ການຜະລິດກະສິກຳເຂດເນີນສູງດິນຄ້ອຍຊັນແບບຂັ້ນໄດ
ການເຮັດນາຂັ້ນໄດນັບວ່າເປັນວິທີການອະນຸລັກດິນແລະນທີ່ມີການປະຕິບັດກັນມາແຕ່ດົນນານແລ້ວນັບຕັ້ງແຕ່ສະໄໝເລີ່ມມີອະລິຍະທ ຳໃນຕາເວັນອອກກາງເຊັ່ນ:ການສ້າງຂັ້ນບັນໄດແບບ Bench terracesໃນປະເທດຣູເປຊື່ວ່າ: Incas ຫຼື Per-incas of peruມີອາຍຸກໍ່ສ້າງ4000ປີມາແລ້ວເຊິ່ງສ້າງຄັນດິນດ້ວຍກ້ອນຫີນ.ນອກຈາກນີ້ການສ້າງຂັ້ນໄດໃນປະເທດຊີເລຍ,ຟີລີນ,ສາທາລະນະລັດປະຊາຊົນຈີນ,ຍີ່ປຸ່ນມີອາຍຸຫຼາຍກ່ວາ2000ປີ ແລະ ໃນສ່ວນປະເທດອິນໂດເນເຊຍຂັ້ນບັນໄດທີ່ສ້າງຂຶ້ນກໍ່ມີອາຍຸຫຼາຍກ່ວາຮ້ອຍປີມາແລ້ວແລະຍັງຄົງໃຊ້ຈົນເຖິງທຸກວັນນີ້.ການສ້າງຂັ້ນບັນໄດທຸກວັນນີ້ຍັງຄົງນິຍົມເທິງພູເຂົາຫຼືພື້ນທີ່ທີ່ມີຄວາມຄ້ອຍຊັນໂດຍສ້າງຫຼືປັບສະພາບພື້ນທີ່ໃຫ້ມີລັກສະນະເປັນຂັ້ນຄ້າຍຄືບັນໄດຫຼືເອີ້ນວ່າ:ພະໜັງດິນຫີນ (Stonewall). ການເຮັດຂັ້ນບັນໄດໝາຍເຖິງການກໍ່ສ້າງຄັນດິນຫຼືຄັນຫີນ (Earthembank ment) . ໂດຍວາງຕົວຂວາງກັບຄວາມຄ້ອຍຊັນຂອງທິດທາງນໄຫຼຈຶ່ງເປັນການດັດແປງສະພາບພື້ນທີ່ເພື່ອໃຫ້ເກີດການພັງທະລາຍຂອງໜ້າດິນຫຼຸດລົງແລະເປັນການອະນຸລັກນອີກດ້ວຍ.ການເຮັດຂັ້ນບັນໄດຫຼຸດຜ່ອນການພັງທະລາຍຂອງດິນເພາະເປັນການຫຼຸດຄວາມຍາວຂອງຄວາມຄ້ອຍຊັນຂອງພື້ນທີ່(Slope length),ການເຮັດຂັ້ນບັນໄດຍັງຫຼຸດປະລິມານການໄຫຼບ່າຂອງນດທິງຜິວດິນເຮັດໃຫ້ນຊຶມລົງໃນດິນໄດ້ຫຼາຍຂຶ້ນ,ຫຼຸດຜ່ອນນນາໍ້ຖ້ວມແລະຍັງປ້ອງກັນການພັງທະລາຍທີ່ມັກເກີດເປັນຮ່ອງນຂະໜາດໃຫ່ຍ.
ການປູກຖົ່ວງອກ
ບັນຫາທີ່ພົບສ່ວນຫຼາຍແມ່ນໝາກຖົ່ວງອກເນົ່າສາເຫດຈາກຂີ້ຊາຍບໍ່ງາມເຊັ່ນວ່າ: ຊາຍແກມຕົມ, ມີຫິນປົນ, ຫຼື ຫົດນໍ້າໜ້ອຍເກີນໄປ, ໃນເປື່ອຍຍ້ອນນໍ້າຖ້ວມ, ໃນແລບນ້ອຍ, ບໍ່ງາມ (ຂຶ້ນກັບເມັດຖົ່ວ).
ໂຄງການປູກໄມ້ເກດສະໜາ ເມືອງ ວຽງທອງ ແຂວງ ບໍລິຄຳໄຊ
ໄມ້ເກດສະໜາ ເປັນໄມ້ທີ່ມີລາຄາແພງທີ່ສຸດໃນໂລກ ແລະ ເປັນທີ່ຕ້ອງການຂອງຫລາຍໆ ປະເທດໃນທົ່ວໂລກ. ຜ່ານການສຶກສາຄົ້ນຄ້ວາ ແລະ ຂຽນບົດລາຍງານກ່ຽວກັບໂຄງການປູກໄມ້ ເກດສະໜາ ຢູ່ເມືອງວຽງທອງ, ແຂວງ ບໍລິຄ ຳໄຊ ມີຈຸດປະສົງ ເພື່ອຢາກສຶກສາວິທີການປູກ. ພ້ອມ ດຽວກັນນັ້ນຍັງໄດ້ສຶກສາຜົນປະໂຫຍດຂອງການປູກໄມ້ເກດສະໜາ ແລະ ການດ ຳເນີນງານດ້ານ ເສດຖະກິດຂອງໄມ້ເກດສະໜາ.
ວິທີການປູກມອນລ້ຽງມ້ອນພື້ນເມືອງ
ປຶ້ມຄູມືຫົວນີ້ເປັນຫລັກສູດເພີ່ມເຕີມທົບທວນຄວາມຊົງຈໍາຂອງຜູ້ທີ່ເຄີຍປູກມອນລ້ຽງມ້ອນແບບພື້ນ ເມືອງມາກ່ອນ, ຟື້ນຟູສີໄມ້ລາຍມື ມູນເຊື້ອອັນດີງາມຂອງປະຊາຊົນລາວບັນດາເຜົ່າໃຫ້ຄວາມຮູ້ພື້ນຖານ ຕໍ່ກັບຜູ້ທີ່ສົນໃຈ ທີບໍ່ເຄີຍລ້ຽງມາກ່ອນ. ໃນປະຈຸບັນການລ້ຽງມ້ອນພື້ນເມືອງໃນປະເທດລາວແມ່ນຍັງເຫລືອໜ້ອຍເຕັມທີ່ຍ້ອນມືໄໝຕ່າງ ປະເທດ ເຂົ້າມາຈໍາໜ່າຍ ກົງກັນຂ້າມພວກທີ່ຊົມໃຊ້ໄໝຕ່າງປະເທດພັດສົນໃຈເລື່ອງໄໝລາວມາຕັ້ງແຕ່ ດົນນານແລ້ວ ເມື່ອເບິ່ງຕົວຈິງແລ້ວ ເຫັນວ່າປະເທດເຮົາຍັງເປັນເຂດພັດທະນາ ດັ່ງນັ້ນ ພວກເຮົາຄວນ ເອົາໃຈໃສ່ສົ່ງເສີມການປູກມອນລ້ຽງມ້ອນພື້ນເມືອງລາວໃນໝູ່ປະຊາຊົນໃຫ້ກວ້າງຂວາງກວ່າເກົ່າອີກ.
ເຕັກນິກການຂະຫຍາຍພັນດອກເຈ້ຍ
ຂ້າພະເຈົ້າ ນ. ວົງເດືອນ ວົງສາຄ ຳຜຸຍ ເຊິ່ງເປັນນັກຮຽນປີສຸດທ້າຍລຸ້ນທີ່ 16 ຂອງໂຮງຮຽນກະສິ ກ ຳແລະປ່າໄມ້ຊັ້ນກາງ ນ້ອງເອງແມ່ນໄດ້ຮຽນຮູ້ຫຼາຍຢ່າງຈາກສະຖາບັນແຫ່ງນີ້. ສະນັ້ນຈຶ່ງຖືໂອ ກາດນີ້ສະແດງຄວາມມຮູ້ບຸນຄູນຢ່າງຫຼິ້ນເຫຼືອ ແລະ ຂໍຂອບໃຈຢ່າງສູງມາຍັງພາກສ່ວນຕ່າງໆທີ່ກ່ຽວ ຄ້ອງໃນການຮຽນ ແລະ ລົງຝຶກຫັດທ້າຍປີຈົນສາມາດປະກອບເປັນບົດທີ່ສົມບູນໄດ້ມີລາຍລະອຽດ ດັ່ງລຸ່ມນີ້:
ບົດແນະນຳການລ້ຽງແລະຂະຫຍາຍພັນປາພອນ
ປາພອນແມ່ນປາພື້ນເມືອງຊະນິດໜຶ່ງທີ່ມີແຫຼ່ງກ ຳເນີດ ແລະ ພົບເຫັນຫຼາຍໃນແມ່ນໍ້າຂອງພາກໃຕ້ຂອງ ສປປ ລາວ, ບໍລິເວນ ເຂດທົ່ງນາໍ້ຖ້ວມ, ປະເທດກຳປູເຈຍ ແລະ ພາກໃຕ້ ສສ ຫວຽດນາມ. ປາພອນວາງໄຂ່ແມ່ນເຄີຍພົບເຫັນໃນແມ່ນຂອງບໍລິເວນ ເຂດບ້ານດອນແດງ, ເມືອງ ປະທຸມພອນ ແຂວງ ຈຳປາສັກພາຍ ຫລັງ ວາງໄຂ່ຕາມທ ຳມະຊາດແລ້ວໄຂ່ຈະໄຫຼໄປຕາມກະແສນ້ຳ ແລະ ເບາະອອກເປັນໂຕ, ປາພອນນ້ອຍທີ່ລອດຕາຍຈະລ່ອງ ລອຍໂຮມກັນຕາມ ແກ້ງເຂດປ່ານາໍ້ຖ້ວມເຖິງໃນເຂດພາກໃຕ້ຂອງ ສປປ ລາວ ແລະ ພາກເໜືອ ຂອງກ ຳປູເຈຍຕາມລ ຳແມ່ນໍ້າຂອງ ໃນຊ່ວງ ເດືອນ ມີນາ ເພື່ອຊອກຫາແຫຼ່ງອາຫານຕາມແມ່ນໍ້າຂອງ ແລະ ສາຂາຈົນຮອດ ລະຫວ່າງ ເດືອນ ກໍລະກົດ ຫາ ເດືອນສິງຫາປາພອນຈະໃຫ້ໄຂ່.
ບົດແນະນຳການລ້ຽງແລະຂະຫຍາຍພັນປາເພັ້ຍ
ປາເພັຍ Morulius chrysophekadeon ເປັນປາຊະນິດໜຶ່ງ ເຊິ່ງມີທົ່ວໄປໃນແຫຼ່ງນາໍ້ທ ຳມະຊາດເຊັ່ນ: ແມ່ນຂອງ ແລະ ສາຂາ, ຫ້ວຍຮ່ອງ, ອ່າງເກັບນາໍ້ຕ່າງໆ. ປາເຟັ້ຍເມື່ອມີອາຍຸ ເຖິງ 3 ປີ ສາມາດ ເປັນພໍ່ແມ່ພັນໄດ້ ແລະ ມີຄວາມຍາວເຖີງ 35 ຊັງຕີແມັດ ຈະມີນາໍ້ໜັກ ປະມານ 2,5-3 ກິໂລ ກຼາມ, ປາເບັ້ຍມັກກິນອາຫານຕາມພື້ນນາໍ້ ແລະ ກິນຜັກ ຕ່າງໆເຊັ່ນ : ຈ ຳ ພວກຜັກບົ້ງ, ໃບມັນຕົ້ນ. ຊີ້ນປາເບັ້ຍມີລົດຊາດແຊບເປັນທີ່ນິຍົມຂອງຄົນ ທົ່ວໄປ. ການຂະຫຍາຍແນວພັນປາເບັ້ຍຄັ້ງທ ຳອິດໃນ ສປປ ລາວ ແມ່ນ ໄດ້ເຮັດ ທີ່ ສະຖານີລ້ຽງປາ ມິດສ ຳພັນ, ແຂວງວຽງຈັນ, ສະຖານີນາຫຼວງ, ແຂວງຫຼວງພະບາງ ແລະ ສະຖານີລ້ຽງປານາໍ້ຫຸມນະຄອນຫຼວງວຽງຈັນ
ການປູກອ້ອຍ
ປຶ້ມພູມປັນຍາທ້ອງຖິ່ນເຫຼັ້ມນີ້ ໄດ້ມາຈາກການຂຽນ ຂອງອາ ສາສະໝັກ ຊຶ່ງໄດ້ຮັບການຮຽບຮຽງເບື້ອງຕົ້ນຈາກຄະນະອໍານວນການ ສູນອົບຮົມຮ່ວມພັດທະນາ. ປື້ມເຫຼັ້ມນ້ອຍໆນີ້ໄດ້ບັນຈຸເອົາເນື້ອໃນທີ່ເວົ້າເຖິງຫົວຂໍ້ໃດໜຶ່ງ ໂດຍມີຫຼາຍກິດຈະກຳທີ່ຈະເປັນການທົດລອງ ເອົາຄວາມຮູ້ທ້ອງຖິ່ນ ເຂົ້ານໍາພາແລະສິດສອນນັກຮຽນຊັ້ນປະຖົມໂຕ໊ຍເອົາບົດທີ່ງ່າຍສອນ ຊັ້ນ ປ. 1 ປໍ 2 ແລະ ບົດທີ່ຍາກກໍສອນຊັ້ນໃຫຍ່ຂຶ້ນໄປ.
ການປູກຢາພັງພອນ
ປຶ້ມພູມປັນຍາທ້ອງຖິ່ນເຫຼັ້ມນີ້ ໄດ້ມາຈາກການຂຽນ ຂອງອາ ສາສະໝັກ ຊຶ່ງໄດ້ຮັບການຮຽບຮຽງເບື້ອງຕົ້ນຈາກຄະນະອໍານວນການ ສູນອົບຮົມຮ່ວມພັດທະນາ. ປື້ມເຫຼັ້ມນ້ອຍໆນີ້ໄດ້ບັນຈຸເອົາເນື້ອໃນທີ່ເວົ້າເຖິງຫົວຂໍ້ໃດໜຶ່ງ ໂດຍມີຫຼາຍກິດຈະກຳທີ່ຈະເປັນການທົດລອງ ເອົາຄວາມຮູ້ທ້ອງຖິ່ນ ເຂົ້ານໍາພາແລະສິດສອນນັກຮຽນຊັ້ນປະຖົມໂຕ໊ຍເອົາບົດທີ່ງ່າຍສອນ ຊັ້ນ ປ. 1 ປໍ 2 ແລະ ບົດທີ່ຍາກກໍສອນຊັ້ນໃຫຍ່ຂຶ້ນໄປ.
ຂີ້ຫມິ້ນ
ປຶ້ມພູມປັນຍາທ້ອງຖິ່ນເຫຼັ້ມນີ້ ໄດ້ມາຈາກການຂຽນ ຂອງອາ ສາສະໝັກ ຊຶ່ງໄດ້ຮັບການຮຽບຮຽງເບື້ອງຕົ້ນຈາກຄະນະອໍານວນການ ສູນອົບຮົມຮ່ວມພັດທະນາ. ປື້ມເຫຼັ້ມນ້ອຍໆນີ້ໄດ້ບັນຈຸເອົາເນື້ອໃນທີ່ເວົ້າເຖິງຫົວຂໍ້ໃດໜຶ່ງ ໂດຍມີຫຼາຍກິດຈະກຳທີ່ຈະເປັນການທົດລອງ ເອົາຄວາມຮູ້ທ້ອງຖິ່ນ ເຂົ້ານໍາພາແລະສິດສອນນັກຮຽນຊັ້ນປະຖົມໂຕ໊ຍເອົາບົດທີ່ງ່າຍສອນ ຊັ້ນ ປ. 1 ປໍ 2 ແລະ ບົດທີ່ຍາກກໍສອນຊັ້ນໃຫຍ່ຂຶ້ນໄປ.


