ບຸນຈັນ ເມກອາລູນ
ທ່ານ ບຸນຈັນ ເມກອາລູນ, ຮອງຫົວໜ້າສູນຄົ້ນຄວ້າປ່າໄມ້, ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ (NAFRI), ກ່າວວ່າການຄຸ້ມຄອງຊັບພະຍາກອນປ່າໄມ້ໃຫ້ເປັນການປະຕິບັດ ໃນການສົ່ງເສີມ ແລະ ຄຸ້ມຄອງພືດອາຫານຈາກປ່າ ເພື່ອໂພຊະນາການໃຫ້ຊຸມຊົນ. ພາຍທີ່ຫຼັງສຳເລັດການສຶກສາລະດັບປະລິນຍາໂທ ຈາກມະຫາວິທະຍາໄລປ່າໄມ້ຊວນມາຍ ສສ ຫວຽດນາມ, ລາວໄດ້ກັບຄືນສູ່ປະເທດລາວ ພ້ອມທັງນຳເອົາຄວາມຮູ້ວິຊາການໃນການຄຸ້ມຄອງຊັບພະຍາກອນປ່າໄມ້ ແລະ ຄວາມມຸ່ງໝັ້ນອັນແຂງແກ່ນເພື່ອຮັບໃຊ້ຊຸມຊົນໃນຊົນນະບົດ. ປະສົບການໃນຊ່ວງທໍາອິດ ທີ່ໄດ້ເຮັດວຽກໃກ້ຊິດກັບຊາວບ້ານ ໄດ້ຫຼໍ່ຫຼອມໃຫ້ລາວເຊື່ອໝັ້ນວ່າ ການພັດທະນາຊັບພະຍາກອນປ່າໄມ້ໃຫ້ມີຄວາມຍືນຍົງ, ບໍ່ພຽງແຕ່ການອະນຸລັກ; ມັນຕ້ອງຊ່ວຍໃຫ້ຊຸມຊົນເປັນເຈົ້າການໃນການຊຸກຍູ້ສົ່ງເສີມ ແລະ ອະນຸລັກແຫຼ່ງພືດອາຫານຈາກປ່າ ດ້ວຍຕົວຂອງເຂົ້າເອງ ແລະ ເປັນແຫຼ່ງລາຍຮັບອັນສຳຄັນຂອງຊຸມຊົນ ຮັບປະກັນໃນການບໍລິໂພດພືດປ່າ ແລະ ມີໂພຊະນາການໃນຊຸມຊົນ. ທ່ານ ບຸນຈັນ ເມກອາລຸນ ຜູ້ຮັບຜິດຊອບວຽກພືດອາຫານຈາກປ່າ ( ອົງປະກອບ 1a.4) ຂອງໂຄງການ ກະສິກໍາເພື່ອໂພຊະນາການໄລຍະ II (AFN II) ທີ່ຈັດຕັ້ງປະຕິບັດຮ່ວມກັນ ລະຫວ່າງ ສກປພ ແລະ CDE ກ່ຽວກັບແຫຼ່ງອາຫານທ້ອງຖິ່ນ ແລະ […]


