ລົມກັບທ່ານນາງຄຳຮູ້ ແສງດາວົງ, ພະນັກງານລັດຖະກອນຂອງກະຊວງກະສິກຳ ແລະ ປ່າໄມ້, ລາວມີຄວາມສຸກກັບການປູກຕົ້ນອ່ອນແກ່ນຕາເວັນໃນຊ່ວງເວລາວ່າງຫຼັງຈາກເລີກວຽກໃນແຕ່ລະວັນ.
1. ທ່ານໄດ້ຄວາມຄິດມາຈາກໃສໃນການລິເລີ່ມປູກຕົ້ນອ່ອນແກ່ນຕາເວັນເພື່ອທຸລະກິດ?
ຂ້ອຍໄດ້ບົດຮຽນກ່ຽວກັບການປູກຕົ້ນອ່ອນແກ່ນດອກຕາເວັນ ມາຈາກໝູ່ຂອງສາມີຂ້ອຍ, ຕອນທີ່ເຮົາໄປຢາມເຮືອນຂອງໝູ່ ເຫັນວ່າລາວປູກພືດ ແລະ ຜັກຫຼາຍຊະນິດລວມທັງຕົ້ນອ່ອນແກ່ນດອກຕາເວັນ. ທັນໃດນັ້ນ ຕົ້ນອ່ອນແກ່ນດອກຕາເວັນກໍ່ສະດຸດຕາຂ້ອຍ ໃນຕອນນັ້ນຂ້ອຍຄິດວ່າ “ມັນເປັນສິ່ງທີ່ເຮົາສາມາດປູກຢູ່ເຮືອນເຮົາໄດ້ຄືກັນ”. ຂ້ອຍສົນໃຈປູກເນື່ອງວ່າມັນເປັນສິ່ງທີ່ບໍ່ຍາກ ແລະ ມີລາຍຮັບນຳ, ຕອນນັ້ນລະມັນເຮັດໃຫ້ຂ້ອຍມັກຕົ້ນອ່ອນແກ່ນດອກຕາເວັນເລີຍ!
ຄອບຄົວຂອງເຮົາເລີ່ມປູກໃນຂະໜາດນ້ອຍໆ. ຕອນທຳອິດແມ່ນປູກສຳລັບກິນໃນຄອບຄົວ, ຍາຍໃຫ້ໝູ່ເພື່ອນ ແລະ ຍາດພີ່ນ້ອງ. ຈາກນັ້ນພວກເຮົາເຫັນວ່າມີຫຼາຍຄົນທີ່ມັກ ແລະ ມີຄວາມຕ້ອງການຢາກຊື້ຕົ້ນອ່ອນແກ່ນດອກຕາເວັນຄືກັນ ຍ້ອນວ່າພວກເຮົາປູກໂດຍປາສະຈາກສານເຄມີ. ພວກເຮົາໄດ້ເລີ່ມຕົ້ນເຮັດເພື່ອທຸລະກິດມາປະມານເກືອບ 1 ປີແລ້ວ.
2. ປະຈຸບັນການປູກຕົ້ນອ່ອ່ນແກ່ນດອກຕາເວັນຂອງທ່ານເປັນແນວໃດ?
ການປູກຕົ້ນອ່ອນດອກຕາເວັນມັນກໍຄ້າຍຄືກັນກັບການປູກຜັດປອດສານພິດທົ່ວໆໄປ. ພວກເຮົາໄດ້ປະສົມດິນດ້ວຍຝຸ່ນຊີວະພາບ ແລະ ກໍ່ໄດ້ນຳເອົາແກ່ນດອກຕາເວັນລົງປູກໄດ້ເລີຍ. ວົງຈອນໃນການຈະເລນເຕີບໂຕຂອງຕົ້ນອ່ອນຈະປະມານ 7 ວັນ ຫຼັງຈາກນັ້ນເຮົາກໍ່ສາມາດຕັດເພື່ອເອົາໄປຂາຍໄດ້.
ໃນແຕ່ລະວັນເຮົາຈະໃຊ້ເວລາສຳລັບການບົວລະບັດປະມານ 1-2 ຊົ່ວໂມງ. ສິ່ງສຳຄັນໃນການປູກແມ່ນການຫົດນ້ຳ ແລະ ຕິດຕາມບໍ່ໃຫ້ມີສັດຕູພືດທີ່ຈະມາທຳລາຍຕົ້ນອ່ອນ. ໃນຄອບຄົວຂອງພວກເຮົາແມ່ນສັບປ່ຽນກັນເຮັດວຽກອີງຕາມເວລາວ່າງຂອງແຕ່ລະຄົນ, ທຸກຄົນສາມາດຊ່ວຍເຫຼືອກັນ ແລະ ມີວິທີປູກຄືກັນ.
3. ຖ້າມີຜູ່ສົນໃຈຢາກເຮັດທຸລະກິດນີ້ ຈະຕ້ອງເຮັດແນວໃດ?
ການປູກຕົ້ນອ່ອນດອກຕາເວັນບໍ່ມີຄວາມຫຍຸ້ງຍາກເລີຍ, ທ່ານສາມາດເລີ່ມຕົ້ນໂດຍ:
ເຄັດລັບ:
4. ໃນການປູກຕົ້ນອ່ອນດອກຕາເວັນຈະຕ້ອງລົງທຶນປະມານເທົ່າໃດ?
ທ່ານສາມາດລົງທຶນປະມານ 600,000 ກີບ ເພື່ອໃຊ້ສຳລັບ:
5. ທ່ານສາມາດສ້າງລາຍຮັບັຈາກການປູກເຫັດໄດ້ຫຼາຍປານໃດ?
ໃນແຕ່ລະຖາດປູກ 1 ອັນສາມາດເກັບຕົ້ນອ່ອນໄດ້ປະມານ 1 ກິໂລ ແລະ ຂາຍໄດ້ລາຄາ 25,000-30,000 ກີບຕໍ່ກິໂລ. ປະຈຸບັນນີ້ໂດຍສະເລັ່ຍແລ້ວພວກເຮົາສາມາດຜະລິດຕົ້ນອ່ອນໄດ້ປະມານ 6 ກິໂລຕໍ່ວັນ ແລະ ມີລາຍຮັບປະມານ5 ລ້ານກີບຕໍ່ເດືອນ.
6. ແມ່ນຫຍັງຄືສິ່ງທ້າທາຍທີ່ສຸດສຳລັບການປູກຕົ້ນອ່ອນແກ່ນດອກຕາເວັນ?
ປະຈຸບັນນີ້, ມີຫຼາຍຄົນທີ່ເລີ່ມເຮັດທຸລະກິດນີ້, ດັ່ງນັ້ນເຮົາຈຶ່ງມີຄູ່ແຂ່ງເພີ່ມຂຶ້ນ ໃນຂະນະທີ່ລາຄາຂອງວັດຖຸດິບ ແລະ ອຸປະກອນນຳໃຊ້ກໍ່ບໍ່ມີຄວາມແນ່ນອນ. ພວກເຮົາຈຳເປັນຕ້ອງມີການວາງແຜນທາງດ້ານການຕະຫຼາດ ແລະ ຍິ່ງເຮົາມີລູກຄ້າປະຈຳຫຼາຍເທົ່ໃດເຮົາກໍ່ສາມາດຢູ່ລອດ. ນອກຈາກນັ້ນ ໃນໄລຍະລະດູຝົນ ມີຄວາມຫຍຸ້ງຍາກໃນການປູກ ເພາະວ່າຕົ້ນອ່ອນບໍ່ສາມດຈະເລີນເຕີບໂຕໄດ້ດີໃນຊ່ວງອາກາດແບບນີ້ ແລະ ບໍ່ໄີດ້ຮັບແສງພຽງພໍ ບາງເທື່ອເຮົາກໍ່ຈຳເປັນຕ້ອງໄດ້ນຳໃຊ້ແກ່ນຕາເວັນແຫ້ງເພີ່ມຂຶ້ນເພື່ອເຮັດໃຫ້ໄດ້ປະລິມານຕົ້ນອ່ອນຕາມຕ້ອງການ, ຊຶ່ງມັນກໍ່ເຮັດໃຫ້ຕົ້ນທຶນການຜະລິດເຮົາສູງຂຶ້ນນັ້ນເອງ.
7. ທ່ານມັກຫຍັງທີ່ສຸດໃນທຸລະກິດການປູກຕົ້ນອ່ອນດອກຕາເວັນ?
ການປູກຕົ້ນອ່ອນດອກຕາເວັນເປັນທຸລະກິດໜຶ່ງທີ່ໜ້າສົນໃຈ. ການປູກກໍ່ງ່າຍ ແລະ ເຮັດໃຫ້ສວນໜ້າບ້ານຂອງເຮົາຂຽວງາມຕາ, ໜ້າເບິ່ງໜ້າຊົມ. ພວກເຮົາສາມາດນຳໃຊ້ມາປຸງແຕ່ງອາຫານ ແລະ ສາມາດສ້າງລາຍຮັບໄປໃນຕົວ.
ນອກນັ້ນມັນຍັງເປັນຜະລິດຕະພັນທີ່ດີຕໍ່ສຸຂະພາບ ແລະ ບໍ່ວ່າຄົນໄວໃດກໍ່ນິຍົມຊົມຊອບ, ສາມາດນຳໃຊ້ປຸງແຕ່ງໄດ້ຫຼາຍເມນູອາຫານເຊັ່ນ:ຍຳສະຫຼັດ, ຂົ້ວ, ປົນໃສ່ກັບຂົ້ວມີ່ ຫຼື ສະປາເກັດຕີ້, ແລ້ວແຕ່ທ່ານມັກ. ຄິດວ່າຄວາມຕ້ອງການໃນຕະຫຼາດຈະມີແນວໂນ້ມເພີ່ມຂຶ້ນຢ່າງແນ່ນອນ ເພາະ ສັງເກດເຫັນວ່າມີລູກຄ້າຫຼາຍທ່ານມີຄວາມສົນໃຈໃນຜະລິດຕະພັນກະສິກຳປອດສານພິດ.