ສະມາຄົມພັດທະນາໄມ້ປ່ອງ&ເຄື່ອງປ່າຂອງດົງ/Bamboo & NTFP Development Association (BNDA)
ສຳລັບຫຼາຍຊຸມຊົນໃນແຂວງຫົວພັນ, ໄມ້ໄຜ່ ແລະ ສະໝຸນໄພເຄື່ອງປ່າຂອງດົງ (NTFPs) ບໍ່ແມ່ນພຽງແຕ່ຊັບພະຍາກອນຈາກປ່າໄມ້ເທົ່ານັ້ນ. ແຕ່ຍັງເປັນສ່ວນສຳຄັນຂອງການດຳລົງຊີວິດ, ແຫຼ່ງອາຫານ, ຄວາມຮູ້ພື້ນບ້ານ ແລະ ເສດຖະກິດຂອງຊຸມຊົນ. ແຕ່ການນຳໃຊ້ຊັບພະຍາກອນເຫຼົ່ານີ້ໃຫ້ຍືນຍົງ ຈຳເປັນຕ້ອງອາໄສຄວາມຮູ້ ແລະ ຄວາມຮ່ວມມື. ໃນປີ 2020ໄດ້ສ້າງຕັ້ງ ສະມາຄົມພັດທະນາໄມ້ປ່ອງ&ເຄື່ອງປ່າຂອງດົງ/Bamboo & NTFP Development Association (BNDA) ໄດ້ເຮັດວຽກເພື່ອສົ່ງເສີມການນຳໃຊ້ໄມ້ໄຜ່ ແລະ ສະໝຸນໄພເຄື່ອງປ່າຂອງດົງຢ່າງຍືນຍົງ. ສະມາຄົມພັດທະນາໄມ້ປ່ອງ&ເຄື່ອງປ່າຂອງດົງ ດຳເນີນການສຳຫຼວດ ແລະ ປະເມີນຜະລິດຕະພັນຈາກໄມ້ໄຜ່ ແລະ ສະໝຸນໄພເຄື່ອງປ່າຂອງດົງພ້ອມທັງໃຫ້ຄຳແນະນຳດ້ານວິຊາການກ່ຽວກັບວິທີເກັບກ່ຽວ ແລະ ນຳໃຊ້ຊັບພະຍາກອນຢ່າງຍືນຍົງ, ລວມເຖິງການກຳນົດປະລິມານທີ່ສາມາດເກັບກ່ຽວໄດ້ ໂດຍບໍ່ສ້າງຜົນກະທົບ ຫຼື ກົດດັນຕໍ່ຊັບພະຍາກອນຫຼາຍເກີນໄປ. ນອກຈາກນັ້ນ, ສະມາຄົມຍັງສຶກສາ ແລະ ທົບທວນບັນດາລະບຽບ ແລະ ຫຼັກເກນທີ່ກ່ຽວຂ້ອງກັບການຈັດການປ່າໄມ້. ວຽກງານນີ້ຊ່ວຍໃຫ້ຊາວບ້ານມີຄວາມເຂົ້າໃຈຫຼາຍຂຶ້ນກ່ຽວກັບການຈັດການ ແລະ ນຳໃຊ້ປ່າໄຜ່ ແລະ ສະໝຸນໄພເຄື່ອງປ່າຂອງດົງຂອງຕົນ. ສະມາຊິກບາງຄົນຂອງສະມາຄົມພັດທະນາໄມ້ປ່ອງ&ເຄື່ອງປ່າຂອງດົງ ມີປະສົບການເຮັດວຽກຮ່ວມກັບ GRET ມາເປັນເວລາຫຼາຍປີ. ປະສົບການດັ່ງກ່າວໄດ້ຊ່ວຍເສີມສ້າງຄວາມຮູ້ ແລະ ປະສົບການຂອງສະມາຊິກໃນການເຮັດວຽກກັບຊຸມຊົນທ້ອງຖິ່ນ […]
ກົດໝາຍວ່າດ້ວຍປ່າໄມ້ (ສະບັບປັບປຸ່ງ)
ອີງຕາມ ລັດຖະທຳມະນູນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ສະບັບປັບປຸງ ປີ 2015) ໝວດທີ VI ມາດຕາ 67 ຂໍ້ 1; ອີງຕາມ ມະຕິຂອງກອງປະຊຸມສະພາແຫ່ງຊາດ ສະບັບເລກທີ 08/ສພຊ, ລົງວັນທີ 13 ມິຖຸນາ 2019 ກ່ຽວກັບການຮັບຮອງເອົາກົດໝາຍ ວ່າດ້ວຍປ່າໄມ້ (ສະບັບປັບປຸງ); ອີງຕາມ ໜັງສືສະເໜີຂອງຄະນະປະຈໍາສະພາແຫ່ງຊາດ ສະບັບເລກທີ 14/ຄປຈ, ລົງວັນທີ 11 ກໍລະກົດ 2019.
ການສ້າງລະບຽບຄຸ້ມຄອງຊັບພະຍາກອນສັດນໍ້າຢູ່ເຂດວັງສະຫງວນ
ປື້ມຄູ່ມືນີົ້ແມ່ນເຈດຕະນາເຮັດໃຫ້ການນຳໃຊ້ເຄືື່ອງມືງ່າຍຂຶົ້ນໃນການຈັດ ຕັົ້ງປະຕິບັດ ແລະ ນໍາສະເໜີຈຸດປະສົງຂໍ້ມູນເບືົ້ອງຕົົ້ນຂອງການນຳໃຊ້ປື້ມຄູ່ມື ກ່ຽວກັບການສ້າງລະບຽບຄຸ້ມຄອງວັງສະຫງວນ ຂອງຊຸມຊົນ ໃຫ້ມີຄວາມຍືນຍົງ ຢູ່ໃນບ້ານເປົ້າໝາຍ ໂຄງການກະສິກຳ ເພືື່ອໂພຊະນາການ ໄລຍະ 2. ປື້ມຄູ່ມືດັັ່ງກ່າວໄດ້ຖືກພັດທະນາ ແລະ ປັບປຸ່ງໃຫ້ແທດເໝາະໃນ ການຈັດຕັົ້ງປະຕິບັດຂອງ ໂຄງການ ກະສິກ າເພືື່ອ ໂພຊະນາການ ໄລຍະ 2. ໂດຍມີການຮ່ວມມືກັບນັກວິຊາການສະເພາະດ້ານ ແລະ ພະນັກງານປະສານຂອງໂຄງການ NAFRI ເພືື່ອພັດທະນາມາເປັນເຄືື່ອງມືໃຫ້ແກ່ພະນັກງານຂັົ້ນແຂວງ, ເມືອງ ສາມາດຖ່າຍທອດໄປເຖິງຕາມຄວາມຕ້ອງການຂອງຊາວກະສິກອນໃນພືົ້ນທີເປົ້າໝາຍໂຄງການ.
ບຸນປະສັກໄຊ ຄຳພູມີ (ກົບ)
ບຸນປະສັກໄຊ ຄຳພູມີ ເປັນນັກຄົ້ນຄວ້າດ້ານປ່າໄມ້ຂອງລາວ ແລະ ຜູ້ຊ່ຽວຊານດ້ານວິທະຍາການປ່າໄມ້ ທີ່ມີປະສົບການຫຼາຍກວ່າ 20 ປີ ໃນດ້ານການຈັດການປ່າໄມ້ຢ່າງຍືນຍົງ, ການຟື້ນຟູປ່າ ແລະ ການອະນຸລັກຄວາມຫຼາກຫຼາຍທາງຊີວະນາໆພັນ. ຜ່ານມາ ລາວເຄີຍເຮັດວຽກຢູ່ສູນຄົ້ນຄວ້າປ່າໄມ້ ຂອງສະຖາບັນຄົ້ນຄວ້າກະສິກຳ ແລະ ປ່າໄມ້ແຫ່ງຊາດ (NAFRI) ແລະ ປັດຈຸບັນດຳລົງຕຳແໜ່ງເປັນວິຊາການຢູ່ພະແນກຄຸ້ມຄອງປ່າສະຫງວນ ຂອງກົມປ່າໄມ້, ສປປ ລາວ. ຕະຫຼອດໄລຍະການເຮັດວຽກ, ລາວໄດ້ມີສ່ວນສຳຄັນໃນການຄົ້ນຄວ້າດ້ານປ່າໄມ້, ການພັດທະນານະໂຍບາຍ ແລະ ການນຳໃຊ້ວິທີການທີ່ເໝາະສົມໃນການອະນຸລັກຊັບພະຍາກອນປ່າໄມ້ຂອງປະເທດ. ໜຶ່ງໃນວຽກງານຫຼັກຂອງລາວ ແມ່ນການປັບປຸງການຈັດຫາແຫຼ່ງແນວພັນທີ່ມີຄຸນນະພາບສຳລັບການຟື້ນຟູປ່າ. ມີສ່ວນຮ່ວມໃນການສຳຫຼວດ ແລະ ກຳນົດພື້ນທີ່ແຫຼ່ງແນວພັນໄມ້ 76 ແຫ່ງ ສຳລັບຕົ້ນໄມ້ຊະນິດພື້ນເມືອງ 29 ຊະນິດ ຄອບຄຸມທັງ 18 ແຂວງຂອງ ສປປ ລາວ. ຜົນງານດັ່ງກ່າວໄດ້ຊ່ວຍເສີມສ້າງ ສວນກ້າໄມ້ ແລະ ສະໜັບສະໜູນວຽກງານຟື້ນຟູປ່າໃນລະດັບຊາດ. ທັງນັ້ນ ບຸນປະສັກໄຊ ໄດ້ສຳເລັດການສຶກສາລະດັບປະລິນຍາໂທ ສາຂາວິຊາວິທະຍາການປ່າໄມ້ (ການຈັດການປ່າໄມ້ເຂດຮ້ອນ) ຈາກມະຫາວິທະຍາໄລ Nanjing Forestry […]
ຄູ່ມືແນະນຳຄວາມຮູ້ພື້ນຖານກ່ຽວກັບການປັບປຸງຄຸນນະພາບຂອງດິນໂດຍນຳໃຊ້ຖົ່ວສະໄຕໂລ
ຄູ່ມືແນະນໍາຄວາມຮູ້ພື້ນຖານສະບັບນີ້ສ້າງຂຶ້ນມາໂດຍມີຈຸດປະສົງ ເພື່ອໃຫ້ກຸ່ມຊາວກະສິກອນຜູ້ທີ່ຖືເອົາການ ປູກຊາເປັນອາຊີບພາຍໃນແຂວງຜົ້ງສາລີ ເວົ້າລວມເວົ້າສະເພາະ ກຸ່ມຊາວກະສິກອນຜູ້ປູກຊາທີ່ນອນຢູ່ໃນບ້ານເປົ້າໝາຍ ຂອງໂຄງການສາມາດຮຽນຮູ້ເຕັກນິກໃໝ່ໆກ່ຽວກັບ ການນໍາໃຊ້ພຶດຕະກຸນຖົ່ວເຂົ້າໃນການປັບປຸງຄຸນນະພາບຂອງດິນ ໂດຍສະເພາະການນໍາເອົາຖົ່ວສະໄຕໂລມາປູກປະສົມປະສານ ຫຼື ປູກສັບວ່າງຕົ້ນຊາ ເພື່ອຍົກສູງສະມັດຕະພາບທາງດ້ານ ປະລິດມານ ແລະ ຄຸນນະພາບຂອງຜົນຜະລິດຊາ. ຄູ່ມືແນະນໍາສະບັບນີ້ແມ່ນໄດ້ຄັດຈ້ອນ ແລະ ສັງລວມເອົາຂໍ້ມູນຕ່າງໆຈາກບັນດາເອກກະສານທາງດ້ານເຕັກ ນິກວິຊາການ, ບົດຮຽນປະສົບການຈາກການສຶກສາທົດລອງ ແລະ ປະຕິບັດຕົວຈິງຂອງຫຼາຍພາກສ່ວນທັງພາຍໃນ ແລະ ຕ່າງປະເທດ, ໂດຍສະເພາະໄດ້ມາຈາກການສຶກສາທົດລອງຕົວຈິງຢູ່ໃນບາງບ້ານເປົ້າໝາຍຂອງໂຄງການ.
ຄູ່ມືການວາງແຜນຄຸ້ມຄອງທີ່ດິນກະສິກຳແບບມີສ່ວນຮ່ວມຂັັ້ນບ້ານ
ປື້ມຄູ່ມືສະບັບນີ້ມີຈຸດປະສົງເພື່ອນຳາໃຊ້ເປັນເຄື່ອງມື ແລະ ບ່ອນອິງ ໃນການຈັດຕັ້ງປະຕິບັດ ວຽກງານການຄຸ້ມຄອງທີ່ດິນກະສິກຳແບບມີສ່ວນຮ່ວມ (PALM), ເຊິ່ງມັນເປັນວຽກໜຶ່ງ ຂອງຂະແໜງການກະສິກຳໃນວຽກງານການວາງແຜນການນໍາໃຊ້ທີ່ດິນຂັ້ນບ້ານເວົ້າລວມເວົ້າສະເພາະ. ຕາມພາລະບົດບາດ ແລະ ໜ້າທີ່ຂອງກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ, ກະຊວງກະສິກຳ ແລະ ປ່າໄມ້. ບັນດາຂະບວນການ ແລະ ຂັ້ນຕອນຕ່າງໆທີ່ໄດ້ກຳນົດໄວ້ໃນປື້ມຄູ່ມືເຫຼັ້ມນີ້ ຈະໄດ້ຖືກນໍາໄປເຜີຍແຜ່ ແລະ ນໍາໃຊ້ ໃນການວາງແຜນ ແລະ ຄຸ້ມຄອງທີ່ດິນກະສິກຳຈຳນວນ 4.5 ລ້ານເຮັກຕາ ໃນຂອບເຂດທົ່ວປະເທດ ເພື່ອຈຸດປະສົງການນໍາໃຊ້ທີ່ດິນກະສິກຳໃຫ້ມີຄວາມຍືນຍົງ ແລະ ສ້າງຜົນປະໂຫຍດສູງສຸດ ໃຫ້ກັບຊາວກະສິກອນ ໂດຍອິງຕາມສະພາບຕົວຈິງຂອງແຕ່ລະທ້ອງຖິ່ນ, ຄວາມ ຈຳກັດທາງດ້ານທຶນຮອນ ແລະ ຊັບພະຍາກອນມະນຸດ ຢູ່ພາຍໃນບ້ານ.
ການພັດທະນາການລ້ຽງປາໃນລາວໄລຍະ25ປີຜ່ານມາ
ສປປ ລາວ ເປັນ ປະເທດທີ່ບໍ່ມີທະເລແລະມີພູຫຼາຍ, ສິ່ງອ ຳນວຍຄວາມສະດວກແລະພື້ນຖານ ໂຄງລ່າງຍັງມີຈ ຳກັດ. ການສ ຳຫຼວດ ພົນລະເມືອງ ໃນ ປີ 1995 ເຊິ່ງມີ ປະຊາກອນປະມານ 4.5 ລ້ານຄົນ ໃນ ນີ້ 83% ແມ່ນດ ຳລົງຊີວິດຕາມເຂດຊົນນະບົດ. ຈ ຳນວນປະຊາກອນຈະເພີ່ມຂຶ້ນເປັນ 7.7 ລ້ານຄົນໃນປີ 2020 ( ອີງຕາມ ອັດຕາການເພີ່ມຂຶ້ນຂອງພົນລະເມືອງໃນໄລຍະທີ່ຜ່ານມາ 2.5 – 2.8%). ເນື້ອທີ່ການປູກ ຝັງໃນທົ່ວປະເທດມີພຽງແຕ່ 3% ຂອງເນື້ອທີ່ທັງຫມົດ. ການປະມົງໄດ້ມີບົດບາດອັນສ ຳຄັນໃນເສດຖະກິດແຫ່ງຊາດແລະກວມເອົາເຖິງ 13% ຂອງມູນຄ່າ ຜະລິດຕະພັນພາຍໃນທັງຫມົດ. ມີການຫາປາຈາກລ ຳນາໍ້ຂອງແລະສາຂາ, ທົ່ງພຽງເຂດນ ຳຖ້ວມ, ດິນບໍລິ ເວນນ ແລະທົ່ງນາ. ໃນແຫຼ່ງນທ ຳມະຊາດເຫຼົ່ານີ້ແມ່ນອຸດົມສົມບູນໄປດ້ວຍປາແລະສັດນາໍ້ນາໆຊະນິດ. ແຕ່ວ່າປະລິມານການຫາປາອາດຈະຫຼຸດລົງຍ້ອນມີການຫາປາຫຼາຍ, ການເພີ່ມຂຶ້ນຂອງປະຊາກອນ, ການ […]
ດຳລັດວ່າດ້ວຍອາຫານສັດ,ເລກທີ 02/ລບ
– ອີງຕາມ ກົດໝາຍວ່າດ້ວຍລັດຖະບານ ສະບັບເລກທີ 04/ສພຊ, ລົງວັນທີ 08 ພະຈິກ 2016; – ອີງຕາມ ກົດໝາຍວ່າດ້ວຍການລ້ຽງສັດ ແລະ ການສັດຕະວະແພດ ສະບັບເລກທີ 08/ສພຊ, ລົງວັນທີ 11 ພະຈິກ 2016; – ອີງຕາມ ໜັງສືສະເໜີ ຂອງກະຊວງກະສິກຳແລະ ປ່າໄມ້ ສະບັບເລກທີ 1346/ກປ, ລົງວັນທີ 25 ພະຈິກ 2019.
ດຳລັດ ວ່າດ້ວຍການຄວບຄຸມພະຍາດສັດລະບາດ
– ອີງຕາມກົດໝາຍ ວ່າດ້ວຍລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ສະບັບເລກທີ່ 02/ສພຊ, ລົງວັນທີ່ 06 ພຶດສະພາ 2003. – ອີງຕາມກົດໝາຍ ວ່າດ້ວຍກະສິກ ຳ ສະບັບເລກທີ່ 01/98 ສພຊ, ລົງວັນທີ່ 10/10/1998. – ອີງຕາມໜັງສືສະເໜີ ຂອງລັດຖະມົນຕີວ່າການກະຊວງກະສິກ ຳ ແລະ ປ່າໄມ້ ເລກທີ່ ລົງວັນທີ່
ຄວາມຊຳນານໃນການຜະລິດເຂົ້າ
ບັ້ງສີດຢາດ້ວຍມືແມ່ນອຸປະກອນທີ່ສໍາຄັນອັນນຶ່ງ ໃນການຜະລິດເຂົ້າ. ຕາມປົກກະຕິແລ້ວຢາຂ້າ ແມງໄມ້ຊະນິດຝຸ່ນ ແລະຊະນິດນໍ້າຈະມີລາຄາ ຖືກກ່ວາຊະນິດເມັດ. ເຖີງຢ່າງໃດກໍຕາມການ ນໍາໃຊ້ຢາເຫລົ່ານີ້ແມ່ນມີຄວາມຕ້ອງການກ່ຽວ ກັບອຸປະກອນການສີດຢາປາບສັດຕູເຂົ້າ ເພື່ອ ໃຫ້ໄດ້ຮັບຜົນດີ. ສະນັ້ນຊາວນາ ຄວນຈະຮູ້ວິ ທີ່ນໍາໃຊ້ ບັ້ງສີດຢາດ້ວຍມືຢ່າງຖືກຕ້ອງ.


