສັດລ້ຽງຊະນິດໜຶ່ງທີ່ໄດ້ມີການພັດທະນາການລ້ຽງ ຈົນກາຍເປັນເສດຖະກິດໃນຫຼາຍປະເທດ ມາເປັນເວລາດົນແລ້ວ ເຊັ່ນ ປະເທດຢີປຸ່ນ, ປະເທດຈີນ ເປັນຕົ້ນ. ສປປ ລາວ ຊາວກະສິກອນໃນຫຼາຍເຂດ ຫຼາຍທ້ອງຖິ່ນ ແມ່ນໄດ້ເລີ່ມໃຫ້ຄວາມສົນໃຈ ກ່ຽວກັບການລ້ຽງກົບຫຼາຍຂື້ນ ໂດຍສະເພາະເຂດກຳແພງນະຄອນຫຼວງວຽງຈັນແມ່ນມີຫຼາຍຄອບຄົວຂອງຊາວກະສິກອນ ໄດ້ຍຶດຖືເອົາເປັນອາຊີບ ການລ້ຽງກົບ ເພື່ອສ້າງເສດຖະກິດ ແລະ ລາຍໄດ້ເພີ່ມໃຫ້ແກ່ຄອບຄົວ ແຕ່ເຖິ່ງຢ່າງໃດກໍ່ຕາມ ການລ້ຽງກົບຢູ່ໃນລາວເຮົາ ກໍຍັງບໍ່ທັນຂະຫຍາຍຕົວເປັນທີ່ແນ່ນອນຍັງບໍ່ທັນມີເຂດ ແລະຈຸດໃດ ທີ່ສາມາດລ້ຽງຂະຫຍາຍໄປຈົນຮອດລະດັບຟາມ ເພື່ອຕອບສະໜອງຢ່າງພຽງພໍໄດ້, ດັງນັ້ນ ວຽກງານຄົ້ນຄວ້າສຶກສາການລ້ຽງກົບ ຈຶ່ງເປັນວຽກງານໜຶ່ງ ທີ່ຂະແໜ່ງການປະມົງໃນລາວເຮົາ ຈະຕ້ອງສຶກສາຄົ້ນຄວ້າ ແລະ ພັດທະນາ ປັບຄຸນນະພາບຂອງກການລ້ຽງໃຫ້ສູງຂື້ນເລື້ອຍໆ ແລະ ສົ່ງເສີມໃຫ້ຊາວກະສິກອນໄດ້ມີການລ້ຽງຢ່າງກວ້າງຂວາງ.
ການສຳຫຼວດພະຍາດປາລ້ຽງຢູ່ກະຊັງອ່າງນ້ຳຫຸມ ແລະ ອ່າງຫ້ວຍສຽດ
ໃນປະຈຸບັນການລ້ຽງປາໃນປະເທດເຮົາພ້ວມມີການຂະຫຍາຍຕົວ ເຊິ່ງສ່ວນໃຫຍ່ແມ່ນການ ລ້ຽງແບບທ ຳມະ ຊາດແຕ່ເຖິງຢ່າງໃດກໍຕາມກໍໄດ້ມີການລ້ຽງແບບພັດທະນາເພື່ອເປັນສີນຄ້າເພີ່ມ ຂຶ້ນໃນເຂດທີ່ໃກ້ກັບຕົວເມືອງແລະຊານເມືອງເພື່ອສະໜອງ ໃຫ້ພຽງພໍກັບຄວາມຕ້ອງການຂອງຜູ້ບໍ ລິໂພກ, ໂດຍມີການແນະນ ຳເຕັກນິກໃໝ່ ຈາກປະເທດ ອ້ອມຂ້າງເປັນຕົ້ນແມ່ນເຕັກນິກໃໝ່ໆກ່ຽວ ກັບວິ ທີການລ້ຽງປາ ໃນກະຊັງ . ໃນຂະບວນການລ້ຽງດັ່ງກ່າວບັນຫາໜຶ່ງທີ່ຜູ້ລ້ຽງມັກຈະພົບຢູ່ສະເໝີ ກໍ່ຄືການຕາຍຂອງປາທີ່ ເກີດຈາກພະຍາດ ເຊິ່ງມີຫຼາຍປັດໃຈເປັນຕົ້ນແມ່ນ ການນ ຳເຂົ້າລູກປາທີ່ລະບຽບຈາກຕ່າງປະເທດ, ຊາວກະສິກອນຍັງຂາກຄວາມຮູ້ກ່ຽວກັບການປ້ອງກັນ ແລະ ປິ່ນ ປົວພະຍາດປາທີ່ຖືກວິທີ່, ຂາດ ການຈັດການທີ່ຖຶກຕ້ອງ, ການປ່ອຍປາໃນອັດຕາສູງ, ໃຊ້ຝຸ່ນຫຼາຍເກີນໄປ ແລະ ອື່ນໆ.
ການຜະລິດລູກປາດຸກພັນ
ປາດຸກພັນເປັນປາທີ່ຈັດຢູ່ໃນຕະກຸນ ແອຟະຣິກກັນ ແຄສຟິສ (African catfish) ຊຶ່ງມີຖິ່ນກຳເນີດຈາກ ອາຟຣິກາກາງ, ມີຊື່ວິທະຍາສາດວ່າ Clarias gariepinus. ໃນປີ 1982 ປາດຸກພັນໄດ້ນໍາເຂົ້າມາ ໃນປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຈໍານວນ 50 ໂຕ ຊຶ່ງມີຄວາມຍາວສະເລ່ຍ 7-10 ຊັງຕີແມັດ. ໂດຍນໍາມາທົດລອງລ້ຽງ ແລະ ຂະຫຍາຍພັນທີ່ສະຖານີລ້ຽງປາໜອງແຕ່ງ. ໄດ້ນໍາໄປລ້ຽງເພື່ອສ້າງເສດຖະກິດຄອບຄົວ. ໃນປີ 1984 ກໍ່ໄດ້ຂະຫຍາຍພັນອອກສູ່ວົງກວ້າງຄືປະຊາຊົນທົ່ວໄປ ປາດຸກພັນ ເປັນປາທີ່ຈະເລີນເຕີບໂຕໄວ, ສາມາດກິນອາຫານໄດ້ທຸກປະເພດ, ມີຄວາມທົນທານຕໍ່ສະພາບແວດລ້ອມ ພະຍາດໄດ້ດີ, ປາດຸກພັນ ເປັນປາທີ່ມີຊີ້ນຫຼາຍ ແລະ ມີລົດຊາດແຊບ, ສາມາດໄປປຸງແຕ່ງເປັນອາຫານໄດ້ຫຼາຍຊະນິດ.
ການລ້ຽງປາຫຼາຍຊະນິດຮ່ວມກັບການລ້ຽງໄກ່
ປະຊາຊົນຢູ່ຕາມຊານເມືອງ ແລະ ເຂດຊົນນະບົດມີຄວາມສາມາດໃນການລ້ຽງປາແບບປະສົມປະສານກັບການ ລ້ຽງສັດ ແລະ ປູກຝັງຢູ່ຕາມໜອງປາທຳມະຊາດ ແລະ ໜອງທີ່ສ້າງຂຶ້ນເອງ ແຕ່ວ່າຜົນຜະລິດຍັງບໍ່ທັນໄດ້ດີເທົ່າທີ່ຄວນ. ດັ່ງ ນັ້ນເພື່ອຍົກຜົນຜະລິດ ແລະ ຫຼຸດຜ່ອນຕົ້ນທຶນໃນການຜະລິດປາຈຶ່ງເຫັນໄດ້ຄວາມຈຳເປັນໃນການຄົ້ນຄວ້າທົດລອງ ແລະ ການ ຊອກຫາເຕັກນິກວິຊາການທີ່ແທດເໝາະກັບເງື່ອນໄຂ ແລະ ຈຸດພິເສດຂອງແຕ່ລະທ້ອງຖິ່ນ. ການສໍາຫຼວດຂອງການລ້ຽງປາແບບປະສົມປະສານໃນ 3 ແຂວງຄື: ກຳແພງນະຄອນວຽງຈັນ, ຫຼວງພະບາງ ແລະ ສະຫວັນນະເຂດໄດ້ນໍາໃຊ້ແບບຟອມສໍາພາດ 30 ຄອບຄົວໃນແຕ່ລະແຂວງເຫັນໄດ້ວ່າ: ອັດຕາການປ່ອຍປາໃນແຕ່ລະ ແຂວງມີຄວາມແຕກຕ່າງກັນເຊັ່ນ: ຢູ່ແຂວງຫຼວງພະບາງອັດຕາການປ່ອຍປາຫຼາຍກວ່າກຳແພງນະຄອນວຽງຈັນ ແລະ ແຂວງ ສະຫວັນນະເຂດແຕ່ການປ່ອຍປາໂດຍສະເລ່ຍ 3 ແຂວງແມ່ນ 42,000 ໂຕ/ເຮັກຕາ.
ການຜະລິດລູກປາ
ປະເທດລາວເປັນປະເທດໜຶ່ງທີ່ມີເງື່ອນໄຂເໝາະສົມໃນການລ້ຽງສັດນໍ້າ ໂດຍສະເພາະການລ້ຽງປາ. ປາເປັນ ສັດນ ໍ້າທີ່ຄົນລາວເຮົານິຍົມໃຊ້ບໍລິໂພກມາແຕ່ດົນນານແລ້ວຊີ້ນປາມີທາດໂປຼເຕອິນສູງ ແລະ ມີລົດຊາດດີ, ສາມາດປຸງແຕ່ງ ເປັນອາຫານໄດ້ຫຼາຍຊະນິດ. ໃນປະຈຸບັນນີ້ປາຢູ່ໃນແຫຼ່ງນໍ້າທຳມະຊາດອາດຈະຫຼຸດໜ້ອຍຖອຍລົງຍ້ອນວ່າພົນລະເມືອງເພີ້ມຂື້ນ ແລະ ປະລິ ມານ ຜູ້ຫາປາກໍ່ເພີ້ມຂື້ນເຊັ່ນດຽວກັນ. ການຫາປາແມ່ນຫາທຸກຊະນິດ ແລະ ທຸກຂະໜາດບໍ່ວ່າປານ້ອຍ ຫຼື ປາໃຫຍ່. ນອກນັ້ນ ມີບາງທ້ອງຖິ່ນຫາປາໃນລະດູປະສົມພັນ, ດ້ວຍຫຼາຍວິທີການຫາທີ່ບໍ່ຖືກລະບຽບເຊັ່ນ: ການຫາປາໂດຍໃຊ້ລະເບີດ, ຢາເບື່ອ ແລະ ໃຊ້ໄຟຟ້າຊອດ. ໃນປະຈຸບັນການລ້ຽງປາໄດ້ຮັບຄວາມສົນໃຈຈາກປະຊາຊົນຢ່າງຫຼວງຫຼາຍ ຈຶ່ງເຮັດໃຫ້ເນື້ອທີ່ໜອງຂະຫຍາຍ ຕົວຢ່າງໄວວາ. ສາເຫດໜຶ່ງກໍແມ່ນຍ້ອນລະບົບການຂະຫຍາຍວຽກງານຊົນລະປະທານ. ຄູ່ມືແນະນໍາສະບັບນີ້ຈະຊ່ວຍໃຫ້ທ່ານມີຄວາມຮູ້ ແລະ ຄວາມເຂົ້າໃຈເພີ້ມຕື່ມໃນການຜະລິດລູກປາ. ສູນຄົ້ນ ຄວ້າການປະມົງໄດ້ລວບລວມຂໍ້ມູນຈາກປະສົບການ ແລະ ຄວາມຮູ້ທີ່ໄດ້ຈາກການສຶກສາ, ຈາກເອກະສານຕ່າງໆ, ຈາກຜົນ ຂອງການທົດລອງຂອງນັກວິຊາການຕ່າງໆ. ເພື່ອໃຫ້ມີປະສິດທິຜົນສູງໃນການຜະລິດລູກປາຈໍາເປັນຕ້ອງຮູ້ ແລະ ເຂົ້າໃຈ ເຖິງຫຼັກການ ແລະ ເຕັກນິກພື້ນຖານຂອງການປະສົມພັນ ແລະ ການອະນຸບານ ຊຶ່ງມີລາຍລະອຽດໃນຄູ່ມືສະບັບນີ້.
ການລ້ຽງປາເກັດລຽບ
ປາເກັດແລບ ຫຼື ປາເກັດເງິນ (Silvercarp) ພາສາຈີນ ເອີ້ນວ່າ: ປາລິນຮີ, ມີຊື່ທາງວິທະຍາສາດວ່າ: Hypophthalmichtys molitrix ເອີ້ນຊື່ລວມວ່າ: ປາຈີນ. ເປັນຊະນິດປາທີ່ມີຖິ່ນກຳເນີດຢູ່ໃນພາກກາງ ແລະ ພາກໄຕ້ຂອງລຸ່ມ ແມ່ນໍ້າ ຍັງຊີກຽງ, ປະເທດສາທາລະນະລັດ ປະຊາຊົນຈີນ, ນໍາເຂົ້າທົດລອງລ້ຽງໃນ ສປປລາວ ທີ່ສະຖານີລ້ຽງປາໜອງແຕ່ງ ໃນປີ 1977 ແລະ ມາຮອດປັດຈຸບັນກໍ່ໄດ້ຂະຫຍາຍໄປໃນທົ່ວປະເທດ. ປາເກັດແລບເປັນປາທີ່ລ້ຽງງ່າຍ, ໃຫຍ່ໄວ, ສາມາດລ້ຽງໄສ່ໜອງ, ເໝືອງຝາຍ, ອ່າງເກັບນໍ້າ, ລ້ຽງໄສ່ຄອກຕາໜ່າງ ຫຼື ກະຊັງ ແລະ ອື່ນໆ, ປາເກັດແລບເປັນປາທີ່ບໍ່ຂະຫຍາຍພັນ ແລະ ບໍ່ເກີດລູກໃນໜອງໄດ້ເອງ. ດັ່ງນັ້ນການຂະຫຍາຍພັນຈໍາ ເປັນຕ້ອງໄດ້ເຮັດການປະສົມພັນທຽມ.
ການປະສົມພັນທຽມງົວ
ການປະສົມພັນທຽມໄດ້ເກີດຂຶ້ນ ໃນປີ 1322 ສັດຕະວັດ ທີ 14 ໂດຍແມ່ນຫົວໜ້ານັກໂທດ ຄົນ ອາຣັບ ເປັນຜູ້ສ້າງປະຫວັດສາດ. ລາວຕ້ອງການແນວພັນມ້າສວຍງາມໂຕນຶ່ງ ລາວຈຶ່ງອອກຄ ຳສັ່ງໃຫ້ ຄົນລ້ຽງມ້າຂອງລາວວ່າ ຕ້ອງເອົາແນວພັນມາສວຍງາມນີ້ໃຫ້ໄດ້. ຄົນລ້ຽງມ້າກໍ່ຮັບປາກວ່າຈະເຮັດ ໃຫ້ໄດ້. ມີມື້ນຶ່ງຄົນລ້ຽງມ້າເຫັນມາຜູ້ດັ່ງກ່າວກ ຳລັງປະສົມພັນກັບມ້າແມ່ຄອກດຽວກັນ ພາຍຫຼັງມ້າ ຜູ້ເຊີງສ ຳເລັດແລ້ວ ລາວຈຶ່ງຟ້າວເອົາຜ້າແພນ້ອຍຜືນນຶ່ງໄປຍັດໃສ່ອະໄວຍະວະເພດຂອງມ້າແມ່ ໂຕທີ່ປະສົມພັນນັ້ນ ແລ້ວຈຶ່ງເອົາຜ້າແພນ້ອຍດັ່ງກ່າວມາຍັດໃສ່ອະໄວຍະວະເພດໂຕແມ່ຂອງຕົນ ເອງ. ຫຼັງຈາກນັ້ນ ຕໍ່ມາມ້າຂອງລາວ ໄດ້ເກີດລູກອອກມາເປັນມ້າຜູ້ຄືກັນກັບມາຜູ້ສວຍງາມໂຕນັ້ນ. ໃນສັດຕະວັດທີ 16-17 ໄດ້ມີນັກວິທະຍາສາດຄົ້ນຄວ້າການປະສົມພັນທຽມໃຫ້ແກ່ແມງໄມ້ ແລະ ປາ.
ການລ້ຽງງົວທອມ
– ຈຸດປະສົງ – ຮູບແບບການລ້ຽງ – ແຫຼ່ງອາຫານທີ່ສຳຄັນສຳຫຼັບສັດຄ້ຽວເອື້ອງ – ການລ້ຽງງົວທອມ – ພະຍາດຕົ້ນຕໍຂອງງົວຄວາຍ – ການສັກວັກຊີນທີ່ໄດ້ຜົນຄວນປະຕິບັດດັງນີ້ – ການປ້ອງກັນພະຍາດ ດ້ວຍມາດຕະການທາງການ
ເຕັກນິກການລ້ຽງໄກ່ແບບພືນບ້ານ
1 ການລ້ຽງສັດປີ 2 ວິທີການລ້ຽງໄກ່ແບບພື້ນບ້ານ 3 ໄກ່ທີ່ໃຫ້ຜົນຜະລິດດີ
ການລ້ຽງໄກ່ເຫຼືອງ
1 ການເລືອກສະຖານທີ່ 2 ການສ້າງຄອກໄກ່ 3 ການຄັດເລືອກພໍ່ແມ່ພັນ 4 ການອານຸບານໄກ່ນ້ອຍ 5 ອາຫານ ແລະ ການໃຫ້ອາຫານ 6 ພະຍາດ


