ເຕັກນິກການລ້ຽງງົວລະດູແລ້ງ

ການລ້ຽງງົວ, ຄວາຍ ແລະ ແບ້ ຂອງປະຊາຊົນລາວ ສ່ວນໃຫຍ່ຍັງລ້ຽງແບບອາໄສທຳມະຊາດຢູ່ ໂດຍອາໃສຫຍ້າ ຫຼື ພືດອາຫານສັດທີ່ມີຕາມທຳມະຊາດ ແລະ ຕາມລະດູການ, ເຊິ່ງຫຍ້າຕາມທຳມະຊາດສ່ວນໃຫຍ່ແລ້ວສະໜອງສານອາຫານຍັງບໍ່ພຽງພໍຕໍ່ຄວາມຕ້ອງການຂອງສັດໃນແຕ່ລະວັນ ໂດຍສະເພາະໃນຊ່ວງລະດູແລ້ງສັດຈະຂາດສານອາຫານເນື່ອງຈາກ ປະລິນມານອາຫານຕາມທຳ ມະຊາດ ມີປະລິມານໜ້ອຍ ລວມທັງຂາດແຂນສານອາຫານເຊັ່ນ: ທາດຊີ້ນ, ພະລັງງານ ແລະ ແຮ່ທາດຕ່າງໆ ສົ່ງຜົນໃຫ້ ສັດລ້ຽງຂອງຊາວກະສິກອນຈ່ອຍຜອມ, ປະສົມພັນຕິດຍາກ ທັງເຮັດໃຫ້ສຸຂະພາບອ່ອນເພຍ ເກີດພະຍາດບຽດບຽນໄດ້ງ່າຍ.

ປຶ້ມຄູ່ມືສົ່ງເສີມເຕັກນິກການຜະລິິດລູກແບ້

ປຶ້ມຄູ່ມືແນະນໍາເຕັກນິກການຜະລິດລູກແບ້ ສໍາລັບຊາວກະສິກອນ ໄດ້ ຖືກພັດທະນາຂຶ້ນ ໃຫ້ມີລັກສະນະງ່າຍດາຍ ສາມາດເຂົ້າໃຈງ່າຍ ແລະນໍາໄປປະ ຕິ ບັດໄດ້ງ່າຍ ໃນທ້ອງຖິ່ນຕົນ ເພາະຜູ້ຂຽນໄດ້ເນັ້ນເຖີງການນໍາໃຊ້ອຸປະກອນ ວັດ ຖຸດິບອາຫານສັດ ແລະແນວພັນທີ່ມີໃນທ້ອງຖີ່ນ. ເຕັກນິກການລ້ຽງແບ້ນ້ອຍ ແມ່ນວິທີກນການລ້ຽງແບ້ນ້ອຍແຕ່ເລີ້ມເກີດໃໝ່ຈົນຮອດຢ່ານົມ ແລະວິທີການ ລ້ຽງແບ້ນ້ອຍພາຍຫຼັງທີ່ໄດ້ອອກນົມແລ້ວ ເພື່ອເຮັດໃຫ້ມີອັດການຕາຍຂອງແບ້ ນ້ອຍຕໍ່າສຸດ, ເປັນຂອດປັດໃຈອັນສໍາຄັນໃນການລ້ຽງແບ້ ຮັບປະກັນເຖີງໝາກ ຜົນ ແລະຄວາມສໍາເລັດໃນການລ້ຽງແບ້ ກໍ່ຄືຮັບປະກັນທາງດ້ານສະບຽງ ແລະ ຜະລິດເປັນສິນຄ້າ. ປຶ້ມຄູ່ມືດັ່ງກ່າວໄດ້ຖືກພັດທະນາ ແລະ ປັບປຸງໃຫ້ແທດເໝາະໃນ ການຈັດຕັ້ງປະຕິບັດຂອງ ໂຄງການ ກະສິກຳເພື່ອ ໂພຊະນາການ ໂດຍມີການ ຮ່ວມມືກັບນັກວິຊາການສະເພາະດ້ານ ແລະ ພະນັກງານປະສານຂອງໂຄງການ NAFRI/DAEC ເພື່ອພັດທະນາມາເປັນເຄື່ອງມືໃຫ້ແກ່ພະນັກງານຂັ້ນແຂວງ, ເມືອງ ສາມາດຖ່າຍທອດໄປເຖິງຕາມຄວາມຕ້ອງການຂອງຊາວກະສິກອນໃນຟື້ນ ທີເປົ້າໝາຍໂຄງການ.

ການລ້ຽງໝູລາດແບບຂັງສຳລັບຄອບຄົວຊາວກະສິກອນ

ປຶ້ມຄູ່ມືນີ້ແມ່ນເຈດຕະນາເຮັດໃຫ້ການນໍາໃຊ້ເຄື່ອງມືງ່າຍຂຶ້ນໃການຈັດຕັ້ງ ປະຕິບັດ ແລະ ນໍາສະເໜີຈຸດປະສົງຂໍ້ມູນເບື້ອງຕົ້ນຂອງການນໍາໃຊ້ປື້ມຄູ່ມື ກ່ຽວ ກັບການປັບຕົວທາງດ້ານເຕັກນິກ ການລ້ຽງໝູລາດແບບຂັງຢູ່ໃນບ້ານເປົ້າໝາຍ ໂຄງການ ກະສິກຳເພື່ອ ໂພຊະນາການ ເຂດພາກເໜືອຂອງປະເທດລາວ. ປຶ້ມຄູ່ມືດັ່ງກ່າວໄດ້ຖືກພັດທະນາ ແລະ ປັບປຸງໃຫ້ແທດເໝາະໃນ ການຈັດຕັ້ງປະຕິບັດຂອງ ໂຄງການ ກະສິກຳເພື່ອ ໂພຊະນາການ ໂດຍມີການ ຮ່ວມມືກັບນັກວິຊາການສະເພາະດ້ານ ແລະ ພະນັກງານປະສານຂອງໂຄງການ NAFRI/DAEC 1ມື່ອພັດທະນາມາເປັນເຄື່ອງມືໃຫ້ແກ່ພະນັກງານຂັ້ນແຂວງ, ເມືອງ ສາມາດຖ່າຍທອດໄປເຖິງຕາມຄວາມຕ້ອງການຂອງຊາວກະສິກອນໃນພື້ນ ທີເປົ້າໝາຍໂຄງການ.

ປຶ້ມຄູ່ມືສົ່ງເສີມເຕັກນິກການລ້ຽງໝູຂຸມ

ປຶ້ມຄູ່ມືແນະນໍາເຕັກນິກການລ້ຽງໝູຂຸມ ສໍາລັບຊາວກະສິກອນ ໄດ້ຖືກ ພັດທະນາຂຶ້ນ ໃຫ້ມີລັກສະນະງ່າຍດາຍ ສາມາດເຂົ້າໃຈງ່າຍ ແລະ ນໍາໄປປະ ຕິບັດ ໄດ້ງ່າຍ ໃນທ້ອງຖິ່ນຕົນ ເພາະຜູ້ຂຽນໄດ້ເນັ້ນເຖີງການນໍາໃຊ້ອຸປະກອນ ວັດ ຖ ດິບອາຫານສັດ ແລະ ແນວພັນທີ່ມີໃນທ້ອງຖິ່ນ. ເຕັກນິກການການລ້ຽງໝູຂຸມ ເພື່ອບປະກັນທາງດ້ານສະບຽງ ແລະ ຜະລິດເປັນສິນຄ້າ. ປື້ມຄູ່ມືດັ່ງກ່າວໄດ້ຖືກພັດທະນາ ແລະ ປັບປຸງໃຫ້ແທດເໝາະໃນ ການຈັດຕັ້ງປະຕິບັດຂອງ ໂຄງການ ກະສິກຳເພື່ອ ໂພຊະນາການ ໂດຍມີການ ຮ່ວມມືກັບນັກວິຊາການສະເພາະດ້ານ ແລະ ພະນັກງານປະສານຂອງໂຄງການ NAFRI/DAEC ເພື່ອພັດທະນາມາເປັນເຄື່ອງມືໃຫ້ແກ່ພະນັກງານຂັ້ນແຂວງ, ເມືອງ ສາມາດຖ່າຍທອດໄປເຖິງຕາມຄວາມຕ້ອງການຂອງຊາວກະສິກອນໃນຟື້ນ ທີເປົ້າໝາຍໂຄງການ.

ການລ້ຽງຈີ້ງຫຼີດຢູ່ປະເທດລາວ

ຈຸດປະສົງ: ພັດທະນາວິທີການອາຫານໃນລາຄາຜ່ອນ ໂດຍການລ້ຽງຈີ້ງຫຼີດຊຶ່ງບໍລິໂພກໄດ້ ອັນເໝາະສົມ ກັບຊາວບ້ານທີ່ມີລາຍໄດ້ຕ່ຳໂດຍບໍ່ຕ້ອງອາໃສໄກ່ເປັນແຫຼ່ງອາຫານ. ວິທີການດັ່ງກ່າວນີ້ກໍເພື່ອແນໃສ່ ຄວາມໝັ້ນຄົງ ຂອງເຄື່ອງບໍລິໂພກ ດ້ວຍການປັບປຸງຄຸນນະພາບ ຂອງໂພຊະນາອາຫານ ແລະວິທີດັ່ງ ກ່າວນີ້ກໍຍັງຢູ່ໃນຂອບເຂດຂອງການອະນຸລັກສິ່ງແວດລ້ອມ, ລະບົບນິເວດ ແລະຊີວະນາໆພັນອີກດ້ວຍ.

ພະຍາດອະຫິວາໝູອາຟຣິກາ (ASF)

ຢ່າປ່ອຍໃຫ້ໝູຂອງທ່ານຕາຍຍ້ອນພະຍາດອະຫິວາໝູອາຟຣິກາ (ASF) ໃຫ້ປະຕິບັດຕາມມາດຕະການທີ່ເປັນພື້ນຖານຄວາມປອດໄພທາງຊີວະພາບເພື່ອ ໃຫ້ຟາມຂອງທ່ານປາດສະຈາກພະຍາດອະຫິວາໝູອາຟຣິກາ (ASF)

ການລ້ຽງຫມູຢູ່ບ້ານຄອນຄໍາ

ບ້ານ ຄອນຄໍາ ເປັນບ້ານໜຶ່ງທີ່ຂຶ້ນກັບເມືອງປາກອູ ແຂວງຫຼວງພະບາງ, ຊຶ່ງໄດ້ສ້າງຕັ້ງເປັນ ບ້ານມາແຕ່ປີ 1975 ຈົນຮອດ ປັດຈຸບັນ ທີ່ຢູ່ລຽບຕາມແຄມແມ່ນໍ້າອູ ແລະ ແຄມເສັ້ນທາງ ຫຼວງເລກທີ 13 ເໜືອ, ທິດເໜືອຕິດກັບບ້ານຫວ້ຍໂລ ທິດໃຕ້ຕິດກັບບ້ານຜາທຶງ ທິດຕາເວັນ ອອກຕິດກັບບ້ານຫວ້ຍໂອດ ແລະ ທິດຕາເວັນຕົກຕິດກັບພູຊາ ມີຄອບຄົວທັງໝົດ 107 ຄອບຄົວ, ມີພົນລະເມືອງ 538 ຄົນ, ຍິງ 277 ຄົນ, ປະກອບມີ 1 ເຜົ່າຄື: ຊົນເຜົ່າລື້ ປະຊາຊົນ ສ່ວນໃຫຍ່ມີອາຊີບ ເຮັດການກະສິກຳ ເປັນຕົ້ນແມ່ນ ເຮັດນາ, ເຮັດສວນ, ລ້ຽງສັດ, ຫາປາ ແລະ ຄ້າຂາຍ.

ການລ້ຽງໄກ່ບ້ານຫາດຄໍ້

ບ້ານຫາດຄໍ້ເປັນບ້ານໜຶ່ງທີ່ຂຶ້ນກັບເມືອງປາກອູ ຫ່າງຈາກສໍານັກເມືອງປາກອຸປະມານ 2 ກິໂລແມັດ, ຢູ່ລຽບຕາມແຄມແມ່ນໍ້າອູ ມີປະຊາຊົນອາໄສຢູ່ 159 ຄອບຄົວ, ມີພົນລະເມືອງ ທັງໝົດ 779 ຄົນ, ຍິງ 387 ຄົນ, ມີແຮງງານທັງໝົດ 269 ແຮງງານ ເປັນຍິງ 137 ແຮງງານ. ບ້ານຫາດຄໍ້ ເປັນບ້ານຊົນເຜົ່າລື້ ທີ່ມີມູນເຊື້ອດຸໝັ່ນຂະຫຍັນພຽນມາແຕ່ ບູຮານນະການ. ທິດເໜືອຕິດກັບບ້ານຜາທຶງ, ທິດໃຕ້ຕິດກັບບ້ານຫາດຍາ ແລະ ບ້ານສົມສະ ນຸກ, ທິດຕາເວັນອອກຕິດກັບບ້ານຫ້ວຍເລີນ ແລະ ທິດຕາເວັນຕົກຕິດກັບບ້ານຫ້ວຍຄໍ້. ອາຊີບຕົ້ນຕໍແມ່ນເຮັດນາປູກເຂົ້າ, ຖືເອົາການປູກຝັງ ລ້ຽງສັດ ແລະ ຄ້າຂາຍ, ບໍລິການ ເປັນ ອາຊີບສໍາຮອງ, ປະຈຸບັນບ້ານຫາດຄໍ້ມີຄອບຄົວກຸ້ມກິນ 104 ຄອບຄົວ, ຄອບຄົວເຫຼືອກິນ 52 ຄອບຄົວ ແລະ ຂາດກິນຍັງເຫຼືອພຽງແຕ່ 3 ຄອບຄົວ ເນື່ອງຈາກຄວາມເປັນພິການຂາ ກຸດ ແຂນຂາດ ແຕ່ກໍ່ມີລາຍໄດ້ຈາກການປະກອບອາຊີບຈັກສານ. […]

ຄູ່ມືການລ້ຽງໝູ

ການຜະລິດຫມູ ແມ່ນເປັນສ່ວນສໍາຄັນໃນການຕອບສະຫນອງທາງດ້ານສະບຽງອາຫານ ແລະ ສ້າງວິຊາອາຊີບ ທີ່ສາມາດດໍາເນີນການຜະລິດເປັນເສດຖະກິດການຄ້າ ໂດຍສະເພາະແມ່ນສ້າງລາຍຮັບຄອບຄົວ ແລະ ແກ້ໄຂ ຄວາມທຸກຍາກຂອງສັງຄົມ. ເຖິງຢ່າງໃດກໍ່ຕາມ, ການລ້ຽງຫມູຍັງເປັນເຕັກນິກວິທະຍາສາດ ທີ່ສົ່ງຜົນຕໍ່ກັບຜູ້ລ້ຽງ ຫມູພົບຂໍ້ຈຳກັດ ເນື່ອງຈາກການລ້ຽງຫມູມີຕົ້ນທຶນດ້ານອາຫານສູງ ແລະ ມີມູນຄ່າການກໍ່ສ້າງໂຮງເຮືອນ-ຄອກ ກວມເອົາຈໍານວນຫລາຍ ເມື່ອທຽບໃສ່ກັບການລ້ຽງສັດຊະນິດອື່ນໆ. ສະນັ້ນ, ຄວາມເຂົ້າໃຈຕໍ່ກັບເຕັກນິກການ ຈັດການລ້ຽງ ບໍ່ວ່າຈະເປັນດ້ານການຈັດການອາຫານ, ທາງດ້ານແນວພັນ ແລະ ດ້ານສຸຂະພາບຫມູ ເປັນປັດໄຈຕົ້ນຕໍ ທີ່ສົ່ງຜົນຕໍ່ກັບການເພີ່ມຜົນຜະລິດ ແລະ ປະສິດທິພາບຂອງການຈະເລີນເຕີບໂຕ ຊຶ່ງຢັ້ງຢືນເຖິງຜົນຕອບແທນທາງ ດ້ານຜົນກໍາໄລຂອງຜູ້ລ້ຽງຫມູ.

ຄູ່ມືການລ້ຽງໄກ່ລາດ

ປຶ້ມຄູ່ມື ເຕັກນິກການລ້ຽງໄກ່ລາດ ສະບັບນີ້ ໄດ້ຂຽນ ແລະ ຮວບລວມຂໍ້ມູນ ເພື່ອເປັນຄວາມຮູ້ ໃຫ້ແກ່ ການຈັດຕັ້ງປະຕິບັດ ໃນການລ້ຽງໄກ່ລາດຂັ້ນພື້ນຖານ ໃຫ້ແກ່ຜູ້ທີ່ສົນໃຈທີ່ຢາກຈະລ້ຽງໄກ່ ແລະ ຜູ້ທີ່ລ້ຽງໄກ່ຢູ່ແລ້ວ ສາມາດນໍາໃຊ້ຂໍ້ມູນທາງເຕັກນິກຈາກປຶ້ມຫົວນີ້ໄປຈັດຕັ້ງປະຕິບັດເພື່ອການປັບປຸງ-ປ່ຽນແປງທີ່ດີຂຶ້ນ. ຜູ້ຂຽນໄດ້ຄັດຈ້ອນ ແລະ ຮວບລວມຈາກຄວາມຮູ້ທາງດ້ານວິທະຍາສາດ, ຜົນການຄົ້ວຄວ້າຈາກປື້ມຄູ່ມືຫຼາຍໆບ່ອນ ແລະ ຈາກປະສົບ ການທີ່ໄດ້ຈັດຕັ້ງປະຕິບັດຕົວຈິງມາໄວ້ໃນປື້ມຫົວນີ້ ເຊື່ອແນ່ວ່າຂໍ້ມູນທີ່ມີຢູ່ຈະຊ່ວຍເພີ່ມຄວາມຮູ້ ແລະ ຊ່ວຍແກ້ບັນຫາ ໃນການລ້ຽງໄກ່ບໍ່ຫຼາຍກໍ່ໜ້ອຍ.