ການປູກໝາກມັງກອນ
ປຶ້ມຄູ່ມີດັ່ງກ່າວແມ່ນເຈດຕະນາເຮັດໃຫ້ການນໍາໃຊ້ງ່າຍຂຶ້ນໃນການຈັດຕັ້ງປະຕິບັດ ແລະ ນໍາສະເຫນີຈຸດປະສົງຂໍ້ມູນເບື້ອງຕົ້ນຂອງວິທີການສົ່ງເສີມກິສິກຳ. ປຶ້ມຄູ່ມືດັ່ງກ່າວໄດ້ຖືກ ພັດທະນາໃນບາດກ້າວທໍາອິດຂອງໂຄງການ Leap ໂດຍການ ຮ່ວມມືກັບພະນັກງານຄູຝຶກ ຂອງກອງສົ່ງເສີມກະສິກຳ ແລະປ່າໄມ້ (ໂດຍແມ່ນ ພະນັກງານວິຊາການ CETDU) ຄວາມມຸ້ງຫມາຍແມ່ນເພື່ອພັດທະນາເປັນເຄື່ອງມືໃຫ້ພະນັກງານ ສົ່ງເສີມຂັ້ນເມືອງສາ ມາດຖ່າຍທອດໄປເຖິງຄວາມຕ້ອງການຂອງຊາວກະສິກອນ.
ການປູກໝາກແຕງກວາ
ປື້ມພູມປັນຍາທ້ອງຖິ່ນຫົວນີ້ ໄດ້ມາຈາກການຂຽນຂອງຊາວ ບ້ານແລະ ອາສາສະໝັກຊຶ່ງໄດ້ຮຽບຮຽງເບື້ອງຕົ້ນຈາກຄະນະອໍານວຍ ການສູນອົບຮົມຮ່ວມພັດທະນາແລະພະແນກສຶກສານະຄອນຄອນຫຼວງ ວຽງຈັນ. ປື້ມຫົວນ້ອຍຫົວນີ້ ໄດ້ບັນຈຸເອົາເນື້ອໃນທີ່ເວົ້າເຖິງຫົວຂໍໃດໜຶ່ງ ໂດຍມີຫຼາຍກິດຈະກຳທີ່ຈະເປັນການທົດລອງເອົາຄວາມຮູ້ທ້ອງຖິ່ນເຂົ້າ ນໍາພາ ແລະ ສິດສອນນັກຮຽນຊັ້ນປະຖົມໂດຍເອົາບົດທີ່ງ່າຍສອນຊັ້ນ ປໍ1 ປໍ 2 ແລະ ບົດທີ່ຍາກກໍສອນຊັ້ນໃຫຍ່ຂຶ້ນໄປ.
ການປູກໝາກໂມ
ປື້ມພູມປັນຍາທ້ອງຖິ່ນຫົວນີ້ ໄດ້ມາຈາກການຂຽນຂອງຊາວ ບ້ານແລະ ອາສາສະໝັກຊຶ່ງໄດ້ຮຽບຮຽງເບື້ອງຕົ້ນຈາກຄະນະອໍານວຍ ການສູນອົບຮົມຮ່ວມພັດທະນາແລະພະແນກສຶກສານະຄອນຄອນຫຼວງ ວຽງຈັນ. ປື້ມຫົວນ້ອຍຫົວນີ້ ໄດ້ບັນຈຸເອົາເນື້ອໃນທີ່ເວົ້າເຖິງຫົວຂໍໃດໜຶ່ງ ໂດຍມີຫຼາຍກິດຈະກຳທີ່ຈະເປັນການທົດລອງເອົາຄວາມຮູ້ທ້ອງຖິ່ນເຂົ້າ ນໍາພາ ແລະ ສິດສອນນັກຮຽນຊັ້ນປະຖົມໂດຍເອົາບົດທີ່ງ່າຍສອນຊັ້ນ ປໍ1 ປໍ 2 ແລະ ບົດທີ່ຍາກກໍສອນຊັ້ນໃຫຍ່ຂຶ້ນໄປ.
ປະຊົບການປູກພືດໝູນວຽນໃນພື້ນທີ່ເກົ່າ
ພະແນກກະສິກຳ ແລະ ປ່າໄມ້ປະຈຳແຂວງ ໄຊຍບູລີ (ຂະແໜງປູກຝັງ) ຮ່ວມກັບບໍລິສັດ ອາກຼີເດັບ (ACRIDEP)
ການປູກເຫັດເຟືອງແບບກອງເຕ້ຍ
ປະຈຸບັນການປູກເຫັດເຟືອງແບບກອງເຕ້ຍ ກຳລັງເປັນ ທີ່ນິຍົມກັນຫຼາຍ. ເພາະວິທີການແບບນີ້ຊ່ວຍປະຢັດເຟືອງ ແລະ ບໍ່ຈຳເປັນຕ້ອງໃຊ້ຕໍເຟືອງກໍ່ໄດ້ ຈຶ່ງສາມາດປູກເຫັດ ໄດ້ທຸກລະດູການ
ການປູກເຫັດໃສ່ທ່ອນໄມ້
ການປູກເຫັດໃສ່ທ່ອນໄມ້ນີ້ ມີຂັ້ນຕອນງ່າຍກວ່າ ການປູກ ເຫັດໃນຖົງຢາງພາລາສຕິກ. ເຊິ່ງກໍ່ມີຊະນິດໄມ້ເນື້ອອ່ອນຫຼາຍຊະ ນິດທີ່ສາມາດປູກເຫັດໃສ່ໄດ້ ແລະ ຍັງໃຫ້ຜົນຜະລິດດີອີກດ້ວຍ
ເອກກະສານການປູກເຫັດ
ມະນຸດເຮົາ ຮູ້ຈັກໃຊ້ເຫັດເປັນອາຫານມາຫລາຍສະຕະວັດແລ້ວ ເຫັດທີ່ກິນໄດ້ມີຫລາຍ ຊະນິດແຕກຕ່າງກັນຕາມຮູບຮ່າງ ແລະ ສີສັນ. ເຫັດ ຈັດເປັນອາຫານທີ່ມີທາດຊີ້ນ (Protein) ສູງ ຊະນີດໜື່ງ ທີ່ປະຊາຊົນທົ່ວໂລກຮູ້ຈັກກັນດີ ແລະ ນິຍົມນ ຳມາຮັບປະທານກັນຫລາຍ. ເນື່ອງຈາກ ເຫັດເກືອບທຸກຊະນິດມີຣົດຊາດດີ, ມີຄຸນຄ່າທາງອາຫານສູງ ແລະ ບາງຊະນິດ ຍັງມີສັບພະຄຸນ ເປັນຢ່າປິ່ນປົວພະຍາດ ຈຶ່ງເຮັດໃຫ້ປະຊາຊົນຫັນມານິຍົມຮັບປະທານເຫັດເພີ່ມຂື້ນປະກອບກັບປະ ຊາກອນຂອງໂລກ ມີຈ ຳນວນເພີ່ມຂື້ນຢ່າງວ່ອງໄວຈື່ງເຮັດໃຫ້ຄວາມຕ້ອງການອາຫານ ທີ່ຈະນ ຳມາ ບໍລິໂພກເພີ້ມຂື້ນ. ດັ່ງນັ້ນ, ນັກວິຊາການ ແລະ ນັກວິທະຍາສາດ ຈື່ງໄດ້ໃຫ້ຄວາມສົນໃຈວຽກງານ ດ້ານການປູກເຫັດ ແລະ ໄດ້ສືກສາຄົ້ນຄ້ວາດ້ານນີ້ຢ່າງເອົາໃຈໃສ່ ໂດຍໄດ້ນ ຳເອົາ ເຕັກໂນໂລຢີ ຕ່າງ ໆ ເຂົ້າມາຊ່ວຍ ເພື່ອໃຫ້ໄດ້ຜົນຜະລິດຫລາຍຂື້ນ. ຊາວເຫຼັກ, ເປັນພວກທ ຳອີດທີ່ໄດ້ນ ຳເອົາ ເຫັດຈາກປ່າມາໃຊ້ໃຫ້ເປັນປະໂຫຍດ ແລະ ລິເລີ່ມການປູກຂື້ນ.
ການປູກເຫັດຕີນແຮດ
ເຫັດຕີນແຮດເປັນເຫັດພັນໃຫຍ່ ຈະສົ່ງເສີມເປັນພືດເສດ ຖະກິດໄດ້. ເປັນເຫັດຊະນິດນຶ່ງທີ່ນໍາມາປະກອບອາຫານຈະ ມີກິ່ນຫອມ, ລົດຫວານ ເປັນອາຫານທີ່ປອດໄພຈາກສານເຄມີ. ປະຈຸບັນນີ້, ຄົນເຮົາທີ່ຢາກໃຫ້ມີສຸຂະພາບແຂງແຮງດີ, ຕ້ອງປູກພືດກິນເອງເພື່ອໃຫ້ປອດໄພຈາກສານເຄມີ ດັ່ງນັ້ນ ຈະພາທ່ານໄປຮູ້ຈັກກັບການປູກເຫັດຕີນແຮດ
ປື້ມຄູ່ມີກ່ຽວກັບການປູກຊາ
ເຕັກນິກໃນການປູກໄມ້ສັກ
ໄມ້ສັກ ເປັນໄມ້ພື້ນເມືອງຂອງລາວເຮົາ ໄດ້ກະຈ່າຍຢູ່ໃນ 4 ປະເທດ ຄື: ລາວ, ໄທ, ພະມ້າ ແລະ ອິນເດຍ. ໄມ້ສັກ ມີຖິ່ນກ ຳເນີດຢູ່ທາງພາກເໜືອຂອງລາວ ເຊັ່ນ: ເມືອງປາກລາຍ, ແຂວງໄຊຍະບູລີ ແລະ ແຂວງບໍ່ແກ້ວ. ສາມາດນເອົາມາປູກຢູ່ຫຼາຍໆແຂວງຂອງລາວ ການທີ່ເຮົາຈະສ້າງສວນປ່າ ກ່ອນອື່ນໝົດ, ພວກເຮົາຕ້ອງມີການສັງລວມພື້ນທີ່ເພື່ອຢາກຮູ້ຈັກພື້ນທີ່ທັງໝົດ ເມື່ອເຮົາສ ຳຫຼວດເປັນທີ່ຮຽບຮ້ອຍແລ້ວ ເຮົາຕ້ອງຮູ້ຈັກສະຖານທີ່ດັ່ງກ່າວ ແລະ ພ້ອມດ້ວຍຮູ້ຈັກປະເພດຂອງປ່າ.ກໍ່ຕ້ອງໄດ້ຄ ຳນວນເຖີງການທີ່ເຮົາຈະບຸກເບີກອີກດ້ວຍ.ເມື່ອເຮົາຮູ້ເຊັ່ນນັ້ນແລ້ວ,ກໍ່ຕ້ອງໄດ້ມີການກ ຳນົດເວລາ ແລະ ພ້ອມດ້ວຍການວາງແຜນ.


