ການລ້ຽງຫມູຕອນ

ປື້ມພູມປັນຍາທ້ອງຖິ່ນຫົວນີ້ໄດ້ມາຈາກການຂຽນຂອງຊາວ ບ້ານແລະອາສາສະໝັກເຊິ່ງໄດ້ຮຽບຮຽງເບື້ອງຕົ້ນຈາກຄະນະອ ຳນວຍ ການສູນອົບຮົມຮ່ວມພັດທະນາແລະພະແນກສຶກສານະຄອນຫຼວງວຽງ ຈັນ ປື້ມຫົວນ້ອຍຫົວນີ້ໄດ້ບັນຈຸເນື້ອໃນທີ່ເວົ້າເຖິງຫົວຂໍ້ໃດໜຶ່ງໂດຍ ມີຫຼາຍກິດຈະກຳທີ່ຈະເປັນການທົດລອງເອົາຄວາມຮູ້ທ້ອງຖິ່ນເຂົ້ານໍາພາ ແລະສິດສອນນັກຮຽນຊັ້ນປະຖົມໂດຍເອົາບົດທີ່ງ່າຍສອນຊັ້ນປະຖົມ ປໍ 1 ປໍ 2 ແລະບົດທີ່ຍາກກໍສອນຊັ້ນໃຫຍ່ຂຶ້ນໄປ.

ການລ້ຽງເປັດ

ຢູ່ບ້ານເຮົາການລ້ຽງສັດປີກ ແມ່ນມີການນິຍົມກັນລ້ຽງຢ່າງແຜ່ຫລາຍບໍ່ວ່າໃນຕົວເມືອງ ຫລື ຊົນນະບົດ, ເຊິ່ງໃນນັ້ນ ເປັດກໍ່ເປັນສັດປີກຊະນິດຫນື່ງທີ່ລ້ຽງງ່າຍ ແລະ ມີຄວາມຕ້ານທານພະຍາດ ແລະ ດິນຟ້າອາກາດໄດ້ດີ. ເປັດມີລົດແຊບສາມາດສະຫນອງອາຫານໃຫ້ແກ່ຄອບຄົວ ແລະ ຂາຍໄດ້ທຸກເວລາ. ຊາວກະສິກອນຜູ້ຫນື່ງ, ຖ້າຢາກປູກຝັງກໍ່ຕ້ອງລ້ຽງສັດໄປນຳ. ສັດທີ່ລ້ຽງງ່າຍກໍ່ແມ່ນເປັດ, ຊຶ່ງນອກຈາກຈະໃຫ້ຊີ້ນ ແລະ ໄຂ່ເປັນອາຫານແລ້ວ ກໍ່ຍັງໃຫ້ຝຸ່ນເພື່ອໄປໃສ່ຕົ້ນໄມ້, ສວນຜັກ ແລະ ນາເຂົ້າໄດ້ອີກນຳ.

ຄູ່ມືວິຊາການລ້ຽງເປັດຂັນພື້ນຖານ

ການລ້ຽງເປັດຈະປະສົບຜົນສຳເລັດໄດ້ຕ້ອງປະກອບດ້ວຍ 3 ປັດໃຈຄື: 1. ມີແນວພັນທີ່ດີ 2. ມີອາຫານ ແລະ ການໃຫ້ອາຫານທີ່ດີ 3. ມີການຈັດການທີ່ດີ ຄື: ມີຄອກການຄຸ້ມຄອງ, ການປິ່ນປົ່ວ, ການປ້ອງກັນ ແລະ ການຕະຫຼາດ.

ຄວາມແທດເໝາະຂອງແນວພັນພືດອາຫານສັດຢູ່ໃນເຂດພາກໃຕ້ແຂວງໃຊຍະບູລີ

ບັນດາລະບົບການລ້ຽງສັດ ແບບກະແຈກກະຈາຍ ເຫຼົ່ານີ້ແມ່ນໄດ້ຖືກກຳນົດດ້ວຍມູນຄ່າ ໃນການລົງທຶນ ແລະ ຂອບເຂດຈຳກັດ ຂອງການດຳເນີນງານ. ແຫຼ່ງພືດອາຫານສັດ ສ່ວນໃຫຍ່ແມ່ນໄດ້ມາຈາກ ທົ່ງຫຍ້າທຳມະຊາດ ແລະ ເຟືອງເຂົ້າ. ໄດ້ມີຄວາມພະຍາຍາມປັບປຸງແນວພັນສັດດ້ວຍການ ທຳການປະສົມພັນລະຫວ່າງແມ່ພັນພັນພື້ນເມືອງ ແລະ ພໍ່ພັນບຣາມັນຈາກປະເທດໄທ. ທົ່ງຫຍ້າທຳມະຊາດໄດ້ເກີດມີຄວາມເຊື່ອມໂຊມລົງເທື່ອລະກ້າວ: ດິນແໜ້ນເນື່ອງຈາກ ຈຳນວນສັດລ້ຽງມີເກີນຂອບເຂດ, ຄຸນນະພາບ ແລະ ປະລິມານຂອງແຫຼ່ງພືດອາຫານສັດ (ຫຍ້າ Chrysopogon aciulatus, Imperata cylindrica) ໄດ້ຫຼຸດຜ່ອນລົງ. ຕໍ່ບັນຫາດັ່ງກ່າວນີ້, ຜູ້ລ້ຽງສັດຈຳນວນຫຼາຍ ໄດ້ສະແດງຄວາມສະມັກໃຈຂອງເຂົາເຈົ້າ ອອກມາຢ່າງຈະແຈ້ງທີ່ຢາກປັບປຸງ ແຫຼ່ງພືດ ອາຫານສັດເຫຼົ່ານີ້ ໂດຍໄດ້ພາກັນທົດລອງ ທຳການປູກຫຍ້າລ້ຽງສັດ ຄັ້ງທຳອິດ.

ການພັດທະນາການລ້ຽງປາໃນລາວໄລຍະ25ປີຜ່ານມາ

ສປປ ລາວ ເປັນ ປະເທດທີ່ບໍ່ມີທະເລແລະມີພູຫຼາຍ, ສິ່ງອ ຳນວຍຄວາມສະດວກແລະພື້ນຖານ ໂຄງລ່າງຍັງມີຈ ຳກັດ. ການສ ຳຫຼວດ ພົນລະເມືອງ ໃນ ປີ 1995 ເຊິ່ງມີ ປະຊາກອນປະມານ 4.5 ລ້ານຄົນ ໃນ ນີ້ 83% ແມ່ນດ ຳລົງຊີວິດຕາມເຂດຊົນນະບົດ. ຈ ຳນວນປະຊາກອນຈະເພີ່ມຂຶ້ນເປັນ 7.7 ລ້ານຄົນໃນປີ 2020 ( ອີງຕາມ ອັດຕາການເພີ່ມຂຶ້ນຂອງພົນລະເມືອງໃນໄລຍະທີ່ຜ່ານມາ 2.5 – 2.8%). ເນື້ອທີ່ການປູກ ຝັງໃນທົ່ວປະເທດມີພຽງແຕ່ 3% ຂອງເນື້ອທີ່ທັງຫມົດ. ການປະມົງໄດ້ມີບົດບາດອັນສ ຳຄັນໃນເສດຖະກິດແຫ່ງຊາດແລະກວມເອົາເຖິງ 13% ຂອງມູນຄ່າ ຜະລິດຕະພັນພາຍໃນທັງຫມົດ. ມີການຫາປາຈາກລ ຳນາໍ້ຂອງແລະສາຂາ, ທົ່ງພຽງເຂດນ ຳຖ້ວມ, ດິນບໍລິ ເວນນ ແລະທົ່ງນາ. ໃນແຫຼ່ງນທ ຳມະຊາດເຫຼົ່ານີ້ແມ່ນອຸດົມສົມບູນໄປດ້ວຍປາແລະສັດນາໍ້ນາໆຊະນິດ. ແຕ່ວ່າປະລິມານການຫາປາອາດຈະຫຼຸດລົງຍ້ອນມີການຫາປາຫຼາຍ, ການເພີ່ມຂຶ້ນຂອງປະຊາກອນ, ການ […]

ການສຳຫຼວດພະຍາດປາລ້ຽງຢູ່ກະຊັງອ່າງນ້ຳຫຸມ ແລະ ອ່າງຫ້ວຍສຽດ

ໃນປະຈຸບັນການລ້ຽງປາໃນປະເທດເຮົາພ້ວມມີການຂະຫຍາຍຕົວ ເຊິ່ງສ່ວນໃຫຍ່ແມ່ນການ ລ້ຽງແບບທ ຳມະ ຊາດແຕ່ເຖິງຢ່າງໃດກໍຕາມກໍໄດ້ມີການລ້ຽງແບບພັດທະນາເພື່ອເປັນສີນຄ້າເພີ່ມ ຂຶ້ນໃນເຂດທີ່ໃກ້ກັບຕົວເມືອງແລະຊານເມືອງເພື່ອສະໜອງ ໃຫ້ພຽງພໍກັບຄວາມຕ້ອງການຂອງຜູ້ບໍ ລິໂພກ, ໂດຍມີການແນະນ ຳເຕັກນິກໃໝ່ ຈາກປະເທດ ອ້ອມຂ້າງເປັນຕົ້ນແມ່ນເຕັກນິກໃໝ່ໆກ່ຽວ ກັບວິ ທີການລ້ຽງປາ ໃນກະຊັງ . ໃນຂະບວນການລ້ຽງດັ່ງກ່າວບັນຫາໜຶ່ງທີ່ຜູ້ລ້ຽງມັກຈະພົບຢູ່ສະເໝີ ກໍ່ຄືການຕາຍຂອງປາທີ່ ເກີດຈາກພະຍາດ ເຊິ່ງມີຫຼາຍປັດໃຈເປັນຕົ້ນແມ່ນ ການນ ຳເຂົ້າລູກປາທີ່ລະບຽບຈາກຕ່າງປະເທດ, ຊາວກະສິກອນຍັງຂາກຄວາມຮູ້ກ່ຽວກັບການປ້ອງກັນ ແລະ ປິ່ນ ປົວພະຍາດປາທີ່ຖືກວິທີ່, ຂາດ ການຈັດການທີ່ຖຶກຕ້ອງ, ການປ່ອຍປາໃນອັດຕາສູງ, ໃຊ້ຝຸ່ນຫຼາຍເກີນໄປ ແລະ ອື່ນໆ.

ການຜະລິດລູກປາດຸກພັນ

ປາດຸກພັນເປັນປາທີ່ຈັດຢູ່ໃນຕະກຸນ ແອຟະຣິກກັນ ແຄສຟິສ (African catfish) ຊຶ່ງມີຖິ່ນກຳເນີດຈາກ ອາຟຣິກາກາງ, ມີຊື່ວິທະຍາສາດວ່າ Clarias gariepinus. ໃນປີ 1982 ປາດຸກພັນໄດ້ນໍາເຂົ້າມາ ໃນປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຈໍານວນ 50 ໂຕ ຊຶ່ງມີຄວາມຍາວສະເລ່ຍ 7-10 ຊັງຕີແມັດ. ໂດຍນໍາມາທົດລອງລ້ຽງ ແລະ ຂະຫຍາຍພັນທີ່ສະຖານີລ້ຽງປາໜອງແຕ່ງ. ໄດ້ນໍາໄປລ້ຽງເພື່ອສ້າງເສດຖະກິດຄອບຄົວ. ໃນປີ 1984 ກໍ່ໄດ້ຂະຫຍາຍພັນອອກສູ່ວົງກວ້າງຄືປະຊາຊົນທົ່ວໄປ ປາດຸກພັນ ເປັນປາທີ່ຈະເລີນເຕີບໂຕໄວ, ສາມາດກິນອາຫານໄດ້ທຸກປະເພດ, ມີຄວາມທົນທານຕໍ່ສະພາບແວດລ້ອມ ພະຍາດໄດ້ດີ, ປາດຸກພັນ ເປັນປາທີ່ມີຊີ້ນຫຼາຍ ແລະ ມີລົດຊາດແຊບ, ສາມາດໄປປຸງແຕ່ງເປັນອາຫານໄດ້ຫຼາຍຊະນິດ.

ການລ້ຽງໄກ່ເຫຼືອງ

1 ການເລືອກສະຖານທີ່ 2 ການສ້າງຄອກໄກ່ 3 ການຄັດເລືອກພໍ່ແມ່ພັນ 4 ການອານຸບານໄກ່ນ້ອຍ 5 ອາຫານ ແລະ ການໃຫ້ອາຫານ 6 ພະຍາດ