ປະຕິທິນປູກພືດຜັກທີ່ເໝາະສົມ
ຄູ່ມືແນະນຳຄວາມຮູ້ພື້ນຖານກ່ຽວກັບເຕັກນິກການປູກ ແລະ ການບົວລະບັດຮັກສາສວນຊາ
ຄູ່ມືແນະນໍາຄວາມຮູ້ພື້ນຖານ ກ່ຽວກັບ ເຕັກນິກການປູກ ແລະ ການບົວລະບັດຮັກສາສວນຊາສະບັບນີ້ ແມ່ນ ໄດ້ຖືກສ້າງຂຶ້ນໂດຍການຮ່ວມມືກັນລະຫວ່າງ 3 ຝ່າຍຄື: ພະແນກກະສິກຳ ແລະ ປ່າໄມ້ ແຂວງຜົ້ງສາລີ, ໂຮງຮຽນ ເຕັກນິກວິຊາຊີບແບບປະສົມ ແຂວງຜົ້ງສາລີ ແລະ ໂຄງການສ້າງຄວາມເຂັ້ມແຂງດ້ານບົດບາດຍິງ-ຊາຍ ໃຫ້ແກ່ຊຸມຊົນ ແລະ ການບົວລະບັດຮັກສາສວນຊາໃຫ້ແກ່ຊາວ ໂດຍມີຈຸດປະສົງເພື່ອນໍາໃຊ້ເຂົ້າໃນວຽກງານສົ່ງເສີມການປູກ ກະສິກອນຜູ້ທີ່ຖືເອົາການປູກຊາເປັນອາຊີບຢູ່ພາຍໃນແຂວງຜົ້ງສາລີ ເວົ້າລວມ ເວົ້າສະເພາະກໍ່ຄືຊາວກະສິກອນຢູ່ພາຍ ໃນບ້ານເປົ້າໝາຍຂອງໂຄງການ. ຄູ່ມືແນະນໍາສະບັບນີ້ແມ່ນໄດ້ສັງລວມຄັດຈ້ອນເອົາຄວາມຮູ້ພື້ນຖານ ກ່ຽວກັບ ເຕັກນິກວິທີການປູກ ແລະ ການບົວລະບັດຮັກສາສວນຊາຈາກບັນດາເອກະສານທາງດ້ານວິຊາການຕ່າງໆ, ບົດຮຽນຈາກການສຶກສາທົດລອງ ແລະ ປະຕິບັດຕົວຈິງຂອງຫຼາຍພາກສ່ວນ ໂດຍສະເພາະຈາກການຮ່ວມມືກັນ ລະຫວ່າງ ໂຮງຮຽນເຕັກວິຊາຊີບແບບປະສົມ ແຂວງຜົ້ງສາລີ, ພະແນກກະສິກຳ ແລະ ປ່າໄມ້ ແຂວງຜົ້ງສາລີ, ໂຄງການສ້າງຄວາມເຂັ້ມແຂງດ້ານບົດບາດຍິງ-ຊາຍ ໃຫ້ ແກ່ຊຸມຊົນ ແລະ ຫ້ອງການກະສິກຳນະຄອນພູເອີ້ ສປ ຈີນ.
ຄູ່ມືການກາ້ແກ່ນຊາ
ລະດູການທີ່ເໝາະສົມທີ່ສຸດໃນການເກັບແກ່ນຊາແມ່ນຢູ່ລະຫວ່າງ ທ້າຍເດືອນ ກັນຍາ ຫາ ຕົ້ນເດືອນ ພະຈິກ, ໄລຍະນີ້ແກ່ນຊາແມ່ນສຸກດີ ສັງເກດເບິ່ງໝາກຊາຕ້ອງເປັນໝາກທີ່ແກ່ດີ, ເຮົາແກະເອົາເປືອກນອກອອກແລ້ວ ຈະສັງເກດ ເຫັນແກ່ນຊາທີ່ຢູ່ທາງໃນເປັນສີນໍ້າຕານເຂັ້ມ ແມ່ນສາມາດເກັບມາກ້າແກ່ນໄດ້
ນາເມຍງາມ
ປື້ມຄູ່ມືສົ່ງເສີມເຕັກນິກການຄຸ້ມຄອງປ່າໜໍ່ຂົມທຳມະຊາດ
ປຶ້ມຄູ່ມືນີ້ແມ່ນເຈດຕະນາເຮັດໃຫ້ການນໍາໃຊ້ເຄື່ອງມືງ່າຍຂຶ້ນໃນການ ຈັດຕັ້ງປະຕິບັດ ແລະ ນໍາສະເໜີຈຸດປະສົງຂໍ້ມູນເບື້ອງຕົ້ນຂອງການນໍາໃຊ້ປຶ້ມຄູ່ມື ກ່ຽວກັບການປັບຕົວທາງດ້ານເຕັກນິກ ການຄຸ້ມຄອງໜໍ່ຂົມຢູ່ໃນບ້ານເປົ້າໝາຍ ໂຄງການ ກະສິກຳເພື່ອ ໂພຊະນາການ ເຂດພາກເໜືອຂອງປະເທດລາວ. ປຶ້ມຄູ່ມື້ດັ່ງກ່າວໄດ້ຖືກພັດທະນາ ແລະ ປັບປຸງໃຫ້ແທດເໝາະໃນ ການຈັດຕັ້ງປະຕິບັດຂອງ ໂຄງການ ກະສິກຳເພື່ອ ໂພຊະນາການ ໂດຍມີການ ຮ່ວມມືກັບນັກວິຊາການສະເພາະດ້ານ ແລະ ພະນັກງານປະສານຂອງໂຄງການ NAFRI/DTEAP ເພື່ອພັດທະນາມາເປັນເຄື່ອງມືໃຫ້ແກ່ພະນັກງານຂັ້ນແຂວງ. ເມືອງ ສາມາດຖ່າຍທອດໄປເຖິງຕາມຄວາມຕ້ອງການຂອງຊາວກະສິກອນໃນຟື້ນ ທີເປົ້າໝາຍໂຄງການ.
ປື້ມຄູ່ມືສົ່ງເສີມເຕັກນິກການປູກໝາກເຂືອ
ປື້ມຄູ່ມືນີ້ແມ່ນເຈດຕະນາເຮັດໃຫ້ການນໍາໃຊ້ເຄື່ອງມືງ່າຍຂຶ້ນໃນ ການຈັດຕັ້ງປະຕິບັດ ແລະ ສະເໜີ ຈຸດປະສົງຂໍ້ມູນເບື້ອງຕົ້ນຂອງການນໍາໃຊ້ ເຕັກນິກການປູກໝາກເຂືອເປັນສີ້ນຄ້າເພື່ອຊາວກະສິກອນສາມາດ ປັບປຸງການ ປູກຜັກກະທຽມໃຫ້ໄດ້ຫຼາຍຂື້ນໃຫ້ກາຍເປັນສີນຄ້າສົ່ງອອກຂາຍເພື່ອເປັນລາຍ ຮັບໃຫ້ແກ່ຊາວກະສິກອນເປັນການປັບປຸງຊິວິດການເປັນຢູ່ຂອງຊາວກະສິກອນ ໃຫ້ດີຂື້ນ ແລະ ສາມາດນໍາລາຍຮັບໄປຊື້ອາຫານມາບໍລິໂພກໃຫ້ໄດ້ຕາມຫຼັກ ໂພຊະນາການທາງດ້ານອາຫານໃຫ້ຫຼ ືຍຂື້ນ. ປື້ມຄູ່ມືດັ່ງກ່າວໄດ້ຖືກພັດທະນາໃນບາດກ້າວທຳອິດຂອງໂຄງການ ກະສິກຳເພື່ອໂພຊະນາການຮ່ວມມືກັບຊ່ຽວຊານສົມທົບກັບສະພາບການຜະລິດ ຂອງກະສິກອນຂັ້ນພື້ນຖານໃນແຕ່ລະທ້ອງຖີ່ນ ແລະ ປະສານງານພະນັກງານຂອງ ໂຄງການ IFAD/GAFSP ເພື່ອພັດທະນາມາເປັນເຄື່ອງມືໃຫ້ແກ່ພະນັກງານຂັ້ນ ແຂວງ,ເມືອງສາມາດຖ່າຍທອດໄປເຖີງຕາມຄວາມຕ້ອງການຂອງຊາວກະສິກອນ ໃນແຂວງເປົ້າໝາຍໂຄງການ.
ປື້ມຄູ່ມືສົ່ງເສີມເຕັກນິກການປູກຂ່າ
ປຶ້ມຄູ່ມືຈຸດປະສົງສ້າງເປັນເຄື່ອງມືທີ່ງາຍດາຍໃນການຈັດຕັ້ງປະຕິບັດ ແລະ ນໍາສະເໜີຈຸດປະສົງຂໍ້ມູນເບື້ອງຕົ້ນ ກ່ຽວກັບການປັບຕົວທາງດ້ານເຕັກນິກການ ປູກໝາກຂ່າຢູ່ໃນບ້ານເປົ້າໝາຍ ຂອງໂຄງການກະສິກຳເພື່ອ ໂພຊະນາການ ເຂດພາກເໜືອຂອງປະເທດລາວ. ປຶ້ມຄູ່ມືດັ່ງກ່າວໄດ້ຖືກພັດທະນາ ແລະ ປັບປຸງໃຫ້ແທດເໝາະໃນ ການຈັດຕັ້ງປະຕິບັດຂອງ ໂຄງການ ກະສິກຳເພື່ອ ໂພຊະນາການ ໂດຍມີການ ຮ່ວມມືກັບນັກວິຊາການສະເພາະດ້ານ ແລະ ພະນັກງານປະສານຂອງໂຄງການ NAFRI/DTEAP ເພື່ອພັດທະນາມາເປັນເຄື່ອງມືໃຫ້ແກ່ພະນັກງານຂັ້ນແຂວງ. ເມືອງ ສາມາດຖ່າຍທອດໄປເຖິງຕາມຄວາມຕ້ອງການຂອງຊາວກະສິກອນໃນພື້ນ ທີເປົ້າໝາຍໂຄງການ.
ປຶ້ມຄູ່ມືສົ່ງເສີມເຕັກນິກການປູກໝາກຖົ່ວຝັກຍາວ
ປຶ້ມຄູ່ມືນີ້ແມ່ນເຈດຕະນາເຮັດໃຫ້ການນໍາໃຊ້ເຄື່ອງມືງ່າຍຂຶ້ນໃການຈັດຕັ້ງ ປະຕິບັດ ແລະ ນໍາສະເໜີຈຸດປະສົງຂໍ້ມູນເບື້ອງຕົ້ນຂອງການນໍາໃຊ້ປື້ມຄູ່ມື ກ່ຽວ ກັບການປັບຕົວທາງດ້ານເຕັກນິກ ການປູກໝາກຖົ່ວຝັກຍາວ ຢູ່ໃນບ້ານເປົ້າ ໝາຍ ່ ໂຄງການ ກະສິກຳເພື່ອ ໂພຊະນາການ ເຂດພາກເໜືອຂອງປະເທດລາວ. ປຶ້ມຄູ່ມືດັ່ງກ່າວໄດ້ຖືກພັດທະນາ ແລະ ປັບປຸງໃຫ້ແທດເໝາະໃນ ການຈັດຕັ້ງປະຕິບັດຂອງ ໂຄງການ ກະສິກຳເພື່ອ ໂພຊະນາການ ໂດຍມີການ ຮ່ວມມືກັບນັກວິຊາການສະເພາະດ້ານ ແລະ ພະນັກງານປະສານຂອງໂຄງການ NAFRI/DAEC ເພື່ອພັດທະນາມາເປັນເຄື່ອງມືໃຫ້ແກ່ພະນັກງານຂັ້ນແຂວງ, ເມືອງ ສາມາດຖ່າຍທອດໄປເຖິງຕາມຄວາມຕ້ອງການຂອງຊາວກະສິກອນໃນພື້ນ ທີເປົ້າໝາຍໂຄງການ.
ປຶ້ມຄູ່ມືສົ່ງເສີມເຕັກນິກການປູກໝາກມອນ
ປຶ້ມຄູ່ມືນີ້ແມ່ນເຈດຕະນາເຮັດໃຫ້ການນໍາໃຊ້ເຄື່ອງມືງ່າຍຂຶ້ນໃການຈັດຕັ້ງ ປະຕິບັດ ແລະ ນໍາສະເໜີຈຸດປະສົງຂໍ້ມູນເບື້ອງຕົ້ນຂອງການນໍາໃຊ້ປື້ມຄູ່ມື ກ່ຽວ ກັບການປັບຕົວທາງດ້ານເຕັກນິກ ການປູກມ້ອນ ຢູ່ໃນບ້ານເປົ້າໝາຍ ໂຄງການ ກະສິກຳເພື່ອ ໂພຊະນາການ ເຂດພາກເໜືອຂອງປະເທດລາວ. ປຶ້ມຄູ່ມືດັ່ງກ່າວໄດ້ຖືກພັດທະນາ ແລະ ປັບປຸງໃຫ້ແທດເໝາະໃນ ການຈັດຕັ້ງປະຕິບັດຂອງ ໂຄງການ ກະສິກຳເພື່ອ ໂພຊະນາການ ໂດຍມີການ ຮ່ວມມືກັບນັກວິຊາການສະເພາະດ້ານ ແລະ ພະນັກງານປະສານຂອງໂຄງການ NAFRI/DAEC ເພື່ອພັດທະນາມາເປັນເຄື່ອງມືໃຫ້ແກ່ພະນັກງານຂັ້ນແຂວງ, ເມືອງ ສາມາດຖ່າຍທອດໄປເຖິງຕາມຄວາມຕ້ອງການຂອງຊາວກະສິກອນໃນພື້ນ ທີເປົ້າໝາຍໂຄງການ.
ປຶ້ມຄູ່ມືສົ່ງເສີມເຕັກນິກການປູກເຫັດ
ປື້ມຄູ່ມື້ສະບັບນີ້ແມ່ນໄດ້ພັດທະນາຂື້ນມາຕາມພາລະບົດບາດຂອງກົມ ສົ່ງເສີມເຕັກນິກ ແລະ ປຸງແຕ່ງກະສິກຳໄດ້ປະກອບສ່ວນເຂົ້າໃນທີມງານ ຂອງສະ ຖາບັນຄົ້ນຄ້ວາ ກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ. ຈຸດປະສົງເພື່ອແນ່ ໃສ່ ສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານວິຊາການຂັ້ນເມືອງ, ສູນບໍລິການ ເຕັກນິກກະສິກຳ, ກຸ່ມບ້ານ ແລະ ຊາວກະສິກອນດ້ານສົ່ງເສີມການປູກເຫັດ ເພື່ອ ເຮັດໃຫ້ໂຄງການໃຫ້ບັນລຸເປົ້າໝາຍທີ່ວາງໄວ້. ແລະ ປັບປຸງໃຫ້ແທດເໝາະໃນ ປຶ້ມຄູ່ມືດັ່ງກ່າວໄດ້ຖືກພັດທະນາ ການຈັດຕັ້ງປະຕິບັດຂອງ ໂຄງການ ກະສິກຳເພື່ອ ໂພຊະນາການ ໂດຍມີການ ຮ່ວມມືກັບນັກວິຊາການສະເພາະດ້ານ ແລະ ພະນັກງານປະສານຂອງໂຄງການ NAFRI/DAEC ເພື່ອພັດທະນາມາເປັນເຄື່ອງມືໃຫ້ແກ່ພະນັກງານຂັ້ນແຂວງ, ເມືອງ ສາມາດຖ່າຍທອດໄປເຖິງຕາມຄວາມຕ້ອງການຂອງຊາວກະສິກອນໃນຟື້ນ ທີເປົ້າໝາຍໂຄງການ.


