ເຕັກນິກການປູກຊາ

ເຕັກນິກການປູກຊາ: – ຂັ້ນຕອນການປູກ – ຂັ້ນຕອນການບົວລະບັດຮັກສາ – ຂັ້ນຕອນການເກັບໃບຊາ

ລະບົບ ແລະ ວິທີການເຮັດໄຮ່ໃນ ສ ປ ປ ລາວ

ຢາກນ ຳໃຊ້ວິທີການແບບມີສ່ວນຮ່ວມ ເຂົ້າໄປຊ່ວຍປະຊາຊົນຜູ້ເຮັດໄຮ່ໃນການຫັນວິທີການຜະລິດແບບດັ່ງເດີມຂອງ ເຂົາເຈົ້າ ໄປສູ່ຮູບແບບການຜະລິດແບບໃໝ່ທີ່ໝັ້ນຄົງໄດ້ນັ້ນ, ກ່ອນອື່ນໝົດຕ້ອງໄດ້ທ ຳຄວາມເຂົ້າໃຈ ຢ່າງເລິກເຊິ່ງ ໃນວິທີການທີ່ເຂົາເຈົ້າເຄີຍໄດ້ໃຊ້ກັນມາເສຍກ່ອນ. ບົດສັງລວມຫຍໍ້ສະບັບນີ້ ມີຈຸດປະສົງເພື່ອສະໜອງຄວາມຮູ້ທົ່ວ ໄປໃຫ້ແກ່ບັນດາທ່ານຜູ້ທີ່ກ ຳລັງເຮັດໜ້າທີ່ອັນທ້າທາຍ ເພື່ອຫັນປ່ຽນຮູບແບບການເຮັດໄຮ່ແບບເຄື່ອນຍ້າຍໄປສູ່ ຮູບແບບການຜະລິດແບບໝັ້ນຄົງ ກ່ຽວກັບຄວາມສະລັບສັບຊ້ອນ ແລະ ຄວາມຫຼາກຫຼາຍຂອງລະບົບ ແລະ ວິທີ ການເຮັດໄຮ່ ຕົວຈິງໃນ ສປປ ລາວ ໂດຍໄດ້ເນັ້ນໃສ່ການອະທິບາຍໃຫ້ເຫັນແຈ້ງ ເຖິງບັນດາກິດຈະກ ຳການປູກ ພືດຢູ່ໃນການເຮັດໄຮ່. ພ້ອມນີ້, ກໍຍັງໄດ້ອະທິບາຍຫຍໍ້ກ່ຽວກັບບັນດາກິດຈະກ ຳອື່ນ ທີ່ເຫັນວ່າມີຄວາມກ່ຽວພັນ ກັບການດ ຳລົງຊີວິດຂອງຊາວໄຮ່ເຊັ່ນ: ການລ້ຽງສັດ, ການຜະລິດກະສິກ ຳ-ປ່າໄມ້ປະສົມປະສານ ແລະ ການເກັບກູ້ເຄື່ອງປ່າຂອງດົງອີກດ້ວຍ.

ການກຳຈັດວັດຊະພືດໃນເນື້ອທີ່ໄຮ່

ການເຮັດໄຮ່ແມ່ນການຕັດໄມ້, ການຈູດ, ແລະການປູກພືດໃສ່, ແລ້ວປະໄວ້ໃຫ້ເປັນປ່າຟື້ນຟູໃຫຍ່ຂຶ້ນມາໄລຍະໃດນຶ່ງ ແລ້ວຈຶ່ງກັບມາເຮັດຄືນອີກ. ການເຮັດໄຮ່ແມ່ນຮູບແບບການຜະລິດ ທີ່ໃຊ້ເຂົ້າເປັນພືດຕົ້ນຕໍ ໄປຄຽງຄູ່ກັບການປູກພືດ ອື່ນໆ ຂອງບັນດາຊົນເຜົ່າ ທີ່ອາໄສຢູ່ເຂດພູດອຍ ເພື່ອໃຫ້ມີສະບຽງອາຫານ ສ ຳລັບບໍລິໂພກ ແລະ ເພື່ອເອົາໂຕລອດ ໃນສະພາບ ເງື່ອນໄຂຫຍຸ້ງຍາກ ໃນເຂດຫ່າງໄກສອກຫຼີກ. ການເຮັດໄຮ່ ແມ່ນຮູບແບບການຜະລິດແບບກຸ້ມຕົນເອງ ທີ່ເຮັດກັນມາໄດ້ຫຼາຍຊົ່ວຄົນເພື່ອຕອບສະໜອງອາຫານ, ຢາຮັກສາພະຍາດ, ແລະ ສິ່ງຈ ຳເປັນຕ່າງໆ ທີ່ປູກຢູ່ໃນໄຮ່ ຫຼື ຊອກຫາມາໄດ້ຕາມປ່າເລົ່າ ແລະ ປ່າດົງໃນເຂດໃກ້ຄຽງ.

ລະບົບການປູກໝາກໄມ້ໃຫ້ໝາກແບບປະສົມປະສານ

ຮອບວຽນການນ ຳໃຊ້ປ່າເລົ່າໃນເຂດພູດອຍຂອງ ສປປ ລາວ ທີ່ສັ້ນເຂົ້າ ໄດ້ເຮັດໃຫ້ລະບົບການປູກຝັງ ແບບຖາງປ່າ ເຮັດໄຮ່ ບໍ່ຍືນຍົງຄົງຕົວ. ການເຊາະເຈື່ອນຂອງດິນ, ການແຜ່ລະບາດຂອງຫຍ້າ ແລະ ການນ ຳໃຊ້ແຮງງານ ໂດຍທົ່ວ ໄປໄດ້ເພີ້ມຂື້ນ ໃນຂະນະດຽວກັນຜະລິດຕະພາບຊ ຳພັດຫຼຸດລົງ, ຊຶ່ງເປັນສາເຫດເຮັດໃຫ້ມີຄວາມທຸກຈົນ ເພີ້ມທະວີ ຂື້ນໃນເຂດພູອຍ. ສະພາບເປັນຄືແນວນີ້ໄດ້ຮຽກຮ້ອງໃຫ້ຊາວກະສິກອນ ແລະ ອົງການຈັດຕັ້ງ ຂອງລັດຖະບານຕ້ອງ ໄດ້ພັດທະນາເຕັກໂນໂລຊີ ແລະ ຮູບແບບການຜະລິດກະສິກ ຳ ແບບຍືນຍົງ ເພື່ອຍົກ ລະດັບຊີວິດການເປັນຢູ່ຂອງ ຊາວກະສິກອນໃນເຂດພູດອຍໃຫ້ດີຂື້ນ.

ການປູກຢາງພາລາປະສົມປະສານກັບພຶດຊະນິດອື່ນເພື່ອລີກລ້ຽງຄວາມສ່ຽງ

ຕະຫຼາດຢ່າງພາລາ ໃນບັນດາປະເທດທີ່ພັດທະນາແລ້ວໄດ້ມີການອີ່ມຕົວ ແລະ ບໍ່ມີທ່ວງທ່າຈະຂະຫຍາຍຕົວອີກ, ແຕ່ວ່າໃນ “ເຂດອາຊີໃໝ່” (ສປປ.ຈີນ, ອີນເດຍ ແລະ ປະເທດສະມາຊິກອາຊຽນ) ການປູກຢາງພາລາພັດກ ຳລັງມີ ການຂະຫຍາຍຕົວຢ່າງກວ້າງຂວາງ. ລາຄາຢາງພາລາໄດ້ຖີບຕົວສູງຂື້ນໃນ ປີ 2002, ພາຍຫຼັງທີ່ລາຄາໄດ້ຕົກຕ ຳລົງ ໃນຊ່ວງເວລາຫຼາຍປີຜ່ານມາ. ການຖີບຕົວຂື້ນຂອງລາຄາຢາງພາລາ ແມ່ນເປັນຜົນມາຈາກຄວາມຕ້ອງການທີ່ສູງ

ເຮືອນຮົ່ມ

ໃນຊ້ວງປີທີ່ຜ່ນມາ, ຊາວສວນໄດ້ຮູ້ຈັກກັບເຮືອນຮົ່ມໃນ ນາມວ່າເປັນເຮືອນປູກຜັກໃນຊ່ວງລະດູຝົນ ເພາະມັນມຸງ ຫລັງຄາດ້ວຍຜ້າຢາງໃສ. ເຖິງຢ່າງໃດກໍ່ຕາມ, ການນ ຳໃຊ້ ຜ້າຢາງ ແມ່ນເຮັດໃຫ້ອຸນນະພູມພາຍໃນເຮືອນຮົ່ມສູງ, ເຊິ່ງຈ ບໍ່ແທດເໝາະກັບບາງພື້ນທີ່ຂອງປະເທດລາວ ທີ່ມີອາກາດ ຮ້ອນຕະຫຼອດປີ. ນອກຈາກນີ້, ການເຮັດເຮືອນຮົ່ມດ້ວຍຜ້າ ຢາງແມ່ນຂ້ອນຂ້າງແພງເມື່ອທຽບໃສ່ຈຸດປະສົງທີ່ນ ຳມາໃຊ້ ກັນຝົນພຽງຢ່າງດຽວ.