ຍຸດທະສາດຊີວະນາໆພັນກະສິກໍາຂອງແຂວງຊຽງຂວາງ
ການອານຸລັກຊີວະນາໆພັນກະສິກຳ ທາງດ້ານຈຳນວນ ແລະ ຄຸນນະພາບ
ຜະລິດຕະພັນເຄື່ອງປ່າຂອງດົງໃນ ສປປ ລາວ
ເຄື່ອງປາຂອງດົງ ມີບົດບາດສຳຄັນ ຕໍ່ຊີວິດການເປັນຢູ່, ວັດທະນາທຳ ແລະ ຮີດຄອງປະເພດນີ, ຂອງຄົນລາວ. ເຄື່ອງປ່າຂອງດົງເປັນແຫຼ່ງສະໜອງໂປຣຕີນ, ພະລັງງານ, ວັດສະດຸການປຸກສ້າງເຮືອນ, ເຄື່ອງຫັດທະກຳ ແລະ ເຄື່ອງໃຊ້ຕ່າງໆ, ຢາພື້ນເມືອງ ແລະ ລາຍຮັບ. ລາຍໄດ້ຈາກການຂາຍຜະລິດຕະພັນເຄື່ອງປ່າຂອງດົງເຫຼົ່ງນີ້ ອາດກວມເຖິ່ງ 1/3 ຂອງລາຍຮັບທັງໝົດ ຂອງບ້ານໃນທົ່ວປະເທດ ແລະ ໃນບ່ອນທີ່ມີປ່າອຸຸດົມສົມບູນ ອາດເກີນເຄິ່ງໜຶ່ງ. ການປະກອບສ່ວນຂອງເຄື່ອງປ່າຂອງດົງ ຕໍ່ເສດຖະກິດຄອບຄົວ ໃນເຂດຊົນນະບົດອາດມີມູນຄ່າເຖິ່ງ 325 ດອນລາສະຫະລັດຕໍ່ຄອບຄົວຕໍ່ປີ ໂດຍປະມານ.
ປື້ມຄູ່ມືສົ່ງເສີມເຕັກນິກການປູກເຫັດ
ເພື່ອຮັບປະກັນທາງດ້ານສະບຽງອາຫານ ແລະ ໂພຊະນາການໃນແກ່ຊາວກະສິກອນໃນເຂດບ້ານເປົ້າໝາຍຂອງໂຄງການກະສິກຳເພື່ອໂພຊະນາການ
ເອກະສານປະກອບການສອນ: ວິຊາການປູກເຫັດນາງລົມ, ນາງຟ້າ
ປະຈຸບັນເຮົາເຫັນວ່າເຫັດນາງລົມ-ນາງຟ້າມີຄວາມຕ້ອງການຂອງຕະຫຼາດເພີ່ມຂຶ້ນຫຼາຍ ຜູ້ບໍລິໂພກມີຄວາມນິຍົມມາເຮັດອາຫານຫຼາຍທີ່ຈຳເປັນຕໍ່ຮ່າງກາຍ ຊາວກະສິກອນຈິງນິຍົມໃນການປູກເຫັດນາງຟ້າເພື່ອໃຫ້ເປັນອາຊິບເສີມ
ຄູ່ມືພືດສວນ
ຂັ້ນຕອນພື້ນຖານງ່າຍໆທີ່ຄວນຮູ້ກ່ຽວກັບພືດເຊັ່ນວ່າ: ວິທີການປູກ, ບົວລະບັດຮັກສາ ແລະ ສະພາບແວດລ້ອມແບບໃດທີ່ພວກມັນສາມາດຈະເລີນເຕີບໂຕໄດ້ ເພາະວ່າໃນທຳມະຊາດທຸກຢ່າງແມ່ນເຊື່ອມໂຍງກັນໝົດ. ການເຮັດຝຸ່ນບົ່ມຊີວະພາບສາມາດເຮັດໄດ້ແບບງ່າຍດາຍ ໂດຍການນຳເອົາສິ່ງເສດເຫຼືອຈາກເຮືອນຄົວຂອງທ່ານ ຫຼື ວ່າຈະເປັນເສດພືດຈາກສວນກ່ໍໄດ້ມັນເປັນວິທີທີ່ງ່າຍ, ຖືກ ແລະ ຍັງເປັນວິທີແບບທຳມະຊາດ ໃນການໃຫ້ສານອາຫານແກ່ພືດ ແລະ ຍັງເຮັດໃຫ້ພືດແຂງແຮງດີອີກດ້ວຍ. ການປູກພືດແບບປະສົມປະສານກັນມັນອາດເຮັດໃຫ້ພວກມັນຈະເລີນເຕີບໂຕດີຂຶ້ນກວ່າເກົ່າ, ແມງໄມ້ບາງຊະນິດສາມາດເຮັດໃຫ້ພືດມີສຸຂະພາບແຂງແຮງ ແລະ ແນ່ນອນພືດສ່ວນໃຫຍ່ຕ້ອງການຜູ້ທີ່ມາປະສົມເກສອນໃຫ້ເຊັ່ນວ່າ: ແມງເຜິ້ງ, ແມງກະເບື້ອແລະ ອື່ນໆໃນການສືບພັນຂອງພວກມັນເປັນຕົ້ນ.
ວິທີການເຮັດ ແລະ ນຳໃຊ້ຝຸ່ນບົ່ມໃນນາເຂົ້າ
ຝຸ່ນນັບວ່າເປັນປັດໄຈສຳຄັນຢ່າງໜຶ່ງ ໃນບັນດາຫຼາຍປັດໄຈດິນໃນການເພີ່ມຜົນຜະລິດຂອງຊາວກະສິກອນ ເພາະວ່າພືດຈະໃຫ້ຜະລິດຕະພາບສູງກໍ່ຕໍ່ເມື່ອໄດ້ຮັບທາດອາຫານທີ່ພຽງພໍກັບຄວາມຕ້ອງການ ເພາະສະນັ້ນ ແມ່ນຈຳເປັນຕ້ອງໃສ່ຝຸ່ນເພີ່ມລົງໄປໃນດິນນາ ເຊັ່ນຝຸ້ນບົ່ມ
ການຈັດຕັ້ງປະຕິບັດສວນຫຍ້າອາຫານສັດດ້ວຍການປູກຫຍ້າທີ່ມີປະສິດທິພາບສູງ
ສະໜອງຫຍ້າອາຫານສັດໃຫ້ສັດໃຫຍ່ຂອງທ່ານໄດ້ກິນ ຈະຊ່ວຍປັບປຸງສຸຂຂະພາບຂອງສັດທີ່ດີ ແລະ ເຮັດໃຫ້ສັດໃຫຍ່ໄວ. ຖ້າທ່ານປ່ອຍສັດໄວ້ໃນສວນຫຍ້າ, ທ່ານບໍ່ຈຳເປັນຕ້ອງກັງວົນວ່າສັດຈະໄປທຳລາຍພືດຜົນຂອງຄົນອື່ນ. ສະດວກຕໍ່ການຕິດຕາມ ການຈະເລີນເຕິບໂຕຂອງສັດແຕ່ລະໄລຍະ, ດ້ານສຸຂະພາບ ແລະ ງ່າຍໃນການນຳສັດມາສິດວັກຊິນ ກັນພະຍາດ ຫຼື ປິ່ນປົວ. ຖ້າທ່ານມີການຈັດການສວນຫຍ້າຂອງທ່ານໄດ້ດີ, ທ່ານຈະມີຫຍ້າໄວ້ໃຫ້ສັດກິນຕະຫຼອດປີ ແລະ ກຸ້ມໄດ້ຫຼາຍປີ.
ສວນລຶກລັບຂອງນາງນ້ອຍ
ກິນອາຫານດີເພ່ືອການເຕີບໃຫຍ່ ແລະ ປູກອາຫານເອົາໄວເ້ ພ່ືອບໍລິໂພກຢ່າງພຽງພໍ
ຊ່ວຍເຫຼືອຊຸມຊົນໃຫ້ມີການດຳລົງຊີວິດທີ່ດີຂຶ້ນໃນໄລຍະຍາວ 2017-2021, ເລື່ອງເລົ່າກ່ຽວກັບ ຊຸມຊົນຂອງ ທ້າວວັນນາ
ຊ່ວຍເຫຼືອຊຸມຊົນໃຫ້ມີການດຳລົງຊີວິດທີ່ດີຂຶ້ນໃນໄລຍະຍາວ 2017-2021 ເລື່ອງເລົ່າກ່ຽວກັບ ຊຸມຊົນຂອງ ທ້າວວັນນາ
ພາບລວມການຈັດຕັ້ງປະຕິບັດ ແລະ ຜົນສໍາເລັດໂຄງການພັດທະນາລະບົບນິເວດຊີວະນານາພັນເຂດພູດອຍແຕ່ 2009-2020
ພາບລວມການຈັດຕັ້ງປະຕິບັດ ແລະ ຜົນສໍາເລັດໂຄງການພັດທະນາລະບົບນິເວດຊີວະນານາພັນເຂດພູດອຍແຕ່ 2009-2020


