ກົດໝາຍວ່າດ້ວຍສັດນ້ຳ ແລະ ການປະມົງ
ກົດໝາຍ ສະບັບນີ້ ກຳນົດຫຼັກການ, ລະບຽບການ ແລະ ມາດຕະການກ່ຽວກັບ ການຄຸ້ມຄອງ ແລະ ຕິດຕາມກວດກາ ວຽກງານສັດນໍ້າ ແລະ ການປະມົງ ເພື່ອເຮັດໃຫ້ວຽກງານດັ່ງກ່າວ ມີປະສິດທິພາບ ແລະ ປະສິດທິຜົນ ແນໃສ່ຮັບປະກັນການຄຸ້ມຄອງ, ການປົກປັກຮັກສາ, ການພັດທະນາ ແລະ ການນໍາໃຊ້ສັດນໍ້າ, ການປະມົງໃຫ້ມີຄຸນນະພາບ, ປອດໄພ, ຮັບປະກັນຄວາມໝັ້ນຄົງທາງດ້ານສະບຽງອາຫານ ແລະ ຜະລິດເປັນສິນຄ້າ ຕາມທິດສີຂຽວ ແລະ ຍືນຍົງ,ສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງຊາດ.
ກົດໝາຍ ວ່າດ້ວຍສັດປ່າ (ສະບັບປັບປຸ່ງ)
ກົດໝາຍສະບັບນີ້ ກໍານົດ ຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການ ຄຸ້ມຄອງ ແລະ ຕິດຕາມກວດກາ ວຽກງານສັດປ່າ ເພື່ອເຮັດໃຫ້ວຽກງານດັັ່ງກ່າວມີປະສິດທິພາບ, ປະສິດທິຜົນ ແນໃສ່ບໍໍ່ໃຫ້ມີຜົນກະທົບຕໍໍ່ ທໍາມະຊາດ, ຖິ່ນທີ່ຢູ່ອາໄສ, ຈໍາກັດການຫຼຼຸດລົງ ແລະ ການສູນພັນ ຂອງສັດປ່າ ພ້ອມທັງປຸກລະດົມທົ່ວປວງຊົນ ໃຫ້ເຫັນໄດ້ຄວາມສໍາຄັນ, ເຊີດຊູສະຕິຮັກ, ຫວງແຫນ, ຖະໜອມ ແລະ ເປັນເຈົ້າການເຂົ້າຮ່ວມໃນການຄຸ້ມຄອງ, ປົກປັກຮັກສາ, ພັດທະນາ ແລະ ນໍາໃຊ້ສັດປ່າ ແບບຍືນຍົງ, ປົກປັກຮັກສາສິ່ງແວດລ້ອມຕາມທິດສີຂຽວ ແລະ ຍືນຍົງ ຮັບປະກັນສິດ ແລະ ຜົນປະໂຫຍດຂອງຊາດ ແລະ ປະຊາຊົນ, ປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂື້ນ ສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງຊາດ.
ຄູ່ມືການວາງແຜນຄຸ້ມຄອງທີ່ດິນກະສິກຳແບບມີສ່ວນຮ່ວມຂັັ້ນບ້ານ
ປື້ມຄູ່ມືສະບັບນີ້ມີຈຸດປະສົງເພື່ອນຳາໃຊ້ເປັນເຄື່ອງມື ແລະ ບ່ອນອິງ ໃນການຈັດຕັ້ງປະຕິບັດ ວຽກງານການຄຸ້ມຄອງທີ່ດິນກະສິກຳແບບມີສ່ວນຮ່ວມ (PALM), ເຊິ່ງມັນເປັນວຽກໜຶ່ງ ຂອງຂະແໜງການກະສິກຳໃນວຽກງານການວາງແຜນການນໍາໃຊ້ທີ່ດິນຂັ້ນບ້ານເວົ້າລວມເວົ້າສະເພາະ. ຕາມພາລະບົດບາດ ແລະ ໜ້າທີ່ຂອງກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ, ກະຊວງກະສິກຳ ແລະ ປ່າໄມ້. ບັນດາຂະບວນການ ແລະ ຂັ້ນຕອນຕ່າງໆທີ່ໄດ້ກຳນົດໄວ້ໃນປື້ມຄູ່ມືເຫຼັ້ມນີ້ ຈະໄດ້ຖືກນໍາໄປເຜີຍແຜ່ ແລະ ນໍາໃຊ້ ໃນການວາງແຜນ ແລະ ຄຸ້ມຄອງທີ່ດິນກະສິກຳຈຳນວນ 4.5 ລ້ານເຮັກຕາ ໃນຂອບເຂດທົ່ວປະເທດ ເພື່ອຈຸດປະສົງການນໍາໃຊ້ທີ່ດິນກະສິກຳໃຫ້ມີຄວາມຍືນຍົງ ແລະ ສ້າງຜົນປະໂຫຍດສູງສຸດ ໃຫ້ກັບຊາວກະສິກອນ ໂດຍອິງຕາມສະພາບຕົວຈິງຂອງແຕ່ລະທ້ອງຖິ່ນ, ຄວາມ ຈຳກັດທາງດ້ານທຶນຮອນ ແລະ ຊັບພະຍາກອນມະນຸດ ຢູ່ພາຍໃນບ້ານ.
ດຳລັດວ່າດ້ວຍຢາສັດຕະວະແພດ, ເລກທີ 199/ລບ
– ອີງຕາມ ກົດໝາຍວ່າດ້ວຍລັດຖະບານ ສະບັບເລກທີ 04/ສພຊ,ລົງວັນທີ 08 ພະຈິກ 2016; – ອີງຕາມ ກົດໝາຍວ່າດ້ວຍການລ້ຽງສັດ ແລະ ການສັດຕະວະແພດ ສະບັບເລກທີ 08/ສພຊ, ລົງວັນທີ 11 ພະຈິກ 2016; – ອີງຕາມ ໜັງສືສະເໜີ ຂອງກະຊວງກະສິກຳ ແລະ ປ່າໄມ້ ສະບັບເລກທີ 0051/ກປ, ລົງວັນທີ 24 ມັງກອນ 2020.
ຄູ່ມືແນະນໍາ ການປັບປຸງລະບົບລ້ຽງງົວພືື້ນເມືອງ ເພືື່ອຜະລິດເປັນສີນຄ້າ ຢູ່ເມືອງປາກຊ່ອງ
ຄູ່ມືນີື້ ໄດ້ພັດທະນາຂືື້ນມາໂດຍການຮ່ວມມືຂອງ ທີມງານ ອົງການຮ່ວມມືສາກົນ ປະທດຍີື່ປຸູ່ນ ໄຈກາ JICA ສໍາລັບໂຄງການສ້າງຄວາມເຂັ້ມແຂງໃຫ້ຕ່ອງໂສ້ມູນຄ່າອາຫານໃນ ສປປ ລາວ. ໃນຄະນະດຽວກັນ, ຄະນະທີມງານວິຊາການ ຍັງໄດ້ເຮັດວຽກຮ່ວມກັບອົງກອນພາກລັດທີມີບົດບາດສໍາຄັນ ຄື: ກົມສົົ່ງເສີມກະສິກໍາ ແລະ ສະຫະກອນ, ພະແນກກະສິກໍາ ແລະ ປ່າໄມ້ ແຂວງຈໍາປາສັກ, ຫ້ອງການກະສິກໍາ ປ່າໄມ້ ເມືອງປາກຊ່ອງ, ກົມລ້ຽງສັດ ການປະມົງ ແລະ ຄະນະອານຈານທີມີປະສົບການສູງຈາກມະຫາວິທະຍາໄລແຫ່ງຊາດ.
ກຸ່ມຊາວກະສິກອນປູກຜັກປອດສານພິດ
ຈຸດປະສົງ – ເພື່ອເຕົ້າໂຮມເປັນກຸ່ມ ແລະ ເປີ – ຂອງບ້ານ ແລະ ສົ່ງເສີມຄວາມສົນໃຈຂອງຊາວກະສິກອນ . – ເພື່ອລວບລວມເອົາຜົນຜະລິດຂອງສະມາຊິກພາຍໃນກຸ່ມສະໜອງຕາມຄວາມຕ້ອງການຂອງຜູ້ຊື້ – ເພື່ອໃຫ້ການບໍລິການແກ່ສະມາຊິກພາຍໃນກຸ່ມ: ໃຫ້ຄຳປຶກສາດ້ານເຕັກນິກວິຊາການ, ຈັດຊື້ປັດໄຈການຜະລິດ, ການເຂົ້າເຖິງຕະຫຼາດ.
ເຕັກນິກການເຮັດນາ
ສະຖາບັນຄົ້ນຄວ້າກະສິກຳ ແລະ ປ່າໄມ້ແຫ່ງຊາດ ແລະ ສະຖາບັນຄົ້ນຄວ້າເຂົ້າສາກົນ ໄດ້ຮ່ວມກັນ ສຶກສາຄົ້ນຄວ້າພັດທະນາແນວພັນເຂົ້າ ແລະເຕັກນິກ ການຜະລິດເຂົ້າສໍາລັບນານາຝົນ ແລະນາຊົນລະປະ ທານ. ນໍາໃຊ້ເຕັກນິກວິຊາການ ແລະ ແນວພັນເຂົ້າ ປັບປຸງຮ່ວມກັນສາມາດຍົກສະມັດຕະພາບການ ຜະລິດໃນນາປີ ແລະ ນາແຊງໄດ້ເຖິງ 40-50% ແລະ ຍັງສາມາດເພີ່ມຄຸນນະພາບຂອງເຂົ້າ ແລະ ຄວາມອຸດົມສົມບູນຂອງດິນ
ຄຸ່ມືການນຳໃຊ້ ແນວພັນຖົ່ວເຫຼືອງນາພອກ 1
ແນວພັນຖົ່ວເຫຼືອງ ນາພອກ 1 (Naphok 1) ແມ່ນໄດ້ຈາກການປະສົມ ພັນຂອງ ຖົ່ວເຫຼືອງພັນ DT12 (ປະເທດຫວຽດນາມ) ແລະ SJ5 ຫຼື ສຈ 5 (ປະເທດໄທ) ໃນປີ 2007 ແລະ ສືບຕໍ່ຄັດເລືອກ ຈົນໃຫ້ມີຄວາມຄົງ ຕົວ ໃນລຸ້ນ F10 ຈາກທັງໝົດ 10 ສາຍພັນ ໄດ້ທົດສອບໃນພື້ນທີ່ຂອງ ຊາວກະສິກອນ ເຊັ່ນ: ເມືອງບາຈຽງຈະເລີນສຸກ ແຂວງຈໍາປາສັກ, ເມືອງ ຊຽງເງິນ ແຂວງຫຼວງພະບາງ, ເມືອງຮຸ່ນ ແຂວງອຸດົມໄຊ ເຫັນວ່າ ມີ 1 ສາຍ ພັນ ຄື ສາຍພັນ ARC2007-P3-13-1 (ນາພອກ 1) ໄດ້ໃຫ້ຜົນຜະລິດ ດີທີ່ສຸດ, ປັບຕົວໄດ້ດີ ໃນຫລາຍສະພາບແວດລ້ອມ ແລະ ຫລາຍສະພາບດິນ.
ຄູ່ມືແນະນຳ ແລະ ການນຳໃຊ້ແນວພັນເຂົ້າໜອງລົມ 1
ແນວພັນຫນອງລົມ 1 (NL1) ຫຼື TDK10394-B-B-54-(42)-SKX-B- B-NL-B-B ແມ່ນປະສົມພັນຈາກສູນຄົ້ນຄວ້າເຂົ້າ ນາພອກ ລະດູແລ້ງ 2007-2008 ໂດຍປະສົມລະຫວ່າງ ແນວພັນ B6144F-MR-6-0-0 ກັບ ແນວພັນ TDK 7. ໃຊ້ຮູບແບບປະສົມພັນແບບດ່ຽວ ໃນລະດູແລ້ງ 2007- 2008, ປູກຄັດເລືອກທີ່ສູນແບບສຶບປະຫວັດ ຮອດ ຊົ່ວທີ 4 ແລ້ວສົ່ງໄປໃຫ້ ໂຮງຮຽນຊາວນາບ້ານ ສາມັກຄີ ເມືອງສາມັກຄີໄຊ ແຂວງອັດຕະປືຄັດເລືອກຕໍ່ ໃນຊົ່ວທີ 5 ແລະ 6 ໃນລະດູ 2015-2016 ແມ່ນ ທ່ານ ບຸນຖັນ ປູກຄັດ ເລືອກ ເຫັນວ່າສາຍພັນເລີ້ມຄົງຕົວ ປັບຕົວໄດ້ດີໃນສະພາບແວດລ້ອມເຂດນີ້, ແລ້ວເງື່ອນໄຂນໍ້າບໍ່ສະດວກ ຈື່ງໄດ້ເອົາມາສືບຕໍ່ຄັດເລືອກຢູ່ ສູນຄົ້ນຄວ້າກະສິ ກຳ ຫນອງລົມໃນປີ 2017-2020, ໃນລະດູຝົນ 2020 ໄດ້ທົດສອບການກິນ ເຫັນວ່າແຊບ ອ່ອນນຸ້ມ ພ້ອມກັບໃຫ້ຜົນຜະລິດດີ. […]
ຄູ່ມືແນະນຳ ແລະ ການນຳໃຊ້ແນວພັນເຂົ້າເມືອງໄຊ 1
ແນວພັນເມືອງໄຊ 1 ຫລື ສາຍພັນ TDK 10493-B-B-5-2-1 ແມ່ນໄດ້ຈາກ ການປັບປຸງພັນດ້ວຍການປະສົມພັນລະຫວ່າງ ແນວພັນ ທ່າດອກຄໍາ 11 ກັບ Til 4 (IR84639-7-97-6-6-2-2-4-2-2-2-B (Introgression line, yield- promising at IRRI)) ໃຊ້ຮູບແບບການປະສົມພັນແບບດ່ຽວເຊິ່ງແມ່ນປະສົມຢູ່ ສຸນຜະລິດແນວພັນເຂົ້າ, ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນະ ບົດ, ຈາກນັ້ນໄດ້ນໍາເອົາໄປທົດລອງຢູ່ໂຮງຮຽນຊາວນາກຸ່ມບ້ານ ລ້ອງຢາ, ເມືອງໄຊ, ແຂວງອຸດົມໄຊ ລະດູຝົນໃນປີ 2019,ໄດ້ນຳເອົາສາຍພັນດັ່ງກ່າວ ໄປຄັດເລືອກໃນ ພື້ນທີ່ນາຂອງຊາວກະສິກອນ,ບ້ານບໍ່,ບ້ານດອນແກ້ວ,ບ້ານນາໝີ, ເມືອງໄຊ ແລະ ຍັງໄດ້ແລກປ່ຽນກັບຊາວນາຈາກຕ່າງແຂວງ ໃນງານແລກປ່ຽນແນວພັນຢູ່ສູນຄົ້ນຄ້ ວາເຂົ້າ ປີ2019,. ໃນປີ 2021 ໄດ້ປູກຂະຫຍາຍເມັດ ແລະ ເອົາໄປປູກປຽບທຽບ ຜົນຜະລິດ ຢູ່ 18 ບ້ານ ໃນ 6 ແຂວງ (ອຸດົມໄຊ, […]


