ວິທີການເຮັດກວນໝາກກ້ຽງ

ການເຮັດກວນໝາກກ້ຽງ

ກໍ່ເປັນອີກວິທີການໜຶ່ງ ເພື່ອຫຼຸດຜ່ອນການລົ້ນເຫຼືອຂອງວັດຖຸດິບຂອງບາງເຂດທີ່ມີວັດຖຸດິບຫຼາຍ, ເພື່ອເປັນການເພີ່ມມູນຄ່າໃຫ້ແກ່ວັດຖຸດິບ, ເພື່ອເປັນເພີ່ມລາຍຮັບໃຫ້ກັບຄອບຄົວ ເພື່ອສ້າງວຽກເຮັດງານທໍາໃຫ້ແກ່ຊຸມຊົນ ແລະ ສາມາດເຮັດເປັນຜະລິດຕະພັນ ODOP ຂອງທ້ອງຖິ່ນນັ້ນໄດ້

ວັດຖຸດິບ:

  • ໝາກກ້ຽງ 5 ກກຼ
  • ນໍ້າຕານ 10% ຕໍ່ນໍ້າໜັກ ນໍ້າໝາກກ້ຽງ
  • ແປັກຕີນ Pectin 0.5% ຂອງນໍ້າໜັກສ່ວນປະສົມທັງໝົດ (ຖ້າມີ, ຖ້າບໍ່ມີກໍ່ສາມາດນໍາໃຊ້ agar (ແປ້ງວຸ້ນ)

ອຸປະກອນ 

  • ເຄື່ອງບີບນໍ້າໝາກກ້ຽງ
  • ຊາມປາລາສຕິກເພື່ອໂຕ່ງນໍ້າໝາກກ້ຽງ
  • ເຄື່ອງມືຕອງຂະນາດຫ່າງ ແລະ ຂະນາດຖີ່
  • ໜໍ້ຂະນາດກາງ ແລະ ຂະໜາດໃຫຍ່

ພາຊະນະ ແລະ ເຄື່ອງມື

ມີດ, ເຄື່ອງກັນເປື້ອນ, ບ່ວງໄມ້, ຖາດ, ເຂິງຮ່ອນ, ເຄື່ອງວັດມາດຕາສ່ວນ, ເຄື່ອງວັດແທກລົດຊາດ, ແຫຼ່ງຄວາມຮ້ອນ

ວິທີການ 

  • ເລືອກໝາກໄມ້ທີ່ບໍ່ມີການເນົ່າເສຍ
  • ລ້າງໝາກໄມ້ດ້ວຍນໍ້າແລະຖອກນໍ້າອອກ
  • ຕັດໝາກໄມ້ເປັນຕ່ອນແລະບີບເອົານ ໍ້າອອກ
  • ຮັກສາເປືອກໄວ້ໃນເຄື່ອງບັນຈຸທີ່ສະອາດ
  • ຕອງນໍ້າໝາກກ້ຽງສອງເທື່ອຜ່ານເຄື່ອງຕອງຫ່າງແລະເຄື່ອງຕອງຖີ່
  • ຊັ່ງນໍ້າໝາກກ້ຽງເພື່ອຄິດໄລ່ນໍ້າຕານໃສ່ແລະຕົ້ມໃຫ້ຟົດອ່ອນໆເອົາຝາ ໝໍ້ປິດໄວ້. ຕື່ມເປືອກທັງໝົດທີ່ປອກເອົາໃຍຂາວອອກແລ້ວລົງໃນໝໍ້. ລວກເປືອກລົງໃນນໍ້າໝາກກ້ຽງທີ່ຕົ້ມຢູ່ ປະມານ 15 ນາທີ ເອົາເປືອກອອກ
  • ຊັ່ງນໍ້າຕານເພື່ອວ່າໃຫ້ສົມນໍ້າສົມເນື້ອກັບນ ໍ້າໜັກຂອງນໍ້າໝາກກ້ຽງ
  • ຮັກສານໍ້າຕານໄວ້ 1% ເພື່ອປະສົມກັບແປັກຕິນໃນຂັ້ນຕອນສຸດທ້າຍ
  • ຕື່ມນໍ້າຕານລົງນໍ້າຕົ້ມໝາກກ້ຽງ ຄົນໃຫ້ລະລາຍໄວໆເພື່ອບໍ່ໃຫ້ເປັນຊ່າ ຕິດຕາມຂ້າງໝໍ້
  • ຊັ່ງແປັກຕິນໃຫ້ໄດ້ 0.5% ຂອງນໍ້າໜັກນ ໍ້າໝາກກ້ຽງ ແລະ ປະສົມ ກັບນໍ້າຕານ 1% ທີ່ກຽມໄວ້ແລ້ວ
  • ຕັດເປືອກເປັນຕອນບາງໆ (ກ້ວາງ3-4m mແລະຍາວ3 c m) ຫລັງຈາກ ລອກໃຍຂາວອອກແລ້ວຕື່ມເປືອກລົງໃນໝໍ້ຕົ້ມເຄື່ອງປະສົມແລະຕົ້ມຕໍ່ ປະມານ5ນາທີ, ປິດຝາໝໍ້ໄວ້
  • ຕື່ມແປັກຕີນລົງໃນນໍ້າໝາກກ້ຽງແລະຄົນລະລາຍໃຫ້ລະອຽດ
  • ຕົ້ມໃນແປວໄຟທີ່ມີຄວາມຮ້ອນສູງ ຈົນໄດ້ຄວາມຫວານ 64-65 Brix ຫລືໃຫ້ມີຄວາມຮ້ອນເຖິງ 104°C
  • ຮ່າຍສ່ວນປະສົມຂອງນໍ້າໝາກກ້ຽງລົງໃນກວດແກ້ວ, ເບິ່ງວ່າການ ຮ່າຍລົງແມ່ນໃຫ້ພຽງຂອບປາກກວດແກ້ວ
  • ອັນກວດແກ້ວ ແລະ ຂ້ວມປາກລົງປະໃຫ້ເຢັນ
  • ທໍາຄວາມສະອາດກວດແກ້ວ ແລະ ອັດຝາແກ້ວດ້ວຍກະກັອດ ເທັບໃຫ້ແໜ້ນ
  • ໃສ່ເຄື່ອງໝາຍການຄ້າ ແລະ ວັນ ເດືອນ ປີ ຜະລິດແລ້ວເກັບຮັກສາ

ປັດໄຈຕົ້ນຕໍ

ຄວນເລືອກເອົາໝາກກ້ຽງທີ່ມີເກຣດດີ

ຂໍ້ຄວນລະວັງ

ເມື່ອມາກກ້ຽງໃກ້ຈະເປັນກວນ ຄວນຄົນຕະຫຼອດ ເພື່ອຫຼີກລ້ຽງຈາກໄຟໃໝ້ໝໍ້.

Share

Recent Stories