ການປູມມອນ ລ້ຽງມ້ອນ

1.1 ມອນແກ້ວ ມອນແກ້ວ ເປັນມອນທີ່ເກີດຕາມທຳມະຊາດ, ໃບໃຫ່ຍປູກງ່າຍ, ທົນທານຕໍ່ສະພາບແວດລ້ອມໄດ້ດີ ເໝາະສົມກັບການລ້ຽງມ້ອນອາ ຍຸ 4 ແລະ ອາຍຸ 5. 1.2 ມອນນ້ອຍ. ມອນນ້ອຍ ເປັນມອນພື້ນບ້ານທີ່ເຄີຍໃຊ້ລ້ຽງມ້ອນ ຄູ່ກັບແມ່ຍິງ ລາວ ມາແຕ່ນານແສນນານ, ປູກງ່າຍທົນທານຕໍ່ພະຍາດ ແລະ ສະພາບແວດລ້ອມໄດ້ດີແຕ່ໃບນ້ອຍ. 1.3 ມອນຍອດກົ່າ. ມອນຍອດກໍາ ເປັນມອນພື້ນບ້ານອີກຊະນິດໜຶ່ງ ທີ່ນິຍົມກັນໃຊ້ປູກ ກໍ່ງ່າຍ, ທົນທານຕໍ່ສະພາບແວດລ້ອມໄດ້ດີ, ໃບກໍ່ໃຫ່ຍ, ໃບໜາ ກ່ວາໃບມອນນ້ອຍ. ນອກນີ້ຍັງມີມອນອີກຫລາຍຊະນິດທີ່ເກີດຢູ່ ຕາມທຳມະຊາດ ທີ່ເອີ້ນຊື່ແຕກຕ່າງກັນໄປຕາມແຕ່ລະທ້ອງຖິ່ນ.

ໄມ້ເກດສະໜາ

ປື້ມເຫລັ້ມນີ້ເປັນຜົນງານການຂຽນ ແລະ ໃຫ້ຂໍ້ ມູນຂອງຄູອາຈານແລະຊາວບ້ານ ປຸງປ່າຕາວ, ເມືອງຄໍາ ເກີດ, ແຂວງບໍລິຄໍາໄຊ ຊຶ່ງເປັນການຮີບໂຮມປະສົບການ ໃນການດໍາລົງຊີວິດແບບເພິ່ງຕົນເອງ, ກຸ້ມຕົນເອງໂດຍ ອາໄສທຳມະຊາດ, ສິ່ງແວດລ້ອມອ້ອມຕົວແບບດັ້ງເດີມ ຕັ້ງແຕ່ດົນນານຈົນເຖິງປະຈຸບັນນີ້. ປື້ມເຫລັ້ມນີ້ເປັນບ່ອນອີງໃຫ້ແກ່ຄູໃນການສຶກສາ ແນວຄວາມຄິດຮັກທຳມະຊາດ, ຮັກພູມປັນຍາກໍຄືວິຖີຊີ ວິດທ້ອງຖິ່ນໃຫ້ແກ່ເດັກເພື່ອສ້າງແນວຄິດຮັກທ້ອງຖິ່ນຂອງຕົນ.

ປູກໝາກມີ້

ປື້ມຄວາມຮູ້ພູມປັນຍາທ້ອງຖິ່ນເຫຼັ້ມນີ້ໄດ້ບັນຈຸເອົາເນື້ອໃນ, ຂັ້ນຕອນ ການປະຕິບັດຕ່າງໆລວມທັງຄຸນປະໂຫຍດຂອງການປູກກ້ວຍທ້ອງຖິ່ນ ບ້ານ. ນາປາ ເມືອງ ຄໍາ. ແຂວງຊຽງຂວາງໂດຍແມ່ນຄູເຝິກຊຸມຊົນເປັນຜູ້ ໃຫ້ຂໍ້ມູນ ແລະຂຽນດ້ວຍຕົນເອງໂດຍຜ່ານການຮັບຮອງແລະຮຽບຮຽງຈາກ ຫ້ອງການສຶກສາປະຈ ໍາເມືອງ. ພະແນກສຶກສາປະຈ ໍາແຂວງ,ສູນອົບຮົມຮ່ວມ ພັດທະນາ, ກົມພາລະ ແລະສິລະປະສຶກສາ (ກະຊວງສຶກສາທິການ). ປື້ມເຫຼັ້ມນີ້ຄະນະຈັດທຳມີຈຸດປະສົງແນະນໍາ ແລະຈັດທໍາຂຶ້ນເພື່ອ ເປັນຄູ່ມື ແລະເປັນບ່ອນອີງໃຫ້ແກ່ຄູອາຈານໃນການສິດສອນວິຊາພູມປັນ ຍາທ້ອງ ຖິ່ນ, ດັ່ງນັ້ນຄູຕ້ອງເລືອກຫົວຂໍ້ທີ່ເໝາະສົມກັບໄວອາຍຸຂອງເດັກໃນ ແຕ່ລະຂັ້ນ ຮຽນໂດຍອີງຕາມສະມັດຕະພາບຂອງບົດສອນເຊິ່ງໄດ້ລະບຸໄວ້ ໃນແຜນການ ສອນປະຈໍາປີ, ປະຈໍາເດືອນ ແລະ ປະຈຳອາທິດ, ເຖິງຢ່າງ ໃດກໍຕາມຄູຕ້ອງ ໄດ້ເອົາໃສ່ຕື່ມໃນການເອົາຄວາມຮູ້ທ້ອງຖິ່ນເຂົ້າມາສິດສອນ ເພື່ອເຮັດໃຫ້ເນື້ອ ໃນຂອງຂະບວນການຮຽນຮູ້ຂອງເດັກນ້ອຍມີຄວາມສົມບູນ ແລະມີຄວາມສອດ ຄ່ອງກັບຄວາມເປັນຈິງຫຼາຍຂຶ້ນ.

ການປູກກ້ວຍ

ວິທີປູກໝາກຫຸ່ງ

ປື້ມພູມປັນຍາທ້ອງຖິ່ນຫົວນີ້ ໄດ້ມາຈາກການຂຽນຂອງຊາວ ບ້ານແລະ ອາສາສະໝັກຊຶ່ງໄດ້ຮຽບຮຽງເບື້ອງຕົ້ນຈາກຄະນະອໍານວຍ ການສູນອົບຮົມຮ່ວມພັດທະນາແລະພະແນກສຶກສານະຄອນຄອນຫຼວງ ວຽງຈັນ. ປື້ມຫົວນ້ອຍຫົວນີ້ ໄດ້ບັນຈຸເອົາເນື້ອໃນທີ່ເວົ້າເຖິງຫົວຂໍໃດໜຶ່ງ ໂດຍມີຫຼາຍກິດຈະກຳທີ່ຈະເປັນການທົດລອງເອົາຄວາມຮູ້ທ້ອງຖິ່ນເຂົ້າ ນໍາພາ ແລະ ສິດສອນນັກຮຽນຊັ້ນປະຖົມໂດຍເອົາບົດທີ່ງ່າຍສອນຊັ້ນ ປໍ1 ບໍ່ 2 ແລະ ບົດທີ່ຍາກກໍສອນຊັ້ນໃຫຍ່ຂຶ້ນໄປ!.

ຂໍ້ແນະນຳເຕັກນິກການປູກໝາກມັງກອນ

ປຶ້ມຄູ່ມີດັ່ງກ່າວແມ່ນເຈດຕະນາເຮັດໃຫ້ການນໍາໃຊ້ງ່າຍຂຶ້ນໃນການຈັດຕັ້ງປະຕິບັດ ແລະ ນໍາສະເຫນີຈຸດປະສົງຂໍ້ມູນເບື້ອງຕົ້ນຂອງວິທີການສົ່ງເສີມກິສິກຳ. ປຶ້ມຄູ່ມີດັ່ງກ່າວໄດ້ຖືກ ພັດທະນາໃນບາດກ້າວທຳອິດຂອງໂຄງການ Leap ໂດຍການ ຮ່ວມມືກັບພະນັກງານຄູຝຶກ ຂອງກອງສົ່ງເສີມກະສິກຳ ແລະ ປ່າໄມ້ (ໂດຍແມ່ນ ພະນັກງານວິຊາການ CETDU) ຄວາມມຸ້ງຫມາຍແມ່ນເພື່ອພັດທະນາເປັນເຄື່ອງມືໃຫ້ພະນັກງານ ສົ່ງເສີມຂັ້ນເມືອງສາ ມາດຖ່າຍທອດໄປເຖິງຄວາມຕ້ອງການຂອງຊາວກະສິກອນ.

ເຕັກນິກການຂະຫຍາຍພັນໄມ້ໃຫ້ໝາກ

ການປູກອ້ອຍ

ປຶ້ມພູມປັນຍາທ້ອງຖິ່ນເຫຼັ້ມນີ້ ໄດ້ມາຈາກການຂຽນ ຂອງອາ ສາສະໝັກ ຊຶ່ງໄດ້ຮັບການຮຽບຮຽງເບື້ອງຕົ້ນຈາກຄະນະອໍານວນການ ສູນອົບຮົມຮ່ວມພັດທະນາ. ປຶ້ມເຫຼັ້ມນ້ອຍໆນີ້ໄດ້ບັນຈຸເອົາເນື້ອໃນທີ່ເວົ້າເຖິງຫົວຂໍ້ໃດໜຶ່ງ ໂດຍມີຫຼາຍກິດຈະກຳທີ່ຈະເປັນການທົດລອງ ເອົາຄວາມຮູ້ທ້ອງຖິ່ນ ເຂົ້ານໍາພາແລະສິດສອນນັກຮຽນຊັ້ນປະຖົມໂດຍເອົາບົດທີ່ງ່າຍສອນ ຊັ້ນ ປ. 1 ປໍ 2 ແລະ ບົດທີ່ຍາກກໍສອນຊັ້ນໃຫຍ່ຂຶ້ນໄປ.

ການປູກຂີງດຳແບບປະສົມປະສານກັບພືດກະສິກຳທີ່ເມືອງໂພນໄຊ, ແຂວງຫຼວງພະບາງ

ຂີງດຳ ນອນຢູ່ໃນວົງຕະກຸນ Zingiberaceae ຊື່ວິທະຍາສາດແມ່ນ Boesenbergia SPP ມີຖິ່ນກ ຳເນີດຢູ່ໃນ ເອເຊັຽ ເຂດຮ້ອນ ເຕີບໂຕໄດ້ໃນເຂດປ່າຂື້ນປຽກຊຸ່ມ, ດິນຜຸຜຸ່ຍ, ດິນປົນຊາຍເປັນພືດລົ້ມລຸກ ລຳຕົ້ນເປັນກາບກ້ານໃບໂອບ ຂຶ້ນສູງປະມານ 20-50 ຊັງຕີແມັດ. ຫົວເປັນສີມ່ວງດຳ, ມີກິ່ນທີ່ມີສານນຳໄປສະກັດເປັນຢາສະໝຸນໄພເຊັ່ນ: ຢາບຳລຸງຮ່າງກາຍ, ຢາດີທ້ອງຍິ່ງເປັນຕົ້ນ. ໃນປະຈຸບັນຂີງດຳນິຍົມກັນປູກຫຼາຍຢູ່ ແຂວງບໍລິຄຳໄຊ, ນະຄອນຫຼວງວຽງຈັນ, ເຂດເມືອງວັງວຽງ, ແຂວງວຽງຈັນ, ແຂວງໄຊຍະບູລີ, ແຂວງອຸດົມໄຊ ແລະ ແຂວງຫຼວງພະບາງ. ຂີງດຳຂະຫຍາຍພັນດ້ວຍຫົວ ໂດຍນຳເອົາຫົວຂີງມາອານາໄມແກະສ່ວນທີ່ເປັນຫົວເກົ່າອອກແລ້ວ ເອົາຫົວທີ່ໃໝ່ມາຕັດ ຂະໜາດເທົ່ານິ້ວມືຕາມບ່ອນທີ່ມີຕາແລ້ວນຳໄປປູກ ໃນຊ່ວງຕົ້ນລະດູຝົນ (ເດືອນ 4-5) ແລະ ເກັບກູ້ຫຼັງຈາກປູກໄດ້ 7 ເດືອນ (ເດືອນ 11-12) (ສະໝຸນໄພໃນຄົວ ຮສ. ດຣ ວັນດີ ກິດສະພັນ 2541, ພືດສະໝຸນໄພ ນິດສິຖີ ເຮືອງຣັງສີ 2534, ປູກສະໝູນໄພໃຊ້ເອງ ພະຍອມ […]

ຂ່່າ

ຂ່າເປັນພືດຜັກ ທີ່ມີຖິ່ນກຳເນີດໃນແຖບອາຊີຕາເວັນອອກສຽງໃຕ້ ເປັນພືດພື້ນເມືອງທີ່ສາມາດນຳມາໃຊ້ທຸກພາກສ່ວນ ເປັນພືດທີ່ມີອາຍຸຍາວທີ່ມີກິ່ນຫອມ ແລະ ລຳຕົ້ນທີ່ມີສີນ້ຳຕານປົນຂາວ ຢູ່ໃຕ້ດິນ.